ທະຫານໄທ ຍິງປືນຂູ່ຂື້ນຟ້າ ເມື່ອຖືກຫູ້ມລ້ອມ ໂດຍຊາວມົ້ງ ລາວ
2009.10.09
ທາງການທະຫານໄທ ຢືນຢັນວ່າ, ໃນຄືນວັນອັງຄານ ທີ6ຕຸລາ2009 ຜ່ານມາ, ໄດ້ໃຊ້ປືນຍິງ ຂູ່ຂື້ນເທິງຟ້າ ເມື່ອຖືກ ກຸ່ມຊາວມົ້ງລາວ ຫູ້ມລ້ອມ ໃນສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ເພື່ອບໍ່ໃຫ້ຂະເຈົ້າ ເຂົ້າມາໃກ້. ໃນຂນະດຽວກັນ ຊາວມົ້ງລາວ ກໍຢືນຢັນວ່າ ຝ່າຍທະຫານໄທ ໄດ້ໃຊ້ອາວຸດ ປືນຍິງຂື້ນຟ້າ ຂູ່ຊາວມົ້ງ ເຮັດໃຫ້ຊາວມົ້ງລາວ ຕົກໃຈຢ້ານກົວ.
ພັນເອກ ປຣະສິດທິພົງ ມູລດີ ເສນາທິການ ທະຫານ ທີ່ຮັບຜິດຊອບ ພື້ນທີ່ ສູນກັກຂັງຊົ່ວຄາວ ຊາວມົ້ງລາວ ບ້ານຫ້ວຍນ້ຳຂາວ ແຂວງເພັຊບູນ ຊີ້ແຈງເຖິງ ເຫດການ ທີ່ທະຫານໄທ ຕ້ອງໃຊ້ປືນຍິງ ຂື້ນເທິງຟ້າ ໃນຂນະທີ່ເຂົ້າໄປ ກວດກາ ການຊຸມນຸມຂອງ ຊາວມົ້ງລາວວ່າ:
"ມື້ນັ້ນມີການ ໃຊ້ປືນແທ້ ຜູ້ບັງຄັບກອງຮ້ອຍ ທີ່ເປັນທະຫານ ມີປືນພົກ ໄດ້ພົບຜູ້ຊາຍ ອາວຸໂສຜູ້ນຶ່ງ ທີ່ພົກເຄື່ອງມາ ເຮົາກໍຂໍ ກວດຄົ້ນ ປາກົດວ່າ ຜູ້ຄົນທີ່ຢູ່ແຖວ ນັ້ນຫຸ້ມເຂົ້າມາ ພຍາຍາມຈະເຮັດ ອັນໃດອັນນຶ່ງ ໃສ່ເຮົາ ຜູ້ບັງຄັບໝວດ ກໍເລີຍຍິງປືນ ຂູ່ຂື້ນເທິງຟ້າ."
ທ່ານກ່າວ ຕໍ່ໄປວ່າ ຫລັງຈາກທີ່ ທະຫານໄທ ໄດ້ຍິງປືນຂູ່ ເພື່ອກັນບໍ່ໄຫ້ ຊາວມົ້ງລາວ ເຂົ້າມາໃກ້ ແຕ່ຊາວມົ້ງລາວ ກໍໄດ້ລຸກຮື້ຂື້ນ ຈົນທະຫານ ຕ້ອງແຕກໜີ ອອກຈາກ ສູນກັກຂັງ ແລະມີທະຫານ ຜູ້ນຶ່ງໄດ້ຮັບ ບາດເຈັບ ແລ້ວຝ່າຍທະຫານ ກໍໄດ້ຍິງປືນເຕືອນ ຂື້ນເທິງຟ້າອີກ ເທື່ອໃໝ່ ແລະ ຝ່າຍທະຫານໄທ ກໍຢືນຢັນວ່າ ຊາວມົ້ງລາວ ບໍ່ໄດ້ຮັບບາດເຈັບ ຈາກ ເຫດການນີ້ເລີຍ.
ແຕ່ຊາວມົ້ງລາວ ກັບເວົ້າວ່າ ທະຫານໄທໄດ້ຍ່າງ ເປັນແຖວເຂົ້າມາ 13 ຄົນ ພ້ອມທັງຍິງປືນ ຂື້ນເທິງຟ້າຂູ່ ຊາວມົ້ງລາວ ເຮັດໃຫ້ຜູ້ຄົນ ແຕກຕື່ນຢ້ານກົວ. ດັ່ງຊາວມົ້ງລາວ ຜູ້ນຶ່ງເວົ້າວ່າ:
"ທະຫານໃຊ້ ກຳລັງ ມາຈັບມົ້ງແລ້ວ ໃຊ້ອາວຸດ ສົງຄາມຍິງ ແລະກໍມາຈັບ ນາຍ ໜໍ່ຊົວແຊວື້ ແລ້ວນາຍ ໜໍ່ຊົວແຊວື້ ກໍຮ້ອງຊ່ວຍດ້ວຍ ທະຫານຈັບເດີ."
ເຖິງຢ່າງໃດກໍຕາມ ຈາກເຫດການ ດັ່ງກ່າວ ຍິ່ງເປັນການ ເລັ່ງໃຫ້ ທາງການ ທະຫານໄທ ຈະດຳເນີນການ ສົ່ງຊາວມົ້ງລາວ ກັບຄືນປະເທດ ໄວຂື້ນ ເພາະຖືວ່າ ຊາວມົ້ງລາວ ກະທຳຜິດຕໍ່ ກົດໝາຍ ຂອງບຸກຄົນທີ່ ເຂົ້າເມືອງ ຜິດກົດໝາຍ ແລະ ຜິດກົດ ທີ່ໃຊ້ບັງຄັບ ພາຍໃນ ສູນກັກຂັງ.