ໂຄສົກ ຈາກສຖານທູດ ສະຫະຣັຖ ທ່ານ Drake Weiset ກ່າວວ່າ ກະຊວງການ ຕ່າງປະເທດ ພະມ້າ, ທີ່ມີກຸ່ມປົກຄອງ ແບບຜະເດັດການ ທະຫານ ໄດ້ອະນຸຍາດ ໃຫ້ຫົວໜ້າຄນະ ຜູ້ແທນ ຈາກສະຫະຣັຖ, ອັງກິດ ແລະ ເຈົ້າໜ້າທີ່ຈາກ ສຖານທູດ ອອສເຕຣເລັຍ ພົບກັບ ສັນຍາລັກ ຂອງ ປະຊາທິປະໄຕ ມາດາມ ອ໊ອງຊ໊ານ ຊູຈິ໊.
ທ່ານກ່າວວ່າ ພວກເຮົາດີໃຈ ແລະລໍຖ້າທີ່ ຈະໄດ້ຍິນຈາກ ມາດາມ ອ໊ອງຊ໊ານ ຊູຈິ໊ ໂດຍກົງກ່ຽວກັບ ສັທສະນະ ຂອງມາດາມເອງ ທີ່ມີຕໍ່ສຖານະການ ໃນພະມ້າ.
ກະແສຂ່າວຈາກ ນັກການທູດ ຕາເວັນຕົກ ທີ່ບໍ່ປະສົງ ອອກຊື່, ຢັ້ງຢືນວ່າ ການພົບປະໄດ້ ເກີດຂື້ນແທ້ ໃນເວລາປະມານ 10ຫາ11ໂມງເຊົ້າ ຂອງມື້ນີ້.
ໃນຈົດໝາຍຫາ ຜູ້ນຳກຸ່ມ ປົກຄອງ ຜະເດັດການ ທະຫານ ນາຍພົນ ແທນ ສວີ ຊຶ່ງມາດາມ ຊູຈິ໊ ສເນີຈະຂໍຮ້ອງ ໃຫ້ຝ່າຍ ຕາເວັນຕົກ ຍຸຕິການເອົາ ມາຕການລົງໂທດ ທາງເສຖກິດ, ຫາກອະນຸຍາດ ໃຫ້ ມາດາມ ພົບປະກັບຄນະ ເຈົ້າໜ້າທີ່ທາງ ການທູດນາໆຊາດ ຢູ່ກຸງຢ້າງກຸ້ງ ເພື່ອສົນທະນາ ປະເດັນດັ່ງກ່າວ.
ພາຍໃນບໍ່ເທົ່າໃດ ອາທິດຜ່ານມາ ມາດາມ ຊູຈິ໊ ໄດ້ພົບປະກັບ ອ໊ອງກີ໊ ເຈົ້າໜ້າທີ່ ປະສານງານ ລະຫວ່າງ ມາດາມ ກັບກຸ່ມທະຫານ ຊຶ່ງເປັນການພົບປະກັນ ເທື່ອທຳອິດ ຫລັງຈາກເດືອນ ມົກກະຣາ 2008.