ເຣື້ອງທີ່ເກັບບັນທຶກໄວ້
2023-08-14
ໂຮງໝໍມະໂຫສົດ ເປີດສູນໃຫ້ຄໍາປຶກສາ ດ້ານການແພດ ແກ່ແມ່ຍິງ ແລະເດັກນ້ອຍ ທີ່ເປັນຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ທັງດ້ານຮ່າງກາຍ ແລະຈິດໃຈ ໂດຍສູນແຫ່ງນີ້ ຈະໃຫ້ບໍຣິການ ດ້ານຊິການ ແລະສິ່ງທີ່ຈໍາເປັນ ແກ່ຜູ້ຖືກເຄາະຮ້າຍຈາກ ຄວາມຮຸນແຮງທາງເພດ.
2023-08-14
ປັດຈຸບັນ ສະຖານນະການນໍ້າຖ້ວມ ໃນຫຼາຍແຂວງ ຍັງຕ້ອງເຝົ້າລະວັງ ເນື່ອງຈາກບາງພື້ນທີ່ ຍັງມີຝົນຕົກຕໍ່ເນື່ອງ ເຮັດໃຫ້ບາງພື້ນທີ່ເກີດນໍ້າຖ້ວມຂັງສູງ ປະມານ 20 ເຊັນຕີແມັດໂດຍສະເພາະ ຖນົນເລຂທີ 13 ບໍຣິເວັນຕລາດວັງວຽງ ນໍ້າໄດ້ໄຫຼເຂົ້າຖ້ວມຮ້ານຄ້າ ແລະ ບ້ານເຮືອນຂອງປະຊາຊົນ.
2023-08-14
ສາເຫດ ທີ່ເຮັດໃຫ້ນັກຮຽນ ທີ່ຈົບການສຶກສາ ຊັ້ນ ມ.7 ປະມານ 50% ຂອງນັກຮຽນທັງໝົດ ຕັດສິນໃຈບໍ່ຮຽນຕໍ່ ໃນລະດັບປະຣິນຍາຕຣີ ຍ້ອນເມື່ອຮຽນຈົບໄປແລ້ວ ບໍ່ມີວຽກເຮັດງານທໍາ ຕາມສາຂາວິຊາ ທີ່ໄດ້ຮຽນມາ, ແຕ່ໄດ້ເຮັດວຽກຮັບຄ່າຈ້າງ ບໍ່ແຕກຕ່າງຈາກຜູ້ທີ່ບໍ່ໄດ້ຮຽນຕໍ່.
2023-08-14
ຄົນຈີນ 2 ຄົນ ທີ່ໃຫ້ເດັກຍິງຊາວລາວ ອາຍຸ ຕໍ່າກ່ວາ 18 ປີ ຈໍານວນ 8 ຄົນ ເຕັ້ນໂຊ ແລະມີການຖ່າຍທອດສົດ ຜ່ານສື່ສັງຄົມອອນລາຍນ໌ ຖືກເຈົ້າໜ້າທີ່ຄວບຄຸມໂຕເພື່ອນໍາໄປສືບສວນ-ສອບສວນ ຂຍາຍຜົລ ໃນຂໍ້ກ່າວຫາ ຈ້າງເດັກຍິງລາວ ເຕັ້ນໂຊຜ່ານສື່ສັງຄົມອ໋ອນລາຍນ໌.
2023-08-14
ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ເຣີ່ມກວດກາ ນ້ຳໜັກຣົຖບັນທຸກ ເພື່ອຫຼຸດຜ່ອນບັນຫາ ທາງເປ່ເພໄວກວ່າ ເວລາອັນຄວນ ຂະນະທີ່ຊາວບ້ານເຫັນວ່າ ເປັນພຽງການເຂັ້ມງວດ ໃນເບື້ອງຕົ້ນເທົ່ານັ້ນ ແລະເມື່ອເວລາຜ່ານໄປ ທຸກຢ່າງຈະເຂົ້າສູ່ ໝວດເກົ່າ.
2023-08-13
ທ່ານ ແອຣ໌ ພັນທິບ ເກດຕະວົງ, ນັກສ້າງ ພາພຍົນ ອາເມຣິກາ ໃນຮໍລ໌ລີວູດ (HOLLYWOOD) ແລະ ມີຜົລງານ ພາພຍົນ MR-9: “Do or Die” ຈະອອກສາຍ ຫລາຍກວ່າ 200 ແຫ່ງ ໃນສະຫະຣັຖ ອາເມຣິກາ ແລະ ການາດາ, ເຣີ່ມແຕ່ ວັນທີ່ 25 ສິງຫາ 2023 ນີ້.
2023-08-12
ຣັຖບານລາວ ມີໜີ້ສິນ ຕ່າງປະເທດ ທັງໝົດ 10,234 ຕື້ ໂດລ້າຣ໌ ສະຫະຣັຖ, ການປະຕິບັດ ກົດໝາຍວ່າດ້ວຍ ຂຸດຄົ້ນແຮ່ທາດ ບໍ່ມີຄວາມສັກສິດ, ສປປ ລາວ ນໍາເຂົ້າ ນໍ້າມັນແອັດຊັງ ຊຸດທໍາອິດ ຈາກ ສປ ຈີນ ແທນນໍ້າມັນ ສ່ວນໃຫຍ່ ທີ່ນຳເຂົ້າ ຈາກໄທຍ.
2023-08-12
ກຸ່ມນັກຊ່ຽວຊານ ດ້ານສິດທິມະນຸສ ຈາກອົງການສະຫະປະຊາຊາຕ ອອກຖແລງການ ຮຽກຮ້ອງໃຫ້ຣັຖບານລາວ ປ່ອຍທ່ານ ລູ໋ ຊີ່ເຫວີຍ ທັນທີ ແລະ ປ້ອງກັນ ຄວາມເປັນໄປໄດ້ ທີ່ຈະມີການສົ່ງໂຕທ່ານ ກັບຄືນປະເທດຈີນ
2023-08-11
ມາຮອດປັດຈຸບັນເສັ້ນທາງ ເຊື່ອມຕໍ່ລະຫວ່າງ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ເມືອງຄຳເກີດ ແຂວງບໍຣິຄຳໄຊ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດການນໍ້າຖ້ວມ ຍັງມີສະພາບເປ່ເພ ຢ່າງໜັກໜ່ວງ ແລະ ກໍຍັງປິດການສັນຈອນ.
2023-08-11
ຣັຖບານລັກແຊມເບິກ ສືບຕໍ່ໃຫ້ເງິນຊ່ອຍເຫຼືອ 9 ລ້ານຢູໂຣ ຫຼືປະມານ 190 ຕື້ກີບ ເພື່ອສືບຕໍ່ ປັບປຸງລະບົບກົດໝາຍ ແລະສານຍຸຕິທັມໃນລາວ ຜ່ານໂຄງການ ການປັບປຸງການປົກຄອງ ດ້ວຍກົດໝາຍ, ການເຂົ້າເຖິງກົດໝາຍ ແລະການປົກຄອງທີ່ດີ ໂດຍທຶນຈະຈັດຕັ້ງປະຕິບັດ ເປັນເວລາ 5 ປີ ຕັ້ງແຕ່ປີ 2023-2027.
2023-08-11
ລາຄາສິນຄ້າ ແລະ ຄ່າບໍຣິການໃນເດືອນກໍຣະກະດາ 2023 ທຽບໃສ່ເດືອນມິຖຸນາ ເພີ່ມຂຶ້ນ 2.3% ໂດຍສະເພາະໝວດອາຫານ, ເຄື່ອງດື່ມບໍ່ມີທາດເຫຼົ້າ, ເຄື່ອງໜຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ຢາປົວພະຍາດ ແລະ ການຄົມມະນາຄົມຍັງສືບຕໍ່ແພງຂຶ້ນ ຂະນະທີ່ປະຊາຊົນລາວສ່ວນໃຫຍ່ ເຫັນວ່າ ລາຄາສິນຄ້າ ແລະ ບໍຣິການປັບລາຄາແພງຂຶ້ນເກືອບທຸກສັປດາ.
2023-08-11
ຕັ້ງແຕ່ຕົ້ນເດືອນສິງຫາ 2023 ມານີ້ ໄດ້ເກີດຝົນຕົກໜັກ ນໍ້າຖ້ວມໃນຫຼາຍເມືອງ ແລະຫຼາຍແຂວງຂອງລາວ ກໍເຮັດໃຫ້ລະບົບໄຟຟ້າ ຖືກຕັດຂາດໃນຫຼາຍພື້ນທີ່ ບາງພື້ນທີ່ ກໍກັບມາໃຊ້ໄຟຟ້າໄດ້ປົກກະຕິ ແຕ່ບາງເມືອງ ຍັງບໍ່ສາມາດໃຊ້ໄຟຟ້າໄດ້ເປັນປົກກະຕິເທື່ອ.
2023-08-11
ກວດພົບ ການສໍ້ຣາສບັງຫຼວງ ໃນໂຄງການເຊົ່າ ແລະ ສັມປະທານ ທີ່ດິນ ແລະ ຂຸດຄົ້ນແຮ່ທາດ ຂອງນັກລົງທຶນ ຕ່າງປະເທດ, ພ້ອມນີ້ ການເກັບລາຍຮັບ ຈາກໂຄງການເຫລົ່ານັ້ນ ຍັງບໍ່ໄດ້ ຕາມຄາດໝາຍ.
2023-08-11
ໄທດໍາ ເປັນຊົນກຸ່ມນ້ອຍ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ. ໃນສັປດານີ້, ວຽງໄຊ ຈະກ່າວເຖິງ ການຊ່ອຍເຫລືອ ທີ່ບັນພະບຸຣຸດ ຂອງຊາວໄທດຳ ໄດ້ຮັບ ຈາກພຍາແຖນ. ເຊີນທ່ານຮັບຟັງ ຕອນທີ່ ໙ ໄດ້ເລີຍ.
2023-08-10
ທາງການ ແຂວງອຸດົມໄຊ ຫາລືກ່ຽວກັບຜົລກະທົບ ຈາກໂຮງງານຊີເມັນ ຂອງຈີນ ເພາະໂຮງງານ ຈະກັບມາຂຸດຄົ້ນ ວັດຖຸດິບຄືນໃໝ່ ແລະກ່ອນກັບມາເປີດໃໝ່ ຂະນະທີ່ ປະຊາຊົນທີ່ຖືກຜົລກະທົບ ໃນໄລຍະທຳອິດ ຍັງບໍ່ໄດ້ຄ່າຊົດເຊີຍ.