ສຸດສາຍທາງເລກເກົ້າ ຕອນ 1
ສາຣະຄະດີ ”ສຸດສາຍທາງເລຂ9” ເປັນເຣື້ອງຂອງຊີວິດ ອາດິດນາຍທະຫານ ໃນເຂດແຂວງສວັນນະເຂດ ທ່ານນຶ່ງ ທີ່ຈະໄດ້ເລົ່າ ເຖິງເຫດການ ຄວາມເປັນຈິງຂອງ ຜູ້ກ່ຽວທີ່ຖືກຈັບ ເປັນນັກໂທດ ສັມມະນາກອນ ພາຍຫລັງທີ່ ພຣະຣາຊອານາຈັກລາວ ໄດ້ຖືກ ສະຖາປະນາເປັນ “ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ” ໃນວັນທີ 2 ທັນວາ 1975. ຜູ້ກ່ຽວຈະໄດ້ ທົບທວນເຖິງ ສີ່ງທີ່ເປັນມາແລ້ວ ເມື່ອ34ປີກ່ອນ ທີ່ໄດ້ປະສົບພົບພໍ້ ດ້ວຍຕົນເອງ ເວລາໃຊ້ຊີວິດ ຢູ່ພາຍໃນສູນ ສັມມະນາ ຫລາຍໆແຫ່ງ ຢູ່ຕາມຖນົນ ສາຍທາງເລຂ9 ເປັນເວລາສີບກວ່າປີ.
ສາຍທາງເລຂ9 ປັດຈຸບັນນີ້ ຫລາຍຄົນເວົ້າວ່າ ງາມດີ ທ່ອງທ່ຽວສະດວກ ແຕ່ສາຣະຄະດີ ເຣື້ອງດັ່ງກ່າວນິ້ ຈະບໍ່ຍອມໄປ ກ່ຽວຂ້ອງໃດໆ. ແຕ່ສິ່ງທີ່ຢາກຈະເວົ້າ ໃຫ້ຟັງຕື່ມນັ້ນ ກໍແມ່ນວ່າ ສາຍທາງເລຂ9 ສາຍນີ້ ເຊືອມຕໍ່ໃສ່ເສັ້ນທາງ ”ໂຮຈິມີນ” ເປັນເຫດ ໃຫ້ເຣືອບີນຣົບ ຂອງກອງທັບອາກາດ ອະເມຣິກັນ ເຂົ້າມາຖີ້ມຣະເບີດ ຂນາດນ້ອຍແລະໃຫຍ່ ໃສ່ຫລາຍລ້ານຕັນ ໃນປາງສົງຄາມ ວຽດນາມ. ມັນແມ່ນສາຍທາງ ມໍຣະນະ ທີ່ຣັຖບານລາວ ຄອມມີວນີສ ໃຊ້ເປັນເສັ້ນທາງ ”ເພັຊຄາຕ” ເພື່ອລ້າງຜານຊີວິດ ຂອງພວກນັກໂທດ ສັມມະນາກອນ ໃນສູນກັກຂັງ ແຫ່ງຕ່າງໆ ໃນສາຍທາງເລຂ9 ດັ່ງກ່າວ.
ເຣື້ອງຣາວ ຈະເປັນຢ່າງໃດ? ຂໍເຊີນທ່ານ ເຂົ້າສູ່ຣາຍການ ສາຮະຄະດີເຣື້ອງ ”ສຸດສາຍທາງເລຂ9” ປະຈຳສັປດາຕອນ ທີ່ 1 ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ.
ສເນີໂດຍ : ໂມທະນາ