ມົ້ງລາວ ຈາກບ້ານຫ້ວຍນ້ຳຂາວ ກັບຄືນລາວອີກ 45 ຄົນ

ທາງການໄທ ສົ່ງຊາວມົ້ງລາວ ຈາກສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ກັບຄືນລາວອີກ11ຄອບຄົວ.
ໂພໄຊສວັດ
2009.08.18
F-Hmong4 ຜູ້ຕາງໜ້າຊາວມົ້ງລາວກຳລັງໃຫ້ລາຍຣະອຽດບາງຢ່າງ ແກ່ນັກຂ່າວວິທຍຸເອເຊັຽເສຣີແລະເຈົ້າໜ້າທີ່ທະຫານໄທ ທີ່ສູນກັກຂັງຊົ່ວຄາວບ້ານຫ້ວຍນ້ຳຂາວ.
Photo: RFA

ມື້ວັນອັງຄານທີ18 ສິງຫາ2009 ທາງການໄທໄດ້ ສົ່ງຊາວມົ້ງລາວ ກັບຄືນລາວອີກ ເປັນເທື່ອທີ16 ຮວມທັງໝົດ45ຄົນ ໃນ11ຄອບຄົວ. ໃນຈຳນວນດັ່ງກ່າວ ມີຄອບຄົວຜູ້ນຳ ຊາວມົ້ງລາວຮ່ວມໄປນຳ.

ການສມັກໃຈກັບຄືນລາວ ຂອງຊາວມົ້ງລາວ ຄັ້ງນີ້ ມີຂື້ນຫລັງຈາກ ທີ່ເຈົ້າໜ້າທີ່ ທາງການລາວ ໄດ້ໄປຢ້ຽມຢາມ ສູນກັກຂັງຊົ່ວຄາວ ເມື່ອວັນທີ7 ສິງຫາ2009 ຜ່ານມາ ແລະປາກົດວ່າ ທາງການລາວໄດ້ ຮັບປະກັນຄວາມ ປອດພັຍ ບໍ່ເອົາໂທດເອົາໂພຍ ນຳຜູ້ທີ່ໄດ້ ເຮັດຜິດໃນອະດີດ ພ້ອມກັນນັ້ນຍັງ ຈະຊ່ອຍເຫລືອໃນ ການຕັ້ງຖິ່ນຖານອີກ. ແຫລ່ງຂ່າວຈາກສູນ ກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ເວົ້າກ່ຽວກັບ ຄອບຄົວທີ່ຖືກ ສົ່ງກັບລາວວ່າ:

"ມີ4ຄອບຄົວແລ້ວ ຄອບຄົວທີ1 ຕອ໋ງຈໍ໋ແຊ່ເລົາ ຄອບຄົວທີ2 ແຊ່ລີ ຄອບຄົວທີ3 ມາທໍ້ ແຊ່ຢາງ ແລະ ຄອບຄົວແຊເຣີ"

ແຫລ່ງຂ່າວ ຍັງເປີດເຜີຍອີກວ່າ ທາງການໄທໄດ້ເຂົ້າ ໄປໂອ້ລົມກັບ ຊາວມົ້ງລາວ ໂດຍສະເພາະຜູ້ນຳ ກຸ່ມດັ່ງກ່າວ ຈຶ່ງມີການສມັກໃຈ ກັບຄືນລາວ. ຊາວມົ້ງລາວທີ່ ສມັກໃຈກັບປະເທດ ຈະໄດ້ຮັບເງິນ ຊ່ອຍເຫລືອ ຈາກທາງການໄທ ຄອບຄົວລະ 15,000ບາດ ແລະທາງການລາວ ກໍຈະໃຫ້ເງິນ ຊ່ອຍເຫລືອອີກ 3ແສນກີບ  ພ້ອມທັງ ອາຫານການກິນ ແລະເຄື່ອງມືໃນການ ສ້າງສາຕັ້ງຊີວິດໃໝ່ ອີກຈຳນວນນຶ່ງ.

ພົນຈັຕວາບົວສ້ຽງ ຈຳປາພັນ ປະທານ ອະນຸກັມມະການ ຮັກສາຄວາມສງົບ ຊາຍແດນລາວ-ໄທ ໄດ້ໄປຢ້ຽມຢາມ ຊາວມົ້ງລາວ 4,656ຄົນ ທີ່ຍັງເຫລືອຢູ່ ສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ແລະໄດ້ເວົ້າໃນ ຕອນນຶ່ງວ່າ:

"ຂ້າພະເຈົ້າ ມາເທື່ອນີ້ຈະເຮັດ ໃຫ້ພວກຂະເຈົ້າ ລຸລັ່ງທັ່ງເທກັບຄືນ ລາວໄວໆນີ້ ຂ້າພະເຈົ້າບໍ່ ຄາດໝາຍບໍ່ຄາດໄດ້ ແຕ່ວ່າແນ່ນອນ ຕ້ອງມີຄົນກັບ ມາເທື່ອນີ້ເຖິງ ແມ່ນວ່າຈະມີ ຄົນຊິສະແດງ ແຕ່ງໜ້າຢ່າງໃດ ກໍຕາມ ກໍເປັນສ່ວນໜ້ອຍ ສ່ວນໃຫຍ່ ມີຕ້ອງກັບແນ່ນອນ ແລ້ວເຮັດແນວໃດ ພວກເຮົາຈະສູ້ທົນ ຮ່ວມມືກັນ ໃຫ້ສຳເຣັດ ໃນປີ 2009"

ນີ້ກໍເປັນການຣັບຮູ້ ໄປໃນໂຕວ່າ ມີບາງຈຳນວນ ທີ່ບໍ່ສມັກໃຈກັບເມືອ ສປປລາວ ແລະກໍ່ມີກຸ່ມມົ້ງ ໃນສະຫະຣັຖ ອອກຖແລງການ ຢູ່ເລື້ອຍໆວ່າກຸ່ມ ທີ່ຂັດຂືນນັ້ນໄດ້ ຖືກບັງຄັບຂົ່ມເຫັງ ເພື່ອຈະໃຫ້ກັບ ໄປລາວ. ຊຶ່ງຄຳກ່າວຫາ ເຫລົ່ານີ້ ທາງເອເຊັຍເສຣີ ກໍບໍ່ສາມາດ ຢັ້ງຢືນໄດ້.

ເຖິງຢ່າງໃດກໍຕາມ ທາງການໄທ ກໍມີກຳນົດ ອັດສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ໃນທ້າຍເດືອນ ກັນຍາ 2009ນີ້ ແຕ່ຫາກແຜນການ ບໍ່ສຳເຣັດກໍ ຈະແກ້ໄຂ ບັນຫາດັ່ງກ່າວ ພາຍໃນເດືອນ ທັນວາ 2009.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.