ຣັຖບັນຍັດ ສະບັບເກົ່າ ທີ່ຍັງໃຊ້ ແລະຍັງສ້າງ ບັນຫາ

ການໃຫ້ສັມປະທານ ທີ່ດິນໃນລາວ ຍັງປະຕິບັດຕາມ ຣັຖບັນຍັດ ສະບັບເກົ່າ ເຮັດໃຫ້ມີຜົລກະທົບ ຕໍ່ສັງຄົມລາວ.
ມະນີຈັນ
2009.08.18

ການໃຫ້ສັມປະທານ ທີ່ດິນໃນລາວ ເທົ່າປັດຈຸບັນນີ້ ຍັງປະຕິບັດຕາມ ຣັຖບັນຍັດ ສະບັບເກົ່າຢູ່ ເຮັດໃຫ້ ຣາຄາເຊົ່າທີ່ດິນ ບໍ່ມີຄວາມເປັນ ເອກກະພາບກັນ ເພາະຍັງ ຂາດນິຕິກັມ ໃນການຄຸ້ມຄອງທີ່ດິນ ຊຶ່ງສົ່ງຜົລກະທົບ ຫລາຍຕໍ່ສັງຄົມ ຕາມຄໍາເວົ້າຂອງ ດຣ.ບຸນເກື້ອ ວົງສາຫະຣາດ ຮອງຫົວໜ້າສູນຄົ້ນຄວ້າ ຂໍ້ມູນຂ່າວສານທີ່ດິນ ແລະຊັພຍາກອນ ທັມມະຊາດ ໃນນະຄອນຫລວງ ວຽງຈັນ:

"ເລື່ອງການເຊົ່າ ສັມປະທານ ເຮົາປະຕິບັດຕາມ ຕົວເກົ່າ ການເຊົ່າບາງບໍຣິສັດ 2ໂດລາຕໍ່ເອັກຕາຣ ຕໍ່ປີ ບາງບໍຣິສັດ 8ໂດລາ ແລະບາງບໍຣິສັດ ຖືກຍົກເວັ້ນ 7ປີບໍ່ໃຫ້ ເສັຽ ບໍ່ເປັນ ເອກກະພາບກັນ ໃນທົ່ວປະເທດ ບັນຫາເຫລົ່ານີ້ ກໍລ້ວນແລ້ວແຕ່ ມີຜົລກະທົບ ໃຫ້ແກ່ສັງຄົມເຮົາ."

ດຣ. ບຸນເກື້ອ ກ່າວຕໍ່ໄປວ່າ ໃນປັດຈຸບັນ ມີຜູ້ເຊົ່າ-ສັມປະທານ ເນື້ອທີ່ດິນທັງໝົດ 1143ສັນຍາ. ໃນນັ້ນປະມານ 80ເປີເຊັນ ບໍ່ມີບົດວິພາກ ເສຖກິດ ແລະມີບໍ່ພໍເທົ່າ ໃດບໍຣິສັດ ທີ່ໄດ້ຮັບຣາຍເຊັນ ຈາກອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ຊຶ່ງທາງອົງການທີ່ດິນ ຕ້ອງໄດ້ລົງໄປ ກວດສອບເຖິງພື້ນທີ່ ສັມປະທານ ຂອງບໍຣິສັດນັ້ນໆ    ວ່າເປັນພື້ນທີ່ ທໍາມາຫາກິນ ຂອງປະຊາຊົນຫລືບໍ່ ຈະສ້າງຄວາມເສັຽຫາຍ ໃຫ້ແກ່ປະຊາຊົນ ແລະຊັພຍາກອນ ທັມມະຊາດ ສີ່ງແວດລ້ອມຫລື ແນວໃດເສັຽກ່ອນ:

"ກະໄປຄົ້ນຄວ້າເບີ່ງ ຜົລກະທົບທາງດ້ານ ເສຖກິດສັງຄົມ ຂອງພວກເຮົາເລື່ອງ ການປູກຢາງພາຣາ ຢູ່ພາກໃຕ້ກໍແມ່ນວ່າ ຂ້ອນຂ້າງແນວໂນ້ມ ບໍ່ເປັນຜົລດີ ສະນັ້ນ ບັນຫານີ້ແກ້ໄຂ ໃຫ້ໄວທີ່ສຸດ ເພາະວ່າຢາກໄດ້ ເນື້ອທີ່ ທໍາມາຫາກິນ ໃຫ້ປະຊາຊົນ ເປັນຫລັກເປັນຖານ."

ໃນຈໍານວນບໍຣິສັດ ທີ່ເຂົ້າມາ ສັມປະທານ ທີ່ດິນໃນລາວ ໃນໄລຍະທີ່ຜ່ານມາ ບາງບໍຣິສັດ ກໍປະຕິບັດ ຖືກຕ້ອງ ບາງບໍຣິສັດ ກໍເຫັນແກ່ປະໂຫຍດ ສ່ວນຕົວ ມີການເອົາທີ່ດິນ ຂອງປະຊາຊົນ ບຸກລຸກທີ່ດິນ ຂອງປະຊາຊົນ ບຸກລຸກປ່າສງວນ ເພື່ອບຸກເບີກ ໃຫ້ໄດ້ທີ່ດິນ ໂດຍບໍ່ຄໍານຶງເຖິງ ຜົລເສັຽຫາຍແກ່ ຊັພຍາກອນທັມຊາດ ສີ່ງແວດລ້ອມ ທ່ານກ່າວ ໃນຕອນທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.