ສປປລາວ ບໍ່ສາມາດຄວບຄຸມ ອາຊຍາກັມ ໃນ ຂສພ ສາມຫຼ່ຽມຄຳ
2022.12.11

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເປີດກອງປະຊຸມ ສະພາແຫ່ງຊາຕ ປະຊາຊົນຢາກໃຫ້ ແກ້ໄຂບັນຫາ ຄ່າຄອງຊີພ, ຄົນງານ ທວງເງິນຄ່າມັດຈຳ ໄປເຮັດວຽກ ຢູ່ຕ່າງປະເທດ ຄືນ, ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ມີອາຊຍາກັມ ຫຼາຍຢ່າງ ລາວຄວບຄຸມບໍ່ໄດ້.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ຂສພ ສາມຫຼ່ຽມຄຳ ມີອາຊຍາກັມ ຫຼາຍຢ່າງ ແຕ່ລາວ ຄວບຄຸມບໍ່ໄດ້”
“ຢູ່ລາວ ບໍ່ຮູ້ຫຍັງດອກວ່າ ຈີນ ມັນມາເຮັດ ທຸລະກິດ ຜິດກົດໝາຍ, ຈິນ ມັນເອົາເງິນ ອັດປາກ ຜູ້ມີ ອໍານາດແລ້ວ, ມັນຢາກເຮັດຫຍັງ ກໍເຮັດໄດ້, ໃນສາມຫຼຽ່ມຄໍານັ້ນ ຜູ້ນໍາເຮົາ ກໍຮູ້ວ່າ ເປັນສະຖານທີ່ ເຮັດທຸລະກິດ ຜິດກົດໝາຍ, ເດັກຍິງລາວ ອາຍຸ 14-15 ປີ, ໄປຂາຍບໍຣິການ ໃຫ້ຈີນ, ແຕ່ ຜູ້ນໍາເຮົາ ກໍເຮັດ ຄືບໍ່ຮູ້ຫຍັງ. ຕິດຫຼຽນ ໃຫ້ມັນຊໍ້າ.”
“ເຈົ້າໜ້າທີ່ລາວ ທີ່ຢູ່ໃນເຂດນັ້ນແທ້ໆ ແຕ່ບໍ່ສາມາດ ເຂົ້າໄປ ແກ້ບັນຫາໄດ້ ກະຍ້ອນ ພັກ-ລັດ ປ່ອຍໃຫ້ນາຍທຶນ ເປັນເຈົ້າ, ມອບສິດອຳນາດ ໃຫ້ເຂົາ ໄປທັງໝົດແລ້ວ ສິ່ງ ທີ່ຕາມມາ ກໍຄື ເຫັນໃນທຸກມື້ນີ້ ລາວເປັນທາດ ຄົນຈີນ ໃນເຂດນັ້ນແລ້ວ.”
“ແບບວິທີ... ງູເຫລືອມ ກີນເຫຍື່ອ, ໂຕໃຫຍ່ກວ່າ ມັນຕັ້ງຫລາຍເທົ່າ, ມັນກໍຍັງ ສາມາດ ກືນກີນໄດ້... ເຂົາກໍໃຊ້ ວິທີນີ້ ຄືກັນຄ່ອຍໆເຊື່ອມຊືມ ໄປເທື່ອລະນ້ອຍ, ສົ່ງຄົນຈີນ ເຂົ້າໄປ ແຕ່ລະປະເທດ ໃນໂລກນີ້ ແລ້ວອີກບໍ່ນານ ໂລກນີ້ ຈະເປັນຂອງຈີນ ຈະໄປຊາຫຍັງ ຊໍ່າບ້ານເຮົາ ຫຍິບມີດຽວ.”
“ໃນເຂດສັມປະທານເຊົ່າ ເຂົາກໍມີສິດ ໃນການບໍຣິຫານ ທຸກຢ່າງ ໃນໄລຍະເວລາ ທີ່ເຂົາສັນຍາ ສັມປະທານຮັ່ນ, ມັນຈະມີ ຂອບເຂດ ຂອງມັນ ຕາມສອງຝ່າຍ ເຊັນກັນໄວ້ ຖ້າປະຕິບັດ ສັນຍາ ບໍ່ໄດ້, ລາວ ກະຈຳເປັນ ຕ້ອງຕັດສິດ ກ່ອນສັນຍາໄດ້ ຂ່າວດີ- ຂ່າວຮ້າຍ ໃນທຸກວັນຜ່ານມາ ໃນຄິງໂຣມັນ ມັນແມ່ນ ເຣືີ່ອງຂອງເຂົາ ໃນເຂດສັມປະທານ ຄົນເຮົາຢູ່ນອກ ໃຜຢາກສ່ຽງເຂົ້າໄປ ກະຕ້ອງຮອບຄອບ ໃຫ້ດີ, ລັກເຂົ້າລັກອອກ ຕີນ ສັ້ນມືຍາວ ຫຼື ເປັນນັກເລງ ໃນເຂດເຂົາ ສັມປະທານ, ມັນກະຄື ຈະບໍ່ມ່ວນຫັ້ນແລ້ວ ຜູ້ບໍ່ໄປ ຫຼືໄປ ແບບຖືກຕ້ອງ ກະບໍ່ມີໃຜ ຮັບຂ່າວຮ້າຍ ປານໃດ ແລະ ຍັງມີ ທາງອອກຢູ່ ສ່ວນພວກຖືກໂຊກບໍ່ດີ ກະມີຫັ້ນແລ້ວ, ຖ້າຮູ້ແລ້ວ ຢ່າເຂົ້າໄປ ເບິ່ງໜ້າ-ເບິ່ງຫຼັງ ໃຫ້ດີກ່ອນ ພີ່ນ້ອງ.”
“ເຈົ້າໜ້າທີ່ລາວ ບໍ່ສາມາດຫຍຸ້ງກ່ຽວ, ແຕ່ສາມາດ ປະດັບຫຼຽນໄຊ ໄດ້ນໍ່. ເວົ້າປານ ລັດຖະບານລາວ ຢ້ານເອົາແທ້ເອົາວ່າ, ກ່ອນອະນຸຍາດ ໃຫ້ສ້າງເຂົາ ກໍມີການເຊັນສັນຍາ ຕາມຂອດ ຕ່າງຝ່າຍ-ຕ່າງມີ ຜົນປະໂຫຍດ, ມີການວາງລະບຽບ, ການກວດກາ ຄຸ້ມຄອງ, ຖ້າລະເມີດ ບໍ່ຍອມ ປະຕິບັດ ກໍມີສິດ ຮື້ຖອນ. ຄວນຟັງ ຂ່າວລາວ ຫຼາຍກ່ວາ ໄປຟັງ ຂ່າວຕ່າງຊາດ ເພາະ ຢູ່ໃນດິນແດນລາວ, ລາວຕ້ອງເປັນ ເຈົ້າການ ຢ່າໃຫ້ໃຜ ຕົວະຍົວະ ໄດ້ງ່າຍໆ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!