ຢູ່ເມືອງໂຂງ ມີໂຮງຮຽນ ຖືກຍຸບແລ້ວ 21 ແຫ່ງ ຍ້ອນຂາດຄຣູ
2022.12.12

ທ່ານ ສາຍທອງ ໄຊຍະວົງ ສະມະຊິກສະພາ ແຫ່ງຊາຕ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ຊີ້ແຈງ ຕໍ່ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ຜ່ານມາວ່າໂຮງຮຽນປະຖົມສຶກສາ ຢູ່ເມືອງໂຂງ ແຂວງຈຳປາສັກຖືກຍຸບ 21 ແຫ່ງຍ້ອນຂາດຄຣູສອນ ເຮັດໃຫ້ນັກຮຽນ ຈຳນວນຫລາຍ ຕ້ອງໄດ້ຮັບຜົລກະທົບ ດ້ານຮໍ່າຮຽນທົ່ວເມືອງ ເປັນຕົ້ນ ການເດີນທາງ ທີ່ຫຍຸ້ງຍາກ ໃນການໄປໂຮງຮຽນ ແລະສ່ຽງພັຍ ໃນເວລາເດີນທາງ.
ດັ່ງທ່ານ ສາຍທອງ ໄຊຍະວົງ ສະມາຊິກ ສະພາແຫ່ງຊາຕ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ກ່າວວ່າ:
“ຂອບເຂດຂອງເມືອງໂຂງເນາະ ຄັນຂາດຄຣູ ຈັ່ງຊັ້ນແຫລະ ກໍໂຮງຮຽນ ກໍຕ້ອງໄດ້ຍຸບ ໃນເມືອງໂຂງຍຸບເຖິງ 21 ແຫ່ງ ໄດ້ຍ້າຍນັກຮຽນໄປຮຽນຢູ່ 7 ໂຮງຮຽນເນາະ ມັນບັນຫາມັນບັນຫາ ຢູ່ບ່ອນວ່າ ໃນເມື່ອຫາກຍ້າຍນັກຮຽນເນາະ ມັນບັນຫາຄວາມຫຍຸ້ງຍາກ ຂອງນັກຮຽນຫັ້ນ ຢູ່ເມືອງໂຂງ ມັນເປັນເກາະ ເປັນດອນ ມັນບໍ່ມີດິນຕໍ່ແຜ່ນ ບັນຫາມັນຍາກຢູ່ນີ້.”
ທ່ານກ່າວຕື່ມວ່າ ຈາກບັນຫາດັ່ງກ່າວ ຈຶ່ງສເນີຕໍ່ຣັຖບານ ແລະກະຊວງ ສຶກສາທິການ ໃຫ້ເບິ່ງຄືນໂຄຕ້າ ຣັຖກອນຄຣູ ເພື່ອຈັດສັນຄຣູ ໄປສອນນັກຮຽນ ໃນເຂດຫຍຸ້ງຍາກ ສັບສົນ ທີ່ນັກຮຽນຕ້ອງ ຂ້າມນໍ້າ, ລອຍແພ ເປັນກໍຣະນີພິເສດ.
ໂຮງຮຽນປະຖົມສຶກສາ 21 ແຫ່ງທີ່ຍຸບໄປ ຕາມການຣາຍງານຂອງ ສະມາຊິກສະພາ ເລືອກຕັ້ງເຂດ 15 ນັ້ນ ແມ່ນເປັນໂຕເລຂແຕ່ປີ 2016-2022 ເນື່ອງຈາກ ໂຮງຮຽນດັ່ງກ່າວ ຂາດຄຣູສອນ ພາຍຫລັງຣັຖກອນຄຣູ ອອກບຳນານຈຳນວນຫລາຍ ໂດຍສະເພາະໃນປີ 2021 ມີຣັຖກອນຄຣູ ອອກບຳນານ 65 ຄົນ ແລະ ປີ 2022 ມີຣັຖກອນຄຣູອອກບຳນານ 50 ຄົນ ອີກທັງຄຣູອາສາສມັກ ກໍພາກັນອອກທຸກປີ ຍ້ອນບໍ່ໄດ້ໂຄຕ້າ ຣັຖກອນຄຣູ ມາຫລາຍປີແລ້ວ.
ສ່ວນໂຄຕ້າ ຣັຖກອນຄຣູ ທົ່ວເມືອງຮັບພຽງປີລະ 1-2 ຄົນ ເຮັດໃຫ້ໂຮງຮຽນ ປະຖົມສຶກສາ 21 ແຫ່ງບໍ່ສາມາດດໍາເນີນການ ເປີດການຮຽນ-ການສອນໄດ້ ຕ້ອງໄດ້ຍຸບໂຮງຮຽນໄປ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງໂຂງ ແຂວງຈຳປາສັກ ຜູ້ທີນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ທັນວານີ້ວ່າ:
“ຫລັກໆ ກໍແມ່ນຂາດຄຣູສອນແຫລະ ເພາະຄຣູເພິ່ນປະຈຳຢູ່ຫັ້ນ ເພິ່ນໄດ້ເຂົ້າຮັບອຸດໜູນ ບຳນານແລ້ວກໍເລີຍບໍ່ມີຄຣຸສອນແທນ ເພິ່ນມັນກໍຈຳເປັນອາສາ ເພິ່ນກໍອອກປະມານ 2-3 ຄົນ ເທົ່ານັ້ນດອກ ກໍບໍ່ຫລາຍປານໃດ ບໍ່ເຖິງຂັ້ນອອກໝົດ ຄັນວ່າໄປອອກໝົດ ກໍແຮງຊິຍຸບຫລາຍ ຢູ່ດອກ ມັນກໍຕ້ອງໄດ້ເພີ່ມນາຍຄຣູຫັ້ນແລ້ວ ຄັນວ່າຢາກແກ້ຫັ້ນນ່າ ຄັນວ່າເປັນສະພາບຄືທຸກມື້ ຊຸດຊິມາ ມັນກໍຈຳເປັນຍຸບ ເຂົ້າໄປອີກຫັ້ນແລ້ວ.”
ທ່ານກ່າວຕື່ມວ່າ ປັດຈຸບັນຈຳນວນຄຣູອາສາ ທົ່ວເມືອງໂຂງມີ 40 ຄົນຈາກປີ 2020 ມີ 48 ຄົນ. ສ່ວນຫລ້າສຸດ ຈຳນວນຣັຖກອນຄຣູ ທົ່ວເມືອງໂຂງ ມີທັງໝົດ 600 ຄົນ. ຕາມຄວາມເປັນຈິງ ຕ້ອງການຣັຖກອນຄຣູເພີ່ມ 200 ຄົນ ເພື່ອໃຫ້ພຽງພໍ ຕໍ່ຄວາມຕ້ອງການ ຂອງຈຳນວນນັກຮຽນ.
ບໍ່ສະເພາະແຕ່ໂຮງຮຽນ ປະຖົມສຶກສາຢູ່ເມືອງໂຂງ ຂາດຄຣູສອນເທົ່ານັ້ນ ແຕ່ລວມເຖິງໂຮງຮຽນ ມັທຍົມສຶກສາ ຢູ່ເມືອງໂຂງ ກໍຂາດຄຣູສອນ ແຕ່ເມືອງໂຂງ ຍັງແກ້ໄຂໄດ້ ໂດຍໃຫ້ຄຣູສອນ ທີ່ເຫລືອ ຫລຸດເວລາສອນ ໃນບາງວິຊາ ຍົກໂຕຢ່າງວິຊາພາສາອັງກິດ ເຄີຍສອນ 3 ຊົ່ວໂມງ ຕໍ່ສັປດາມາ ໃຫ້ສອນ 2 ຊົ່ວໂມງ ຕໍ່ສັປດາ ແລ້ວເອົາເວລາທີ່ເຫລືອ ໄປສອນນັກຮຽນ ຊັ້ນອື່ນ ທີ່ຂາດຄຣູສອນ ແທນ.
ເມື່ອນັກຮຽນ ບໍ່ມີໂຮງຮຽນ ປະຖົມໃກ້ບ້ານ ເພື່ອຍ່າງໄປຮຽນ ແລ້ວຕ້ອງໄດ້ຍ້າຍໄປຮຽນ ຢູ່ໂຮງຮຽນຫ່າງຈາກບ້ານ ປະມານ 2-3 ກິໂລແມັດ ກໍເຮັດໃຫ້ນັກຮຽນ ຈຳນວນນຶ່ງ ປະລະການຮຽນ ຍ້ອນພໍ່-ແມ່ຜູ້ປົກຄອງ ບໍ່ມີຍານພາຫະນະ ແລະເງິນຈ້າງຣົຖ, ຈ້າງເຮືອໄປສົ່ງ ລູກ-ຫລານ ໃນແຕ່ລະເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງໂຂງ ແຂວງຈຳປາສັກ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:
“ຈຳນວນນຶ່ງ ກໍຈຳເປັນໄດ້ປະລະຫັ້ນລະ ກໍຈຳນວນໜ້ອຍສຸດແຫລະ ທີ່ເພິ່ນປະສ່ວນໃຫຍ່ ພວກເຂົາເຈົ້າກໍໄດ້ຮຽນເນາະ ເຂົາກໍໄປຝາກນຳພີ່ນຳ ນ້ອງບໍ່ຫລືວ່າພໍ່-ແມ່ໄປສົ່ງ ເອົາຄືຢູ່ແຜ່ນດິນໃຫຍ່ ແຖວທີ່ນານາກະສັງແຫລະເນາະ ພວກເກາະດອນນີ້ ກໍເຂົາກໍໃຫ້ໄປລ້ຽງນຳ ເອື້ອຍນຳນ້ອງມັນຫັ້ນ ແລ້ວສ່ວນໃຫຍ່.”
ຜູ້ປົກຄອງນັກຮຽນ ຢູ່ເມືອງໂຂງ ກໍມີຄວາມເປັນຫ່ວງ ນັກຮຽນທີ່ໂຮງຮຽນ ຖືກຍຸບໄປແລ້ວ ຈຳນວນນຶ່ງຕ້ອງໄດ້ຂີ່ເຮືອ ໄປຮຽນ ຊຶ່ງອາຈມີຄວາມສ່ຽງ ຕໍ່ການເກີດອຸປັດຕິເຫດໄດ້ ໂດຍສະເພາະຣະດູຝົນ ທີ່ປະຣິມານນໍ້າ ມີຈຳນວນຫລາຍ.
ດັ່ງຜູ້ປົກຄອງ ນັກຮຽນຢູ່ເມືອງໂຂງ ແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:
“ຄວາມເປັນຫ່ວງ ເປັນຫ່ວງເດ້ເພາະວ່າ ມັນໄດ້ນຶ່ງຄືນັກຮຽນ ເຮົາມັນໄດ້ທຽວທາງໄກ ຍົກໂຕຢ່າງວ່າຊິຂ້າມມາ ຂ້າມນໍ້າລອຍວັງ ໄປຮຽນຢູ່ບ່ອນອື່ນ ແຕ່ກໍມີອັຕຣາສ່ຽງ ກໍຣະນີ ຄືວ່າເດືອນ 5, ເດືອນ 6 ຈັ່ງຊີ້ມັນຕ້ອງໃຊ້ເຮືອໃຫຍ່ ວ່າຊັ້ນສະເຮືອໃຫຍ່ ມັນຈັ່ງສາມາດລໍາລຽງ ນັກຮຽນເຮົາໄດ້ຫັ້ນນ່າ ມັນກໍຍາກໃນການໄປມາ ເຮົາຕ້ອງໃດ້ໃຊ້ວ່າໃຊ້ເຮືອໃຫຍ່ ຂອງບ້ານບໍ່ຮັບສົ່ງເຂົາເຈົ້າ.”
ປີ 2022 ຢູ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ບໍ່ມີການຍຸບໂຮງຮຽນ ຍ້ອນຂາດຄຣູສອນແຕ່ມີການຍຸບຊັ້ນອະນຸບານ 1-2 ແລ້ວ ເຫລືອແຕ່ຊັ້ນຕຣຽມ ຄືອະນຸບານ 3 ສ່ວນໃຫຍ່ເດັກນ້ອຍ ອາຍຸ 5 ປີ ຮຽນຊັ້ນນີ້ ຫລືບາງທ້ອງຖິ່ນຮຽນຊັ້ນຕຣຽມ ວ່າຊັ້ນ ປ.ຕຣຽມ ຈຳນວນ 3-4 ແຫ່ງ ຍ້ອນຂາດຄຣູສອນເຮັດໃຫ້ ການພັທນາມັນສະໝອງ ຂອງເດັກນ້ອຍລາວ ແຕ່ຍັງນ້ອຍບໍ່ເຕັມເມັດ ເຕັມໜ່ວຽ ນັກຮຽນຂຽນ-ອ່ານພາສາລາວບໍ່ໄດ້ ຍ້ອນນັກຮຽນ ບໍ່ໄດ້ຜ່ານການຮຽນຊັ້ນອະນຸບານ 1-2 ແຕ່ມາຮຽນຊັ້ນຕຣຽມ ຕອນເຂົາເຈົ້າອາຍຸ 5 ປີເລີຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ກ່າວໃນມື້ດຽວກັນວ່າ:
“ຄັນເຮົາເປີດຮັບອະນຸບານ ຫັ້ນມັນຕ້ອໄດ້ເດັກນ້ອຍ 3 ປີກໍມີ 4 ປີ ກໍມີ, 5 ປີກໍມີ ແຕ່ວ່າເຮົາເຮັດເປັນຫ້ອງຕຣຽມປຸບ ເຮົາໄດ້ແຕ່ນັກຮຽນແຕ່ 5 ປີ. ເຣື່ອງຈຳນວນນັກຮຽນ ແນ່ນອນແຫລະ ມັນຕ້ອງຫລຸດລົງເຣື່ອງຄຸນນະພາບ ກໍແນ່ນອນແຫລະ ມັນບໍ່ໄດ້ຜ່ານມາມາແຕ່ອະນຸບານ 1 ຊົ່ວຊິຂຶ້ນມາຮອດ ຫ້ອງຕຣຽມຄວາມພ້ອມ ມັນກໍບໍ່ມີມາຮອດ ປ.1 ເຂົາກໍຈັບມື ຂຽນມີຫຍັງຕ່າງໆ ບາງເທື່ອເຮົາກໍຍຸບ ເປັນຫ້ອງຕຣຽມ ຄຣູປະຖົມສອນຈັ່ງຊີ້ຫັ້ນນ່າ ຄຣູອະນຸບານເຮົາບໍ່ມີເດ້, ຄຣູອາສາ ເຮົາລາ ບາງແຫ່ງຄຣູເຂົ້າບຳນານນີ້.”
ສ່ວນຢູ່ເມືອງປາກອູ ແຂວງຫລວງພຣະບາງ ມີບັນຫາຂາດຄຣູຄືກັນ ແຕ່ບໍ່ໄດ້ມີການຍຸບໂຮງຮຽນ ແລະ ຊັ້ນຮຽນ ແຕ່ໃຊ້ວິທີໃຫ້ນາຍຄຣູ ທີ່ເຫລືອ ສອນຄວບອາຍຸ ຫລືສອນຊັ້ນອະນຸບານ 1-2 ໄປພ້ອມກັນ ແລະ ສອນຊັ້ນ ປ.ຕຣຽມ ອະນຸບານ 3 ກັບ ຊັ້ນ ປ.1 ໄປພ້ອມກັນ ເພື່ອໃຫ້ນັກຮຽນ ຍັງຢູ່ໃນລະບົບການສຶກສາ ແລະມີຄວາມຜູກພັນ ກັບໝູ່, ນາຍຄຣູ ແລະ ໂຮງຮຽນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງປາກອູ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ເອົາອັນນ່າ ປ.ຕຣຽມນ່າໄປຝາກນຳ ປ.1 ລັກສະນະພໍໃຫ້ໃຫ້ເຂົາເຈົ້າ ໄດ້ມາຮຽນຮູ້ບາງດ້ານ ຂອງຊັ້ນ ປ.1 ແຕ່ວ່າອາຍຸ ປ.ຕຣຽມ ບໍ່ຮອດ ບໍ່ໄດ້ສາມາດຂຶ້ນ ຊັ້ນ ປ.1 ໄດ້ຫັ້ນນ່າ ເພາະວ່າເຈົ້າລັກສະນະ ຄົນຝາກ, ອາສາສມັກລາອອກແດ່ ອັນທີ 2 ອາຍຸກະສຽນ ຮອດບຳນານແລ້ວ ໂຕເລຂທີ່ຈະມາທົດແທນຫັ້ນ ຫັ້ນມັນບໍ່ມີ ຕ້ອງໄດ້ແກ່ດຶງຫັ້ນ ແກ້ນີ້ຫັ້ນນ່າ ຜ້າຫົ່ມມັນສັ້ນ ດຶງປົກຫົວ ກໍປະທາງຕີນ ເອົາໄປປົກຕີນ ກໍປະທາງໜ້ານີ້.”
ໃນໄລຍະ 3 ປີຜ່ານມາ 2020-2022 ຣັຖບານລາວ ໄດ້ຫລຸດຈຳນວນໂຄຕ້າ ຣັຖກອນຄຣູ ທົ່ວປະເທດທຸກປີ ຄືປີ 2020 ມີໂຄຕ້າ ຣັຖກອນຄຣູ 966 ຄົນ. ປີ 2021 ມີໂຄຕ້າ ຣັຖກອນຄຣູ 530 ຄົນ ແລະ ປີ 2022 ມີໂຄຕ້າຣັຖກອນຄຣູ 340 ຄົນ.
ຊຶ່ງການຫລຸດຈຳນວນ ໂຄຕ້າ ຣັຖກອນຄຣູ ຕິດຕໍ່ກັນນີ້ ເປັນແຮງຈຸງໃຈຫລັກ ເຮັດໃຫ້ຄຣູອາສາສມັກ ທົ່ວປະເທດ ລາອອກ ຍ້ອນບໍ່ມີຄວາມຫວັງ ອັນເປັນບັນຫານຶ່ງ ເຮັດໃຫ້ຕ້ອງມີການຍຸບໂຮງຮຽນ ໃນບາງເມືອງ ແລະ ຄຸນນະພາບ ການສຶກສາ ສາຍສາມັນ ຕ້ອງຂາດຄຸນນະພາບ ແລະ ມີຈຳນວນນັກຮຽນປະລະ ການຮຽນ ເພີ່ມຂຶ້ນ.