ລາວແລະໄທ ຕົກລົງຈະຮ່ວມ ຕັ້ງສະມາຄົມ ປະເທດ ຜູ້ສົ່ງອອກ ເຂົ້າສານ ໃນອານາຄົດ.
2009.08.17
ອີງຕາມຄຳຖແລງ ຂອງຫົວຫນ້າຝ່າຍ ປະຊາສຳພັນ ຂອງກອງປະຊຸມ ດັ່ງກ່າວ ທ່ານ ໄຊຍາ ຍີ້ມວິໄລ ທີ່ວ່າ ທ່ານ ນາມ ວິຍາເກດ ຣັຖມົນຕຣີ ອຸດສາຫາກັມ ແລະການຄ້າ ສປປລາວ ໃຫ້ການສນັບສນູນ ໃນການສ້າງຕັ້ງ ສະມາຄົມປະເທດ ຜູ້ສົ່ງອອກເຂົ້າສານ ຫລັງຈາກທີ່ທ່ານ ໄດ້ໂອ້ລົມກັບ ຣັຖມົນຕຣີ ການຄ້າຂອງໄທ ຍານາງ ພອນທິບ ນະກະໄສ ນອກກອງປະຊຸມ ຣັຖມົນຕຣີເສຖກິດ ການຄ້າ ໃນມື້ວັນເສົາຕອນເຊົ້າ ຊື່ງກອງປະຊຸມ ດັ່ງກ່າວໄດ້ຈັດຂື້ນ ຢ່າງເປັນທາງການ ເລີ້ມແຕ່ ວັນສຸກ ມາຮອດວັນອາທີດ ທີ່ບາງກອກ.
ທ່ານ ໄຊຍາ ເວົ້າວ່າ ທາງການໄທ ໄດ້ສເນີ ໂຄງການດັ່ງກ່າວ ທີ່ຈະຮ່ວມດ້ວຍ ປະເທດສະມາຊີກ ໃນໂຄງການ ເອຣາວາດີ ເຈົ້າພະມ້າ ແມ່ນນ້ຳຂອງ ທັງຫມົດອັນໄດ້ ແກ່ ປະເທດໄທ ສປປລາວ ກຳພູຊາ ພະມ້າແລະວຽດນາມ ຈະເປັນສະມາຊີກ ຂອງສະມາຄົມ ປະເທດຜູ້ສົ່ງອອກ ເຂົ້າສານຮ່ວມກັນ ແລະຈຸດປະສົງສ່ວນ ໃຫຍ່ນັ້ນກໍ່ ແມ່ນເພື່ອຄວາມຄົງຕົວ ຂອງຣາຄາເຂົ້າ ໃນຕລາດເຂົ້າສານ ໃນຂົງເຂດແລະໃນໂລກ ຊື່ງການສົ່ງອອກ ເຂົ້າສານໃນແຕ່ລະປີ ຈາກປະເທດກຳພູຊາ ວຽດນາມແລະໄທ ມີອັຕຣາເຖີງ 50% ຂອງເຂົ້າສານທັງຫມົດ ໃນຕລາດໂລກ.