ທະນາຄານ ພັທນາເອເຊັຍ ຈະຊ່ວຍທຶນ ເພື່ອພັທນາ ຣະບົບການສຶກສາ ຂັ້ນສູງ ຢູ່ລາວ

ທະນາຄານ ພັທນາເອເຊັຍ ADB ຈະຊ່ວຍເຫຼືອທຶນ ຈຳນວນ 24ລ້ານ 8ແສນໂດລາ ສະຫະຣັດ ເພື່ອປັບປຸງ ຣະບົບການສຶກສາ ຂັ້ນສູງ ໃຫ້ໄດ້ມາຕຖານ ຢູ່ສາທາຣະນະຣັດ ປະຊາທິປະຕັຍ ປະຊາຊົນລາວ.
ຈຳປາທອງ
2009.10.09

ຕາມຄຳຖແລງຂອງ ທະນາຄານ ພັທນາເອເຊັຍ ໃນວັນ ພຣະຫັດ ທີ່ອົງການຂ່າວ Xinhua ຂອງທາງການຈີນ ລາຍງານຈາກ ກຸງ ມະນີລາ ປະເທດ ຟີລິບປິນ
ໃນວັນທີ 8 ຕຸລາ 2009 ນີ້. ຈຳນວນເງິນດັ່ງກ່າວ ແມ່ນເອົາມາຈາກ ກອງທຶນພິເສດ ຂອງ ທະນາຄານ ພັທນາເອເຊັຍ ຊຶ່ງຄນະ ອຳນວຍການ ທະນາຄານ ເປັນຜູ້ຕົກລົງ ອະນຸມັດໃຫ້.

ທ່ານ Yasushi Hirosato ນັກຊ່ຽວຊານ ດ້ານການສຶກສາ ຂັ້ນສູງ ໃນເອເຊັຍ ຕາເວັນອອກສ່ຽງໃຕ້ ຂອງ ທະນາຄານ ພັທນາເອເຊັຍ ເວົ້າວ່າ, ໂຄງການ       ທີ່ຈະເຮັດໃຫ້ ການສຶກສາຂັ້ນສູງ ຂອງລາວ ດີຂື້ນນັ້ນ ມີຈຸດປະສົງ ເພື່ອສ້າງ ບຸກຄະລາກອນ ໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອຕອບສນອງ ກັບຄວາມຕ້ອງການ ແຮງງານ ໃນອະນາຄົດ.

ທ່ານເວົ້າຕື່ມວ່າ ໃນເວລາທີ່ເສຖກິດ ຂອງລາວ ກຳລັງ ຂະຫຍາຍຕົວນີ້ ປະເທດລາວ ຍິ່ງຕ້ອງການ ບຸກຄະລາກອນ ທີ່ມີການ ສຶກສາສູງ. ການມີຣະບົບ ການສຶກສາ ຂັ້ນສູງທີ່ດີ ຈະຊ່ວຍຊຸກຍູ້ ໃຫ້ເສຖກິດ ຢູ່ປະເທດລາວ ຂະຫຍາຍຕົວ.

ໂຄງການ ທີ່ວ່ານັ້ນ ຈຸດໜັກ ແມ່ນຈະແນໃສ່ ເຮັດໃຫ້ມາຕຖານ ການສຶກສາດີຂື້ນ ຢູ່ໃນ ມະຫາວິທຍາລັຍ ຂອງຣັດ 3ແຫ່ງຢູ່ລາວ ຄື: ມະຫາວິທະຍາລັຍ ແຫ່ງຊາດ ທີ່ນະຄອນຫລວງວຽງຈັນ, ມະຫາວິທຍາລັຍ ຈຳປາສັກ ແລະ ມະຫາວິທຍາລັຍ ສຸພານຸວົງ ທີ່ ຫລວງພຣະບາງ.

ຈຸດປະສົງນຶ່ງ ຂອງໂຄງການ ທະນາຄານ ພັທນາເອເຊັຍ ທີ່ໃຫ້ເງິນ ຊ່ວຍເຫຼືອແກ່ລາວ ຫລາຍຂະໜາດນີ້ ກໍເພື່ອສົ່ງເສິມ ໃຫ້ແມ່ຍິງ ແລະ ຊົນເຜົ່າສ່ວນນ້ອຍ ໃຫ້ໄດ້ເຂົ້າສຶກສາ ຕໍ່ໃນໂຮງຮຽນ ຊັ້ນສູງ ເພື່ອຍົກລະດັບ ການຮຽນ ການສອນ ແລະ ຊ່ວຍປັບປຸງ ການບໍຣິຫານ ການສຶກສາ ຢູ່ລາວ ໃຫ້ດີຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.