ເຣື້ອງທີ່ເກັບບັນທຶກໄວ້
2009-08-18
ທາງການໄທ ສົ່ງຊາວມົ້ງລາວ ຈາກສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ກັບຄືນລາວອີກ11ຄອບຄົວ.
2009-08-18
ການໃຫ້ສັມປະທານ ທີ່ດິນໃນລາວ ຍັງປະຕິບັດຕາມ ຣັຖບັນຍັດ ສະບັບເກົ່າ ເຮັດໃຫ້ມີຜົລກະທົບ ຕໍ່ສັງຄົມລາວ.
2009-08-17
ສາຣະຄະດີ ”ສຸດສາຍທາງເລຂ9” ເປັນເຣື້ອງຂອງຊີວິດ ອາດິດນາຍທະຫານ ໃນເຂດແຂວງສວັນນະເຂດ ທ່ານນຶ່ງ ທີ່ຈະໄດ້ເລົ່າ ເຖິງເຫດການ ຄວາມເປັນຈິງຂອງ ຜູ້ກ່ຽວທີ່ຖືກຈັບ ເປັນນັກໂທດ ສັມມະນາກອນ ພາຍຫລັງທີ່ ພຣະຣາຊອານາຈັກລາວ ໄດ້ຖືກ ສະຖາປະນາເປັນ “ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ” ໃນວັນທີ 2 ທັນວາ 1975. ຜູ້ກ່ຽວຈະໄດ້ ທົບທວນເຖິງ ສີ່ງທີ່ເປັນມາແລ້ວ ເມື່ອ34ປີກ່ອນ ທີ່ໄດ້ປະສົບພົບພໍ້ ດ້ວຍຕົນເອງ ເວລາໃຊ້ຊີວິດ ຢູ່ພາຍໃນສູນ ສັມມະນາ ຫລາຍໆແຫ່ງ ຢູ່ຕາມຖນົນ ສາຍທາງເລຂ9 ເປັນເວລາສີບກວ່າປີ. ສາຍທາງເລຂ9 ປັດຈຸບັນນີ້ ຫລາຍຄົນເວົ້າວ່າ ງາມດີ ທ່ອງທ່ຽວສະດວກ ແຕ່ສາຣະຄະດີ ເຣື້ອງດັ່ງກ່າວນິ້ ຈະບໍ່ຍອມໄປ ກ່ຽວຂ້ອງໃດໆ. ແຕ່ສິ່ງທີ່ຢາກຈະເວົ້າ ໃຫ້ຟັງຕື່ມນັ້ນ ກໍແມ່ນວ່າ ສາຍທາງເລຂ9 ສາຍນີ້ ເຊືອມຕໍ່ໃສ່ເສັ້ນທາງ ”ໂຮຈິມີນ” ເປັນເຫດ ໃຫ້ເຣືອບີນຣົບ ຂອງກອງທັບອາກາດ ອະເມຣິກັນ ເຂົ້າມາຖີ້ມຣະເບີດ ຂນາດນ້ອຍແລະໃຫຍ່ ໃສ່ຫລາຍລ້ານຕັນ ໃນປາງສົງຄາມ ວຽດນາມ. ມັນແມ່ນສາຍທາງ ມໍຣະນະ ທີ່ຣັຖບານລາວ ຄອມມີວນີສ ໃຊ້ເປັນເສັ້ນທາງ ”ເພັຊຄາຕ” ເພື່ອລ້າງຜານຊີວິດ ຂອງພວກນັກໂທດ ສັມມະນາກອນ ໃນສູນກັກຂັງ ແຫ່ງຕ່າງໆ ໃນສາຍທາງເລຂ9 ດັ່ງກ່າວ. ເຣື້ອງຣາວ ຈະເປັນຢ່າງໃດ? ຂໍເຊີນທ່ານ ເຂົ້າສູ່ຣາຍການ ສາຮະຄະດີເຣື້ອງ ”ສຸດສາຍທາງເລຂ9” ປະຈຳສັປດາຕອນ ທີ່ 1 ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ : ໂມທະນາ
2009-08-17
ໃນໂອກາດທີ່ ໄປຮ່ວມປະຊຸມ Asean Regional Forum ຢູ່ໄທ ຍານາງ Hillary Clinton ໄດ້ກ່າວເຖິງຄວາມ ອາດເປັນໄປໄດ້ ທີ່ພະມ້າ ຈະສ້າງຣະເບີດ ປະຣາມະນູ ແລະ ສະແດງຄວາມເປັນຫ່ວງ ເປັນຄັ້ງທຳອິດ. ສື່ມວນຊົນ ກໍພາກັນ ວິພາກວິຈານ ກ່ຽວກັບເຣື້ອງນີ້. ລາຍຣະອຽດ ເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງ ບົດຄວາມປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ.... ສເນີໂດຍ: ພົງສວັນ
2009-08-17
ສິງປະໂປ ສນັບສນູນ ຖແລງການ ຂອງໄທ ສະບັບໃໝ່ ເພື່ອຮ່າງຈົດໝາຍ ຈາກສະມາຊິກ ສະມາຄົມ ອາຊຽນ ຮຽກຮ້ອງ ໃຫ້ຣັຖບານ ທະຫານພະມ້າ ນິຣະໂທດ ຍານາງ ອັອງ ຊານ ຊູ ຈິ ຢ່າງເຕັມສ່ວນ ອີງຣາຍງານ ຂອງ ໜັງສືພິມ The Straits Times ຂອງສິງກະໂປ ໃນມື້ວັນທີ 16 ສິງຫານີ້.
2009-08-17
ເກີດເຫດແຜ່ນດິນໄຫວ ທີ່ໃຕ້ຫວັນ ໃນວັນຈັນນີ້ ເຮັດໃຫ້ຍີ່ປຸ່ນ ຊຶ່ງເປັນປະເທດ ທີ່ຢູ່ໃກ້ຄຽງນັ້ນ ເຕືອນໄພ ຟອງຍັກ tsunami ຢ່າງຮີບດ່ວນ ແຕ່ກໍຍັງບໍ່ທັນ ມີຣາຍງານກ່ຽວກັບ ຜູ້ໄດ້ຮັບບາດເຈັບ ຫລືຄວາມເສັຽຫາຍ ຍ້ອນໃດໆເທື່ອ.
2009-08-17
ຫົວໜ້າອົງການຄວບຄຸມ ຢາເສບຕິດ ແລະອາສຍາກັມ ປະຈໍາພາກພື້ນ ກັງວົນວ່າ ການປາບປາມປູກຝີ່ນ ມີບັນຫາ ຊຶ່ງສ່ວນນຶ່ງ ກໍຍ້ອນຣາຄາຝີ່ນແພງຂຶ້ນ ຂນະທີ່ຣາຄາພືດຜັກ ທີ່ຖືກກົດໝາຍ ຖືກລົງ.
2009-08-17
ສປປລາວ ໃຫ້ການສນັບສນູນ ທີ່ປະເທດໄທແລະວຽດນາມ ເປັນຜູ້ນຳຫນ້າ ໃນການຕັ້ງສະມາຄົມ ປະເທດຜູ້ສົ່ງອອກ ເຂົ້າສານ ໃນອານາຄົດ ອີງຕາມຄຳຖແລງ ຂອງເຈົ້າຫນ້າທີ່ ຣະດັບສູງ ຈາກກອງປະຊຸມ ຣັຖມົນຕຣີເສຖກິດ ອາຊຽນຄັ້ງທີ 41 ທີ່ບາງກອກ ປະເທດໄທ ໃນມື້ວັນເສົາ.
2009-08-17
ສະມາຊິກສະພາສູງ ສະຫະຣັຖ ອາເມຣິກາ ຈາກຣັຖ Virginia, ທ່ານ Jim Webb ກ່າວວ່າຄວາມສໍາພັນ ຣະຫ່ວາງສະຫະຣັຖ ກັບລາວ ຍັງຫລ້າຊ້າຫລາຍທີ່ສຸດ ບໍ່ຄືກັນກັບ ຄວາມສໍາພັນ ກັບວຽດນາມ.
2009-08-17
ສະມາຊິກສະພາສູງ ສະຫະຣັຖ ອາເມຣິກາ ຈາກຣັຖ Virginia ທ່ານ Jim Webb ທີ່ໄດ້ເດີນທາງໄປ ຢ້ຽມຢາມສປປລາວ ເມື່ອວັນພຣະຫັດ ວັນທີ 13 ຜ່ານມາ ແລະໄດ້ກັບຈາກ ການໄປຢ້ຽມຢາມ ປະເທດພະມ້າ ໃນຕອນບ່າຍຂອງ ວັນອາທິດ ວັນທີ່ 16 ນີ້.
2009-08-15
ຣາຍການ ບັນເທີງ ໃນທ້າຍສັປດານີ້, ຂ້າພະເຈົ້າ ຈະນໍາເອົາ ການສັມພາດ ນ້ອຍ ແສງສຸຣິຍາ ພອນກະເສີມສຸກ ມາສເນີທ່ານ, ຊຶ່ງຜ່ານມາ ນ້ອຍກໍເລົ່າສູ່ຟັງ ກ່ຽວກັບ ຄວາມເປັນມາ ແລະ ກິຈກັມ ຂອງສູນ ສົ່ງເສີມ ສິລປະ ວັທນະທັມ ແສງສຸຣິຍາ. ແຕ່ມື້ນີ້ ນ້ອຍ ຈະເລົ່າສູ່ຟັງ ກ່ຽວກັບ ພອນສວັນ ຫລື ຄວາມຮູ້ສ່ວນໂຕ ກ່ຽວກັບ ການຫລິ້ນ ດົນຕຣີລາວເດີມ ຂອງນາງ ບັດນີ້ ມາພົບ ກັບນ້ອຍ ກັນເລີຍ….
2009-08-14
ສະມາຊິກສະພາສູງ ສະຫະຣັຖ Jim Webb ເດີນທາງຢ້ຽມຢາມ ເອເຊັຽ ຕະເວັນອອກສ່ຽງໃຕ້ ໂດຍເລີ້ມຕົ້ນທີ່ ປະເທດລາວ ແລະຈະໄປປະເທດພະມ້າ ໃນທ້າຍສັປດານີ້. ວຽງໃຊ ມີລາຍລະອຽດກ່ຽວກັບ ເຣື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.....
2009-08-14
ຊາຕາກັມ ຂອງຊາວມົ້ງລາວ ຢູ່ສູນກັກຂັງຊົ່ວຄາວ ທີ່ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ປັດຈຸບັນນີ້ ຖືກຂົ່ມຂູ່ຈາກ ທາງການລາວໜັກຂື້ນ. ເຖິງແມ່ນວ່າຈະໄດ້ ຖືກຊັກຊວນໃຫ້ ກັບຄືນປະເທດ ໂດຍທີ່ຈະບໍ່ ເອົາໂທດເອົາໂພຍ ແລະສາມາດ ໄປຕັ້ງຖິ່ນຖານ ຢູ່ເຂດແຂວງ ໃດກໍໄດ້ ແຕ່ຊາວມົ້ງລາວ ກໍຍັງຫວາດຫວັ່ນ ນຳການທີ່ຈະຖືກ ປະຫັດປະຫານ ຈາກທາງການລາວ ທີ່ປົກຄອງປະເທດ ດ້ວຍຣະບົບ "ພັກດຽວ" ນັ້ນຢູ່. ຈຳປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ…
2009-08-14
ຣັຖບານພັດຖີ່ນພະມ້າ ແລະກຸ່ມຝ່າຍຄ້ານຕ່າງໆ ໄດ້ຈັດຕັ້ງຂະບວນການ ປະຊາທິປະໄຕ ຂຶ້ນໃນວັນພຣະຫັດ ທີ່ຜ່ານມາ.