ຈຳນວນນັກຮຽນ ເຂົ້າສຶກສາຕໍ່ ໃນລະດັບປະຣິນຍາຕຣີ ຫຼຸດລົງຫຼາຍ

ເດັກນ້ອຍນັກແມ່ຍິງລາວ ໃນແຂວງນຶ່ງ ທາງພາກເໜືອ ຂອງລາວ.
ເດັກນ້ອຍນັກແມ່ຍິງລາວ ໃນແຂວງນຶ່ງ ທາງພາກເໜືອ ຂອງລາວ. (RFA)

0:00 / 0:00

ໃນວັນທີ 13 ສິງຫາທີ່ຜ່ານມາ ທ່ານ ສິຣິອຸດົງ ສູນດາຣາ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ລະບຸວ່າ ໃນສົກປີການສຶກສາ 2023-2024 ມີ ມະຫາວິທຍາໄລ 4 ແຫ່ງ ທົ່ວປະເທດ ເປີດຮັບສມັກນັກສຶກສາ 11,175 ຄົນ ແຕ່ມີຄົນ ມາລົງທະບຽນພຽງແຕ່ 8,416 ຄົນ ໃນນີ້ ມະຫາວິທຍາໄລ ສຸພານຸວົງ ລົງທະບຽນ 484 ຄົນ (ຕ້ອງການ 1,566 ຄົນ), ມະຫາວິທຍາໄລ ສວັນນະເຂດ ລົງທະບຽນ 271 ຄົນ (ຕ້ອງການ 1,615 ຄົນ), ມະຫາວິທຍາໄລ ຈໍາປາສັກ ລົງທະບຽນ 221 ຄົນ (ຕ້ອງການ 1,405 ຄົນ) ແລະ ມະຫາວິທຍາໄລ ແຫ່ງຊາຕລາວ ລົງທະບຽນ 7,440 ຄົນ (ຕ້ອງການ 6,688 ຄົນ).

ກ່ຽວກັບເຣື່ອງນີ້ ສໍາລັບສາເຫດ ທີ່ເຮັດໃຫ້ນັກຮຽນທີ່ຈົບການສຶກສາ ຊັ້ນ ມ.7 ປະມານ 50% ຂອງນັກຮຽນທັງໝົດ ຕັດສິນໃຈບໍ່ຮຽນຕໍ່ ໃນລະດັບປະຣິນຍາຕຣີ ຍ້ອນເມື່ອຮຽນຈົບໄປແລ້ວ ພັດບໍ່ມີວຽກເຮັດງານທໍາຕາມສາຂາວິຊາ ທີ່ໄດ້ຮຽນມາ ແລະໄດ້ຮັບຄ່າຈ້າງແຮງງານ ບໍ່ແຕກຕ່າງຈາກຜູ້ທີ່ບໍ່ໄດ້ຮຽນຕໍ່.

ດັ່ງນັກຮຽນຊັ້ນ ມ.7 ທີ່ຕັດສິນໃຈ ບໍ່ຮຽນຕໍ່ປະຣິນຍາຕຣີ ຢູ່ເມືອງໂພນທອງ ແຂວງຈໍາປາສັກ ຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ສິງຫາ 2023 ນີ້ວ່າ:

“ນ້ອງບໍ່ໄດ້ຮຽນຕໍ່ ຄືຊິບາງໂຮງຮຽນ ເຫັນສ່ວນຫຼາຍ ຢ່າງລຸ້ນເອື້ອຍອ້າຍ ທີ່ຮຽນຈົບໄປ ກະບໍ່ໄດ້ເຮັດວຽກຕາມສາຍທີ່ຮຽນຫັ້ນນ່າ ຕອນນີ້ເຮັດວຽກນໍາບໍຣິສັດເອກກະຊົນ ໂຕຄ່າຮຽນ ມັນກໍກ່ຽວສ່ວນນຶ່ງ ແຕ່ວ່າ ໂຕຫຼັກໆສໍາລັບນ້ອງຄຶດວ່າ ໜ້າຈະເປັນເຣື່ອງຮຽນແລ້ວ ກໍບໍ່ໄດ້ເຮັດວຽກຕາມວິຊາ ສາຍທີ່ຮຽນ ອີກຢ່າງກໍ ເງິນເດືອນມັນກໍພໍໆກັນຊີ້ນ່າ ສົມມຸດວ່າຮຽນຈົບໄປ ມັນກໍໃຊ້ເວລາໄປຕັ້ງຫຼາຍປີຫັ້ນນ່າ ກໍເອົາເວລານັ້ນ ໄປຫາເງິນໄປໃຊ້ຊີວິດກໍດີກວ່າ.”

ສໍາລັບສາເຫດ ທີ່ເຮັດໃຫ້ນັກສຶກສາ ທີ່ຮຽນຈົບລະດັບປະຣິນຍາຕຣີ ພັດບໍ່ມີວຽກເຮັດງານທໍາພາຍໃນປະເທດລາວ ພໍເທົ່າໃດ ແລະບໍ່ໄດ້ຮັບເງິນເດືອນທີ່ເໝາະສົມ ຍ້ອນວຽກງານວິຊາສະເພາະນັ້ນ ທາງບໍຣິສັດຈີນ ເຊິ່ງເຂົ້າມາລົງທຶນພາຍໃນລາວ ຢ່າງຫຼວງຫຼາຍ ພັດນໍາເຂົ້າຜູ້ຊ່ຽວຊານ ແຕ່ຕ່າງປະເທດ ແທນການນໍາໃຊ້ຄົນລາວ ທີ່ຮຽນຈົບຊັ້ນສູງພາຍໃນປະເທດ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການສຶກສາ ທ່ານນຶ່ງ ກ່າວຕໍ່ວິທຍຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເອີ່ ຢູ່ເມືອງລາວນີ້ ບໍ່ຄ່ອຍມີວຽກເຮັດຫັ້ນນ່າ ຊອກວຽກຍາກນ່າ ຈົບມາບໍຣິສັດອິຫຍັງນີ້ ມັນມີກໍມີໜ້ອຍເນາະ ວຽກກໍແທບຈະບໍ່ມີເລີຍນ່າ ແມ່ນແລ້ວຄົນຈີນມາ ສ່ວນຫຼາຍກໍເປັນວິຊາການ ມີຫຍັງກໍເປັນຄົນຈີນເບິດ ກັມມະກອນກໍມີສ່ວນນຶ່ງ ແຕ່ວ່າ ສ່ວນຫຼາຍກໍໜ້າຈະເປັນຄົນລາວ ແຄ່ວ່າອັນ ຄັນທີ່ວ່າ ເງິນສູງໜ້ອຍນຶ່ງ ໜ້າຈະຕ້ອງເປັນຄົນເຂົາເນາະ.”

ຂະນະດຽວກັນ ຄ່າຮຽນໃນລະດັບປະຣິນຍາຕຣີ ທີ່ໄດ້ເພີ່ມຂຶ້ນຕາມສະພາບເງິນເຟີ້ ພາຍໃນປະເທດ ກໍເປັນອີກເຫດຜົນສໍາຄັນ ທີ່ເຮັດໃຫ້ນັກຮຽນທີ່ຮຽນຈົບຊັ້ນ ມ.7 ຈໍານວນຫຼາຍ ຕັດສິນໃຈອອກມາເຮັດວຽກ ແທນການຮຽນຕໍ່ໃນຊັ້ນສູງ.

ດັ່ງນັກສຶກສາດ້ານການບັນຊີ ຊັ້ນປີທີ 3 ຢູ່ມະຫະວິທະຍາໄລ ແຫ່ງຊາຕລາວ ຜູ້ນຶ່ງ ກ່າວວ່າ:

“ເຮົາຮຽນຢູ່ປີ 3 ແລ້ວ ຮຽນຢູ່ສາຂາບັນຊີ ເພິ່ນເຮັດວຽກ ຂະເຈົ້າມີວຽກເຮັດແລ້ວ ຂະເຈົ້າເລີຍບໍ່ຢາກຮຽນຕໍ່ ກໍບໍ່ຮຽນຕໍ່ເກືອບ 60% ເລີຍແຫຼະ ບາງຄົນກໍໄປຮັບຈ້າງຕາມສວນ ແລ້ວກໍໄປຂາຍເຄື່ອງ ອີ່ຫຍັງຫັ້ນແຫຼະ ເຣີ່ມຕົ້ນກໍປະມານ ລ້ານປາຍ (ສ່ວນເຣື່ອງຄ່າໃຊ້ຈ່າຍໃນການຮຽນ) ກໍສູງຕາມຄ່າເງິນແດ່ ປີນຶ່ງ ຖ້າປີ 1 ກໍປີນຶ່ງ ກໍ 10 ລ້ານໃດ໋ ປີ 2 ນີ້ ກໍສໍ່າໆກັນຫັ້ນແຫຼະ ເຮົາກໍໄປຮຽນຕອນມັນເຟີ້ນີ້.”

ສໍາລັບສາຂາວິຊາ ທີ່ມີຜູ້ສົນໃຈລົງທະບຽນຮຽນຫຼາຍກ່ອນໝູ່ ແມ່ນພາສາຈີນ ເປັນສາຂາທໍາອິດ ຍ້ອນພາຍຫຼັງການແຜ່ຣະບາດ ຂອງໂຄວິດ-19 ຫຼຸດຜ່ອນລົງ ມີນັກລົງທຶນຈີນ ເຂົ້າມາເຮັດທຸຣະກິຈ ພາຍໃນປະເທດລາວຫຼາຍຂຶ້ນ ແລະຖ້າຫາກຜູ້ໃດຮູ້ພາສາຈີນ ກໍຈະມີໂອກາດໃນການເຮັດວຽກນໍາບໍຣິສັດຈີນ ເຊິ່ງມີຣາຍໄດ້ດີກວ່າ ສ່ວນສາຂາທີ່ໄດ້ຄວາມນິຍົມຮອງລົງມາ ແມ່ນສາຂາບໍຣິຫານທຸຣະກິຈ, ການເງິນ ແລະໄອທີ.

ດັ່ງອາຈານ ປະຈໍາສາຖາບັນແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ສາຂາວິຊາພາສາຈີນ ຕໍ່ມາກໍເປັນບໍຣິຫານທຸຣະກິຈ, ການເງິນ, ການບັນຊີ ເພາະວ່າ ປະເທດລາວເຮົານີ້ແມ່ນສ່ວນໃຫຍ່ ຈະມີນັກລົງທຶນຈາກປະເທດຈີນ ມາລົງທຶນຫັ້ນນ່າ ບາງເທື່ອເຂົາກໍມີທຸຣະກິຈເປັນຂອງໂຕເອງຢູ່ແລ້ວ ພຽງແຕ່ວ່າ ໄປເສີມຄວາມຮູ້ຊື່ໆຫັ້ນນ່າ ຜູ້ບໍ່ມີທຸຣະກິຈກໍແມ່ນສ່ວນໃຫຍ່ ຈະຢູ່ລາວເຮົານີ້ ສາຂາວິຊາພາສາຈີນເຮົານີ້ ເພາະວ່າ ຈົບວິຊາພາສາຈີນເຮົາແລ້ວ ອອກມາແລ້ວມີວຽກເລີຍນ່າ ຊອກວຽກງ່າຍ.”

ກ່ອນໜ້ານີ້ ໃນວັນທີ 12 ສິງຫາ ທີ່ຜ່ານມາ ທ່ານ ສຈ. ດຣ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທຍາໄລ ແຫ່ງຊາຕລາວ ແລະຜູ້ຊີ້ນໍາວຽກງານວິຊາການ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນທ້ອງຖິ່ນ ວ່າ ປັດຈຸບັນ ການສອບເສັງເພື່ອຄັດເລືອກ ນັກສຶກສາໃໝ່ ໃນແຕ່ລະປີ ເຫັນໄດ້ຢ່າງຊັດເຈນວ່າ ມີທ່າອຽງຫຼຸດລົງ ທັງນີ້ ແມ່ນເກີດຂຶ້ນຈາກຫຼາຍສາເຫດ ເປັນຕົ້ນ ຈໍານວນປະຊາກອນ ພາຍໃນປະເທດລາວບໍ່ຫຼາຍ ແລະນັກຮຽນທີ່ຈົບຊັ້ນ ມ.7 ຈໍານວນນຶ່ງ ສາມາດໄປສຶກສາຢູ່ຕ່າງປະເທດ ໄດ້ເພີ່ມຂຶ້ນ.

ອີງຕາມສະຖິຕິ ໃນການສອບເສັງເຂົ້າສຶກສາຕໍ່ ໃນມະຫາວິທຍາໄລແຫ່ງຊາຕລາວ ໃນຮອບ 3 ປີນັ້ນ ນັບແຕ່ສົກປີ 2020-2021 ທີ່ຜ່ານມາ ມີນັກຮຽນຊັ້ນ ມ.7 ລົງທະບຽນສອບເສັງ ແລະເຂົ້າຮຽນຕາມລະບົບ 9,000 ກວ່າຄົນ, ສົກປີ 2021-2022 ມີນັກຮຽນເດີນທາງມາສອບເສັງໂຕຈິງ 6,625 ຄົນ ແລະສົກປີ 2022-2023 ມີນັກຮຽນຊັ້ນ ມ.7 ລົງທະບຽນສອບເສັງ ແລະເຂົ້າຮຽນຕາມລະບົບ 6,990 ຄົນ ສ່ວນສົກປີ 2023-2024 ນີ້ ມີນັກຮຽນລົງທະບຽນສອບເສັງ 7,440 ຄົນ ໃນນີ້ ຄັດເລືອກເອົາ 6,688 ຄົນ ເປັນນັກສຶກປະຣິນຍາຕຣີ 5,203 ຄົນ, ຕໍ່ເນື່ອງປະຣິນຍາຕຣີ 1,395 ຄົນ ແລະອະນຸປະຣິນຍາ 90 ຄົນ.