ເຈົ້າໜ້າທີ່ດ່ານບໍ່ເຕັນ ຖືກລົງໂທດ ທີ່ຊ່ວຍໃຫ້ຄົນຈີນ ເຂົ້າ-ອອກ ແບບຜິດກົດໝາຍ

ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ປະຕິບັດວິໄນ ຕໍ່ນາຍ ແລະພົນຕໍາຣວດ ທີ່ເຮັດວຽກ ປະຈໍາຢູ່ດ່ານສາກົລບໍ່ເຕັນ ຮວມທັງໝົດ 78 ຄົນ ໃນນັ້ນ ມີຈໍານວນ 5 ຄົນ ໃຫ້ອອກຈາກພັກ, ປະຕິບັດວິໄນ ໄລ່ອອກຈາກກໍາລັງ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ຕາມກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສງົບ ແລະ ດໍາເນີນຄະດີ ຕາມຂະບວນຍຸຕິທັມ ອີງຕາມແຈ້ງການ ຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ລົງວັນທີ 7 ມິຖຸນາ 2023.
ສໍາລັບ ຂໍ້ກ່າວຫາ ການປະຕິບັດວິໄນ ຕໍ່ນາຍ ແລະພົນຕໍາຣວດ ທັງໝົດ ຍ້ອນອະນຸຍາດ ໃຫ້ກຸ່ມຄົນຈີນ ເຂົ້າ-ອອກ ປະເທດລາວ ໂດຍບໍ່ໄດ້ຮັບອະນຸຍາດ, ຮັບເງິນສິນບົນ ແລະໃຊ້ໜ້າທີ່ຕໍາແໜ່ງຂອງຕົນ ເອື້ອອໍານວຍຄວາມສະດວກໃຫ້ຄົນຈີນ, ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ພຶສຈິກາ ນີ້ວ່າ:
“ເຣື່ອງການຂົນສົ່ງສິນຄ້ານີ້ ຖືວ່າ ມັນບໍ່ມີບັນຫາ ແຕ່ວ່າອັນນີ້ ມັນເຣື່ອງຄົນຈີນ ເຂົ້າ-ອອກເມືອງນີ້ນ່າ ອໍານວຍຄວາມສະດວກໃຫ້ເຂົາຫັ້ນເດ້ ຈາກຕົ້ນເຜິ້ງ ອອກໄປຈີນຫັ້ນນ່າ ແບບວ່າ ຜິດກົດໝາຍຈັ່ງຊີ້ແຫຼະ ເຂົາ (ຈີນ) ບໍ່ມີເອກກະສານ ແລ້ວກະອໍານວຍຄວາມສະດວກ ໃຫ້ເຂົາໄປ-ມາຫັ້ນນ່າ, ສ່ວນຫຼາຍກະເຂົາໄປເຮັດວຽກຢູ່ກາສິໂນຫັ້ນແຫຼະ ເຂົາໄປ-ມາຫັ້ນ ກະຊິໂນ ຕົ້ນເຜິ້ງຫັ້ນແຫຼະ ຄົນຈີນ ເຂົ້າຫຼາຍຢູ່ ທາງນີ້ມີຄະດີຫຼາຍ ເຣື່ອງຈີນນີ້ແຫຼະ.”
ການສືບສວນ ສອບສວນເບື້ອງຕົ້ນ ໃຫ້ຮູ້ວ່າ ເຈົ້າໜ້າທີ່ ປກສ ທັງໝົດ ທີ່ຖືກກ່າວຫານັ້ນ ແມ່ນປະຕິບັດວຽກງານ ປະຈໍາຢູ່ດ່ານສາກົລບໍ່ເຕັນ ແລະພາຍໃນເຂດບໍ່ເຕັນ ເຊິ່ງໄດ້ອະນຸຍາດ ໃຫ້ກຸ່ມຄົນຈີນຈໍານວນຫຼາຍຄົນ ທີ່ເຮັດວຽກໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ແລະກາສິໂນ ຄີງໂຣມັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຂົ້າ-ອອກປະເທດລາວ ໂດຍບໍ່ຕ້ອງສະແດງໂຕ ແລະເຮັດໜັງສືຜ່ານແດນ ຫຼືວີຊ້າ ຕາມລະບຽບກົດໝາຍກໍານົດ.
ປັດຈຸບັນ ນາຍແລະພົນຕໍາຣວດ ທີ່ຖືກກ່າວຫາທັງໝົດ ບາງຄົນ ກໍຖືກດໍາເນີນຄະດີແລ້ວ, ບາງຄົນ ກໍຢູ່ລະຫວ່າງການດໍາເນີນຄະດີ ແລະບາງຄົນ ກະຢູ່ລະຫວ່າງຂັ້ນຕອນ ການດໍາເນີນລະບຽບວິໄນ.
ສໍາລັບນາຍ ແລະພົນຕໍາຣວດ ຈໍານວນ 5 ຄົນ ທີ່ໃຫ້ອອກຈາກພັກ, ພັກຕິບັດວິໄນ ໄລ່ອອກຈາກກໍາລັງ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ຕາມກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສງົບ ແລະດໍາເນີນຄະດີ ຕາມຂະບວນຍຸຕິທັມ ປະກອບມີ:
- ພັນໂທ ອຽມໄຊ ມ້າວຕະປ່ອງ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່.
- ພັນໂທ ພົງສັກ ວົງມະນີ ຮອງຫົວໜ້າກອງບັນຊາການ ປກສ ເຂດບໍ່ເຕັນ.
- ຮ້ອຍເອກ ສິງທອງ ເພັດທອງສີ ວິຊາການດ່ານ ຕມ ສາກົລບໍ່ເຕັນ ຫ້ອງສັນຕິບານ.
- ຮ້ອຍໂທ ວົງມະນີ ເພັດທອງສີ ວິຊາການ ປກສ ເຂດບໍ່ເຕັນ.
- ພັນເອກ ຄຳພັດ ພິມພິພັກ ອະດີດ ຮອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ (ພະນັກງານບໍານານ).
ເຈົ້າໜ້າທີ່ຕຳຣວດທັງໝົດ ທີ່ຖືກວິໄນ ມີ 78 ຄົນ, ໃນນີ້ ມີການປະຕິບັດວິໄນ ຕໍ່ທັງ 78 ຄົນ, 6 ພາກ ດັ່ງນີ້ :
ພາກທີ 1: |
5 ຄົນ ແມ່ນຖືກໄລ່ອອກຈາກພັກ ແຕ່ວ່າ 1 ໃນ 5 ຄົນນີ້ ແມ່ນເປັນອະດີດເຈົ້າໜ້າທີ່ຕໍາຣວດ ອອກກິນເບັ້ຍບໍານານແລ້ວ. |
ພາກທີ 2: |
ໂຈະການຮ່ວມດໍາເນີນຊີວິດພັກ 6 ເດືອນ, ຂຽນໃບສໍາຣວດຜ່ານໜ່ວຍພັກ, ປົດຕໍາແໜ່ງລົງ 1 ຂັ້ນ, ໂຍກຍ້າຍບ່ອນປະຈໍາການ ແລະໂຈະການຍ້ອງຍໍ 2 ປີ ຈໍານວນ 3 ຄົນ. |
ພາກທີ 3: |
ໂຈະຮ່ວມການດໍາເນີນຊີວິດພັກ 6 ເດືອນ, ໂຍກຍ້າຍບ່ອນປະຈໍາການ ແລະໂຈະການຍ້ອງຍໍ 2 ປີ ມີຈໍານວນ 3 ຄົນ. |
ພາກທີ 4: |
ຂຽນໃບສໍາຣວດຜ່ານໜ່ວຍພັກ ແລະໂຈະການຍ້ອງຍໍ 2 ປີ ມີຈໍານວນ 33 ຄົນ. |
ພາກທີ 5: |
ຂຽນໃບສໍາຣວດຜ່ານໜ່ວຍພັກ ຫຼືກົມກອງ ຈໍານວນ 33 ຄົນ. |
ພາກທີ 6: |
ກໍາລັງຄົ້ນຄວ້າ ປະຕິບັດວິໄນ ມີຈໍານວນ 1 ຄົນ. |
ເຈົ້າໜ້າທີ່ ຫ້ອງການປົກຄອງແຂວງນໍ້າທາ ກ່າວວ່າ ການປະຕິບັດວິໄນ ຕໍ່ນາຍ ແລະພົນຕໍາຣວດ ປະຈໍາດ່ານສາກົລບໍ່ເຕັນ ແລະເຂດບໍ່ເຕັນ ຖືເປັນເຣື່ອງໃຫຍ່ສົມຄວນ ເພາະມີເຈົ້າໜ້າທີ່ ຖືກປະຕິບັດວິໄນເປັນຈໍານວນຫຼາຍຄົນ ແຕ່ການສືບສວນ-ສອບສວນ ແລະການເຜີຍແຜ່ຂໍ້ມູນໃຫ້ສັງຄົມຮັບຮູ້ ກໍຖືກປິດງຽບຈົນມາຮອດປັດຈຸບັນນີ້ ເພາະອໍານາດການປົກຄອງແຂວງຫຼວງນໍ້າທາ ບໍ່ອະນຸຍາດໃຫ້ມີການເປີດເຜີຍຂໍ້ມູນໃດໆ, ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ ອ້າຍນ້ອງເຮົາກະຂ້ອງໃຈຢູ່ໃດ໋ ເພາະວ່າ ໂຕນີ້ອ້າຍນ້ອງເຮົາ ກະເຮັດວຽກວິຊາການນ່າ ມັນຫົວໜ້າເພິ່ນຂຶ້ນເປັນຜູ້ຕັດສິນເຈົ້າ ຕາມການຊີ້ນໍາຂອງຂັ້ນເທິງ ເພິ່ນວ່າ ແຂວງບໍ່ໄດ້ຮັບອະນຸຍາດນີ້ ບໍ່ໃຫ້ອອກ (ເຜີຍແຜ່) ເຈົ້າ.”
ຂະນະທີ່ຊາວລາວ ໃນແຂວງຫຼວງນໍ້າທາ ກ່າວວ່າ ຊາວບ້ານໃນເຂດທ້ອງຖິ່ນ ຮັບຮູ້ດີວ່າ ມີເຈົ້າໜ້າທີ່ລະດັບສູງ ແລະເຈົ້າໜ້າທີ່ປະຕິບັດການ ທີ່ເຮັດວຽກປະຈໍາຢູ່ດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ ຮັບເອົາເງິນຈາກກຸ່ມຄົນຈີນ ເພື່ອອໍານວຍຄວາມສະດວກ ໃນການເຂົ້າ-ອອກປະເທດລາວ ແລະການເດີນທາງ ລະຫວ່າງແຂວງຫຼວງນໍ້າທາ ໄປຫາແຂວງບໍ່ແກ້ວ ແຕ່ກໍບໍ່ມີຫຼັກຖານຢ່າງຈະແຈ້ງ ແລະບໍ່ມີຊາວບ້ານຄົນໃດ ກ້າໄປຮ້ອງຮຽນເຣື່ອງດັ່ງກ່າວ.
ຊາວບ້ານຜູ້ນີ້ ກ່າວອີກວ່າ ການລົບລ້າງຂະບວນການນີ້ ຕ້ອງແມ່ນເຈົ້າໜ້າທີ່ລະດັບສູນກາງ ຫຼື ຂັ້ນກະຊວງເປັນຜູ້ສັ່ງການ ໃນການສືບສວນສອບສວນ ແລະປະຕິບັດວິໄນ ເຖິງຈະລົບລ້າງຂະບວນການນີ້ໄດ້ ເພາະເຈົ້າໜ້າທີ່ຢູ່ແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວ ສ່ວນໃຫຍ່ ກໍແມ່ນເຄືອຂ່າຍດຽວກັນ ທີ່ຮັບເອົາເງິນຈາກກຸ່ມຄົນຈີນ, ດັ່ງຊາວບ້ານຜູ້ນີ້ ກ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພວກຕໍາຣວດຢູ່ແຂວງນີ້ ບໍ່ເອົາມາເຮັດໄດ້ ເຂົາເອົາກະຊວງມາເລີຍ ຕໍາຣວດກະ ກິນເງິນນໍາເຂົານີ້ (ຄົນຈີນ) ຕໍາຣວດໃນເມືອງ ຕ້ອງກະຊວງມາເລີຍ ພວກແຂວງນີ້ ສັ່ງມາກະຂ່າວຮົ່ວຄືເກົ່າ ລະດັບໃຫຍ່ໆ ບິກໆຫັ້ນແຫຼະເຮັດ.”
ຊາວລາວອີກຄົນນຶ່ງ ຢູ່ແຂວງຈໍາປາສັກ ເຊິ່ງໄດ້ຕິດຕາມຂ່າວສານ ເຣື່ອງການສໍ້ຣາດບັງຫຼວງ ຂອງກຸ່ມພະນັກງານພັກ-ຣັຖ ຢ່າງຕໍ່ເນື່ອງ ເຫັນວ່າ ຣັຖບານລາວ ຕ້ອງເອົາໃຈໃສ່ ແລະເຂັ້ມງວດ ໃນການຕິດຕາມກວດກາ ກຸ່ມພະນັກງານພັກ-ຣັຖ ທີ່ສວຍໃຊ້ໜ້າທີ່ຂອງຕົນ ເພື່ອຮຽກຮັບເອົາຜົນປໂຍດໃຫ້ໂຕເອງແລະໝູ່ພວກ ໂດຍບໍ່ສົນໃຈລະບຽບກົດໝາຍ ຫາກມີພະນັກງານພັກ-ຣັຖຄົນໃດກໍຕາມ ກະທໍາຄວາມຜິດ ກໍຕ້ອງບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອບໍ່ໃຫ້ພະນັກງານພັກ-ຣັຖອື່ນໆ ປະຕິບັດຕາມ ແລະເປັນແບບຢ່າງ, ດັ່ງຊາວລາວຜູ້ນີ້ ກ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນບໍ່ຖືກຫັ້ນແຫຼ້ວ ຣັຖນີ້ ຕ້ອງເບິ່ງ ເຈົ້າຊິໄປມອບສິດອັນນັ້ນແຫຼະ ຄືຂ້ອຍເວົ້າຫັ້ນ ຍ້ອນເງິນ ເອົາເງິນໃຫ້ກະຄືວ່າ ອະນຸຍາດໂລດ ມັນບໍ່ຖືກຕ້ອງໃດ໋ ຕາມລະບຽບຫັ້ນ.”
ໄລຍະທີ່ຜ່ານມາ ຣັຖບານລາວ ກໍຮັບຮູ້ວ່າ ມີຂະບວນການດັ່ງກ່າວເກີດຂຶ້ນ ເນື່ອງຈາກມີກຸ່ມຄົນຈີນ ໄດ້ເດີນທາງເຂົ້າ-ອອກປະເທດລາວຕລອດເວລາ ແຕ່ບໍ່ຮູ້ວ່າ ຄົນໃດມາທ່ອງທ່ຽວ, ຄົນໃດມາລົງທຶນ ຫຼືຄົນໃດ ມາເປັນກັມມະກອນ ເພາະບໍ່ມີການເກັບຂໍ້ມູນຢ່າງລະອຽດ ແລະມີຄວາມສ່ຽງສູງ ທີ່ຈະເກີດເຫດອາຊຍາກັມໃນປະເທດ ເຊິ່ງຣັຖບານລາວ ກໍໄດ້ກ່າວເຕືອນ ແລະໃຫ້ນາຍ ແລະພົນຕໍາຣວດ ທີ່ເຮັດວຽກປະຈໍາ ຢູ່ດ່ານສາກົລບໍ່ເຕັນ ແລະເຂດບໍ່ເຕັນ ປັບປຸງ ແລະແກ້ໄຂບັນຫານີ້ແລ້ວ ແຕ່ກໍຍັງກະທໍາຄວາມຜິດຢູ່ຄືເກົ່າ.
ໃນມື້ວັນທີ 24 ພຶສພາ 2022 ທີ່ຜ່ານມາ ທ່ານ ພັນໂທ ສົມດີ ຄິດທະໄຊ ຫົວໜ້າກອງບັນຊາການ ປກສ ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ກໍຖືກປະຕິບັດວິໄນ ໂດຍການໂຈະຮ່ວມຊີວິດພັກ 6 ເດືອນ, ຂຽນໃບສໍາຫຼວດຜ່ານໜ່ວຍພັກ, ປົດຕໍາແໜ່ງລົງ 1 ຂັ້ນ, ໂຍກຍ້າຍບ່ອນປະຈໍາການ ແລະໂຈະການຍ້ອງຍໍ 2 ປີ ໄດ້ເຄີຍໃຫ້ຄໍາໝັ້ນວ່າ ເພື່ອຮັກສາດ້ານການເມືອງ, ສັງຄົມ, ຄວາມສງົບ ແລະຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຈະສືບຕໍ່ເຄື່ອນໄຫວຕິດຕາມ ເກັບກໍາສະພາບການເຄື່ອນໄຫວ ແລະເປົ້າໝາຍການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ໃຫ້ເປັນປົົກກະຕິ ແລະຮັດກຸມກວ່າເກົ່າ ເນື່ອງຈາກມີກຸ່ມຄົນຈີນຈໍານວນຫຼາຍ ເຂົ້າມາເຄື່ອນໄຫວໃນປະເທດລາວ ແບບບໍ່ຖືກຕ້ອງ.