ທ່ານ Jim Webb ກ່າວວ່າຄວາມສໍາພັນ ຣະຫ່ວາງ ລາວ-ສະຫະຣັຖ ຍັງຫລ້າຊ້າຫລາຍ

ສະມາຊິກສະພາສູງ ສະຫະຣັຖ ອາເມຣິກາ ຈາກຣັຖ Virginia, ທ່ານ Jim Webb ກ່າວວ່າຄວາມສໍາພັນ ຣະຫ່ວາງສະຫະຣັຖ ກັບລາວ ຍັງຫລ້າຊ້າຫລາຍທີ່ສຸດ ບໍ່ຄືກັນກັບ ຄວາມສໍາພັນ ກັບວຽດນາມ.
ສົມເນ
2009.08.17
F-Jim-Thongloun ທ່ານຈິ້ມເຫວບສະມາຊິກສະພາສູງສະຫະຣັດກຳລັງ ສົນທະນາກັບທ່ານທອງລຸນສີສຸລິດຮອງນາຍົກຣັຖມົນຕຣີ ຣັຖມົນຕຣີການຕ່າງປະເທດໃນໂອກາດທີ່ໄດ້ຢ້ຽມຢາມລາວ ເມື່ອວັນທີ13ເດືອນສິງຫາ2009
Photo: Office of Senator Jim Webb

ທ່ານ Webb ໄດ້ຕອບຄໍາຖາມ ຂອງນັກຂ່າວ ວິທຍຸເອເຊັຽເສຣີ ໂດຍອ້າງອິງໃສ່ ຄໍາເວົ້າຂອງທ່ານ ໃນລະຍະຜ່ານມາວ່າ ຄວາມສໍາພັນຣະຫ່ວາງ ສະຫະຣັຖກັບລາວ ບໍ່ທັນໄດ້ຖືກ ປົວແປງຢ່າງເຕັມສ່ວນ ນັບຕັ້ງແຕ່ ສົງຄາມວຽດນາມ ໄດ້ສິ້ນສຸດລົງ ເມື່ອສາມສິບກວ່າປີ ກ່ອນ ແລະຖາມວ່າທ່ານ ມີແຜນການແລະ ຄວາມຄິດແນວໃດ ທີ່ຈະປົວແປງ ຄວາມສໍາພັນດັ່ງກ່າວ ທ່ານກໍຕອບວ່າ ທ່ານເປັນສະມາຊິກ ສະພາສູງ ທ່ານບໍ່ມີແຜນການ ອັນໃດແຕ່ວ່າ:

ທ່ານວ່າ ທ່ານມີຄວາມຮັກ ທີ່ໃຫຍ່ຫລວງໃນ ສ່ວນນຶ່ງຂອງໂລກນີ້ ແລະວ່າ ນຶ່ງໃນສິ່ງທີ່ເຮັດໃຫ້ ທ່ານແປກໃຈແມ່ນ ຄວາມສໍາພັນກັບລາວ ຍັງຢູ່ຫ່າງໄກ ຫລ້າຫລັງ ຫລາຍທີ່ສຸດ ບໍ່ຄືກັນກັບຄວາມ ສໍາພັນກັບວຽດນາມ.

ພວກເຮົາຕ້ອງຖື ເອົາປັນຫານີ້ ໄປເທື່ອລະກ້າວ. ພວກເຮົາຕ້ອງສວຍເອົາ ໂອກາດໃນເມື່ອ ໂອກາດມັນອໍານວຍ. ທ່ານ Webb ກ່າວຕໍ່ໄປວ່າ ສະຫະຣັຖ ໄດ້ເຮັດກັບ ວຽດນາມມາແລ້ວ ເຖິງແມ່ນວ່າ ວຽດນາມ ມີຣະບົບການປົກຄອງ ພັກດຽວ ເຖິງແມ່ນວ່າ ວຽດນາມ ບໍ່ມີການເລືອກຕັ້ງ ທີ່ສະຫະຣັຖ ບໍ່ຄວນ ສນັບສນູນ ຫລຶບໍ່ຄວນ ຮັບຮູ້ ວ່າເປັນຣະບົບ ການປົກຄອງທີ່ມີ ມາຕຖານຄືກັນກັບ ສະຫະຣັຖ ແຕ່ວ່າ ຫລາຍສິ່ງຫລາຍຢ່າງ ໄດ້ປ່ຽນແປງໄປ ຢ່າງຫລວງຫລາຍ ນັບຕັງແຕ່ທ່ານ ໄດ້ໄປຢ້ຽມ ຢາມວຽດນາມ ຄັ້ງທໍາອິດເມື່ອປີ 1991 ໃນຖານະວຽດນາມ ເປັນປະເທດ ຄອມມູຍນິສຢູ່.

ສໍາລັບປະເທດລາວ ນັ້ນທ່ານກໍເວົ້າ ຢໍ້າຕື່ມວ່າຢູ່ລາວ ທ່ານມີຄວາມແປກໃຈ ອີ່ຫລີຍົກຕົວຢ່າງ ຄວາມສໍາພັນທາງ ດ້ານເສຖກິດ ຊຶ່ງທະນາຄານ ການສົ່ງອອກແລະ ນໍາເຂົ້າ ຫາກໍຍົກຂື້ນມາ ແກ້ໄຂກັນ ໃນປັດຈຸບັນ. ທ່ານວ່າມັນມີຜົນປໂຍດ ແກ່ປະຊາຊົນລາວ ແລະປະຊາຊົນ ອາເມຣິກາ ຕໍ່ປັນຫານີ້.

ໃນລະຍະທີ່ ທ່ານ Webb ຢູ່ໃນການ ຢ້ຽມຢາມລາວນັ້ນ ທ່ານໄດ້ພົບປະກັບ ຣັຖມົນຕຣີການ ຕ່າງປະເທດ ທ່ານ ທອງລຸນ ສີສຸລິດ ພົບປະກັບ ຮອງຣັຖມົນຕຣີ ອຸດສາຫະກັມ ແລະການຄ້າ ຍານາງ ເຂັມມະນີ ພົນເສນາ ພົບປະກັບ ນາຍພົນຈັຕວາ ສີໂສພົນ ບັງອອ່ນແສງເດັດ ເຈົ້າໜ້າທີ່ຂັ້ນສູງ ກະຊວງປ້ອງກັນ ປະເທດ ແລະພົບປະກັບ ເຈົ້າໜ້າທີ່ ກັມມາທິການ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.