ເຣື້ອງທີ່ເກັບບັນທຶກໄວ້
2022-08-15
ຊາວລາວຫຼາຍຄົນ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ເພາະສິນຄ້າຕ່າງໆ ຂຶ້ນລາຄາ ຢ່າງຕໍ່ເນື່ອງ ເຊິ່ງບໍ່ມີວີ້ແວວວ່າ ຈະຫຼຸດລົງ ຫຼືຄົງທີ່ ໂດຍສະເພາະ ເຂົ້າສານ ແລະອາຫານສົດຕ່າງໆ ທີ່ຫຼາຍຄົນຕ້ອງໄດ້ຊື້ກິນໃນຊີວິຕປະຈໍາວັນ.
2022-08-15
ຊາວໜຸ່ມລາວ ແລະ ຊາວລາວໃນວັຍເຮັດວຽກ ຫັນມາຮຽນພາສາຈີນຫຼາຍຂຶ້ນ ເນື່ອງຈາກພາສາຈີນ ພວມມີບົດບາດສູງ ໃນລະບົບເສຖກິຈ ແລະ ສັງຄົມລາວ, ຂະນະທີ່ສູນ ແລະ ສະຖາບັນ ທີ່ສອນພາສາຈີນ ກໍເກີດຂຶ້ນຫຼາຍແຫ່ງ.
2022-08-15
ຫລາຍເຂື່ອນ ຢູ່ພາກເໜືອຂອງລາວ ປ່ອຍນໍ້າເພີ່ມຂຶ້ນ ໃນໄລຍະຝົນຕົກໜັກ ສົ່ງຜົລກະທົບ ຕໍ່ຜົລຜລິຕ ແລະເຂົ້າໃນນາຂອງປະຊາຊົນ ໂດຍສະເພາະ ເຂື່ອນໄຊຍະບູຣີ ຄາດວ່າ ໃນວັນທີ 13 ແລະ 14 ສິງຫາ ປະຣິມານນໍ້າໄຫລຜ່ານ ປະມານ 9,000-10,000 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ທ້າຍເຂື່ອນນີ້ ມີລະດັບນໍ້າເພີ່ມຂຶ້ນຫຼາຍ.
2022-08-15
ສື່ີສັງຄົມອອນລາຍນ໌ ເປັນທີ່ນິຍົມຕິດຕາມ ຂອງຄົນລາວ ຫຼາຍກວ່າ ສື່ກະແສຫຼັກ ຍ້ອນເຫັນວ່າ ການສເນີຂ່າວ ຂອງສື່ສັງຄົມອອນລາຍນ໌ ທັນຕໍ່ເຫດການ ແລະກໍນໍາສເນີຂ່າວສານວ່ອງໄວ ພ້ອມທັງສເນີ ໃນຫຼາຍດ້ານກວ່າ ສື່ຂອງທາງການ ໂດຍສະເພາະ ບັນຫາຂອງປະຊາຊົນ.
2022-08-14
ສເດັດສຸວັນນະພູມາ ອ້າງວ່າ ຣັຖບານ ຂອງທ່ານ ຊຸດນັ້ນ ຍັງເປັນ ຣັຖບານຜະສົມ ສາມຝ່າຍ ທັງຍັງດໍາເນີນ ນະໂຍບາຍ ເປັນກາງ ຢູ່ຄືເກົ່າ ທັ້ງໆ ທີ່ຕາມຄວາມເປັນຈິງ ບໍ່ເປັນແນວນັ້ນ.
2022-08-13
ອາສຍາກັມ ຕ້ານມະນຸສຊາຕ ຂອງພວກຜະເດັດການ ທະຫານພະມ້າ ໃນປີທີ່ຜ່ານມາ ມີທັງການທໍາຮ້າຍຮ່າງກາຍ, ຄວາມຮຸນແຮງທາງເພດ, ການທໍຣະມານ, ການກັກຂັງ ແລະການໂຈມຕີ ທາງທະຫານ.
2022-08-12
ຕລາດຫລັກ 8 ບ້ານອຸດົມວິໄລ ນະຄອນໄກສອນ ພົມວິການ ແຂວງສວັນນະເຂດ ໄໝ້ໃນມື້ວັນທີ 11 ສິງຫານີ້ ແຕ່ 3 ໂມງເຊົ້າ ເຖິງ 6 ໂມງເຊົ້າຈຶ່ງມອດໄດ້ ເສັຍຫາຍໜັກ, ແຕ່ຍັງບໍ່ຮູ້ຈໍານວນ ແລະສາເຫດຂອງໄຟໄໝ້ນັ້ນເທື່ອ.
2022-08-12
ອາສາສມັກ ຊາວໜຸ່ມ-ເຍົາວະຊົນ ຈຳນວນ 95 ຄົນ ໄດ້ຮັບການຝຶກອົບຮົມ ເພື່ອໃຫ້ສາມາດ ນຳເອົາ ຄວາມຮູ້ ເຣື່ອງການປ້ອງກັນ ພະຍາດເອດສ໌ ແລະ ການຕ້ານ ການຄ້າມະນຸສ ເຜີຍແຜ່ສູ່ກຸ່ມແມ່ຍິງ ແລະ ເດັກຍິງທີ່ ຢູ່ຕາມແລວທາງ ຣົຖໄຟລາວ-ຈີນ.
2022-08-12
ຈັດກອງປະຊຸມ ຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ຂອງລາວ ແລະ ແຂວງຊຽງຮາຍ ຂອງໄທຍ ໃນການສະກັດກັ້ນ ການຄ້າສັດປ່າ ຜິດກົດໝາຍ ຂ້າມຊາຍແດນ ທີ່ພໍ່ຄ້າຊາວຈີນ ແລະວຽດນາມ ຮັບຊື້ໃນລາຄາສູງ ຈຶ່ງເປັນທີ່ດຶງດູດ ໃຫ້ຊາວບ້ານ ພາກັນລ້າສັດປ່າຫ່ວງຫ້າມ ຂາຍຂ້າມຊາຍແດນ.
2022-08-12
ເກີດພັຍນ້ຳຖ້ວມຢ່າງໜັກ ໃນຫຼາຍແຂວງຂອງລາວ ຊຶ່ງເຫດເກີດມາຈາກ ພະຍຸດີເພຣສຊັນ, ສ້າງຄວາມເສັຽຫາຍ ເປັນວົງກວ້າງ ກັບຊັພສິນ, ເຮືອນຊານ, ໄຮ່ນາ, ຮົ້ວສວນ ແລະປະຊາຊົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ ກັບອຸທົກກະພັຍ ໃນຄັ້ງນີ້.
2022-08-11
ບໍຣິສັດ ຂອງນັກລົງທຶນຈີນ ຈົກຖນົນ-ຕັດທາງທຽວ ຈົນຊາວບ້ານ ໃຊ້ທຽວໄປທຳມາຫາກິນບໍ່ໄດ້ ໃນເຂດບ້ານບໍ່ໂພນຕິ້ວ, ເມືອງຫີນບູນ ແຂວງຄຳມ່ວນ, ແຕ່ບັນຫາດັ່ງກ່າວນີ້ ກໍພວມຢູ່ໃນຂັ້ນຕອນການປະຊຸມ ເພື່ອຫາທາງແກ້ໄຂ ໃຫ້ຊາວບ້ານກັບໄປຫາກິນໄດ້ຄືນ.
2022-08-11
ນ້ຳຖ້ວມ ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 7 ສິງຫາ ທີ່ຜ່ານມານີ້ ມີຜູ້ໄດ້ຮັບຜົລກະທົບ ຢ່າງໜ້ອຍ 800 ປາຍຄອບຄົວ ຢູ່ເມືອງສີໂຄດຕະບອງ ຊຶ່ງປັດຈຸບັນນີ້ ໄດ້ຮັບຄວາມຊ່ອຍເຫຼືອ ເບື້ອງຕົ້ນແລ້ວ ແລະ ສະຖານະການ ນ້ຳຖ້ວມກໍໄດ້ຫລຸດລົງ ເກືອບເປັນປົກກະຕິແລ້ວ.
2022-08-11
ທາງການລາວ ເຈຣະຈາ ກັບຈີນ ຂໍເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຄືນ ເພື່ອໃຫ້ສາມາດ ໄປ-ມາໄດ້ ບໍ່ມີຄວາມຄືບໜ້າ ຍ້ອນຈີນຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່ ເຮັດໃຫ້ຜູ້ປະກອບການ ທ່ອງທຽວ ຈຳນວນນຶ່ງ ໄດ້ຮັບຜົລກະທົບ ນຳດ້ວຍ.
2022-08-11
ບັນຫາການຂາດແຄນ ນໍ້າມັນເຊື້ອເພີງ ຢູ່ປະເທດລາວ ອາຈເກີດຂຶ້ນອີກ ຍ້ອນວ່າ ປັດຈຸບັນ ຫາຊື້ນໍ້າມັນ ໃສ່ຣົຖຍາກ, ນໍ້າມັນ 200 ລ້ານລິດ ທີ່ຣັຖບານມີ ກໍຈະໝົດພາຍໃນ ທ້າຍເດືອນສິງຫານີ້.
2022-08-11
ມີການພຍາຍາມ ທໍາການຣັຖປະຫານ ອີກເທື່ອນຶ່ງ ໂດຍນາຍພົນທ້າວມາ ຜູ້ບັນຊາການ ກອງທັບອາກາດ ຂອງຣັຖບານເອງ.