ໂຮງໝໍມະໂຫສົດ ເປີດສູນໃຫ້ຄຳປຶກສາ ສຳລັບເຫຍື່ອຄວາມຮຸນແຮງ

ສຸພັດຕາ
2023.08.14
ໂຮງໝໍມະໂຫສົດ ເປີດສູນໃຫ້ຄຳປຶກສາ ສຳລັບເຫຍື່ອຄວາມຮຸນແຮງ ແມ່ຍິງແລະເດັກນ້ອຍ ທີ່ໃຊ້ບໍຣິການ ທາງການແພດ ທີ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນ ກັນຍາ 2022.
ນັກຂ່າວ ພົລເມືອງ

ໃນມື້ວັນທີ 7 ສິງຫາ ໂຮງໝໍມະໂຫສົດ ກະຊວງສາທາຣະນະສຸຂ ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດ ແກ່ແມ່ຍິງ ແລະເດັກນ້ອຍ ທີ່ເປັນຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງທັງດ້ານຮ່າງກາຍ ແລະຈິດໃຈ ໂດຍຫ້ອງໃຫ້ຄໍາປຶກສາ ຈະໃຫ້ບໍຣິການດ້ານຊິການ ແລະສິ່ງທີ່ຈໍາເປັນ ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງທາງເພດ ໂດຍນີ້ ເປັນສູນ ບໍຣິການປະຕູດຽວ ຫຼື One-stop Service Center ສໍາລັບຜູ້ລອດຊີວິດ ຈາກຄວາມຮຸນແຮງ ແຫ່ງທໍາອິດ ຂອງ ສປປ ລາວ.

ໜ່ວຍງານໃຫ້ຄໍາປຶກສານີ້ ໄດ້ຮັບການສນັບສນຸນ ດ້ານງົບປະມານ ຈາກປະເທດ ອອສເຕເລັຍ ໂດຍຜ່ານອົງການ ສະຫະປະຊາຊາຕ ກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ ຫຼື  UNFPA.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະຈໍາໂຮງໝໍມະໂຫສົດ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ສິງຫາ ນີ້ວ່າ:

“ດຽວນີ້ຫັ້ນ ພວກເຮົາເຮັດມາດົນແລ້ວເນາະ ກ່ຽວກັບໂຕໃຫ້ຄໍາປືກສາ ດ້ານການແພດຫັ້ນນ່າ ບາດນີ້ ມັນມີອົງການສາກົລ ຄື ອອສເຕເລັຍ ຂະເຈົ້າມາຊ່ວຍເນາະ ເປີດເປັນທາງການ ທິດນີ້ນີ່ແຫຼະ ເພິ່ນເປີດແລ້ວໃຫ້ປຶກສາຫັ້ນເນາະ ຄັນຖ້າມີກໍຣະນີມາ ໃຫ້ຄໍາປຶກສານີ່ແຫຼະ ດ້ານການແພດຂອງເຮົານີ້ນ່າ ອັນພວກຖືກເຄາະຮ້າຍມາເນາະ ພວກເດັກນ້ອຍຖືກເຄາະຮ້າຍ ຫຼືວ່າ ຖືກຂົ່ມຂືນ ຫຼືຫຍັງຫັ້ນແຫຼະ.”

ໂດຍກ່ອນໜ້ານີ້ ສະຖານທູດອອສເຕເລັຍ ແລະ UNFPA ກໍໄດ້ມອບອຸປະກອນ ແລະເຄື່ອງໃຊ້ຈໍາເປັນໃນການຊ່ອຍເຫຼືອຜູ້ລອດຊີວິດ ຈາກຄວາມຮຸນແຮງ ຮວມມູນຄ່າ 1 ຕື້ປາຍກີບ ເຄື່ອງໃຊ້ນັ້ນປະກອບດ້ວຍ ອຸປະກອນການແພດສະເພາະທາງ ເປັນຕົ້ນ ຕູ້ເຢັນ ສໍາລັບການກວດນິຕິວິທະຍາ, ໂຄມໄຟ ສໍາລັບການກວດພຍາດຍິງ, ເຟີນີເຈີ້ ແລະອຸປະກອນ ICT ເພື່ອເພີ່ມຄວາມປອດພັຍໃຫ້ແກ່ຜູ້ລອດຊີວິດ.

ໜ່ວຍງານ ໃຫ້ຄໍາປຶກສາດັ່ງກ່າວ ຈະໃຫ້ບໍຣິການດ້ານສຸຂພາບ, ການສນັບສນຸນດ້ານສຸຂພາບຈິດ, ການເກັບຫຼັກຖານ ດ້ານນິຕິິວິທະຍາສາດຕ່າງໆ ຮວມເຖິງໃຫ້ບໍຣິການອື່ນໆ ທີ່ກ່ຽວຂ້ອງ ໃນຂະນະທີ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ກໍາລັງປິ່ນປົວຢູ່ໂຮງໝໍ ບໍ່ວ່າຈະເປັນ ການບໍຣິການໃຫ້ຄໍາປຶກສາດ້ານກົດໝາຍ, ບໍຣິການດ້ານສັງຄົມ ແລະບໍຣິການຊ່ອຍຕິດຕໍ່ຕໍາຣວດໃຫ້ ນອກຈາກນີ້ ຍັງຈັດຕັ້ງເບີໂທຣະສັບສາຍດ່ວນ ເພື່ອຊ່ອຍເຫຼືອດ້ານສຸຂພາບໃຫ້ແກ່ຜູ້ຖືກເຄາະຮ້າຍ ໂດຍສາມາດໂທຫາສາຍດ່ວນ ເບີ 1527 ໄດ້ຕລອດ 24 ຊົ່ວໂມງ.

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງອົງການ ສະຫະປະຊາຊາຊາຕ ກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ຍັງບໍ່ໄດ້ຮັບການຕອບກັບເທື່ອ.

ຢູ່ບັນດາເມືອງຕ່າງໆ ເມື່ອມີການຣາຍງານຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ເປັນຕົ້ນ ກໍຣະນີລ່ວງລະເມີດທາງເພດ ທາງເມືອງກໍຈະສົ່ງເຣື່ອງໃຫ້ສະຫະພັນແມ່ຍິງຂັ້ນແຂວງ ເພື່ອຂໍຄໍາປຶກສາ ແລະສົ່ງໄປຍັງສູນພັກພີງຕໍ່ໄປ.

ດັ່ງເຈົ້າໜ້າທີ່ຂັ້ນເມືອງ ຢູ່ແຂວງສວັນນະເຂດ ນາງນຶ່ງ ກ່າວວ່າ:

“ຄັນໃນກໍຣະນີແບບວ່າ ຄວາມຮຸນແຮງ ການລ່ວງລະເມີດທາງເພດ ສົມມຸດວ່າຈັ່ງຊີ້ ການຈັດຕັ້ງ ກໍຕ້ອງໄດ້ນໍາສເນີຫັ້ນນ່າ ຄັນວ່າບໍ່ຖືກຕ້ອງຫັ້ນນ່າ ບາງເທື່ອກໍມີຄໍາຮຽກຮ້ອງມາຈາກເດັກ ວ່າຊື່ເດັກຍິງ ຂະເຈົ້າກໍນໍາເອົາມາສເນີ ແລ້ວເຮັດໄປຕາມຫຼັກການ ຕາມອັນນັ້ນ ກໍເຄີຍຢູ່ ເຄີຍສເນີຫາສະຫະພັນແມ່ຍິງແຂວງ ເພິ່ນກະເຄີຍຢູ່ ເຣື່ອງແບບຊີ້ ຄັນມີ ເພິ່ນກະແກ້ໄຂໃຫ້.”

ນອກຈາກນີ້ ບາງເທື່ອແມ່ຍິງ ແລະເດັກນ້ອຍ ຍັງຕ້ອງປະເຊີນກັບຄວາມຮຸນແຮງ ດ້ານຈິດໃຈນໍາ ແລະຫຼາຍເທື່ອ ແມ່ຍິງກໍຍັງເກັບເປັນຄວາມລັບ.

ດັ່ງເຈົ້າໜ້າທີ່ຄົນດຽວກັນນີ້ ກ່າວຕື່ມວ່າ:

“ຂັ້ນເມືອງເຮົາກະ ກະຊິເປັນຄວາມຮຸນແຮງ ທາງດ້ານຈິດໃຈແຫຼະ ສ່ວນຫຼາຍກະ ບາງເທື່ອລູກຜົວ ທີ່ເວົ້າຄວາມຮຸນແຮງຕໍ່ແມ່ຍິງ ເອື້ອຍນ້ອງແມ່ຍິງເຮົາຫັ້ນເດ້ ແບບວ່າເຖິງຂັ້ນຕົບຕີກໍມີເລັກນ້ອຍ ກະບາງເທື່ອຂະເຈົ້າ ສເນີມາ ບາງເທື່ອຂະເຈົ້າກໍບໍ່ສເນີມາ ພວກເຮົາກໍບໍ່ຮູ້ຫັ້ນນ່າ ຍັງເປັນຄວາມລັບພາຍໃນຄອບຄົວຢູ່ຊິນ່າ.”

ຢູ່ແຂວງອັດຕະປື ມີຫຼາຍເທື່ອຄືກັນ ທີ່ຄວາມຮຸນແຮງໃນຄອບຄົວ ຍັງບໍ່ຖືກຣາຍງານ ຍ້ອນແມ່ຍິງຫຼາຍຄົນຍັງຄິດວ່າ ເປັນເຣື່ອງປົກກະຕິຂອງຄອບຄົວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວວ່າ:

“ຄວາມຮຸນແຮງໃນຄອບຄົວຫັ້ນ ກະຣະນີແບບນີ້ ຜົວກັບເມັຍເຂົາຕີກັນ ບາງຄັ້ງເຂົາບໍ່ເຂົ້າມາຫາໄທເຮົາໂດຍກົງຫັ້ນນ່າ ບໍ່ມາປຶກສາອີ່ຫຍັງຫັ້ນນ່າ ເພາະວ່າ ບາງຄັ້ງເຂົາຄິດວ່າ ຄວາມຮຸນແຮງຂອງຄອບຄົວ ແມ່ນເປັນເຣື່ອງທັມມະດາ.”

ຢູ່ເມືອງແປກ ແຂວງຊຽງຂວາງ ຄວາມຮຸນແຮງທີ່ເກີດຂຶ້ນ ສ່ວນຫຼາຍແມ່ນເປັນຄວາມຮຸນແຮງດ້ານຈິດໃຈ ສ່ວນຄວາມຮຸນແຮງດ້ານຮ່າງກາຍ ຍັງບໍ່ຫຼາຍປານໃດ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວວ່າ:

“ກະຫາກມີ ມັນກະປາສຈາກບໍ່ໄດ້ ແບບວ່າສ່ວນນ້ອຍຫັ້ນແຫຼະ ດົນໆຊິເທື່ອນຶ່ງ ສ່ວນຫຼາຍກໍຄວາມຮຸນແຮງດ້ານເຣື່ອງຄອບຄົວຫັ້ນແຫຼະ ຜົວເມັຍຫັ້ນແຫຼະ ຕາມທີ່ໄດ້ລົງນໍາແຕ່ລະບ້ານ ສົນທະນາກໍ ອາຈອັນນ່າທາງດ້ານຈິດໃຈເນາະ ແລ້ວກໍທາງດ້ານຮ່າງກາຍ ກໍອາຈມີແດ່ ອາຈມີໜ້ອຍ.”

ໃນທາງກົດໝາຍ ເມື່ອແມ່ຍິງຖືກທໍາຮ້າຍ ບໍ່ວ່າຈະເປັນທາງຮ່າງກາຍ ຫຼືທາງເພດ ຜູ້ຖືກເຄາະຮ້າຍ ຕ້ອງມີການແຈ້ງຄວາມ ຈຶ່ງສາມາດດໍາເນີນຄະດີໄດ້ ໂດຍຄວນແຈ້ງຄວາມ ພາຍໃນ 24 ຊົ່ວໂມງ ເພື່ອປ້ອງກັນການສູນເສັຍຫຼັກຖານ ທາງນິຕິວິທະຍາສາດ ທີ່ຈະໃຊ້ໃນການພິສູດຄະດີ ວ່າເປັນການຂົ່ມຂືນບໍ່.

IMG_4795.JPG
ອາຄານໂຮງໝໍມະໂຫສົດ, ນະຄອນຫຼວງວຽງຈັນ. ເດືອນພຶສພາ 2023. ຮູບພາບໂດຍ: ນັກຂ່າວ ພົລເມືອງ.

ຢ່າງໃດກໍຕາມ ຜູ້ໃຫ້ຄໍາປຶກສາດ້ານກົດໝາຍ ທ່ານນຶ່ງກ່າວວ່າ ຢູ່ລາວ ການແຈ້ງຄວາມຄະດີ ຖືກຂົ່ມຂືນນັ້ນ ຍັງບໍ່ຫຼາຍ ຍ້ອນຜູ້ຖືກເຄາະຮ້າຍ ບໍ່ມາແຈ້ງຄວາມ.

ດັ່ງທ່ານກ່າວວ່າ:

“ຖ້າເປັນການຂົ່ມຂືນ ກໍຕ້ອງນໍາມາແຈ້ງຄວາມ ໂດຍໂຕຜູ້ກ່ຽວເອງຫັ້ນແຫຼະ ຖ້າບໍ່ມີຜູ້ແຈ້ງຄວາມ ເຈົ້າໜ້າທີ່ກໍບໍ່ດໍາເນີນຄະດີໄດ້ ສ່ວນຫຼາຍ ຖ້າເກີດເຫດການແນວນີ້ ສ່ວນຫຼາຍ ຜູ້ເສັຍຫາຍບໍ່ມາເນາະ ບໍ່ມາແຈ້ງຄວາມ.”

ປັດຈຸບັນ ແມ່ຍິງລາວຫຼາຍຄົນ ຍັງຕົກເປັນຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງຢູ່ຫຼາຍ ອົງການສະຫະປະຊາຊາຕ ເພື່ອການພັທນາ ຫຼື UNDP ລະບຸວ່າ ຫຼາຍກວ່າ 30% ຂອງແມ່ຍິງລາວ ເຄີຍປະສົບກັບຄວາມຮຸນແຮງຢ່າງນ້ອຍນຶ່ງຮູບແບບ ບໍ່ວ່າຈະເປັນ ຄວາມຮຸນແຮງດ້ານຮ່າງກາຍ, ດ້ານເພດ ແລະດ້ານຈິດໃຈ.

ຢ່າງໃດກໍຕາມ ມີແມ່ຍິງ ພຽງ 2% ເທົ່ານັ້ນ ທີ່ຣາຍງານເຣື່ອງດັ່ງກ່າວ ໃຫ້ເຈົ້າໜ້າທີ່ຮັບຮູ້ ໂດຍສ່ວນຫຼາຍ ເປັນແມ່ຍິງຊົນເຜົ່າ ທີ່ປະເຊີນກັບຄວາມຮຸນແຮງ ແລະບໍ່ຣາຍງານເຈົ້າໜ້າທີ່.

ໃນມື້ວັນທີ 21 ກໍຣະກະດາ 2023 ກໍເກີດເຫດ ຜົວເມັຍຕີກັນ ຢູ່ບ້ານ ນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ ໂດຍຜູ້ເປັນເມັຍ ມີອາການບາດເຈັບເບື້ອງຕົ້ນ ຄືໄດ້ຮັບກະທົບຢ່າງຮຸນແຮງ ແລະມີອາການຫາຍໃຈບໍ່ສະດວກ.

ຄວາມຮຸນແຮງທີ່ເກີດຂຶ້ນ ໄດ້ກັບແມ່ຍິງນັ້ນ ມີ 4 ດ້ານ ຄື ດ້ານຮ່າງກາຍ, ດ້ານຈິດໃຈ, ດ້ານເພດ ແລະດ້ານເສຖກິຈ ໂດຍຄວາມຮຸນແຮງເຫຼົ່ານີ້ ປະຊາຊົນບາງສ່ວນຍັງຄຶດວ່າ ເປັນເຣື່ອງປົກກະຕິ ອີງຕາມຣາຍງານການສໍາຣວດ ດັດຊະນີໝາຍສັງຄົມລາວ ໃນປີ 2018 ກວ່າ 16% ຂອງຜູ້ຊາຍຍັງເຊື່ອວ່າ ຜົວ ມີສິດທຸບຕີເມັຍ ເມື່ອເມັຍບໍ່ປະຕິບັດຕາມໜ້າທີ່ ແລະພາລະບົດບາດ ແລະ ກວ່າ 30% ຂອງແມ່ຍິງເຫັນດີກັບສິ່ງນີ້ ເຣື່ອງນີ້ ຈຶ່ງຍັງເປັນເຣື່ອງ ທີ່ເຈົ້າໜ້າທີ່ ແລະພາກສ່ວນທີ່ກ່ຽວຂ້ອງ ຕ້ອງສືບຕໍ່ແກ້ໄຂ ເພື່ອຫຼຸດຜ່ອນຄວາມຮຸນແຮງຕໍ່ແມ່ຍິງໃຫ້ຫຼຸດລົງຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.