ເຣື້ອງທີ່ເກັບບັນທຶກໄວ້
2022-12-13
ຜູ້ຕິດຢາເສບຕິດ ຢູ່ ສປປ ລາວ ມີເພີ່ມຂຶ້ນຫລາຍ ຈົນລົ້ນສູນປິ່ນປົວ ແລະ ບໍາບັດ ໃນຂະນະທີ່ການອົບຣົມ ຝືກວິຊາຊີພ ໃຫ້ແກ່ກຸ່ມດັ່ງກ່າວ ກໍຍັງບໍ່ທັນໄດ້ເຮັດຢ່າງຈິງຈັງເທຶ່ອ, ງົບປະມານທີ່ຈະຊ່ອຍບຳບັດບໍພຽງພໍ ຍິ່ງກວ່ານັ້ນ ການປ້ອງກັນ, ປາມປາບ ການເສບຢາເສບຕິດ ບໍ່ມີປະສິດທິພາບ ເທົ່າທີ່ຄວນ.
2022-12-13
ພັນທະມິຕ ເພື່ອປະຊາທິປະໄຕໃນລາວ ຮ່ວມກັບອົງການຂເມນເສຣີ ເດີນຂະບວນປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕໃນລາວ ແລະ ກັມພູຊາ.
2022-12-13
ຄົບຮອບ 10 ປີ ການສູນຫາຍ ຂອງ ທ່ານ ສົມບັດ ສົມພອນ ຍາດພີ່ນ້ອງ ຍັງລໍຖ້າຄຳຕອບ ຈາກຣັຖບານລາວ ຊຶ່ງຮວມນາໆຊາຕ ທວງຖາມ ການຫາຍສາບສູນໄປ ຂອງທ່ານສົມບັດ ແລະເຮັດໃຫ້ເກີດຄຳຖາມ ດ້ານສິດທິມະນຸສ ແລະຄວາມປອດພັຍ ກັບພົລເມືອງລາວ.
2022-12-13
ເມື່ອວັນທີ 15 ທັນວາ ເປັນມື້ຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ອາວຸໂສດີເດັນ ແລະ ເຈົ້າຂອງຣາງວັນ ແມັກໄຊໄຊ ສາຂາການພັທນາຊຸມຊົນ ຊາວລາວ, ຖືກບັງຄັບ ໃຫ້ຫາຍສາບສູນໄປ.
2022-12-12
ທາງການລາວ ແລະ ບໍຣິສັດໄທຍ ເຊັນສັນຍາສັມປະທານ ໂຄງການໄຟຟ້າ ພລັງງານລົມ ຂນາດ 600 ເມກາວັຕ ຢູ່ເຊກອງ ແລະອັດຕະປື ເພື່ອສົ່ງໄຟຟ້າ ຂາຍໃຫ້ປະເທດວຽດນາມ.
2022-12-12
ຣັຖບານລາວ ເຊັນ MOU ຮ່ວມກັບບໍຣິສັດ H&B STO Lao ຈໍາກັດ ເພື່ອສຶກສາ ຄວາມເປັນໄປໄດ້ໃນການສ້າງ ກະຕ່າລອຍຟ້າ ຢູ່ເມືອງວັງວຽງ ແຂວງວຽງຈັນ.
2022-12-12
ເປັນເວລາ 10 ປີ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ດີເດັ່ນຂອງລາວ ຖືກລັກພາໂຕໄປ ມື້ນີ້ ຈະໃຫ້ທ່ານ ມາ ຮູ້ຈັກວ່າ ທ່ານ ສົມບັດ ເປັນໃຜມາຈາກໃສ.
2022-12-12
ຢ່າງໜ້ອຍ ໂຮງຮຽນ ໃນເມືອງໂຂງ 21 ແຫ່ງ ຕ້ອງຖືກຍຸບ ເພາະບໍ່ມີຄຣູພຽງພໍ ທີ່ຈະສອນ ເຮັດໃຫ້ນັກຮຽນ ຕ້ອງປ່ຽນໂຮງ ແລະໄລຍະທາງ ເປັນອຸປສັກຢ່າງນຶ່ງ, ສ່ວນການຂາດຄຣູສອນນັ້ນ ມາຈາກຈຳນວນຣັຖກອນຄຣູ ຫລຸດລົງ ແລະຄຣູອາສາສມັກ ລາອອກຈຳນວນຫຼາຍຂຶ້ນ ທຸກປີ.
2022-12-11
ຫົວໜ້າ ສາສນາຄຣິສຕຽນ ພະມ້າ ຈາກແຂວງກະຈິນ ຖືກຈັບ ແລະຖືກຫ້າມອອກນອກ ປະເທດ ໃນຂະນະທີ່ ທ່ານຈະຂຶ້ນເຮືອບິນ ໄປປິ່ນປົວ ຢູ່ບາງກອກ ປະເທດໄທຍ ໃນຂໍ້ຫາ ຊັກຊວນ ໃຫ້ມີການຕໍ່ຕ້ານ ກຸ່ມຜະເດັດການ ທະຫານພະມ້າ.
2022-12-11
ການຮ່ວມມື ແບບກວມລວມ ລະຫວ່າງ ສະຫະຣັຖ ອາເມຣິກາ ແລະ ສປປ ລາວ ໄດ້ຮັບ ຜົລສຳເຣັດ ຫລາຍພໍສົມຄວນ ໃນໄລຍະ 5 ປີ ຜ່ານມາ, ໂດຍສະເພາະ ການລົງທຶນ ໃນໄລຍະຍາວ ແບບຍືນຍົງ ແລະ ເທັກໂນໂລຢີ ດິຈີຕອລ.
2022-12-11
ການເດີນຂະບວນປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ ແລະ ກັມພູຊາ ຢູ່ຕໍ່ໜ້າ ສະພາຢູໂຣບ ທີ່ນະຄອນຫລວງບຣັສໂຊລສ໌ ປະເທດແບລຢ໋ຽມ.
2022-12-11
ການເດີນທາງໄປ ຕ່າງປະເທສ ຂອງທ່ານຜຸຍ ຊນະນິກອນ ທີ່ຄຶດວ່າ ເປັນການໜີ ເຫຕການວຸ້ນວາຍ ໄປຊົ່ວຄາວ ກັບກາຍເປັນການໄປ ລີ້ພັຍການເມືອງ ຢູ່ຕ່າງປະເທສ ຢ່າງຖາວອນ.
2022-12-11
ເປີດກອງປະຊຸມ ສະພາແຫ່ງຊາຕ ປະຊາຊົນຢາກໃຫ້ ແກ້ໄຂບັນຫາ ຄ່າຄອງຊີພ, ຄົນງານ ທວງເງິນຄ່າມັດຈຳ ໄປເຮັດວຽກ ຢູ່ຕ່າງປະເທດ ຄືນ, ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ມີອາຊຍາກັມ ຫຼາຍຢ່າງ ລາວຄວບຄຸມບໍ່ໄດ້.
2022-12-10
ແມ່ນ້ຳຂອງ ທີ່ເປັນແມ່ນ້ຳ ທີ່ມີຄວາມຍາວ ອັນດັບ 12 ຂອງໂລກ ຕອນນີ້ ແມ່ນ້ຳຂອງ ກຳລັງປະເຊີນກັບສິ່ງທີ່ທ້າທາຍ ຈາກການສ້າງເຂື່ອນ ຂນາດໃຫຍ່ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບຢ່າງຮຸນແຮງ ຕໍ່ລະບົບນິເວດ ແລະ ວິຖີຊີວິຕ ຂອງປະຊາຊົນຈຳນວນຫຼາຍ.
2022-12-10
ເຫຕການວຸ້ນວາຍ ໃນນະຄອນຫຼວງວຽງຈັນ ຫຼັງຈາກ ທີ່ມີທະຫານ ແລະ ເຈົ້າໜ້າທີ່ແນວລາວ ເຂົ້າມາ ຕັ້ງຢູ່ແລ້ວ ນັບມື້ ຮ້າຍແຮງຂຶ້ນຊັ່ກໄຊ້ ທ່າມກາງຄວາມເມີນເສີຍ ຂອງເຈົ້າໜ້າທີ່ບ້ານເມືອງ ທີ່ມີໜ້າທີ່ ປົກຄອງປະເທດ, ໂດຍສະເພາະ ນາຍົກສຸວັນນະພູມາ.