ເຣື້ອງທີ່ເກັບບັນທຶກໄວ້
2025-02-24
ໃນວັນທີ 19 ກຸມພາ ທີ່ຜ່ານມານີ້ ແມ່ນຄັ້ງທໍາອິດ ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເຕືອນພໍ່ແມ່ປະຊາຊົນ ໃຫ້ມີສະຕິລະວັງ ບໍ່ໃຫ້ຫຼົງເຊື່ອ 5 ຮູບແບບ ຂອງມິດສາຊີບ.
2025-02-23
ການຄ້າມະນຸດ ໃນການແຕ່ງດອງກັບຄົນຈີນ ຫຼື ການເປັນເມຍຄົນຈີນ ເຊິ່ງຄວາມຈິງແລ້ວ ໄປຮອດປະເທດຈີນ ຖືກເອົາໄປປະມູນຂາຍ. ຄົນໃດພໍໃຈ ກໍຕົກລົງລາຄາ ຈ່າຍເງິນກັນ ແລ້ວກໍໄປນຳເຂົາ. ກ່ຽວກັບເລື່ອງນີ້ ນາງ ດີ້ ເຊິ່ງໂຕນາງເອງ ກໍເຄີຍຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປເອົາຜົວຢູ່ຈີນ ມາແລ້ວ, ຈະເລົ່າປະສົບການ ທີີ່ພົບພໍ້ ໃຫ້ທ່ານຮັບຟັງ.
2025-02-21
ປະຊາຊົນ ເຊື່ອວ່າ ການສໍ້ລາດບັງຫຼວງຢູ່ລາວ ທີ່ມີມາຫຼາຍສິບປີນັ້ນ ຈະບໍ່ໝົດໄປຈັກເທື່ອ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ມີແຕ່ເຮັດວຽກກວດສອບ ຕາມພາລະບົດບາດ ແລະໜ້າທີ່ຂອງຕົນ ເທົ່ານັ້ນ ແລ້ວກໍບໍ່ເຫັນວ່າ ຈະມີການລົງໂທດຜູ້ກະທໍາຜິດ ຢ່າງຈິງຈັງແນວໃດ.
2025-02-21
ວັນທີ 20 ກຸມພາ 2025 ທີ່ຜ່ານມາ ນາຍົກລັດຖະມົນຕີໄທ ແລະ ນາຍົກລັດຖະມົນຕີລາວ ໄດ້ຫາລືຮ່ວມກັນ ເພື່ອປາບປາມແກ້ງຄອນເຊັນເຕີ ແລະ ເອົາຜິດ ກັບຜູ້ທີ່ຢູ່ເບື້ອງຫຼັງ.
2025-02-21
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 21 ກຸມພາ 2025.
2025-02-21
ການໄດ້ແຕ່ງດອງກັບຄົນຈີນ ຫຼື ການເປັນເມຍຄົນຈີນ ຂອງແມ່ຍິງ ແລະສາວນ້ອຍ ລາວ ໃນທຸກມື້ນີ້ ມີຫຼາຍຂຶ້ນ ເລື້ອຍໆ.
2025-02-20
ສືບເນື່ອງຈາກ ມາດຕະການຕັດໄຟຟ້າ ແລະລະງັບການສົ່ງນໍ້າມັນເຊື້ອໄຟ ໄປຍັງເຂດຊາຍແດນ ຂອງປະເທດມຽນມາ ເຮັດໃຫ້ແມ່ຍິງລາວ 3 ຄົນ ທີ່ເຮັດວຽກ ຢູ່ຮ້ານອາຫານ ແລະຮ້ານບັນເທີງ ໃນຄາຣາໂອເກະ KTV ຢູ່ປະເທດມຽນມາ ແມ່ນບໍ່ສາມາດຢູ່ປະເທດມຽນມາ ໄດ້ອີກຕໍ່ໄປ ຈຶ່ງລັກລອບ ເດີນທາງກັບບ້ານເກີດ ໂດຍໃຊ້ຊ່ອງທາງທໍາມະຊາດ ບ້ານຊ່ອງແຄບ ເມືອງພົບພຣະ ແຂວງຕາກ ປະເທດໄທ ແລ້ວຖືກຈັບ.
2025-02-20
ທາງການລາວ ໃຫ້ທະຫານຝຶກອົບຮົມເປັນຄູ ຍ້ອນທົ່ວປະເທດ ຂາດແຄນຄູ ເປັນຈໍານວນຫຼວງຫຼາຍ, ສະຫວັນນະເຂດແຂວງດຽວ ກໍຂາດຄູສອນເຖິງ 500 ຄົນ.
2025-02-20
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 20 ກຸມພາ 2025.
2025-02-20
ໄຕ້ຫວັນ ຈັດໃຫ້ລາວ ໄທ ຫວຽດນາມ ມຽນມາ ແລະກໍາປູເຈຍ ເປັນປະເທດປາຍທາງ ທີ່ມີຄວາມສ່ຽງສູງ ຕໍ່ການເປັນແຫຼ່ງ ຂອງແກ້ງຄອນເຊັນເຕີ ສໍາລັບນັກທ່ອງທ່ຽວ ໃນອາຊຽນ.
2025-02-19
ປະຊາຊົນ 20 ປາຍຄອບຄົວ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບ ຈາກຮ້ານຂາຍອາໄລ່ລົດຂອງຈີນລະເບີດ ໃຊ້ເງິນຂອງຕົນເອງ ສ້ອມແປງເຮືອນ ທີ່ໄດ້ຮັບຄວາມເສຍຫາຍ.
2025-02-19
ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ ໄດ້ຢຸດເຊົາການກໍ່ສ້າງ ໃນໂຄງການຕ່າງໆ ຕັ້ງແຕ່ຊ່ວງທ້າຍເດືອນມັງກອນ 2025 ຫຼື ຊ່ວງປີໃໝ່ຈີນ ທີ່ຜ່ານມາ ເຊິ່ງມາຮອດປັດຈຸບັນ ຍັງບໍ່ມີນາຍຈ້າງ ແລະ ວິຊາການຄົນຈີນ ລວມເຖິງກໍາມະກອນລາວ ກັບມາເຮັດວຽກເທື່ອ.
2025-02-19
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 19 ກຸມພາ 2025.
2025-02-19
1 ປີ ຜ່ານມາ ທາງການລາວ ສົ່ງເສີມຄົນງານລາວ ໃຫ້ມີວຽກງານເຮັດ ຢູ່ພາຍໃນປະເທດ ໄດ້ 26,000 ປາຍຄົນ ແຕ່ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ ທີ່ໃນຈຳນວນ 2,600 ຫົວໜ່ວຍ ຕ້ອງການແຮງງານລາວ ຈຳນວນ 153,315 ຄົນ.
2025-02-18
ທາງການແຂວງອຸດົມໄຊ ກຳລັງສືບຫາ ຕຳແໜ່ງທີ່ມາຂອງທາດລະເບີດ ແລະ ໝາກຟ່າ ທີ່ພົບຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ ທີ່ເກີດເຫດໄຟໄໝ້ແລະລະເບີດຮຸນແຮງ ຈົນມີຜູ້ເສຍຊີວິດ 4 ຄົນ ແລະບາດເຈັບສາຫັດ 3 ຄົນ.