ຖນົນຫົນທາງ ທີ່ເປ່ເພ ໃນຫລາຍແຂວງ ຂາດການ ສ້ອມແປງ

ຖນົນຫົນທາງ ທີ່ເປ່ເພໃນ ຫລາຍແຂວງ ບໍ່ຄ່ອຍຈະໄດ້ ຮັບກາຣສ້ອມແປງ ແລະ ຍິ່ງເປັນກາຣສ້າງ ຄວາມລຳບາກໃນ ກາຣສັນຈອນໄປມາ ໂດຽສະເພາະ ໃນຣະດູຝົນ.
ຫວາດ ສີມູນ
2009.10.12

ປະຊາຊົນລາວ ໃຫ້ຄວາມສົນໃຈ ຫລາຍເພີ່ມຂື້ນ ນຳບັນຫາກາຣ ເປ່ເພ ຂອງຖນົນຫົນທາງ ທີ່ສ້າງຄວາມຫຍຸ້ງຍາກ ໃນກາຣ ສັນຈອນໄປມາ, ໂດຽສະເພາະ ທີ່ວ່າ ມີຫົນທາງ ຫລາຍເສັ້ນ ໃນທົ່ວປະເທສ ທີ່ຫາກໍຖືກ ສ້າງຂື້ນໃໝ່ໆ ບໍ່ເທົ່າໃດເດືອນ ກໍເປ່ເພ ຢ່າງວ່ອງໄວ ແລະ ກໍບໍ່ມີກາຣ ສ້ອມແປງ ແຕ່ຢ່າງໃດ ທີ່ເຮັດໃຫ້ມີ ຄວາມລຳບາກໃນ ທຸກຣະດູຝົນ. ດັ່ງຈະເຫັນໄດ້ ຢູ່ຕົວເມືອງ ປາກເຊທີ່ມີ ຫລາຍຍ່ານໄດ້ຮັບ ຄວາມເສັຽຫາຍ ພ້ອມກັບເສັ້ນທາງ ສາລາຂຽວ-ດົງຈອງ ທີ່ຫາກໍສ້າງ ສຳເຣັຈແລ້ວ ໃນທ້າຍປີ 2008 ຜ່ານມາ ແລະປັຈຈຸບັນ ກໍມີຫລາຍຈຸດ ມີສະພາບ ຊຳຣຸຕ ຈົນໃຊ້ກາຣບໍ່ໄດ້ ເຮັດໃຫ້ເກີດມີ ສຽງວິພາກວິຈານ ກັນໄປ ຕ່າງໆນາໆ.

ກ່ຽວກັບບັນຫາ ດັ່ງກ່າວ ທ່ານ ພິດສະຫົງ ພົມມະວົງສາ ຫົວໜ້າຫ້ອງກາຣ ຂົວ-ທາງ ແຜນກ ໂຍທາທິກາຣ ແລະຂົນສົ່ງ ແຂວງຈຳປາສັກ ຊ້ຳພັດໃຫ້ ເຫຕຜົລວ່າ ເປັນທາງຜ່ານ ຣະຫວ່າງ 4ແຂວງພາຄໃຕ້ ທີ່ຂ້າມຜ່ານໄປ ຊາຍແດນ ລາວ-ໄທຽ ຊື່ງມີຣົຖ ບັນທຸກສິນຄ້າ ໜັກແລ່ນຜ່ານ ທີ່ເຮັດໃຫ້ຫລາຍຈຸດ ໃນເສັ້ນທາງເປ່ເພ ຢ່າງຫລວງຫລາຍ, ໂດຽສະເພາະ ໃນຍາມ ຣະດູຝົນ ຊື່ງທ່ານກໍໄດ້ ເນັ້ນວ່າ ທາງຫ້ອງກາຣຂອງທ່ານ ກໍໄດ້ສົ່ງນັກ ວິຊາກາຣ ລົງໄປກວດກາ ເພື່ອເກັບກຳຂໍ້ມູລ ຄວາມເສັຽຫາຍ ແລະ ຂື້ນແຜນ ຂໍງົບປະມານ ຈາກທາງກາຣແຂວງ ເພື່ອນຳໄປ ສ້ອມແປງ.

ນອກຈາກນັ້ນ ກໍມີຫົນທາງ ໃນແຫ່ງອື່ນໆ ທີ່ມີສະພາບ ເປ່ເພ ແລະ ເຮັດໃຫ້ ປະຊາຊົນເຊັ່ນ: ໃນເຂຕບ້ານ ນາຄວາຍ ນາໄຫ ນາໂນ ຈອມມະນີ ບ້ານນ້ອຍຊຽງດາ ແລະ ແຫ່ງອື່ນໆ ໃນນະຄອນ ຫລວງວຽງຈັນ ໄດ້ຮັບຄວາມລຳບາກ ເປັນເວລາຫລາຍ ເດືອນຜ່ານມາແລ້ວ ແຕ່ກໍຍັງບໍ່ມີ ກາຣສ້ອມແປງ ແລະ ທາງຂແນງກາຣ ກ່ຽວຂ້ອງກໍວ່າ “ບໍ່ມີງົບປະມານ ພຽງພໍ”.

ບັນຫາດັ່ງກ່າວ ນີ້ຍິ່ງເຮັດໃຫ້ ປະຊາຊົນເກີດ ມີຄວາມເປັນຫ່ວງ ນຳຄຸນນະພາບ ຂອງກາຣສ້າງ ຖນົນຫົນທາງ ຕ່າງໆທົ່ວເມືອງລາວ ນຳດ້ວຍ ແມ້ກະທັ້ງເສັ້ນທາງ ສາຍສຳຄັນຕ່າງໆ ທີ່ສ້າງຂື້ນ ເພື່ອຮອງຮັບ ງານມະຫາກັມ ກິລາຊີເກມສ໌ ຄັ້ງທີ່ 25 ໃນເດືອນ ທັນວາ ທີ່ຈະມາເຖີງ ໃນໄວໆນີ້ນັ້ນ ກໍມີຫລາຍໆຍ່ານ ຍັງເປັນທາງ ດິນແດງທີ່ເຕັມ ໄປດ້ວຍບວກຂຸມ ທັ້ງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.