ຄຣູບໍ່ພຽງພໍ ເປັນບັນຫາຕໍ່ເນື່ອງ ທີ່ຣັຖຍັງແກ້ໄຂບໍ່ໄດ້

ພູວົງສ໌
2023.02.16
ຄຣູບໍ່ພຽງພໍ ເປັນບັນຫາຕໍ່ເນື່ອງ ທີ່ຣັຖຍັງແກ້ໄຂບໍ່ໄດ້ ນັກຮຽນກຳລັງເຂົ້າໂຮງຮຽນ ທີ່ໂຮງຮຽນແຫ່ງນຶ່ງ ທາງພາກເໜືອ ຂອງລາວ, ເດືອນ ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ເມື່ອວັນທີ 17 ມົກກະຣາ ທີ່ຜ່ານມາ, ສຳນັກງານນາຍົກຣັຖມົນຕຣີ ໄດ້ອອກໜັງສືແຈ້ງການ ສະບັບເລຂທີ 18/ນຍ ວ່າດ້ວຍການແບ່ງໂຕເລຂຣັຖກອນ ປະຈຳປີ 2023 ຈຳນວນ 800 ຄົນ. ໃນນີ້, ໄດ້ກຳນົດໃຫ້ມີໂກ່ຕ້າຣັຖກອນຄຣູ 285 ຄົນ, ເຊິ່ງຖືເປັນຈຳນວນທີ່ຫຼຸດລົງ ຈາກຈຳນວນໂກ່ຕ້າຣັຖກອນຄຣູ ໃນໄລຍະ 3 ປີທີ່ຜ່ານມາ. ກ່ຽວກັບເຣື່ອງນີ້, ຄຣູອາສາສມັກ ທ່ານນຶ່ງ ກໍໃຫ້ຄວາມເຫັນວ່າ ໂກ່ຕ້າຣັຖກອນຄຣູໃນປີນີ້ ໜ້ອຍທີ່ສຸດ ໃນຮອບ 3 ປີ ແລະ ຍິ່ງຈະເຮັດໃຫ້ໂອກາດ ໃນການບັນຈຸເປັນຣັຖກອນຄຣູ ຂອງຄຣູອາສາສມັກຫຼາຍຄົນ ຍິ່ງມີໜ້ອຍລົງໄປຕື່ມ. ດັ່ງຄຣູອາສາສມັກ ທີ່ເຮັດວຽກມາ 6 ປີ ຢູ່ເມືອງປາກຊັນ ແຂວງບໍຣິຄຳໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກຸມພາ 2023 ນີ້ວ່າ:

“ຖ້າທຽບ (ໂກ່ຕ້າຣັຖກອນຄຣູ) ກັບຈຳນວນຄຣູອາສາສມັກ ກໍໜ້ອຍແຫຼະ. ໂກ່ຕ້າໃນເມືອງ ກໍມາທຸກປີນັ້ນແຫຼະ, ແຕ່ວ່າມາໜ້ອຍ ປີລະທຶນ ສອງທຶນ, ຊີ້ນ່າ. ທຽບແຕ່ກ່ອນ ກໍຫຼຸດລົງຫຼາຍ.”

ໂກ່ຕ້າຣັຖກອນຄຣູ ທີ່ຫຼຸດລົງເລື້ອຍໆທຸກປີນີ້ ກາຍເປັນປັດຈັຍນຶ່ງທີ່ສຳຄັນ ເຮັດໃຫ້ຄຣູອາສາສມັກ ຈຳນວນຫຼາຍ ພາກັນລາອອກ ເພາະບໍ່ໄດ້ຮັບໂກ່ຕ້າ ເຖິງແມ່ນວ່າ ຈະສອນມາເປັນເວລາດົນແລ້ວກໍຕາມ. ຄຣູອາສາສມັກ ທີ່ລາອອກໄປເຮັດວຽກເອກຊົນ ກໍມັກຈະຊັກຊວນ ຄຣູອາສາສມັກຄົນອື່ນໆ ອອກນຳ ຍ້ອນວ່າ ຖ້າຍຶດອາຊີບຄຣູອາສາສມັກຕໍ່ໄປ ຄົງບໍ່ກຸ້ມກິນ ຈົນກາຍເປັນສາເຫດຫຼັກ ເຮັດໃຫ້ເກີດການຂາດແຄນຄຣູ ຫຼາຍຂຶ້ນກວ່າເກົ່າ. ດັ່ງອະດີດຄຣູອາສາສມັກ ທີ່ຫາກໍລາອອກ ເມື່ອຕົ້ນປີນີ້ ຜູ້ນຶ່ງ ທີ່ເຮັດວຽກມາແລ້ວ 8 ປີ, ແຕ່ບໍ່ໄດ້ໂກ່ຕ້າຣັຖກອນຄຣູ ຢູ່ແຂວງອຸດົມໄຊ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໄລຍະທີ່ສອນທຳອິດຫັ້ນ, ໂກ່ຕ້າມັນຈະໄດ້ຫຼາຍ, ແຕ່ວ່າດຽວນີ້ ມັນຈະຫຼຸດລົງ, ຫຼຸດລົງໄດ໋. ສ່ວນຫຼາຍທີ່ອອກໄປ ກໍຈະສອນເປັນ 6 ປີ, 7 ປີ, 8 ປີ ແລ້ວກໍພາກັນບໍ່ໄດ້ ກໍພາກັນອອກ. ສ່ວນຫຼາຍຜູ້ທີ່ວ່າເຂົາສອນ ແລ້ວອອກໄປເຮັດວຽກເອກຊົນ ບໍຣິສັດຫັ້ນ ເຂົາຈະໃຫ້ເງິນດີກວ່າ ແລ້ວກໍຊັກຊວນກັນ ບອກຕໍ່ໆກັນໄປ ແລ້ວກໍພາກັນອອກ.”

ຍານາງກ່າວຕື່ມວ່າ ເມື່ອຣັຖບານ ປະກາດຈຳນວນຣັຖກອນຄຣູ ໃນແຕ່ລະປີ ແລະ ກະຊວງສຶກສາ ແບ່ງໂກ່ຕ້າໃຫ້ແຂວງຕ່າງໆ ເພື່ອຮັບຄຣູອາສາສມັກ ເຂົ້າເປັນຣັຖກອນແລ້ວ ສ່ວນຫຼາຍ ຜູ້ທີ່ເສັງໄດ້ເປັນຣັຖກອນຄຣູ ມັກຈະແມ່ນນັກສຶກສາຈົບໃໝ່ ທີ່ເປັນລູກເຈົ້າ-ຫຼານນາຍ ແລະ ມີເງິນ ໃນການແລ່ນເອກສານຕ່າງໆ ຈົນໄດ້ເປັນຣັຖກອນຄຣູ ກ່ອນຜູ້ອື່ນ.

ໃນສ່ວນຄຣູອາສາສມັກ ທີ່ເຮັດວຽກມາແລ້ວ 5 ປີ ຢູ່ເມືອງຊຳເໜືອ ແຂວງຫົວພັນ ນາງນຶ່ງ ກໍກ່າວວ່າ ວຽກຄຣູອາສາສມັກ ນັບມື້ນັບໜັກໄປໜ້າ ຍ້ອນຕ້ອງສອນຄວບຫຼາຍຊັ້ນຮຽນ ແລະ ໃນໄລຍະເສຖກິຈ ບໍ່ດີແບບນີ້ ກໍຍິ່ງເຮັດໃຫ້ພວກເຂົາ ຮູ້ສຶກໝົດກຳລັງໃຈ ຍ້ອນການເປັນຄຣູອາສາສມັກ ບໍ່ມີເງິນເດືອນ.

ດັ່ງຍານາງກ່າວວ່າ:

“ກໍຂ້ອນຂ້າງໜັກໜ່ວງຢູ່ໄດ໋. ທຽວມາໂຮງຮຽນກໍໄກ ຫຍຸ້ງຍາກຫຼາຍແນວເນາະ ຄຣູອາສາເນາະ ເພາະວ່າ ຍັງບໍ່ທັນມີເງິນເດືອນ, ຫັ້ນນ່າ. ເສຖກິຈເຮົາ ອັນໃດກໍແພງເນາະ ສິນຄ້າອັນໃດກໍແພງ. ກໍບໍ່ຮູ້ວ່າເນາະ ວ່າຊິໄດ້ ຫຼືບໍ່ໄດ້, ຫັ້ນນ່າ ເພາະວ່າຍັງຍາກຢູ່ ເຮົາບໍ່ຮູ້ວ່າ ຊິຢູ່ໄປແນວໃດ, ຫັ້ນນ່າ ມັນບໍ່ມີຄວາມຫວັງເນາະ.”

ເຖິງແມ່ນວ່າ ຈະມີໂຕເລຂຣັຖກອນຄຣູ ອອກມາແລ້ວ, ແຕ່ຫຼາຍແຂວງ ກໍຍັງບໍ່ໄດ້ຮັບການຈັດສັນ ແບ່ງປັນໂກ່ຕ້າຄຣູ ໃຫ້ແຕ່ລະແຂວງເທື່ອ ເປັນຕົ້ນ ໃນແຂວງຫຼວງພຣະບາງ ທີ່ມີຄຣູອາສາສມັກ ຢູ່ປະມານ 700 ຫາ 800 ຄົນນັ້ນ, ກໍຍັງບໍ່ໄດ້ຮັບໂຕເລຂໂກ່ຕ້າ ຈັດສັນຣັຖກອນຄຣູເທື່ອ.

ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ຢູ່ແຂວງຫຼວງພຣະບາງ ນາງນຶ່ງ ກ່່າວວ່າ:

“ທາງກະຊວງ ເພິ່ນຍັງບໍ່ແບ່ງປັນໃຫ້ແຕ່ລະແຂວງເທື່ອ. ອັນ (ປີກ່ອນ) ໄດ້ປະມານ 10 ປາຍ. ໂກ່ຕ້າມາໜ້ອຍ ມັນຈະບໍ່ພໍ ເພາະວ່າ ຜູ້ທີ່ເປັນອາສາສມັກເນາະ ທົ່ວແຂວງນີ້ ເກືອບພັນແລ້ວ, ແຕ່ໂຕເລຂມາແຕ່ 10 ປາຍໂຕ, ບໍ່ຮອດຮ້ອຍ.”

ແຂວງສວັນນະເຂດ ກໍເປັນອີກແຂວງນຶ່ງ ທີ່ມີຄຣູອາສາສມັກຫຼາຍ ແລະ ທັງເປັນແຂວງ ທີ່ໄດ້ຮັບການຈັດສັນ ໂກ່ຕ້າຣັຖກອນຄຣູ ຫຼາຍກວ່າໝູ່, ແຕ່ກໍຍັງຖືວ່າບໍ່ຫຼາຍ ເມື່ອທຽບກັບຈຳນວນຄຣູອາສາສມັກ 1,500 ຄົນ ທັງໝົດແຂວງ ທີ່ຢາກໄດ້ຮັບການບັນຈຸ ເປັນຣັຖກອນຄຣູ. ນອກຈາກນີ້, ເຖິງແມ່ນວ່າ ຈະມີພະນັກງານຄຣູ 8,000 ປາຍຄົນຢູ່ແລ້ວ, ແຕ່ຈຳນວນຄຣູສອນ ກໍຍັງບໍ່ພຽງພໍ ຕໍ່ຈຳນວນນັກຮຽນ ທີ່ເພີ່ມຂຶ້ນໃນແຕ່ລະປີ.

ໃນເດືອນກຸມພາ ນີ້, ທາງແຂວງ ກໍຍັງບໍ່ໄດ້ຮັບການຈັດສັນ ໂຕເລຂໂກ່ຕ້າຣັຖກອນຄຣູ ຈາກກະຊວງສຶກສາທິການ ແລະ ກິລາເທື່ອ ວ່າ ຈະໄດ້ໂກ່ຕ້າຣັຖກອນຄຣູຈັກຄົນ, ໂດຍປີກ່ອນໆ ແຕ່ລະເມືອງ ພາຍໃນແຂວງສວັນນະເຂດ ຈະໄດ້ໂກ່ຕ້າສ່ຳກັນ ຄືປະມານ 4 ຄົນຕໍ່ເມືອງ, ອ້າງອີງຂໍ້ມູນ ຈາກເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງສວັນນະເຂດ.

ໃນລະວ່າງປີ 2020-2022 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ ໄດ້ດຳເນີນການຮັບ ແລະ ບັນຈຸຣັຖກອນຄຣູ ເປັນຈຳນວນ 1,814 ຄົນ. ໃນນັ້ນ, ເປັນການຮັບ ແລະ ບັນຈຸ ໃນປີ 2020 ຈຳນວນ 966 ຄົນ, ໃນປີ 2021 ຮັບຈຳນວນ 530 ຄົນ ແລະ ໃນປີ 2022 ທີ່ຜ່ານມານີ້ ມີການຮັບ ແລະ ບັນຈຸພຽງ 318 ຄົນເທົ່ານັ້ນ. ໂດຍແຂວງທີ່ໄດ້ຮັບ ໂກ່ຕ້າຣັຖກອນຄຣູ ຫຼາຍກວ່າໝູ່ ແມ່ນແຂວງສວັນນະເຂດ 55 ຄົນ, ແຂວງຈຳປາສັກ 33 ຄົນ ແລະ ແຂວງສາຣະວັນ 28 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.