ສະມາຊິກສະພາ ຮຽກຮ້ອງຣັຖບານ ເລັ່ງແກ້ໄຂບັນຫາ ເສຖກິຈ-ການເງິນ

ສິດນີ
2023.11.02
ສະມາຊິກສະພາ ຮຽກຮ້ອງຣັຖບານ ເລັ່ງແກ້ໄຂບັນຫາ ເສຖກິຈ-ການເງິນ ງານບຸນອອກພັນສາ, ງັນງານບຸນຊ່ວງເຮືອ ທ່າວັດຈັນ, ນະຄອນຫຼວງວຽງຈັນ (TS). ວັນທີ 29 ຕຸລາ 2023.
RFA

ຕລອດໄລຍະ ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ນັບແຕ່ວັນທີ 31 ຕຸລາ 2023 ມາຈົນເຖິງປັດຈຸບັນນີ້, ບັນດາສະມາຊິກສະພາ ຫຼາຍທ່ານ ໄດ້ປະກອບຄຳເຫັນ ຕໍ່ຣັຖບານ ໃນການແກ້ໄຂບັນຫາຕ່າງໆ ທີ່ກຳລັງເຄັ່ງຮ້ອນ ໃນປັດຈຸບັນ ໂດຍສະເພາະ ບັນຫາເສຖກິຈ-ການເງິນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ. ທ່ານ ສະແຫວງ ນັນທະວົງ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ໄດ້ສເນີຄຳເຫັນ ກ່ຽວກັບບັນຫາອັດຕຣາແລກປ່ຽນ ເງິນກີບ ທີ່ຍັງ ອ່ອນຄ່າລົງເລື້ອຍໆ ພ້ອມກັບ ການເພີ່ມຂຶ້ນ ຂອງລາຄາສິນຄ້າ.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 31 ຕຸລາ ທີ່ຜ່ານມາວ່າ:

“ແຕ່ວ່າໃນໂຕຈິງນີ້ ອັດຕຣາແລກປ່ຽນລະຫວ່າງເງິນກີບ ກັບເງິນຕຣາຕ່າງປະເທດ. ມັນບໍ່ໄດ້ຫຼຸດ ມັນເພີ່ມຂຶ້ນ. ລາຄາສິນຄ້ານີ້ ກະທົບເຄິ່ງຫັ້ນແຫຼະ ແລະມາເບິ່ງ ການຕີລາຄາ ກັບ ບັນຫາໂຕຈິງໃນສັງຄົມ ມັນບໍ່ໄດ້ແທດເໝາະ. ຜ່ານມາ, ເງິນກີບພວກເຮົາ ກໍເຄີຍເຟີ້ ໃນຊຸມປີ 2000 ເນາະ. ອັດຕຣາເຟີ້ນີ້ກະສູງຫັ້ນແຫຼະ 100 ກວ່າເປີເຊັນ 200 ເປີເຊັນ, ແຕ່ວ່າ ຄວາມແຕກຕ່າງ ລະຫວ່າງເງິນກີບ ກັບ ເງິນຕຣາຕ່າງປະເທດ ມັນບໍ່ໄດ້ສູງ ແຕ່ວ່າ ມາຮອດປັດຈຸບັນນີ້ ມັນແຕກຕ່າງກັນຫຼາຍ.”

ທ່ານກ່າວອີກວ່າ ບັນຫາ ການຄຸ້ມຄອງເສັ້ນທາງ ທີ່ພາກຣັຖ ໄດ້ອອກມາຕການ ຈຳກັດນ້ຳໜັກ ການລັກແກ່ເຄື່ອງ ຂອງຣົຖບັນທຸກ ຄວນແກ້ໄຂ ເພາະວ່າປັດຈຸບັນນີ້ ເສັ້ນທາງແຕ່ເໜືອຮອດໃຕ້ ຈະເປັນອຳມະພາດແລ້ວ, ຊຶ່ງສາເຫດທີ່ທາງເປ່ເພ ອາດເປັນຍ້ອນ ການລັກແກ່ເຄື່ອງ ເກີນນ້ຳໜັກ ຫຼືວ່າ ຄຸນນະພາບ ຂອງທາງ ທີ່ບໍ່ໄດ້ມາຕຖານ ເປັນຕົ້ນແມ່ນ ທາງເລຂທີ 13 ໃຕ້, ບາງຊ່ວງ ແຕ້ມເຄື່ອງໝາຍເສັ້ນທາງ ບໍ່ທັນແລ້ວຊ້ຳ ແຕ່ທາງເພໄປໝົດແລ້ວ ຊຶ່ງກໍໄດ້ສ້າງຄວາມໜັກໃຈ ພໍສົມຄວນ ຍ້ອນປະຊາຊົນ ສ່ອງແສງ ວ່າ ເສັ້ນທາງທຸກສາຍ ມີແຕ່ຂີ້ຝຸ່ນ, ມີແຕ່ຂຸມ ຈົນນັບບໍ່ໄດ້.

01.jpg
ເສັ້ນທາງສາຍນຶ່ງໃນ ສປປ ລາວ ທີ່ເປ່ເພຫຼາຍ. ວັນທີ 29 ກໍຣະກະດາ 2023. ຮູບພາບໂດຍ RFA

ທ່ານຢາກໃຫ້ຣັຖບານ ສຸມທຶນຮອນ ໃນການສ້ອມແປງ ເສັ້ນທາງຫຼັກ ເພື່ອສນອງຕໍ່ ການເດີນທາງ ຂອງປະຊາຊົນ ແລະ ນັກທ່ອງທ່ຽວ ຕາມທີ່ຣັຖບານຈະໄດ້ປະກາດ ເປີດປີທ່ອງທ່ຽວລາວ 2024 ໃນອີກບໍ່ດົນຕໍ່ໜ້ານີ້.

ໃນຂະນະດຽວກັນ ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ກໍໄດ້ປະກອບຄຳເຫັນ ກ່ຽວກັບການຄຸ້ມຄອງ ເງິນຕຣາຕ່າງປະເທດ ທີ່ຕິດພັນ ກັບການນຳເຂົ້າ-ສົ່ງອອກສິນຄ້າ ໃນວັນທີ 1 ພຶສຈິກາ ທີ່ຜ່ານມາວ່າ:

“ບັນຫາການຄຸ້ມຄອງ ເງິນຕຣາຕ່າງປະເທດນີ້ ທີ່ຕິດພັນ ກັບການຄຸ້ມຄອງ ການນຳເຂົ້າ-ສົ່ງອອກ ຂອງສິນຄ້ານີ້. ຂ້າພະເຈົ້າຢາກໃຫ້ ທາງເບື້ອງຣັຖບານນີ້ ໄດ້ຊຸກຍູ້ຕຶ່ມ ໃຫ້ບັນຫາດັ່ງກ່າວນີ້ ໄດ້ຖືກຈັດຕັ້ງປະຕິບັດ ຢ່າງເຂັ້ມງວດເນາະ. ເວົ້າງ່າຍໆ ກໍຄືວ່າ ບັນດາບໍຣິສັດໃດ ທີ່ບໍ່ຜ່ານລະບົບທະນາຄານນີ້ ຂ້າພະເຈົ້າ ຢາກຈະສເນີວ່າ ໃຫ້ປະຕິບັດ ຢ່າງເດັດຂາດ ແລະເຂັ້ມງວດ ເພື່ອໃຫ້ບັນຫາດັ່ງກ່າວ ຖືກຈັດຕັ້ງປະຕິບັດ ຢູ່ໃນເອກະພາບກັນ ໃນທົ່ວປະເທດ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວບ້ານຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ທ່ານເວົ້າວ່າ ຣັຖບານລາວ ກໍຮັບຊາບ ບັນຫາທີ່ບັນດາສະມາຊິກສະພາ ປະກອບຄຳເຫັນ ໃນກອງປະຊຸມຢູ່ແລ້ວ ແຕ່ວ່າ ຣັຖບານ ແກ້ໄຂບັນຫາເຫຼົ່ານີ້ບໍ່ໄດ້.

ດັ່ງທີ່ທ່່ານກ່າວໃນມື້ວັນທີ 2 ພຶສຈິກາ ນີ້ວ່າ:

“ເຂົາເຈົ້າກໍເວົ້າໄປ ຄວາມຈິງເຂົາເຈົ້າກະຮູ້ຢູ່ແລ້ວ ແຕ່ວ່າ ເຂົາເຈົ້າກະເຮັດບໍ່ໄດ້. ຄັນວ່າເຮັດໄດ້ນີ້ກະ ດຽວນີ້ກະຕ້ອງດີແລ້ວ. ແຕ່ກໍຄຶດວ່າໄລຍະຍາວ ກະອາດຈະກັບຄືນມາໄດ້ ກໍອາດຈະຕ້ອງໃຊ້ເວລາ ລະວ່າງນີ້ກະ ຕ້ອງໄດ້ກຸ້ມຫາກຸ້ມກິນ ກັນເອົາເອງຫັ້ນລະ.”

ຊາວບ້ານ ນາງນຶ່ງ ຢູ່ແຂວງຫົວພັນ ກ່າວວ່າ ບັນຫາເສຖກິຈ-ການເງິນ ຍັງເປັນບັນຫາໃຫຍ່ ເຖິງແມ່ນວ່າ ການລົງທຶນລົງແຮງ ເຮັດການປູກຝັງກະສິກັມ ມາຫຼາຍປີແລ້ວ ແຕ່ຍັງບໍ່ທັນຫຼຸດພົ້ນ ຈາກຄວາມທຸກຍາກ ຢ່າງແທ້ຈິງ ຍ້ອນມີກຳໄລໜ້ອຍ ບໍ່ມີທຶນພຽງພໍ ເຮັດໃຫ້ຕ້ອງໄດ້ກູ້ເງິນ ມາເຮັດໄຮ່-ເຮັດນາ ໃນຣະດູການຜລິດ.

“ເຄີຍເຮັດໄຮ່ສາລີຫຼາຍ ເຄີຍເຮັດນາຫຼາຍ ເຄີຍຄ້າຂາຍ ແຕ່ວ່າບໍ່ມີເງິນ ຂັ້ນເທິງກະບໍ່ມີຕິ ຍັງບໍ່ເຖິງເວລາ. ເບິ່ງແມ້, ຄັນມີດິນມີຫຍັງກະເຮັດໄດ້ຢູ່ ຄັນວ່າບໍ່ມີເງິນນີ້ ບໍ່ຮູ້ແນວຊິວ່ານ່າ ມີທຶນແລະກະມີຕລາດຫັ້ນນ່າ.”

IMG20221026104000.jpg
ງານວາງສະແດງ ວັນອາຫານໂລກ, ວັນສາກົລ ແລະ ສັປດາແຫ່ງຊາຕ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2022 ທີ່ສະຖາບັນຄົ້ນຄວ້າ ກະສິກັມ ແລະ ປ່າໄມ້ ແຫ່ງຊາຕລາວ ບ້ານໜອງວຽງຄຳ, ເມືອງໄຊທານີ ນະຄອນຫຼວງວຽງຈັນ (TS). ວັນທີ 24 ເດືອນຕຸລາ 2022. ຮູບພາບໂດຍ RFA

ນາງກ່າວຕຶ່ມວ່າ ຢາກໃຫ້ທາງສະມາຊິກສະພາແຫ່ງຊາຕ ໄດ້ສເນີໃຫ້ຣັຖບານ ຂຍາຍແຫຼ່ງທຶນດອກເບັ້ຽຕ່ຳ ສຳລັບຊາວກະສິກອນ ເພື່ອສົ່ງເສີມການຜລິດກະສິກັມ ອັນເປັນພາກການຜລິດ ສ່ວນຫຼາຍ ຂອງປະເທດລາວ.

ໃນຂະນະດຽວກັນ ພະນັກງານຣັຖ ທ່ານນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວວ່າ ທ່ານຕ້ອງໄດ້ເຮັດອາຊີບເສີມ ເພື່ອຊອກຫາເງິນ ໃນການລ້ຽງຄອບຄົວ ໃຫ້ຢູ່ລອດໄດ້ ໃນສະພາບເສຖກິຈຝືດເຄືອງນີ້ ຊຶ່ງທ່ານຢາກໃຫ້ ຣັຖບານ ຂຶ້ນເງິນເດືອນ ພະນັກງານຣັຖ ເພື່ອຕອບສນອງ ຕໍ່ຄ່າຄອງຊີບ ແລະ ອັດຕຣາແລກປ່ຽນເງິນ ໃນປັດຈຸບັນ.

“ແມ່ນໆໆ ຍົກໂຕຢ່າງຂ້ອຍທີ່ວ່າຕ້ອງໄປເປີດຄລີນິກ ໄດ້ລ້ຽງງົວ ລ້ຽງຄວາຍ ຂາຍ ແບບນີ້ແຫຼະ. ຢູ່ບ້ານນອກເດ້. ບໍ່ຄືຢູ່ໃນເມືອງ ເປັນອາຊີບເສີມເຈົ້າ. ຫາກິນແຕ່ເງິນເດືອນ ແມ່ນໄປບໍ່ລອດ. ຄ່ານ້ຳມັນໄປ ທຽວໄປຫ້ອງການກໍບໍ່ຄຸ້ມ.”

ນອກຈາກທີ່ ບັນດາສະມາຊິກສະພາແຫ່ງຊາຕ ໄດ້ເວົ້າເຖິງ ບັນຫາ ເສຖກິຈ-ການເງິນ, ສະພາບເງິນເຟີ້ ທີ່ແກ່ຍາວມາຫຼາຍປີ ແລະ ເສັ້ນທາງເປ່ເພແລ້ວ, ຍັງໄດ້ກ່າວເຖິງບັນຫາອື່ນໆ ເປັນຕົ້ນແມ່ນ ບັນຫາການຂຸດຄົ້ນບໍ່ແຮ່ຊະຊາຍ, ບັນຫາການຜລິດສິນຄ້າ ພາຍໃນທີ່ຍັງອ່ອນໜ້ອຍ, ບັນຫາການຂາດແຄນແຮງງານ, ບັນຫາຈຳນວນນັກຮຽນ-ນັກສຶກສາ ຫຼຸດລົງ ແລະ ບັນຫາລາຍໄດ້ ຂອງຣັຖກອນ ຊຶ່ງລ້ວນແຕ່ກ່ຽວພັນ ກັບບັນຫາເສຖກິຈ-ການເງິນ ທີ່ເປັນຕົ້ນຕໍ.

ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ນີ້ ຈະດຳເນີນໄປ ຈົນຮອດວັນທີ 21 ພຶສຈິກາ 2023 ຊຶ່ງຈະໄດ້ມີການຮັບຮອງເອົາ ອອກ ແລະການປັບປຸງ ກົດໝາຍ ລວມທັງ ແນວທາງການແກ້ໄຂບັນຫາ ສຳຄັນຕ່າງໆ ທັງໝົດ 18 ສະບັບ, ຊຶ່ງວິທຍຸເອເຊັຽເສຣີ ຈະຕິດຕາມນຳສເນີຂ່າວ ກ່ຽວກັບ ກອງປະຊຸມສະພາດັ່ງກ່າວ ເປັນໄລຍະໆ.

ສະພາແຫ່ງຊາຕ ແລະ ຣັຖບານ ຊຸດທີ 9 ນີ້ ຍັງເຫຼືອວາຣະການດຳລົງຕຳແໜ່ງ ອີກ 3 ປີ ຈົນຮອດຕົ້ນປີ 2026. ທັງນີ້, ສະພາແຫ່ງຊາຕ ຈະຈັດກອງປະຊຸມ ສໄມສາມັນ ປີລະ 2 ເທື່ອ, ຕາມທີ່ໄດ້ກຳນົດໄວ້ ໃນຣັຖທັມມະນູນ ແຫ່ງ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.