ນ້ຳຖ້ວມ ເມືອງສີໂຄດຕະບອງ, 800 ປາຍຄອບຄົວ ເດືອດຮ້ອນ

ພູວົງສ໌
2022.08.11
ນ້ຳຖ້ວມ ເມືອງສີໂຄດຕະບອງ, 800 ປາຍຄອບຄົວ ເດືອດຮ້ອນ ນ້ຳຖ້ວມ ບໍຣິເວນຖະນົນ ເລຂທີ 13 ເໜືອ ເຂດບ້ານໜອງໜ້ຽວ ໃກ້ສາມແຍກໄຟແດງ ໄປຫາຄິວຣົຖສາຍເໜືອ, ນະຄອນຫຼວງວຽງຈັນ, ວັນທີ 7 ສິງຫາ 2022.
ນັກຂ່າວ ພົລເມືອງ

ປັດຈຸບັນ, ນ້ຳທີ່ຖ້ວມເສັ້ນທາງ ແລະ ເຮືອນປະຊາຊົນ ໃນເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ກັບເຂົ້າສູ່ສະພາວະປົກກະຕິແລ້ວ ໂດຍສະເພາະບໍຣິເວນບ້ານ ລຽບເສັ້ນທາງເລຂທີ 13 ເໜືອ ເຂດບ້ານສີໄຄ, ບ້ານໜອງໜ້ຽວ, ບ້ານໜອງແຕ່ງ, ເຂດຕລາດລາວ-ອົດຊີ້, ບ້ານໜອງອໍ້ ແລະ ບ້ານໂນນແກ້ວ.

ປະຊາຊົນຫຼາຍຄອບຄົວ ກໍໄດ້ມີການອະນາມັຍເຮືອນຊານ ໃຫ້ສະອາດ ເພື່ອພ້ອມກັບມາໃຊ້ຊີວິຕ ເປັນປົກກະຕິ, ເຊິ່ງຈາກການສຳຣວດ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເບື້ອງຕົ້ນ ພົບວ່າ ໃນເມືອງສີໂຄດຕະບອງ ມີປະຊາຊົນ 25 ບ້ານ ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມເຮືອນຄັ້ງນີ້ ຈຳນວນ 800 ປາຍຄອບຄົວ ແລະ ເຈົ້າໜ້າທີ່ ໄດ້ມີການຊ່ອຍເຫຼືອ ໃນການແຈກເຂົ້າສານ, ອາຫານແຫ້ງ ແລະ ນ້ຳດື່ມ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວ ໃນວັນທີ 11 ສິງຫາ ນີ້ວ່າ:

“ເຮົາໄດ້ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງແກ້ໄຂ ລ່ວງຄອງລະບາຍ ມັນອຸດຕັນ ຕາມຈຸດຕ່າງໆຫັ້ນ ໃຫ້ລົງສູ່ບຶງໃຫຍ່, ຫັ້ນນ່າ. ຖືວ່າປັດຈຸບັນ ນ້ຳແຫ້ງໝົດແລ້ວ ພາຍຫຼັງທີ່ວ່ານ້ຳລົງແລ້ວ ເຮົາມີການເອົາດິນມາໃສ່ ບ່ອນມັນເປັນຂຸມເປັນບໍ່ຕື່ມ, ສະດວກແລ້ວດຽວນີ້. ຄອບຄົວທີ່ວ່າຖືກຜົລກະທົບຫັ້ນ ມີການຊ່ອຍເຫຼືອເບື້ອງຕົ້ນຫັ້ນແຫຼະ ເປັນປະເພດເຂົ້າສານ, ມີ່, ນ້ຳດື່ມ ອຸປະໂພກທີ່ຈຳເປັນ ຈຳນວນນຶ່ງ.”

ເຖິງວ່າເຈົ້າໜ້າທີ່ ໄດ້ມີການລ່ວງທໍ່ລະບາຍນ້ຳ ທີ່ຕັນທໍ່ ອອກໄປແລ້ວກໍຕາມ, ແຕ່ຖ້າຫາກມີຝົນຕົກໜັກ ອີກ ຕິດຕໍ່ກັນຫຼາຍມື້ ກໍຍັງຕ້ອງຖ້ວມແນ່ນອນ ໂດຍສະເພາະບ່ອນທີ່ເປັນພື້ນທີ່ຕ່ຳ ຍ້ອນວ່າ ນ້ຳບໍ່ສາມາດລະບາຍໄດ້ທັນ ຄືແຕ່ກ່ອນ ເນື່ອງຈາກປັດຈຸບັນ ມີສິ່ງປຸກສ້າງເກີດຂຶ້ນຫຼາຍ. ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວເພີ່ມຕື່ມວ່າ:

“ມັນຈາກທີ່ວ່າ ເຄີຍເປັນທົ່ງນາເນາະ, ແຕ່ກ່ອນຫັ້ນນ່າ ກະເຂົາໄດ້ຖົມແລ້ວ ມັນກະບໍ່ມີນ້ຳໄຫຼລົງທົ່ງນາ, ຫັ້ນນ່າ ເພາະວ່າ ຍາມຝົນເດ້ ກະຊິອັ່ງບ່ອນທີ່ວ່າມັນຕ່ຳອີ່ຫຼີ. ພວກທີ່ຖືກພັຍນ້ຳຖ້ວມນີ້ນ່າ ນ້ຳຂັງຫັ້ນ ກະສ່ວນຫຼາຍ ກະແມ່ນວ່າ ຜູ້ທີ່ວ່າ ແມ່ນທຸກຍາກດອກ ຖືກຜົລກະທົບຊື່ໆ, ຫັ້ນນ່າ ບໍ່ໄດ້ເດືອດຮ້ອນປານໃດ.”

ປັດຈຸບັນ, ນ້ຳທີ່ເຂົ້າຖ້ວມເຮືອນປະຊາຊົນ ກໍໄດ້ຫຼຸດລົງແລ້ວ ປະຊາຊົນຫຼາຍຄົນ ກໍໄດ້ກັບຄືນເມືອເຮືອນ ເພື່ອໄປທຳຄວາມສະອາດ. ທີ່ຜ່ານມາ, ນ້ຳຖ້ວມໜັກ ໂດຍສະເພາະບ່ອນເຂດຫ້ອງເຊົ່າ ສູງເຖິງໜ້າເອິກ ບາງຈຸດເຖິງຄໍ, ເຊິ່ງກໍຖືວ່າ ເປັນປະກົດການ ໃນຮອບຫຼາຍປີ ທີ່ເກີດນ້ຳຖ້ວມໜັກແບບນີ້ ຍ້ອນວ່າ ນ້ຳລະບາຍບໍ່ທັນ ມີສິ່ງເສດເຫຼືອ ໄປຕັນທໍ່ ແລະ ການປຸກສ້າງ ກໍເກີດຂຶ້ນຫຼາຍ.

ດັ່ງຊາວບ້ານ ບ້ານໂນນແກ້ວ ທ່ານນຶ່ງ ໄດ້ກ່າວວ່າ:

“ແຫ້ງປົກກະຕິແລ້ວດຽວນີ້ເນາະ ຍັງແຕ່ວ່າອະນາມັຍຫັ້ນແຫຼະ. ນ້ຳມັນມາຫຼາຍບາດດຽວເນາະ ທໍ່ມັນຕັນ ການໄຫຼບໍ່ສະດວກຫັ້ນແຫຼະ. ເຣື່ອງເສັຽຫາຍນີ້ ກະຫຼາຍເຕີບຫັ້ນແຫຼະເນາະ ມັນກະເປັນເຄື່ອງໃຊ້ໃນເຮືອນ ອັນທີ່ຫຼັກໆ ເປັນຫ້ອງແຖວນ່າ ແຖວນັ້ນມັນເປັນທົ່ງນາເນາະ ເຂົາເຈົ້າຖົມທົ່ງນາ ລະເຂົາເຈົ້າຕັ້ງຫ້ອງແຖວເດ້ບາດນີ້. ຄອງຫັ້ນມັນກະຕິດກັບຫ້ອງແຖວ. ພຸ້ນນ່າ ຖ້ວມເປັນເຄິ່ງຫ້ອງ ປະຕູພຽງເອິກ. ບາງບ່ອນກະພຽງຄໍເນາະ.”

ທ່ານກ່າວຕື່ມວ່າ ໃນວັນທີ 9 ສິງຫາ ທີ່ຜ່ານມາ, ອົງການກາແດງ ກໍໄດ້ສົມທົບ ກັບອຳນາດການປົກຄອງ ແຕ່ລະຂັ້ນ ນຳເອົາເຄື່ອງເຂົ້າມາຊ່ອຍເຫຼືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມຄັ້ງນີ້ ໃນເຂດບ້ານໂນນແກ້ວ ລວມມູລຄ່າທັງໝົດ 14 ລ້ານປາຍກີບ. ໃນນັ້ນ, ມີເຂົ້າສານ, ນ້ຳດື່ມ, ປ໋ອງປາ, ນ້ຳມັນພືດ, ແຟັບຊັກເຄື່ອງ, ສະບູ, ຢາສີແຂ້ວ ແລະ ແປງສີແຂ້ວ, ເກືອ ແລະ ອື່ນໆ.

ນ້ຳຖ້ວມຫວ່າງວັນທີ 7 ສິງຫາ ທີ່ຜ່ານມານັ້ນ, ປັດຈຸບັນ ກໍຫຼຸດລົງ ຈົນແຫ້ງໝົດແລ້ວ ລວມເຖິງເສັ້ນທາງ ບໍຣິເວນບ້ານ ລຽບເສັ້ນທາງເລຂທີ 13 ເໜືອ ຈຸດສີໄຄ ຂຶ້ນໄປ ແລະ ອື່ນໆ ກໍໄດ້ຫຼຸດລົງແລ້ວເຊັ່ນກັນ. ຣົຖໃຫຍ່-ຣົຖນ້ອຍ ສາມາດແລ່ນໄປ-ມາ ໄດ້ສະດວກ ເປັນປົກກະຕິແລ້ວ. ຊາວບ້ານ ບ້ານໜອງແຕ່ງ ທີ່ຄ້າຂາຍ ໃນເຂດຕລາດລາວ-ອົດຊີ້ ທ່ານນຶ່ງ ກໍໄດ້ກ່າວວ່າ:

“ຫຼຸດໝົດແລ້ວ ສະດວກແລ້ວ, ນ້ຳມັນລະບາຍບໍ່ທັນຊື່ໆ, ຫັ້ນນ່າ. ຮ່ອງຮູມັນຕັນແດ່ ລະກະບ່ອນຮ່ອງຊົນລະປະທານຫັ້ນນ່າ ມັນໄຫຼບໍ່ທັນ, ຫັ້ນນ່າ ມີບ່ອນລົງບ່ອນດຽວ, ຫັ້ນນ່າ. ກະມີທາງເທສບານ, ບ້ານ ລະກະເມືອງຫັ້ນແຫຼະ ເພິ່ນມາເບິ່ງ ຂຸດຈົກຮ່ອງ ໃຫ້ນ້ຳມັນລະບາຍດີ.”

ປີນີ້ນ້ຳຖ້ວມໜັກ, ຊາວບ້ານບາງຄອບຄົວ ພາກັນເກັບເຄື່ອງຂອງບໍ່ທັນ ນ້ຳເຂົ້າຖ້ວມຊັ້ນລຸ່ມ ຂອງເຮືອນ. ບາງຄົນຄອບຄົວ ກໍຕ້ອງໄປອາສັຍຢູ່ກັບພີ່ນ້ອງ ລະຫວ່າງລໍຖ້ານ້ຳແຫ້ງ ແລ້ວຄ່ອຍມາທຳຄວາມສະອາດຕາມຫຼັງ ແລະ ກໍເຫັນເຈົ້າໜ້າທີ່ ລົງມາຕິດຕາມຢູ່.

ດັ່ງຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວວ່າ:

“ໂອ້ປີນີ້ ເຫັນປີນີ້ແຫຼະໜັກກ່ອນໝູ່, ຫັ້ນນ່າ. ບາງຄອບຄົວກະນ້ຳເຂົ້າຫັ້ນແຫຼະ ບາງຄອບຄົວ ກະຢູ່ບໍ່ໄດ້ ຍ້າຍຢູ່ຫ້ອງແຖວ ໄປຫາພີ່ນ້ອງ. ມັນບໍ່ມີບ່ອນລະບາຍ ມັນກະຖ້ວມຫັ້ນແຫຼະ ແນວມັນຕ່ຳເນາະ. ມັນຕ່ຳບ່ອນໃດ ມັນກໍເຂົ້າບ່ອນຖ້ວມບ່ອນນັ້ນ. ເພິ່ນກໍລົງມາເບິ່ງຕິດຕາມ.”

ເມື່ອວັນທີ 8 ສິງຫາ 2022, ທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ລົງໄປຕິດຕາມພື້ນທີ່ ທີ່ເກີດນ້ຳຖ້ວມໜັກທັນທີ ແລະ ໄດ້ເລັ່ງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແກ້ໄຂລ່ວງຮ່ອງລະບາຍນ້ຳອອກ ໃນຈຸດທີ່ມີສິ່ງເສດເຫຼືອ ຫຼືສິ່ງຂອງ ຕັນທາງນ້ຳມັນ ໃຫ້ໄຫຼລົງສູ່ຮ່ອງທັມມະຊາຕ ໂດຍສະເພາະ ໄດ້ເລັ່ງໃສ່ຂຸດຖນົນສາຍຫຼັກ ເຂດບ້ານສີໄຄ ຈຸດບ້ານໜອງໜ້ຽວ, ບ້ານໜອງແຕ່ງ, ເຂດຕລາດລາວ-ອົດຊີ້ ແລະ ຈຸດໜອງອໍ້ ບ້ານໂນນແກ້ວ ທີ່ໄດ້ຮັບຜົລກະທົບໜັກ.

ພ້ອມດຽວກັນນີ້, ຍັງໄດ້ແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ກຳນົດແຜນການແກ້ໄຂ ໃນໄລຍະສັ້ນ ແລະ ໄລຍະຍາວ ແລະ ໃຫ້ກວດຄືນ ເຖິງບັນຫາການຖົມດິນ ທີ່ປິດແລວທາງນ້ຳໄຫຼ ແລະ ເລັ່ງແກ້ໄຂ ຈຸດທີ່ມີຄວາມສ່ຽງ ທີ່ອາຈເກີດນ້ຳຖ້ວມເພີ່ມຂຶ້ນ ໃນຈຸດຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.