ເຣື້ອງທີ່ເກັບບັນທຶກໄວ້
2024-08-09
ຄົນງານລາວຈຳນວນຫຼາຍ ຈຳເປັນຕ້ອງເຮັດວຽກທີ່ອັນຕະລາຍ ໂດຍທີ່ບໍ່ໄດ້ຮັບຄ່າຈ້າງເພິ້ມແລະໂດຍທີ່ບໍ່ໄດ້ຮັບຄຳແນະນຳຊ່ວຍເຫຼືອແຕ່ຢ່າງໃດ.
2024-08-09
ຂໍ້ມູນຈາກພົນລະເມືອງ ເຮັດໃຫ້ເຈົ້າໜ້າທີ່ ສາມາດຈັບກຸມ ກຸ່ມຄົນຈຳນວນໜຶ່ງ ທີ່ເຄື່ອນໄຫວຄ້າຂາຍ ແລະຂົນສົ່ງຢາເສບຕິດ ຈຳນວນຫຼາຍຢູ່ຕາມຊາຍແດນ ລາວ-ຫວຽດນາມ.
2024-08-09
ປ້າຍໂຄສະນາ ທີ່ບໍ່ຖືກລະບຽບການ ຢູ່ນະຄອນຫຼວງວຽງຈັນ 204 ປ້າຍ ແລະເທີບຮ້ານອີກ 97 ຮ້ານ ຖືກຮື້ຖອນ ສ່ວນເຈົ້າຂອງປ້າຍຜູ້ນຶ່ງ ທີ່ຖືກທາງການຮື້ຖອນ ກ່າວວ່າ ປ້າຍໂຄສະນາຮ້ານຂອງຕົນວ່າ ຖືກຮື້ຖອນ ເພາະວ່າ ມັນເປັນເລື່ອງການຈັດສັນ ຄວາມເປັນລະບຽບ ສໍາລັບກອງປະຊຸມສຸດຍອດອາຊຽນ.
2024-08-09
ຄົນລາວຈຳນວນຫຼາຍໄດ້ໃຫ້ຄວາມສົນໃຈ ແລະ ຕິດຕາມເບິ່ງການແຂ່ງຂັນກິໂລໂອລິມປິກ 2024 ທີ່ນະຄອນຫຼວງປາຣິສ ປະເທດຝຣັງ ເຊີ່ງຕິດຕາມປະເພດກິລາຕ່າງ ໆ ໂດຍສະເພາະກິລາປະເພດທີ່ມີທີມຈາກປະເທດໃນອາຊ້ຽນເຂົ້າແຂ່ງຂັນ ແລະ ມີຄວາມຫວັງຫຼາຍ ທີ່ສຸດໃນການໄດ້ຫຼຽນລາງວັນ.
2024-08-09
ກຸ່ມແກ້ງຄອນເຊັນເຕີ-ແກ້ງສະແກມເມີ ຫຼື ແກ້ງສໍ້ໂກງທາງໂທລະຄົມ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງສໍ້ໂກງຊັບຂອງຜູ້ຄົນ ຢ່າງຕໍ່ເນື່ອງ ເຖິງວ່າຈະມີການປາບປາມຢ່າງໝັກຢູ່ກໍຕາມ.
2024-08-08
ໂຄງການພັດທະນາ ຂອງລັດ ຢູ່ແຂວງອັດຕະປື ຍັງບໍ່ສາມາດ ຊ່ອຍໃຫ້ຊາວບ້ານໄດ້ຮັບປະໂຫຍດເທົ່າທີ່ຄວນ ຍ້ອນໂຄງການສ່ວນນຶ່ງ ມີບັນຫາທີ່ຕ້ອງໄດ້ແກ້ໄຂ ເນື່ອງຈາກງົບປະມານ ບໍ່ພຽງພໍ ຂະນະທີ່ໂຄງການ ທີ່ດໍາເນີນຢູ່ ເປັນຕົ້ນ ໂຄງການສໍາປະທານ ເນື້ອທີ່ດິນປູກກ້ວຍ ແລະ ປູກອ້ອຍ ກໍບໍ່ໄດ້ສ້າງລາຍຮັບ ທີ່ຢືນຍົງ ໃຫ້ຊາວບ້ານ.
2024-08-08
ຊາວບ້ານ 106 ຄອບຄົວ ລວມພົນລະເມືອງທັງໝົດ 488 ຄົນ ຢູ່ບ້ານຈັດສັນບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ເຊີ່ງເປັນບ້ານທີ່ຖືກຍົກຍ້າຍຈາກໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ ຍັງຕ້ອງການຄວາມຊ່ວຍເຫຼືອຫຼາຍດ້ານ ໂດຍສະເພາະດ້ານອາຊີບ ເປັນຕົ້ນວຽກງານການປູກຝັງ ແລະ ລ້ຽງສັດ ເພື່ອເຮັດໃຫ່ແຕ່ລະຄອບຄົວມີລາຍໄດ້ ເປັນຫຼັກແຫຼ່ງ.
2024-08-08
ຊາວບ້ານ ທີ່ອາໄສຢູ່ຕາມແຄມນໍ້າຄານ ກັງວົນໃຈ ຍ້ອນເຂື່ອນໄຟຟ້ານໍ້າຄານ 2 ແລະ 3 ລະບາຍນໍ້າ ອອກຈາກເຂື່ອນ ແຕ່ຊາວບ້ານ ຈຳນວນນຶ່ງ ພັດບໍ່ທັນຮັບຮູ້ ການແຈ້ງເຕືອນ.
2024-08-08
ປະມານເດືອນພຶດສະພາ ຫາ ເດືອນກໍລະກົດ 2024 ເຈົ້າໜ້າທີ່ໄທຊ່ວຍເດັກຍີງລາວ ທີ່ເປັນຄົນຊົນເຜົ່າຈາກແຂວງສາລະວັນ 3 ຄົນ ກັບຄືນປະເທດລາວໄດ້ທັງໝົດ ໃນນັ້ນ 2 ຄົນອາຍຸປະມານ 15-17 ປີຖືກນາຍໜ້າຄົນລາວຕົວະໄປຄ້າແຮງງານ ແລ້ວບໍ່ໄດ້ຮັບເງິນເດືອນ ແລະຖືກທຳຮ້າຍຮ່າງກາຍ.
2024-08-07
ຊາວບ້ານ ຢູ່ເມືອງຄູນ ແຂວງ ຊຽງຂວາງ ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນແຮ່ທາດ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ຍ້ອນວ່າ ຄ່າຊົດເຊີຍຕໍ່າກວ່າລາຄາດິນເຂົາເຈົ້າ.
2024-08-07
ນອກຈາກຂົວມິດ ຕະພາບລາວ-ໄທ ແລ້ວ, ຍັງມີໂຄງການໂລຊິສຕິກ ແລະແຫຼ່ງທ່ອງທ່ຽວຄົບວົງຈອນ ເຖິງແມ່ນວ່າໂຄງການແຫຼ່ງທ່ອງທ່ຽວນີ້ ຍັງຢູ່ໃນຂັ້ນຕອນຂອງການຕົກລົງກັບຊາວບ້ານ ແຕ່ຄາດວ່າ ໂຄງການນີ້ຈະກວມເອົາດິນ ຂອງຊາວບ້ານ ຊຶ່ງຜູ້ທີ່ຈະໄດ້ຮັບຜົນກະທົບ ຢ່າງໜ້ອຍ 39 ຄອບຄົວ.
2024-08-07
ການປ່ຽນແປງ ຂອງສະພາບດິນຟ້າອາກາດ ເຮັດໃຫ້ເກີດບົ້ງຝູງ ທຳລາຍເຂົ້ານາປີ ຂອງຊາວນາ ໃນປີນີ້ ໃນເຂດພາກໃຕ້, ໂດຍສະເພາະເຂດເມືອງໂຂງ ແຂວງຈຳປາສັກ ເຮັດໃຫ້ຊາວນາ ຄາດວ່າ ຈະບໍ່ໄດ້ຜົນຜະລິດ ເຕັມເມັດເຕັມໜ່ວຍ.
2024-08-07
ລັດຖະບານລາວ ລົ້ມແຫຼວ ໃນການແກ້ໄຂບັນຫາລາຄາສິນຄ້າ ແລະອັດຕາແລກປ່ຽນເງິນຕາ ທີ່ສູງຂຶ້ນ ຍ້ອນການຜະລິດສິນຄ້າ ພາຍໃນປະເທດບໍ່ພຽງພໍ, ບໍ່ເຂັ້ມແຂງ ໂດຍອາໄສການນໍາເຂົ້າມາຈາກຕ່າງປະເທດເປັນສ່ວນຫຼາຍ ເຮັດໃຫ້ ສປປ ລາວ ຂາດດຸນການຄ້າ ຢ່າງຕໍ່ເນື່ອງ.
2024-08-07
ຜູ້ປະກອບການຂາຍລົດໃຫຍ່ມືສອງ ເຫັນວ່າ ຈະບໍ່ໄດ້ຮັບຜົນກະທົບໃດໆ ຕໍ່ແຈ້ງການໂຈະຊົ່ວຄາວ ການນຳເຂົ້າຍານພາຫະນະ ຂອງກະຊວງການຄ້າ ທີ່ບໍ່ອະນຸຍາດ ໃຫ້ນຳເຂົ້າ ຍານພາຫະນະເບົາ ທີ່ມີລາຄາ 50,000 ໂດລ້າຣ໌ສະຫະລັດ ຂຶ້ນໄປ.
2024-08-06
ລັດຖະບານເລັ່ງແກ້ໄຂ ຄວາມບໍ່ເຊື່ອໝັ້ນຕໍ່ເງິນກີບ ທີ່ຍັງຜັນຜວນ ເຖີງວ່າພາກລັດ ແລະ ພາກປະຊາຊົນຈະຊ່ອຍກັນລະດົມ ໃຫ້ໃຊ້ເງິນກີບແຕ່ນັ້ນຍັງບໍ່ແມ່ນທາງອອກ ເຊິ່ງນັກວິເຄາະ ເຕືອນວ່າ ລາວຍັງຕ້ອງໃຊ້ເວລາອີກຫຼາຍປີ ເພື່ອກອບກູ້ຄວາມເຊື່ອໝັ້ນ ຕໍ່ຄ່າເງິນກີບ.