ນັກຂຽນລາວ ໄດ້ຮັບ South East Asia Write Awards

ນັກຂຽນລາວ ຜູ້ທີ່ໄດ້ຮັບລາງວັນ South East Asia Write Awards ແນະນຳໃຫ້ມີ ການພັທນາ ການສືກສາ ໃນລາວ.
ສິດນີ
2009.10.09

ນັກຂຽນລາວ ຜູ້ທີ່ໄດ້ຮັບລາງວັນ South East Asia Write Awards ປະຈຳປີ 2009, ທ່ານ ຄຳແສງ ສີນນົນທອງ ຈາກຜົລງານ ການຂຽນເຣື້ອງ “ໄຟດັບບໍ່ສີ້ນແສງ”  ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽເສຣີ ໃນງານ ມອບລາງວັນ ປະຈຳປີ 2009 ໃນວັນທີ 8 ຕຸຣາ ທີ່ບາງກອກ ປະເທດໄທວ່າ, ການສືກສາໃນ ປັດຈຸບັນ ຄວນໄດ້ຮັບການ ພັທນາ ໃຫ້ດີຍີ່ງຂື້ນ ເນື່ອງຈາກບຸກຄົນ ທີ່ມີການສືກສາ ຈະເຮັດໄດ້ ທຸກວຽກງານ ຈະມີຄວາມຈະເຣີນ ກ້າວຫນ້າ ໃນຫນ້າທີ່ການງານ ອີກທັງມີຄວາມຮູ້ ຄວາມສາມາດ ໃນການພັທນາ ປະເທດຊາດ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຕາມມຸມມອງຂອງ ຂ້າພະເຈົ້າ ການສືກສາ ໃນປັດຈຸບັນນີ້ ຍີ່ງຮຽກຮ້ອງໃຫ້ ມີການພັທນາ ໃຫ້ມັນດີຂື້ນ ເມື່ອໃດຄົນໄດ້ ສືກສາຮຽນຮູ້  ມັນໄດ້ກໍ່ການ ສ້າງຕົວເອງ ເປັນຄົນດີແລ້ວ ຄົນນັ້ນ ຈະເປັນຜູ້ພັທນາ ຕົວຈີງໃຫ້ແກ່ ທຸກໆວຽກງານ ມັນຈະເຣີນກ້າວຫນ້າ."

ທ່ານກ່າວຕໍ່ໄປວ່າ ການສືກສາ ນອກຣະບົບ ໂຮງຮຽນນັ້ນ ຈະເຮັດໃຫ້ຜູ້ຮຽນ ມີຄວາມຮູ້ ກວ້າງຂວາງ ທີ່ຈະຊອກຫາ ຄວາມຮູ້ຈາກແຫລ່ງ ອື່ນໆ ທີ່ນອກເຫນືອ ວີຊາ ໃນຊັ້ນຮຽນຂອງຕົນ. ດັ່ງຕົວຢ່າງ ການຊອກຫາຄວາມຮູ້ ຈາກປະຊາຊົນ ຊາວເຜົ່າຕ່າງໆ ກໍ່ຈະສົ່ງຜົລ ໃຫ້ຜູ້ຮຽນ ມີຄວາມຮູ້ດ້ານ ວັທນະທັມ ທີ່ຢູ່ນອກເຫນືອ ຈາກຊີວີດ ປະຈຳວັນ ຂອງຕົນເອງ ແລະ ເຂົ້າໃຈຊີວີດ ຂອງຄົນອື່ນ ໄດ້ຫລາຍຂື້ນ.

ອີງຕາມບົດລາຍງານ ຈາກສະພາກາ ຊາດລາວ ທີ່ພີມອອກ ເຜີຍແຜ່ ໃນສຳນັກຂ່າວ ສານຕ່າງຊາດ ຣະບຸວ່າ ການສືກສາ ໃນລາວ ຍັງບໍຖືກຍົກ ຣະດັບ ໃຫ້ເທົ່າທຽມ ກັບປະເທດອື່ນ ໄດ້ເທື່ອ ຣັຖບານລາວ ບໍ່ສາມາດທີ່ ຈະໃຫ້ການສືກສາ ແກ່ປະຊາຊົນ ໃນທົ່ວປະເທດ ໃຫ້ທົ່ວເຖີງໄດ້, ຕ້ອງອາສັຍໂຮງຮຽນ ພາກເອກກະຊົນ ແລະ ການຊ່ວຍເຫລືອຈາກ ຕ່າງປະເທດ ຫລາຍຂື້ນ ໃນການແກ້ໃຂ ບັນຫາ ໂດຍສະເພາະ ບັນຫາການ ສືກສາໃນເຂດ ຊົນນະບົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.