ນັກເຕະບານລາວ ຈາກ USA ເຂົ້າຮ່ວມທີມຊາຕລາວ ຖືກຕັດອອກ ໃນບັ້ນສຸດທ້າຍ

ການໃຫ້ສັມພາດ ຂອງ ທ່ານ ດາວອນ ສະກູນທອງ ຜູ້ເປັນພໍ່ຂອງທ້າວ Anthony ສະກູນທອງ ອາຍຸ20ປີ ນັກເຕະບານ ຈາກ ນະຄອນ Seattle ຣັຖວໍຊີງຕັນ (Washington State) ຊື່ງເປັນນື່ງໃນ ຕົວເດັ່ນ ຂອງທີມຊາດລາວ ເພື່ອເຂົ້າແຂ່ງຂັນ ເຕະບານ SEA GAMES ຄັ້ງທີ່ 25 ທີ່ ສປປລາວ ເປັນເຈົ້າພາບ ແຕ່ຕົກມາໃນ ບັ້ນທ້າຍ ກ່ອນງານມະຫາກັມ SEA GAMES ຈະໄຂຂື້ນຢ່າງ ເປັນທາງການ ບໍ່ເທົ່າໃດສັປດາ ຂ້າງໜ້ານີ້ ທາງການ ສປປລາວ ປະຕິເສດວ່າ ທ້າວ Anthony ບໍ່ສາມາດເຂົ້າ ຮ່ວມທີມຊາດລາວ ເຕະບານ ໄດ້ ຍ້ອນບັນຫາເຣື້ອງ ການຖື2ສັນຊາດ ຊຶ່ງແມ່ນທາງການ ສປປລາວ ເປັນຜູ້ອອກສັນຊາຕໃຫ້. ເຣຶ້ອງດັ່ງກ່າວ ໃນຄັ້ງນີ້ເກີດຂື້ນ ໄດ້ແນວໃດນັ້ນ ເຊີນທ່ານຕິຕາມ ຮັບຟັງການສັມພາດ ໄດ້ເລີຍ... ສເນີໂດຍ: ໄມຊູລີ
ໄມຊູລີ
2009.10.09
F-Soccer-player Anthonyສະກູນທອງນັກເຕະບານລາວຈາກສະຫະຣັດ(ຊ້າຍ) ຖືກຕັດຈາກທີມຖ່າຍຮູປກັບຫົວໜ້າຄຣູຝຶກຂອງທີມຊາຕລາວ.
Photo: RFA


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.