ແຜ່ນດິນໄຫວ ທີ່ໃຕ້ຫວັນ

ເກີດເຫດແຜ່ນດິນໄຫວ ທີ່ໃຕ້ຫວັນ ໃນວັນຈັນນີ້ ເຮັດໃຫ້ຍີ່ປຸ່ນ ຊຶ່ງເປັນປະເທດ ທີ່ຢູ່ໃກ້ຄຽງນັ້ນ ເຕືອນໄພ ຟອງຍັກ tsunami ຢ່າງຮີບດ່ວນ ແຕ່ກໍຍັງບໍ່ທັນ ມີຣາຍງານກ່ຽວກັບ ຜູ້ໄດ້ຮັບບາດເຈັບ ຫລືຄວາມເສັຽຫາຍ ຍ້ອນໃດໆເທື່ອ.
ມະນີຈັນ
2009.08.17

ຕາມຣາຍງານຂ່າວຈາກ ນະຄອນ Taipei ມີເຫດແຜ່ນດິນໃຫວ ທີ່ເກີດຂຶ້ນໃນ ເວລາ8ໂມງ5ນາທີ ຕອນເຊົ້າ ຂອງວັນຈັນນີ້ ຕາມເວລາທ້ອງຖີ່ນ ມີຈຸດໃຈກາງ ສັ່ນສະເທືອນຢູ່ Hualien ຕົວເມືອງທາງດ້ານ ຕາເວັນອອກສ່ຽງໃຕ້ ຂອງຊາຍຝັ່ງທະເລ ດ້ານຕາເວນອອກ ຂອງໃຕ້ຫວັນ ມີຄວາມແຮງ6.7 ຕາມການຄໍານວນຂອງ ສູນສໍາຣວດດ້ານ ທໍຣະນີສາດ ຂອງສະຫະຣັດ ອະເມຣິກາ ພາຍຫລັງທີ່ໄດ້ ຄໍານວນເບື້ອງຕົ້ນ 6.9. 

ໃຕ້ຫວັນຊຶ່ງຕັ້ງຢູ່ ທາງທິດຕາເວັນອອກ ສ່ຽງໃຕ້ຂອງຈີນ ໃນອ່າວມະຫາສມຸດ ປາຊີຟິກ ມັກເກີດແຜ່ນດິນໃຫວ ຢູ່ເລື້ອຍ. ໃຕ້ຫວັນຂນະນີ້ ຢູ່ຣະຫວ່າງ ການຟື້ນຕົວຈາກ ພະຍຸໃຕ້ຝຸ່ນ ທີ່ພັດຜ່ານເຂົ້າ ໃຕ້ຫວັນເມື່ອ ວັນທີ8ຜ່ານມາ ອັນເຮັດໃຫ້ເກີດດິນເຈື່ອນ ແລະນໍ້າຖ້ວມ ໄປທົ່ວຊຶ່ງ ປະທານາທິບໍດີ Ma Ying-jeou ຄາດຄະເນໃນ ທັນທີວ່າ ຜູ້ເສັຽຊີວິດຍ້ອນ ຈະມີຫລາຍກວ່າ 500ຄົນ. 

ເຫດແຜ່ນດິນໄຫວ ທີ່ຮ້າຍແຮງທີ່ສຸດ ຄັ້ງນຶ່ງຂອງໃຕ້ຫວັນ ເກີດຂຶ້ນໃນເດືອນ ກັນຍາ ປີ1999  ມີຄວາມແຮງສັ່ນສະເທືອນ 7.6 ຕາມການວັດແທກ Richter  ເຮັດໃຫ້ມີຜູ້ ເສັຽຊີວິດຍ້ອນ ຫລາຍກວ່າ2400ຄົນ ແລະສ້າງຄວາມເສັຽຫາຍ ແກ່ຕຶກອາຄານ 50ພັນຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.