ເຣື້ອງທີ່ເກັບບັນທຶກໄວ້
2022-12-16
ບັນຫາ ການຄ້າມະນຸສ ແລະ ການຊ່ອຍເຫລືອ ຜູ້ຖືກເຄາະຮ້າຍ ຈາກການຄ້າ ຊຶ່ງທີ່ຜ່ານມາ ເຈົ້າໜ້າທີ່ ສາມາດດຳເນີນຄະດີ ການຄ້າມະນຸສ ຢູ່ເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ໄດ້ 12 ກໍຣະນີ ແລະກັກໂຕ ຜູ້ຮ່ວມຂະບວນການ ຢ່າງໜ້ອຍ 27 ຄົນ.
2022-12-16
ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກມາຍອມຮັບວ່າ ການຈ່າຍຄ່າ ຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົລກະທົບ ໂຄງການທາງຣົຖໄຟ ລາວ-ຈີນ ມີຄວາມຊັກຊ້າ ຍ້ອນວ່າຊາວບ້ານ ບໍ່ຍອມຮັບລາຄາຊົດເຊີຍ ທີ່ສະພາຮັບຮອງ, ແຕ່ຊາວບ້ານວ່າ ມັນເປັນການຖິ້ມໂທດ ໃສ່ຊາວບ້ານ.
2022-12-16
ໃນວັນທີ 15 ທັນວາ ທີ່ຜ່ານມາ ກຸ່ມນັກເຄື່ອນໄຫວ ພາກປະຊາສັງຄົມໃນໄທຍ ແລະ ອົງການຈັດຕັ້ງພາກປະຊາສັງຄົມໃນໄທຍ ຫລາຍອົງການ ໄດ້ຮ່ວມກັນຈັດກິຈກັມ ໃນວາຣະຄົບຮອບ 10 ປີ ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ເພື່ອເປັນສັນຍາລັກວ່າ ຈະບໍ່ລືມ ທ່ານ ສົມບັດ ສົມພອນ.
2022-12-15
ເນື່ອງໃນໂອກາດ ວັນຄົບຮອບ 10 ປີຂອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ຂອງລາວ, ອົງການສາກົນ ຮຽກຮ້ອງໃຫ້ຣັຖບານລາວ ສືບສວນການຫາຍສາບສູນ ດັ່ງກ່າວ ຢ່າງຄັກແນ່ ແລະຈິງຈັງ.
2022-12-15
ມີການຊື້-ຂາຍໃບກະທ້ອມ, ຜລິຕພັນ ທີມີສ່ວນປະສົມ ຂອງໃບກະທ້ອມ ແລະ ຍັງພົບມີຜູ້ລັກປູກຕົ້ນກະທ້ອມ ຫລາຍຂຶ້ນຢູ່ລາວ ຍ້ອນຄວາມນິຍົມ ດື່ມ ແລະກິນ ເຖິງແມ່ນທາງການ ໄດ້ຫ້າມແລ້ວກໍຕາມ, ກະທ້ອມເປັນຕົ້ນໄມ້ ທີ່ມີສານເຄມີ ອອກລິດຕໍ່ລະບົບປະສາດ ສຳລັບຜູ້ເສບ.
2022-12-15
ຖນົນຫົນທາງ ໃນລາວເພພັງໜັກໜ່ວງ ຍ້ອນຣົຖບັນທຸກ ຂນາດໜັກ ທີ່ຂົນໄມ້, ແຮ່ທາດ, ຫິນແລະອຸປະກອນກໍ່ສ້າງ ເປັນຕົ້ນທາງຣົຖໄຟ ລາວ-ຈີນ, ທາງດ່ວນ ແລະຂົນສິນຄ້າອື່ນໆ ແລ່ນຫລາຍ ພ້ອມກັບບັນຫາ ການສ້າງທາງ ທີ່ບໍ່ໄດ້ມາຕຖານ, ການບັນທຸກນ້ຳໜັກເກີນ ແມ່ນສາເຫດນຶ່ງ.
2022-12-15
ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ໃນປະເທດລາວ ຍັງໜ້າເປັນຫ່ວງ ໂດຍສະເພາະ ການທຳຮ້າຍຮ່າງກາຍ, ຈິຕໃຈ ໂດຍສະເພາະ ແມ່ຍິງແລະເດັກນ້ອຍ ທີ່ຢູ່ເຂດຫ່າງໄກ ຖືກໃຊ້ແຮງງານໜັກ ໃນຊີວິຕປະຈຳວັນ ຍິ່ງໄປກວ່ານັ້ນ ແມ່ຍິງຖືກຂົ່ມຂືນ ກໍເປັນບັນຫານຶ່ງ.
2022-12-15
ນັກເຄື່ອນໄຫວ ພາກປະຊາສັງຄົມ ໃນໄທຍ ຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ເພື່ອຮຽກຮ້ອງຄວາມຍຸຕິທັມ ໃຫ້ແກ່ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າສະຖານທູຕລາວ ປະຈໍານະຄອນຫຼວງບາງກອກ ເພື່ອຮຽກຮ້ອງໃຫ້ຣັຖບານລາວ ເປີດເຜີຍຄວາມຈິງ ພັກພາໂຕ ທ່ານ ສົມບັດ ສົມພອນ.
2022-12-14
ປສສ ລາວ ນອກຈາກ ມີການຂາດດຸນ ການຄ້າເຖິງ 230 ລ້ານໂດລ້າຣ໌ ສະຫະຣັຖ ໃນເດືອນຕຸລາປີນີ້ ເຮັດໃຫ້ເງິນກີບເຟີ້ຂຶ້ນຕື່ມແລ້ວ, ສະພາແຫ່ງຊາຕ ຮຽກຮ້ອງໃຫ້ຣັຖບານ ແກ້ໄຂບັນຫາການວ່າງງານ ຊຶ່ງເປັນສ່ວນນຶ່ງ ທີ່ພາກຣັຖຕ້ອງໄດ້ແກ້ໄຂ ຢ່າງຈິງຈັງ.
2022-12-14
ວັນທີ 15 ທັນວາ 2012 ເປັນມື້ສຸດທ້າຍ ທີ່ມີຄົນເຫັນ ທ່ານ ສົມບັດ ສ່ວນວ່າ ຣັຖບານລາວ ຍັງຕອບປະຊາຄົມໂລກ ບໍ່ໄດ້ ເຣື່ອງການລັກພາໂຕ ທ່ານ ສົມບັດ.
2022-12-14
ທີ່ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ທັງໝົດ 11 ແຫ່ງກວມເອົາເນື້ອທີ່ 200 ປາຍເຮັກຕ້າຣ໌ ໄດ້ຖືກຮັບຮອງ ໃຫ້ເປັນມໍຣະດົກໂລກແລ້ວ ຂະນະທີ່ເຈົ້າໜ້າທີ່ ຕ້ອງໄດ້ເອົາໃຈໃສ່ ບໍ່ໃຫ້ເກີດມີການລະເມີດ ກົດໝາຍມໍຣະດົກໂລກ ແລະປີນີ້ ແຂວງຊຽງຂວາງ ມີການຈັດການ ແຂ່ງຂັນກິລາຂຶ້ນ ເພື່ອກະຕຸ້ນການທ່ອງທ່ຽວ.
2022-12-14
ຣັຖມົນຕຣີ ກະຊວງພາຍໃນ ອອກມາຍອມຮັບ ຢ່າງເປັນທາງການວ່າ ການສອບເສັງ ຄັດເລືອກ ພນັກງານຣັຖກອນ ແມ່ນມີຄວາມບໍ່ໂປ່ງໃສ ແລະເປັນການຈັດສາກ ຊຶ່ງຄວາມເປັນຈິງເຣື່ອງນີ້ ເກີດຂຶ້ນມາດົນນານແລ້ວ ຍັງເປັນເຣື່ອງທີ່ພາກຣັຖ ຕ້ອງແກ້ໄຂຢ່າງຈິງຈັງ.
2022-12-14
ສປປ ລາວ ຂາດດຸນການຄ້າ ເຖິງ 230 ລ້ານໂດລ້າຣ໌ ສະຫະຣັຖ ໃນເດືອນຕຸລາປີນີ້ ເຮັດໃຫ້ເງິນກີບເຟີ້ຂຶ້ນຕື່ມ ມູນຄ່າການຄ້າ ຂາເຂົ້າ ແລະຂາອອກ ຂອງລາວ ໃນເດືອນຕຸລາປີນີ້ ປະມານ 1,074 ລ້ານໂດລ້າຣ໌ ໃນນັ້ນຂາດດຸນ ປະມານ 230 ລ້ານໂດລ້າຣ໌.
2022-12-13
ກ່ອນທີ່ ທ່ານ ສົມບັດ ສົມພອນ ຈະຖືກລັກພາໂຕໄປ, ທ່ານ ໄດ້ເນັ້ນເຣື່ອງການພັທນາ ແບບຍືນຍົງ ເພື່ອໃຫ້ໄດ້ມາເຊິ່ງ ຄວາມສຸຂທີ່ແທ້ຈິງ.
2022-12-13
ເຫດການຊາວບ້ານ ຢູ່ບ້ານບໍ່ໂພນຕີ້ວ ເມືອງຫິນບູນ ແຂວງຄຳມ່ວນ ໄດ້ຮັບຄວາມເດືອດຮ້ອນ ຈາກບໍຣິສັດຈີນ ທີ່ໄດ້ຮັບສັມປະທານບໍ່ກົ່ວ ໃນເຂດບ້ານດັ່ງກ່າວ ແລະໄດ້ໃຊ້ຣົຖຂຸດດິນຕັນທາງ ເຂົ້າອອກບ້ານ ເຮັດໃຫ້ເປັນອຸປະສັກ ໃນການໃຊ້ຊີວິຕ ຂອງຊາວບ້ານ ຊຶ່ງບໍ່ສາມາດ ໄປເຮັດໄຮ່, ເຮັດສວນ ໄດ້ປົກກະຕິ.