ຊາວແຂວງເຊກອງ ທີ່ຖືກ ພັຍນ້ຳຖ້ວມ ຍັງຄ້າງຄາຢູ່ຕາມ ບ່ອນລີ້ພັຍ

ປະຊາຊົນ ແຂວງເຊກອງ ທີ່ໄດ້ຮັບຄວາມ ເດືອດຮ້ອນ ຈາກພັຍນ້ຳຖ້ວມ ຍັງຕ້ອງການ ຄວາມຊ່ອຍເຫລືອ ຢ່າງຫລວງຫລາຍ.
ໂພໄຊສວັດ
2009.10.12

ປະຊາຊົນ ແຂວງເຊກອງ ທີ່ໄດ້ຮັບຄວາມ ເດືອດຮ້ອນຈາກ ລົມພະຍຸເກສນາ ຍັງຕ້ອງການ ຄວາມຊ່ອຍເຫລືອ ຢ່າງຫລວງຫລາຍ ຍ້ອນວ່າ ປັດຈຸບັນນີ້ ໜ່ວຍງານຊ່ອຍເຫລືອ ຍັງບໍ່ສາມາດ ໃຫ້ການຊ່ອຍເຫລືອ ໄດ້ຢ່າງທົ່ວເຖິງ ເນື່ອງຈາກວ່າມີ ປະຊາຊົນ ຈຳນວນຫລາຍ ພາກັນຍ້າຍໄປ ຢູ່ບ່ອນສູງເພື່ອ ໜີພັຍນ້ຳຖ້ວມ ແລະ ຖນົນຫົນທາງ ໃນບາງພື້ນທີ່ ຫລາຍເສັ້ນ ຖືກຕັດຂາດ. ດັ່ງເຈົ້າໜ້າທີ່ ຈາກອົງການ CARE ໄດ້ເວົ້າວ່າ:

"ຍັງຫລາຍຍັງແຈກ ບໍ່ທັນທົ່ວກັນ ເສັ້ນທາງໄປຫາ ກັນມັນຍາກຫລາຍ ໃຊ້ເຮລີຄອບເຕີ້ ສ່ວນຫລາຍ ມັນຢູ່ໄກກັນ ມັນຢູ່ເທິງພູ ມັນຢູ່ບ້ານ ບາງບ້ານກໍຍ້າຍ ໄປຢູ່ປ່າຢູ່ໃສ."

ສຳລັບ ການຊ່ອຍເຫລືອ ຊາວບ້ານທີ່ໄດ້ ຮັບຄວາມເສັຍຫາຍ ຈາກພັຍ ນ້ຳຖ້ວມນັ້ນ ທາງອົງການ CARE ແລະ ອົງການ ອາຫານໂລກ ກໍໄດ້ແຈກຢາຍ ເຂົ້າສານຊ່ອຍເຫລືອ. ນອກຈາກນີ້ ກໍມີອົງການ ຊ່ອຍເຫລືອຕ່າງໆ ທັງພາກຣັຖ ແລະ ພາກເອກກະຊົນ ໄດ້ໃຫ້ການຊ່ອຍເຫລືອ ສິ່ງຂອງ ຈຳເປັນອື່ນໆ ແຕ່ການຊ່ອຍເຫລືອ ກໍຍັງບໍ່ທົ່ວເຖິງ ດ້ວຍເຫດຜົນທີ່ ໄດ້ກ່າວມາແລ້ວ.

ຕາມລາຍງານ ເບື້ອງຕົ້ນ ມື້ວັນທີ9 ຕຸລາ 2009 ຂອງອົງການ ສະພາກາຊາດລາວ ເປີດເຜີຍຄວາມ ເສັຍຫາຍສະເພາະ ໃນແຂວງເຊກອງວ່າ ມີມູນຄ່າ ປະມານ 12ຕື້ 600ລ້ານກີບ ແຕ່ຮອດ ປັດຈຸບັນນີ້ ລາຍງານຄວາມຄືບໜ້າ ຍັງບໍ່ສາມາດ ຕີຣາຄາຢ່າງ ແຈ່ມແຈ້ງ ແລະແນ່ນອນ ໄດ້ເທື່ອ ດັ່ງເຈົ້າໜ້າທີ່ ເວົ້າວ່າ:

"ຕົວນີ້ຍັງ ປະເມີນ ບໍ່ທັນໄດ້ ເພາະວ່າຂະເຈົ້າ ເອົາຂໍ້ມູນຍັງ ບໍ່ທັນໄດ້ ມັນເກັບກັນ ບໍ່ທັນໄດ້ໝົດ."

ເຖິງຢ່າງໃດກໍຕາມ ຕາມລາຍງານຂອງ ກົມປ້ອງກັນ ແລະບັນເທົາທຸກ ຂອງອົງການ ສະພາກາຊາດລາວ ຄາດວ່າງົບປະມານ ໃນການຟື້ນຟູ ຊ່ອຍເຫລືອ ຜູ້ປະສົບພັຍ ນ້ຳຖ້ວມ ຈາກລົມພະຍຸ ເກສນາ ອາດຈະຕົກເປັນ ເງິນຢ່າງຫລວງຫລາຍ ຊຶ່ງຈະໃຊ້ ເວລາຫລາຍໆປີ. ໂດຍສະເພາະ ໃນແຂວງ ເຊກອງ ຍັງມີ ປະຊາຊົນ 8,800 ກວ່າຄົນຂາດບ່ອນ ຢູ່ອາໃສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.