ການແຕ່ງດອງ ຫຼື ການເປັນເມຍຄົນຈີນ ແລ້ວ ຖືກເອົາໄປປະມູນຂາຍ ໃຫ້ຜູ້ຊາຍຢູ່ຈີນ

ສຸພັດຕາ ແລະ ອຸ່ນແກ້ວ
2025.02.23
ການແຕ່ງດອງ ຫຼື ການເປັນເມຍຄົນຈີນ ແລ້ວ ຖືກເອົາໄປປະມູນຂາຍ ໃຫ້ຜູ້ຊາຍຢູ່ຈີນ ນາງ ດີ້ ຜູ້ເອົາຜົວຢູ່ຈີນ ແລະໄດ້ໜີເອົາໂຕລອດ ກັບມາລາວ. ວັນທີ 6 ເດືອນກຸມພາ ປີ 2025.
ຮູບພາບຈາກ ນາງ ດີ້

ລາຍການ ເມືອງລາວ EP-85 - ການຄ້າມະນຸດ ໃນການແຕ່ງດອງກັບຄົນຈີນ ຫຼື ການເປັນເມຍຄົນຈີນ ເຊິ່ງຄວາມຈິງແລ້ວ ໄປຮອດປະເທດຈີນ ຖືກເອົາໄປປະມູນຂາຍ. ຄົນໃດພໍໃຈ ກໍຕົກລົງລາຄາ ຈ່າຍເງິນກັນ ແລ້ວກໍໄປນຳເຂົາ. ກ່ຽວກັບເລື່ອງນີ້ ທ່ານຈະໄດ້ຟັງ ການສຳພາດ ນາງ ດີ້ ຜູ້ຖືກເຄາະຮ້າຍ ຈາກການຕັດສິນໃຈ ໄປເອົາຜົວຢູ່ຈີນ ແລະໄດ້ໜີເອົາໂຕລອດ ກັບມາລາວ. ເຊິ່ງໂຕນາງເອງ ກໍເຄີຍຕົກເປັນເຫຍື່ອ ຂອງການຄ້າມະນຸດ, ຈະມາເລົ່າປະສົບການ ທີີ່ພົບພໍ້ ໃຫ້ທ່ານຮັບຟັງ. ເພື່ອໃຫ້ເປັນຂໍ້ຄິດ ເຕືອນສະຕິ ແມ່ຍິງລາວ ແລະເດັກນ້ອຍແມ່ຍິງ ກ່ອນຕັດສິນໃຈ ໄປເອົາຜົວຢູ່ຈີນ ໂດຍການກ້ຽວກ່ອມ ຂອງພວກນາຍໜ້າ ຄ້າມະນຸດ.


ຂ່າວ ກ່ຽວກັນ

ການໄດ້ໄປແຕ່ງດອງ ກັບຄົນຈີນ ຫຼື ການເປັນເມຍຄົນຈີນ ຄຸ້ມຄ່າ ຫຼື ບໍ່?
ແມ່ຍິງລາວ ຜູ້ຕົກເປັນເຫຍື່ອ ເປີດເຜີຍຂະບວນການ, ລາຍລະອຽດ ກ່ຽວກັບການແຕ່ງດອງ ກັບຜູ້ຊາຍຈີນ
ເດັກນ້ອຍແມ່ຍິງມົ້ງລາວ ຕົກເປັນກຸ່ມເປົ້າໝາຍເມຍຈີນ


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.