ອົງການ WWF ສເນີໃຫ້ຣັຖບານລາວ ມຸ້ງໝັ້ນພັທນາແຫຼ່ງລາຍຮັບ ກະສິກັມ
2023.11.03

ອົງການ WWF ຊຶ່ງເປັນອົງການສັດປ່າສາກົລ ສເນີໃຫ້ຣັຖບານລາວ ສ້າງສາພັທນາປະເທດຊາຕ ໂດຍສະເພາະ ສ້າງລາຍຮັບທີ່ເປັນເງິນຕຣາຕ່າງປະເທດເຂົ້າມາ ດ້ວຍການຫຼຸດຜ່ອນ ຫຼືວ່າ ຢຸດເຊົາການສ້າງເຂື່ອນ ໃຫ້ພັທນາດ້ານກະສິກັມ ໃຫ້ຊຸກຍູ້ສົ່ງເສີມປະຊາຊົນຜລິດຜົລ ແລະສົ່ງອອກ ຈຶ່ງຈະໄດ້ເງິນຕຣາຕ່າງປະເທດເຂົ້າມາ ນອກຈາກນັ້ນແລ້ວ ແມ່ນໃຫ້ສົ່ງເສີມຂແນງການທ່ອງທ່ຽວ ເພາະວ່າໄດ້ເງິນສົດເຂົ້າມາແບບໄວໆແລະງ່າຍໆ ແລະປະຊາຊົນທັງກະສິກັມ ແລະທັງການທ່ອງທ່ຽວ ກໍຈະໄດ້ມີວຽກເຮັດງານທໍາ.
ເວົ້າເຖິງການສ້າງເຂື່ອນ, ໂຄງການບໍ່ແຮ່ ແລະອື່ນໆໃນລາວ ກໍເປັນວຽກງານຂອງຣັຖບານ ຮວມທັງລົງທຶນກໍຫຼາຍ ໂຕຢ່າງ ການກໍ່ສ້າງທາງຣົຖໄຟລາວ-ຈີນ ເຮັດໃຫ້ຣັຖບານ ມີໜີ້ສິນຫຼາຍ, ດັ່ງນັ້ນ ອົງການ WWF ຈຶ່ງສເນີແນວທາງໃຫ້ຣັຖບານລາວ ມາໃຫ້ສົ່ງເສີມ 3 ແນງການ ຄື: ດ້ານກະສິກັມ, ດ້ານການທ່ອງທ່ຽວ ແລະການຜລິດກະແສໄຟຟ້າເພື່ອຂາຍ ໃຫ້ໄດ້ເງິນຕຣາຕ່າງປະເທດເຂົ້າມາ ດ້ວຍພະລັງານທົດແທນ ເຊັ່ນ: ພະລັງງານລົມ ແລະແສງຕາເວັນ ເຊິ່ງທັງໝົດ ເປັນຂແນງການທີ່ໃຊ້ຕົ້ນທຶນຕໍ່າ ແລະສ້າງຜົລກະທົບໜ້ອຍກວ່າ ການສ້າງເຂື່ອນໄຟຟ້າຫຼາຍ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ພາກປະຊາສັງຄົມ ດ້ານສິ່ງແວດລ້ອມ ທ່ານນຶ່ງກ່າວວ່າ ການຫຼຸດຜ່ອນ ການສ້າງເຂື່ອນໄຟຟ້າ ຫຼືໂຄງການບໍ່ແຮ່ນັ້ນ ອາດເປັນໄປໄດ້ຍາກ ຍ້ອນຍັງມີທ່າແຮງໃຫ້ເຮັດຕື່ມໄດ້ ສິ່ງທີ່ພາກຣັຖຄວນເອົາໃຈໃສ່ຕື່ມ ຈຶ່ງເປັນເຣື່ອງການບໍຣິຫານຈັດການ ການຄຸ້ມຄອງການພັທນາໃຫ້ດີຂຶ້ນກວ່າເກົ່າ.
ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ພຶສຈິກາ 2023 ວ່າ:
“ຄິດວ່າ ຊິຫຼຸດຜ່ອນລົງ ມັນກໍຊິຫຼຸດບໍ່ໄດ້ດອກເຈົ້າ ເພາະວ່າ ໂຕນີ້ມັນກໍຈະເປັນແຫຼ່ງເງິນຕຣາ ຕ່າງແຕ່ວ່າ ການບໍຣິຫານຈັດການ ການຄຸ້ມຄອງໃຫ້ມັນດີກວ່າເກົ່າຫັ້ນນ່າ ເບິ່ງທ່າແຮງເຂື່ອນໄຟຟ້າ ມັນກໍໄປເລື້ອຍໆແລ້ວເນາະ ທ່າແຮງເຣື່ອງບໍ່ແຮ່ນີ້ແນ່ນອນ ຄັນເພິ່ນປັບປຸງລະບົບຕ່າງໆ ກ່ອນຊິເຮັດຫຍັງ ກໍຕ້ອງມີການວິໄຈສິ່ງແວດລ້ອມຕ່າງໆຫັ້ນນ່າ ໃຫ້ມັນດີຂຶ້ນ ແລ້ວກໍໃຫ້ມັນມີສ່ວນຮ່ວມ ຂອງຊຸມຊົນໃຫ້ມັນຫຼາຍຂຶ້ນ ໃຫ້ຂະເຈົ້າມີຜົລປໂຍດຮ່ວມຫັ້ນນ່າ ມັນໜ້າຈະດີ.”
ຢ່າງໃດກໍຕາມ ການຫາລາຍຮັບທີ່ເປັນເງິນຕຣາຕ່າງປະເທດ ໃນພາກກະສິກັມ ເຣີ່ມມີໃຫ້ເຫັນແລ້ວໃນລາວ ເປັນຕົ້ນ ການສົ່ງອອກກາເຟ ແຕ່ໃນພາກກະສິກັມອິນຊີ ແລະກະສິກັມອື່ນໆ ຍັງບໍ່ສາມາດເຮັດໄດ້ ຍ້ອນຍັງຂາດເຂີນຕົ້ນທຶນ, ເຕັກໂນໂລຈີ, ຄວາມສາມາດດ້ານການຂົນສົ່ງ.
ດັ່ງທ່ານກ່າວຕື່ມວ່າ:
“ກະສິກັມດຽວນີ້ຢູ່ໄລຍະ ທີ່ກໍາລັງປັບປຸງ ບໍ່ທັນເຖິງຂັ້ນຟື້ນໂຕຫັ້ນນ່າ ຄັນຊິຫາລາຍຮັບຕ່າງປະເທດນີ້ ມັນກໍຊິຍາກຢູ່ ເຣີ່ມມີແລ້ວ ຄືກາເຟ ກາເຟນີ້ ສາມາດດືງລາຍຮັບແລ້ວ ແຕ່ວ່າຄືກະສິກັມອິນຊີ ຫຼືກະສິກັມອື່ນໆ ມັນຍັງບໍ່ໄດ້ ມັນຕ້ອງໄດ້ລົງທຶນ ອຸດສາຫະກັມເຂົ້າມາຕື່ມ ເພື່ອແປຮູບ ຄັນເຮົາແປຮູບບໍ່ໄດ້ ຄັນເຮົາຍົກຄຸນນະພາບສິນຄ້າບໍ່ໄດ້ ເຮົາກໍສົ່ງອອກບໍ່ໄດ້ ຕ້ອງໄດ້ມີ ນັກວິຊາການ ດ້ານການຕລາດ ເຂົ້າມາເສີມໃຫ້ເຂົາເຈົ້າຫັ້ນນ່າ.”
ສໍາລັບການທ່ອງທ່ຽວ ປະເທດລາວ ຖືວ່າ ມີສັກກະຍະພາບຫຼາຍດ້ານ ເປັນຕົ້ນ ດ້ານການທ່ອງທ່ຽວດ້ານທັມມະຊາຕ ແລະດ້ານວັທນະທັມ ອີກທັງ ການເປີດໃຊ້ຣົຖໄຟຄວາມໄວສູງ ກໍຈະຊ່ອຍດືງດູດນັກທ່ອງທ່ຽວຈາກຕ່າງປະເທດ ໃຫ້ເຂົ້າມາທ່ຽວລາວ ໄດ້ຫຼາຍຂຶ້ນ ສໍາລັບຂໍ້ທ້າທາຍ ທີ່ຕ້ອງໃຫ້ຣັຖບານສືບຕໍ່ແກ້ໄຂ ແລະພັທນາຕື່ມ ທ່ານ (Sam Hilton) ຊຶ່ງເປັນນຶ່ງ ໃນຜູ້ວິໄຈບົດຣາຍງານດັ່ງກ່າວ ຈາກບໍຣິສັດ ໃຫ້ຄໍາປຶກສາ Seneca Impact Advisors ກ່າວຜ່ານອີແມລ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຂໍ້ທ້າທາຍ ໃນພາການທ່ອງທ່ຽວ ກໍຄື ຄວາມເສື່ອມໂຊມຂອງສິ່ງແວດລ້ອມ (Environmental Degradation) ຈາກຫຼາຍປັດຈັຍ ເປັນຕົ້ນ ການພັທນາເມືອງ ການກໍ່ສ້າງໂຄງຮ່າງພື້ນຖານ ແລະຝຸ່ນ ມົລພິດ ນອກຈາກນີ້ ປັດຈຸບັນ ລາວຍັງມີສະຖານທີ່ທ່ອງທ່ຽວຈໍາກັດ ແລະການຂົນສົ່ງ ຍັງບໍ່ທົ່ວເຖິງ.”
ສໍາລັບຂແນງການຫັນປ່ຽນ ເປັນພະລັງງານທົດແທນນັ້ນ ມີທ່າແຮງທີ່ຈະຊ່ອຍປະຢັດງົປມານ ໄດ້ເຖິງ 80-100 ລ້ານໂດລ້າຣ໌ສະຫະຣັຖ ຕໍ່ປີ ໂດຍສານມາດທົດແທນ ການນໍາເຂົ້າໄຟຟ້າ ໃນຊ່ວງຣະດູແລ້ງ ຂອງລາວໄດ້ ແລະປະເທດລາວ ຖືວ່າ ມີທ່າແຮງໃນເຣື່ອງນີ້ຢູ່ຫຼາຍ ຍ້ອນປັດຈຸບັນ ມີການລົງທຶນໃນໂຄງການ ພະລັງງານທາງເລືອກແລ້ວ ເປັນຕົ້ນ ໂຄງການພະລັງງານແສງຕາເວັນ, ພະລັງງານລົມ ແລະຊີວິມວນ.
ດັ່ງນັກສິ່ງແວດລ້ອມ ອີກທ່ານນຶ່ງ ກ່າວວ່າ:
“ພະລັງງານແສງອາທິດ ຢູ່ລາວກໍມີເນາະ ພະລັງງານລົມນີ້ ຢູ່ລາວເຮົາ ກໍາລັງຈັດຕັ້ງຢູ່ທາງພາກໃຕ້ ຖືວ່າ (ຜົລກະທົບ) ໜ້ອຍກວ່າເນາະ ເພາະມັນບໍ່ໄດ້ມີຜົລເສັຍໃຫ້ກັບພື້ນທີ່ ສົມມຸດວ່າ ເຂົາເຈົ້າຢຸດການທໍາກິຈການໂຕນີ້ເນາະ ຕໍ່ໄປພື້ນທີ່ ສາມາດທໍາການຜລິດໄດ້ ເຂື່ອນ ຖ້າມັນເຮັດຄືກັນ ແລ້ວອາຍຸການໃຊ້ງານຫຼາຍປີໄປ ມັນກໍອາຈມີຜົລກະທົບ ກັບຊຸມຊົນ.”
ການເພີ່ມຄວາມຫຼາກຫຼາຍ ຂອງແຫຼ່ງລາຍຮັບເງິນຕຣາຕ່າງປະເທດ ຈະຊ່ອຍບັນເທົາ ແຮງກົດດັນດ້ານງົປມານ ແລະເຮັດໃຫ້ເຂົ້າເຖິງໂອກາດອື່ນໆ ທີ່ມີຄວາມສ່ຽງຕໍ່າ ຫາກບັນຫາໜີ້ສິນດັ່ງກ່າວ ບໍ່ໄດ້ຮັບການແກ້ໄຂ ສະຖານະດ້ານງົປມານຂອງປະເທດລາວ ຈະມີຄວາມທ້າທາຍ ຈົນຮອດປີ 2026.

ການສືບຕໍ່ລົງທຶນມະຫາສານ ໃນການຜລິດເຂື່ອນໄຟຟ້າ ນອກຈາກຈະມີຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມແລ້ວ ຍັງມີຄວາມສ່ຽງ ທີ່ຈະແກ່ຍາວ ຄວາມອ່ອນແອທາງງົປມານ ອອກໄປອີກ, ດັ່ງທ່ານ Marc Goichot ຫົວໜ້າໂຄງການ Freshwater ຂອງອົງການສັດປ່າສາກົລ ໃນພູມມິພາກເອເຊັຽ-ແປຊິຝິກ ກ່າວຜ່ານອີແມລ ວ່າ:
“ຄວາມສ່ຽງ ຂອງໂຄງການການເຂື່ອນໄຟຟ້ານັ້ນ ມີຫຼາຍດ້ານ ເຮົາຕ້ອງຮຽນຮູ້ ຈາກບົດຮຽນໃນໄລຍະ 20 ປີ ທີ່ຜ່ານມາ ເຖິງຜົລໄດ້ຜົລເສັຍ ລະຫວ່າງ ການສ້າງລາຍຮັບ ແລະຜົລກະທົບ ທັງທາງດ້ານກົງ ແລະທາງອ້ອມ ຂອງເຂື່ອນໄຟຟ້າ ເຮົາຕ້ອງຄໍານືງ ຜົລຕອບແທນທີ່ເຮົາຄາດຫວັງ ບໍ່ໄດ້ກາຍເປັນຄວາມຈິງເທື່ອ ໂລກໄດ້ປ່ຽນໄປແລ້ວ ແລະທາງເລືອກໃໝ່ໆ ກໍເກີດຂຶ້ນຫຼາຍ ຜົລກະທົບດ້ານລົບຂອງເຂື່ອນໄຟຟ້າ ຕໍ່ການປະມົງ ຝຸ່ນຕົມ ໃນແມ່ນໍ້າ ແລະວິຖີຊີວິດນັ້ນ ເຮົາຮູ້ເປັນຢ່າງດີ ທີ່ຜ່ານມາ ຜົລກະທົບນີ້ ໄດ້ທໍາລາຍຊີວິດການເປັນຢູ່ ຂອງປະຊາຊົນ ໃນປະເທດລາວ (Marginalized People) ແລະຄວາມມຸ້ງໝັ້ນຂອງປະເທດ ໃນການອະນຸຮັກຊີວະນາໆພັນ.”
ອົງການສັດປ່າສາກົລ ຍັງລະບຸອີກວ່າ ຄວາມສ່ຽງຂອງເຂື່ອນໄຟຟ້າ ຕໍ່ອຸດສາຫະກັມ ທີ່ສ້າງລາຍຮັບ ໃນ ສປປລາວນັ້ນ ຂແນງການຜລິດພະລັງງານ ມີຄວາມສ່ຽງສູງຫຼາຍທີ່ສຸດ ໂດຍມີຄວາມສ່ຽງ ດ້ານການເງິນ, ຄວາມສ່ຽງດ້ານຕລາດ ແລະຄວາມສ່ຽງດ້ານຊື່ສຽງ ຮອງລົງມາ ແມ່ນຄວາມສ່ຽງດ້ານການປະມົງ ແລະການສ່ຽງຂອງສັດນໍ້າ.
ປັດຈຸບັນ ລາວມີເຂື່ອນໄຟຟ້າ ທີ່ພ້ອມດໍາເນີນການຜລິດຢູ່ 73 ແຫ່ງ ກໍາລັງສ້າງອີກ 43 ແຫ່ງ ແລະອີກ 280 ແຫ່ງ ທີ່ຢູ່ໃນຂັ້ນຕອນການສເນີ ຫຼື ຢູ່ໃນຂັ້ນຕອນການວາງແຜນ.