ເຣື້ອງທີ່ເກັບບັນທຶກໄວ້
2023-11-06
ກຸ່ມຄົນບໍ່ດີເຄື່ອນໄຫວ ສໍ້ໂກງຊັພພົລເມືອງ ດ້ວຍຮູບແບບການແລກປ່ຽນ ເງິນທີ່ຜິດກົດໝາຍ ຢູ່ເຂດເທສບານເມືອງຄຳ ຖືກເຈົ້າໜ້າທີ່ ຈັບໄດ້ແລະຍັງຢູ່ໃນລະຫວ່າງການສືບສວນ ແລະ ສອບສວນ ເພື່ອຫາຄວາມເຊື່ອມໂຍງ ກັບກຸ່ມອື່ນໆອີກຕໍ່ໄປ.
2023-11-06
ນັບແຕ່ເດືອນມົກກະຣາ ຫາເດືອນສິງຫາ ປີ 2023 ນີ້ ຣັຖວິສາຫະກິຈໄຟຟ້າລາວ ໄດ້ກວດພົບລູກຄ້າໃນທົ່ວປະເທດ ຈໍານວນ 172 ບັນຊີີ ມີການລັກໄຟຟ້າ ແລະດັດແປງໝໍ້ນັບໄຟ ເຊິ່ງໄດ້ສ້າງຄວາມເສັຍຫາຍ ຕໍ່ຣັຖວິສາຫະກິຈໄຟຟ້າລາວ ເຖິງ 108 ຕື້ກີບ.
2023-11-06
ທາງການແຂວງນໍ້າທາ ປະຕິບັດວິໄນ ກຸ່ມພະນັກງານ-ຣັຖກອນ ຈໍານວນທັງໝົດ 41 ຄົນຕາມມະຕິ ຂອງກອງປະຊຸມ ຄົ້ນຄ້ວາວິໄນ ຕໍ່ພະນັກງານ-ຣັຖກອນ ລົງວັນທີ 02 ມິຖຸນາ 2023 ໂດຍພະນັກງານ-ຣັຖກອນ ທັງໝົດນີ້ລະເມີດ ຕໍ່ກົດລະບຽບຂອງພັກ.
2023-11-06
ໄທດໍາ ເປັນຊົນກຸ່ມນ້ອຍ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ.
2023-11-06
ແມ່ຍິງຄົນນຶ່ງ ຖືກສຶກສາອົບຮົມ ແລະ ປັບໃໝ ຍ້ອນຖາຍຮູບຕຳຣວຈ ລົງສື່ສັງຄົມອອນລາຍນ໌ ແລະ ປະຊາຊົນຢາກໃຫ້ແກ້ໄຂ ບັນຫາເສຖກິຈ ເປັນວາຣະດ່ວນ ໃນການປະຊຸມສະພາ, ສານເຄມີ ແອມໂມເນັຽ ຮົ່ວໄຫຼ ຢູ່ເຂດບ້ານວຽງຈະເລີນ ສົ່ງກິ່ນເໝັນ ກະທົບຕໍ່ສຸຂພາບຂອງປະຊາຊົນ.
2023-11-04
ອາຊີ ເຮີ (Asee Her) Mister Universe Laos 2023 ຄົນທໍາອິດ ຂອງ ປະເທດລາວ.
2023-11-03
ອົງການ WWF ຊຶ່ງເປັນອົງການສັດປ່າສາກົລ ສເນີໃຫ້ຣັຖບານລາວ ສ້າງສາພັທນາປະເທດຊາຕ ໂດຍສະເພາະ ສ້າງລາຍຮັບທີ່ເປັນເງິນຕຣາ ຕ່າງປະເທດເຂົ້າມາ ດ້ວຍການຫຼຸດຜ່ອນ ຫຼືວ່າ ຢຸດເຊົາການສ້າງເຂື່ອນ ໃຫ້ພັທນາດ້ານກະສິກັມ, ດ້ານການທ່ອງທ່ຽວ ຍ້ອນລົງທຶນຕໍ່າ.
2023-11-03
ຄົນລາວ, ຄົນໄທຍ, ຄົນເນປາລ, ຄົນເອທິໂອເປັຍ ລວມທັງໝົດ ປະມານ 500 ຄົນ ຖືກທະຫານພະມ້າຈັບເປັນໂຕປະກັນ ຫຼືໃຊ້ໂລ້ມະນຸສ ແລະ ໃຊ້ຂຸດຂຸມຫຼົບໄພ ຫຼືຂຸມຄອງ ໃຫ້ທະຫານພະມ້າ ຢູ່ເຂດ ພາກເໜືອ ຂອງຣັຖສານ.
2023-11-03
ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ປະຕິບັດວິໄນ ຕໍ່ນາຍ ແລະພົນຕໍາຣວດ ທີ່ເຮັດວຽກ ປະຈໍາຢູ່ດ່ານສາກົລບໍ່ເຕັນ ຮວມທັງໝົດ 78 ຄົນ ໃນນັ້ນ ມີຈໍານວນ 5 ຄົນ ໃຫ້ອອກຈາກພັກ, ປະຕິບັດວິໄນ ໄລ່ອອກຈາກກໍາລັງ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ຕາມກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສງົບ.
2023-11-03
ສະມາຊິກສະພາແຫ່ງຊາຕ ສເນີໃຫ້ ປິດການໃຊ້ສື່ສັງຄົມອ໋ອນລາຍນ໌ ຈາກຕ່າງປະເທດ ເຊັ່ນດຽວກັບປະເທດຈີນ, ຖ້າຫາກຣັຖບານ ຍັງບໍ່ສາມາດການຄວບຄຸມ ການໂຈມຕີຣັຖບານ ຈາກສື່ສັງຄົມອ໋ອນລາຍນ໌ໄດ້ ໂດຍສະເພາະສື່ສັງຄົມອ໋ອນລາຍນ໌ ທີ່ຢູ່ນອກປະເທດລາວ.
2023-11-02
ຜແນກຖແລງຂ່າວ, ວັທນະທັມ ແລະທອ່ງທ່ຽວ ນະຄອນຫລວງວຽງຈັນ ຕຣຽມມາຕການແກ້ໄຂ ບັນຫາການສົ່ງສຽງດັງ ໃນເວລາວິການ ຈາກຮ້ານບັນເທີງ ແລະຮ້ານອາຫານ ຕ່າງໆ ໃນນະຄອນຫລວງວຽງຈັນເຣີ່ມແຕ່ເດືອນພຶສຈິການີ້ ພ້ອມຈັດຕັ້ງເບີ້ໂທຣະສັບສາຍດ່ວນ ເພື່ອຮັບຄຳຮ້ອງຮຽນ ຈາກປະຊາຊົນ.
2023-11-02
ບໍຣິສັດ ພາວເວີໄຊນ່າ ຂອງຈີນ ໄດ້ເປີດລະບົບ ການບໍຣິຫານຈັດການນ້ຳ ແບບລວມສູນ ຂອງເຂື່ອນໄຟຟ້ານ້ຳອູ ທັງ 7 ແຫ່ງ ໃນແຂວງຫຼວງພຣະບາງ ແລະ ແຂວງຜົ້ງສາລີ ເພື່ອບໍຣິຫານຈັດການນ້ຳ ໃຫ້ມີປະສິດທິພາບ ແລະ ປ້ອງກັນໄພນ້ຳຖ້ວມ ທີ່ອາດເກີດຈາກເຂື່ອນໄຟຟ້ານ້ຳອູ.
2023-11-02
ປະເທດເຢັຍຣະມັນ ໄດ້ກັບຄືນມາ ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນມູນຄ່າ 24 ລ້ານ ຢູໂຣ ເພື່ອລົບລ້າງ ຄວາມທຸກຍາ ກເຂດຊົນນະບົດ ໂດຍສະເພາະແຂວງຫົວພັນ ແລະ ແຂວງ ຜົ້ງສາລີ ເພື່ອພັທນາໂຄງຮ່າງພື້ນຖານ ແລະ ການສຶກສາເປັນຕົ້ນ.
2023-11-02
ສະມາຊິກສະພາ ຮຽກຮ້ອງໃຫ້ ຣັຖບານ ຕັ້ງໜ້າແກ້ໄຂຫຼາຍບັນຫາ ຂອງປະຊາຊົນ ໂດຍສະເພາະ ບັນຫາເສຖກິຈ-ການເງິນ ແລະ ບັນຫາເງີນເຟີ້ ຄ່າຄອງຊີບແພງ ລວມທັງບັນຫາ ຖນົນຫົນທາງ ເປ່ເພ ທີ່ສ້າງຄວາມເດຶອດ ຮອ້ນໃຫ້ແກ່ປະຊາຊົນ.
2023-11-01
ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ໂຄງການທາງ ຣົຖໄຟ ລາວ-ຈີນ ຍັງບໍ່ສ້າງຜົລກໍາໄລໄດ້ ຈາກການສ້າງໜີ້ສິນ ເທົ່ານັ້ນ.