ສິງກະໂປ ສນັບສນູນ ອາຊຽນ ຮຽກຮ້ອງ ໃຫ້ພະມ້າ ປ່ອຍໂຕ ຍານາງ ອັອງ ຊານ ຊູ ຈິ
2009.08.17

ທ່ານ ຈັອດຈ໌ ເຢວ, ຣັຖມົນຕຣີ ຕ່າງປະເທດ ສິງກະໂປ, ກ່າວພາຍຫລັງ ທີ່ເປັນເຈົ້າພາບ ລ້ຽງອາຫານຄໍ່າ ໃນເວລາທີ່ ທ່ານ ກະສິດ ພິຣົມ ຣັຖມົນຕຣີ ຕ່າງປະເທດໄທ ຢ້ຽມຢາມສິງກະໂປ ວ່າສິງກະໂປ ສນັບສນູນ ແຜນການຂອງໄທ ທີ່ຮິບໂຮມເອົາ ຈົດໝາຍຈາກ ສະມາຊິກ ປະເທດອາຊຽນ.
ພ້ອມດຽວກັນນັ້ນ ທ່ານ ກະສິດ ກ່າວວ່າ ປະເທດມະເລເຊັຍ ແລະ ອິນໂດເນເຊັຍ ກໍສນັບສນູນ ແຜນການດັ່ງກ່າວ ເຊັ່ນດຽວກັນ ແລະວ່າຈົດໝາຍ ດັ່ງກ່າວ ຈະສໍາເຣັດ ພາຍໃນ 2ສັປດານີ້.
ປະເທດໄທຍ໌ ໃນຖານະເປັນ ປະທານອາຊຽນ ໃນປັດຈຸບັນ ພວມນໍາພາໃນການ ແກ້ໄຂບັນຫາ ດັ່ງກ່າວຊຶ່ງການ ກະທໍາຂອງຣັຖບານ ທະຫານພະມ້ານັ້ນ ທໍາລາຍຊື່ສຽງ ຂອງສະມາຄົມ ອາຊຽນ.
ທ່ານ ເຢວ ກ່າວຕື່ມວ່າ ຈົດໝາຍ ດັ່ງກ່າວນັ້ນ ຍັງຈະຮຽກຮ້ອງ ໃຫ້ອະນຸຍາດ ຍານາງ ອັອງ ຊານ ຊູ ຈິ ເຂົ້າຮ່ວມ ການແຂ່ງຂັນ ການເລືອກຕັ້ງ ທີ່ຈະມີຂຶ້ນ ໃນພະມ້າ ໃນປີໜ້າ. ພ້ອມກັບຮຽກຮ້ອງ ໃຫ້ສ້າງຄວາມ ປອງດອງຊາດ ຣະຫວ່າງຣັຖບານ ທະຫານພະມ້າ ແລະພັກຝ່າຍຄ້ານ ອີກດ້ວຍ.