ສະມາຊິກສະພາ ສເນີໃຫ້ ປິດສື່ສັງຄົມອ໋ອນລາຍນ໌ ແບບຈີນ

ອຸ່ນແກ້ວ
2023.11.03
ສະມາຊິກສະພາ ສເນີໃຫ້ ປິດສື່ສັງຄົມອ໋ອນລາຍນ໌ ແບບຈີນ ອຸປະກອນເຕັກໂນໂລຈີ ທີ່ວາງຈຳນ່າຍ ໃນນະຄອນຫຼວງວຽງຈັນ ເຊິ່ງມີຜູ້ສົນໃຈທົດລອງຈຳນວນຫຼາຍ. ເດືອນສິງຫາ ປີ 2023.
ນັກຂ່າວ ພົລເມືອງ

ໃນ ວັນທີ 31 ຕຸລາ 2023 ທີ່ຜ່ານມາ, ສະມາຊິກສະພາແຫ່ງຊາຕ ໄດ້ປະກອບຄຳເຫັນ ຕໍ່ແຜນຂອງຣັຖບານ ໃນກອງປະຊຸມ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໂດຍ ສເນີໃຫ້ ປິດການໃຊ້ສື່ສັງຄົມອ໋ອນລາຍນ໌ ຈາກຕ່າງປະເທດ ເຊັ່ນດຽວກັບປະເທດຈີນ, ຖ້າຫາກຣັຖບານລາວ ກໍຄື ກະຊວງເທັກໂນໂລຈີ ແລະ ການສື່ສານ ຍັງບໍ່ສາມາດການຄວບຄຸມ ການໂຈມຕີຣັຖບານລາວ ຈາກສື່ສັງຄົມອ໋ອນລາຍນ໌ໄດ້.

ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ກ່າວວ່າ:  

“ເຣື່ອງການຄຸ້ມຄອງອິນເຕີເນັດນີ້ ຂອງກະຊວງເຕັກໂນໂລຈີ ແລະ ການສື່ສານ ນີ້, ບັນດາສື່ອ໋ອນລາຍນ໌ຕ່າງໆ ຫັ້ນນ່າ. ຈັກແນວໃດ ມັນແບບວ່າເອກະເທດ. ໃຜຢາກເວົ້າຫຍັງກະເວົ້າ, ຢາກໂຈມຕີຜູ້ໃດກໍໂຈມຕີ, ຢາກໃສ່ຮ້າຍປ້າຍສີຜູ້ໃດ ກໍໃສ່ໄປຫັ້ນນ່າ, ຫຼືແມ່ນເຖິງຂັ້ນການນຳພັກ-ຣັຖ ຂັ້ນສູງຂອງພວກເຮົາ ກໍຖືກເຂົາໂຈມຕີຫັ້ນນ່າ. ອັນນີ້, ມັນເຮັດໃຫ້ເສັຽໜ້າເສັຽຕານ່າ ໂຕນີ້ນ່າ. ຢາກສເນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເບິ່ງຄືນບໍ່. ຊິຄຸ້ມຄອງແນວໃດ! ຄັນຄຸ້ມຄອງບໍ່ໄດ້ ກໍປິດສາບໍ່. ບໍ່ໃຊ້ຄືຈີນຫັ້ນນ່າ. ເຮົາຢາກວ່າແນວນັ້ນໄດ໋. ເຮົາກໍຕັ້ງເປັນກະຊວງຄັກແນ່ ເຮົາຊິບໍ່ສ້າງເປັນເວັບໄຊຕ໌ ໃຫ້ການສື່ສານພາຍໃນ ຂອງເຮົາເອງ ເຮົາຊິເຮັດບໍ່ໄດ້ແດ່ບໍ່ ໂຕນີ້ນ່າເນາະ. ກໍຢາກໃຫ້ເບິ່ງຄືນ.”

ທ່ານຍັງກ່າວຕື່ມອີກວ່າ ເຣື່ອງການແກ້ໄຂບັນຫາ ການຕົວະຕົ້ມ ທາງໂທຣະສັບ ໃນຫຼາຍຮູບການ ເປັນຕົ້ນ ການແອບອ້າງເອົາ ຮູບພາບບຸກຄົນ ໄປຂໍບັດຕຶ່ມເງິນ. ທ່ານ ສເນີໃຫ້ທາງກະຊວງ ກ່ຽວຂ້ອງ ນຳເອົາເບີໂທຣະສັບ ພ້ອມຊື່ ແລະທີ່ຢູ່ ຂອງຜູ້ຕົວະຕົ້ມ ຂຶ້ນປະຈານໄວ້ ເທິງເວັບໄຊຕ໌ ເພື່ອໃຫ້ປະຊາຊົນ ສາມາດກວດເບິ່ງໄດ້ ກ່ອນທີ່ຈະຕົກເປັນເຫຍື່ອ.

ສະພາບການເຄື່ອນໄຫວ ວຽກງານກາງສໄມ 5 ປີ ຂອງຣັຖບານລາວ ໃນດ້ານການປ້ອງກັນຊາຕ-ປ້ອງກັນຄວາມສງົບ ທີ່ສແດງໃຫ້ເຫັນວ່າ ຣັຖບານ ຖືເອົາບັນຫາ ສື່ສັງຄົມອ໋ອນລາຍນ໌ ເປັນບັນຫາໄພສັງຄົມນຶ່ງ ທີ່ຕ້ອງມີການແກ້ໄຂ.

ໃນມື້ດຽວກັນ,​ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່າວຕອນນຶ່ງວ່າ:

“ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ ຂອງກະຊວງປ້ອງກັນຄວາມສງົບ ຕິດພັນກັບການກໍ່ສ້າງຮາກຖານການເມືອງ. ພັທນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ. ໄດ້ເອົາໃຈໃສ່ ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນສັງຄົມ (ໄພສັງຄົມ) ຢ່າງຕັ້ງໜ້າ, ລວມທັງບັນຫາ ສື່ສັງຄົມອ໋ອນລາຍນ໌.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ວ່າ ການປິດສື່ອ໋ອນລາຍນ໌ ໃນປັດຈຸບັນ ແມ່ນເປັນໄປໄດ້ຍາກແລ້ວ.

ດັ່ງຊາວບ້ານທ່ານນີ້ ກ່າວໃນວັນທີ 3 ພຶສຈິກາ ນີ້ວ່າ:

“ມັນເປັນໄປບໍ່ໄດ້ແລ້ວ ທີ່ວ່າຈະປິດສື່ອ໋ອນລາຍນ໌ ຢູ່ປະເທດລາວນີ້ນ່າ ເພາະວ່າ ປະຊາຊົນລາວນີ້ກະ ມີຄວາມລຶ້ງເຄີຍກັບສື່ອ໋ອນລາຍນ໌ ທັງໝົດແລ້ວ. ຄັນວ່າຈະເຮັດໃຫ້ຖືກຄວບຄຸມ ແບບທີ່ເວົ້າໃນສະພານ່າ. ຂນາດຄຸ້ມຄອງທັມມະດາ ຍັງເຮັດບໍ່ໄດ້ ຈະໃຫ້ປິດເລີຍ ມັນຈະປິດໄດ້ຢູ່ບໍ່. ເຮົາຍັງບໍ່ທັນມີ ຄວາມສາມາດ ມີເຕັກໂນໂລຈີ ຫຼາຍພຽງພໍ ທີ່ຈະປິດກັ້ນເວັບໄຊຕ໌ ແບບຄືປະເທດຈີນເຂົາເຈົ້າເຮັດ.”

ສື່ອ໋ອນລາຍນ໌ ແມ່ນຄວບຄຸມໄດ້ຍາກ ຍ້ອນວ່າໃຜໆ ກໍສາມາດ ເປີດສື່ເປັນຂອງໂຕເອງໄດ້ ໂດຍງ່າຍ. ຜູ້ປະກອບການ ສື່ອ໋ອນລາຍນ໌ ຜູ້ນຶ່ງ ຢູ່ແຂວງສວັນນະເຂດ ໄດ້ກ່າວວ່າ:

“ຕ້ອງຍອມຮັບເລີຍ ຄືສື່ອ໋ອນລາຍນ໌ນີ້ມັນຍາກ ຍາກແຮງທີ່ຈະຄວບຄຸມ ເພາະວ່າມັນເປັນສິ່ງໃໝ່, ແຕ່ພໍມາເປັນສື່ອ໋ອນລາຍນ໌ ນີ້ມັນເປັນສື່ທີ່ຢູ່ກະປະຊາຊົນ ຫຼືວ່າຄົນທົ່ວໄປ. ຜູ້ໃດກະສາມາດທີ່ຈະເປັນເຈົ້າຂອງຊ່ອງ ເຈົ້າຂອງສື່ໄດ້.”

ທີ່ຜ່ານມາ, ຣັຖບານ ພະຍາຍາມ ໃນການສະກັດກັ້ນ ແລະ ຄວບຄຸມ ສື່ອ໋ອນລາຍນ໌ ເປັນຕົ້ນ ກະຊວງຖແລງຂ່າວ, ວັດທະນະທັມ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການ ໃນປີ 2020 ໃຫ້ບັນດາສື່ມວນຊົນ ອ໋ອນລາຍນ໌ ເຊັ່ນເຟສບຸກ, ຢູທູບ ແລະ ເວັບໄຊຕ໌ ລົງທະບຽນ ຕາມກົດໝາຍ ວ່າດ້ວຍສື່ມວນຊົນ ປີ 2016 ແລະ ລະບຽບການກ່ຽວຂ້ອງ.

ເຊັ່ນດຽວກັບ ທ່ານ ບໍ່ວຽງຄຳ ວົງດາລາ ຣັຖມົນຕຣີ ກະຊວງເທັກໂນໂລຈີ ແລະ ການສື່ສານ ເຄີຍໄດ້ກ່າວ ຢູ່ໃນກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ່ 9 ໃນທ້າຍເດືອນມິຖຸນາທີ່ຜ່ານມາວ່າ ທາງກະຊວງ ໄດ້ປະສານສົມທົບ ກັບກະຊວງປ້ອງກັນຄວາມສງົບ ເພື່ອນຳເອົາ ຜູ້ເຮັດສື່ອ໋ອນລາຍນ໌ ພາຍໃນປະເທດ ມາສຶກສາອົບຮົມ ແລະ ປະສານພາກສ່ວນກ່ຽວຂ້ອງ ເພື່ອຕອບໂຕ້ ແລະແກ້ຂ່າວ ຈາກສື່ອ໋ອນລາຍນ໌ ທີ່ເຄື່ອນໄຫວຢູ່ຕ່າງປະເທດ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ນັກຊ່ຽວຊານ ທາງດ້ານເທັກໂນໂລຈີ ຊາວລາວ ທ່ານນຶ່ງ ຊຶ່ງທ່ານພະຍາຍາມ ບໍ່ສແດງຄຳເຫັນ ກ່ຽວກັບເຣື່ອງ ຂໍ້ສເນີປິດສື່ສັງຄົມອ໋ອນລາຍນ໌ ຂອງສະມາຊິກສະພາ.

ດັ່ງນັກຊ່ຽວຊານທ່ານນີ້​ ກ່າວວ່າ:

“ໂຕນັ້ນເຮົາບໍ່ແມ່ນ ສິ່ງທີ່ພວກເຮົາໄປເຮັດເນາະ, ແຕ່ເຮົາເປັນພຽງແຕ່ Network Engineer ທີ່ເປັນສັງຄົມນຶ່ງ ທີ່ຊ່ອຍກັນ ແຕ່ວ່າບໍ່ໄດ້ເນັ້ນໄປທີ່ Security ຢ່າງດຽວ ເນັ້ນເຣື່ອງອື່ນພ້ອມນຳ.”

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ກະຊວງເທັກໂນໂລຈີ ແລະ ການສື່ສານ ເພື່ອຂໍຄຳເຫັນ ຕໍ່ເຣື່ອງດັ່ງກ່າວ ແຕ່ບໍ່ມີຜູ້ຮັບສາຍ.

ອີງຕາມມາດຕຣາ 44 ຂອງຣັຖທັມມະນູນ ແຫ່ງ ສປປ ລາວ ລະບຸວ່າ ພົລເມືອງລາວ ມີສິດເສຣີພາບ ໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຂັດກັບກົດໝາຍ, ແຕ່ວ່າ ກົດໝາຍອາຍາ ປີ 2017 ມາດຕຣາ 117 ກຳນົດໃຫ້ ການໂຄສະນາ ໃສ່ຮ້າຍປ້າຍສີ ສປປ ລາວ, ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງຣັຖ, ປ່າວຂ່າວອະກຸສົນ, ເຮັດໃຫ້ມີຄວາມວຸ້ນວາຍ ດ້ວຍການເວົ້າ, ການຂຽນ ແລະ ການພິມ ໃນສື່ຕ່າງໆ ລວມທັງ ສື່ອິເລັກໂຕຣນິກ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 1-5 ປີ ແລະ ຈະຖືກປັບໃໝ ແຕ່ 5,000,000-20,000,000 ກີບ.

ມາດຕຣາ 168 ຂອງກົດໝາຍອາຍາ ຍັງລະບຸວ່າ ບຸກຄົນໃດ ຫາກໄດ້ສ້າງຄວາມເສັຽຫາຍ ຜ່ານສື່ສັງຄົມອ໋ອນລາຍນ໌ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 4,000,000-20,000,000 ກີບ.

ທີ່ຜ່ານມາ, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ມີມາຕການ ທັງສຶກສາອົບຮົມ ແລະ ການດຳເນີນຄະດີ ຜູ້ທີ່ໃຊ້ສື່ສັງຄົມອ໋ອນລາຍນ໌ ໃນການວິພາກວິຈານ ເຈົ້າໜ້າທີ່ ທາງການລາວ ເປັນຕົ້ນແມ່ນ ໃນວັນທີ 27 ຕຸລາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສຶກສາອົບຮົມ ຊາວບ້ານນາງນຶ່ງ ໃນຂໍ້ຫາ ສ້າງຄວາມເສັຽຫາຍ ແກ່ຕຳຣວດຈະຣາຈອນ ຜ່ານສື່ສັງຄົມອ໋ອນລາຍນ໌. ກໍຣະນີ ນາງ ຮວາຍເຮືອງ ໄຊຍະບູຣີ ຫຼື ນາງໝວຍ ຊາວແຂວງຈຳປາສັກ ທີ່ຖືກຕັດສິນຕັດອິສຣະພາບ ຈໍາຄຸກ 5 ປີ ໃນປີ 2019 ຍ້ອນວິພາກວິຈານ ການແກ້ໄຂສະພາບການນ້ຳຖ້ວມ ຂອງທາງການ ທີ່ຊັກຊ້າ ແລະ ກໍຣະນີ ທ່ານ ສັງຂານ ພະຈັນທະວົງ ຫຼື ທິດສີ ນັກປັນຍາຊົນຊາວແຂວງຈຳປາສັກ ທີ່ຖືກຕຳຣວດຈັບ ແລະຄວບຄຸມໂຕ ເປັນເວລາປະມານ 1 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.