ເຣື້ອງທີ່ເກັບບັນທຶກໄວ້
2023-10-16
ບໍຣິສັດ ລາວ-ຈີນ ຈະສ້າງສາຍສົ່ງໄຟຟ້າແຮງສູງ ຈາກລາວໄປກັມພູຊາ, ມີສັນຍາ ຕິດຕັ້ງສາຍສົ່ງ-ສະຖານີ 500 ກິໂລໂວນ ຈາກສະຖານີພູວົງ ແຂວງອັດຕະປື ໄປຫາສະຖານີ ບ້ານນາ ແລະບ້ານທາດ ແຂວງຈໍາປາສັກ.
2023-10-15
ປະຊາຊົນຊາວພະມ້າ ເສັຽຊີວິດ 29 ຄົນ ໃນນັ້ນລວມທີເດັກນອ້ອຍ 11 ຄົນ ຈາກການຖິ້ມລະເບີດ ຂອງທະຫານພະມ້າ ໃນເຂດພາກເໜືອ ຂອງຣັຖກະສິນ ຜູ້ເຄາະຮ້າຍທັງໝົດ ເປັນປະຊາຊົນທີ່ອົບພະຍົບ ໃນພູດອຍ ເຂດຊາຍແດນ ລະຫວ່າງ ຣັຖກະສິນ ແລະ ປະເທດຈີນ.
2023-10-14
ນາງ “ໄພມະນີ ລາດຊະບັນເທົາ” ນາງງາມ ຈັກກະວານ ລາວ ຄົນທີ 7 ຂອງປະເທດລາວ.
2023-10-13
ວັນທີ 11 ຕຸລາ-ວັນເດັກຍິງສາກົລ ແຕ່ເດັກຍິງລາວ ຍັງປະເຊີນກັບສິ່ງທ້າທາຍ ຫລາຍຢ່າງ ທີ່ທາງການລາວບໍ່ສາມາດແກ້ໄຂໄດ້ ຊຶ່ງ ສປປ ລາວ ມີອັດຕາການເກີດລູກ ໃນໄວສາວຫລາຍທີ່ສຸດ ໃນ 10 ປະເທດອາຊ້ຽນ ຄືມີປະມານ 83 ຄົນ ຕໍ່ເດັກແມ່ຍິງ 1,000 ຄົນ.
2023-10-13
ແຂວງຊຽງຂວາງ, ມີນັກຮຽນທີ່ຮຽນຈົບ ມ.7 ຈຳນວນຫຼາຍ ທີ່ບໍ່ຮຽນຕໍ່ວິຊາຊີບ ອີງຕາມການຣາຍງານຂອງ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າຜແນກສຶກສາ ທິການ ແລະ ກິລາ ແຂວງຊຽງຂວາງ ສ່ວນສາເຫດ ມາຈາກ ຄອບຄົວຂອງນັກຮຽນ ບໍ່ມີທຶນການສຶກສາ ແລະ ຮຽນຈົບແລ້ວ ບໍ່ມີອາຊີບຮອງຮັບ.
2023-10-13
ປະຊາຊົນ 5 ບ້ານຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ຮັບຜົລກະທົບຈາກຄວັນພິດ ຂອງໂຮງງານຊິລິຄັອນ ໂດຍສະເພາະຜູ້ເຖົ້າ ແລະເດັກນ້ອຍ ແສບດັງ, ອ່ອນເພັຽງ່າຍ, ເປັນຫວັດ ເປັນໄອ, ມີບັນຫາລະບົບທາງເດີນຫາຍໃຈ.
2023-10-13
ວັນທີ 12 ຕຸລາ ປີ 2023 ທີ່ຜ່ານມາ ມີພິທີ ມອບ-ຮັບ ວິທຍາໄລເຕັກນິກ-ວິຊາຊີບ ການຣົຖໄຟລາວຢ່າງເປັນທາງການ ໂດຍທ່ານ ຫວາງ ຊາງ ອຸປະທູດ ແຫ່ງສປ ຈີນ ປະຈຳ ສປປ ລາວ ເປັນຜູ້ມອບ ແລະ ທ່ານ ພຸດ ສີມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຮັບ.
2023-10-12
ສປປ ລາວ ຮຽກຮ້ອງໃຫ້ອິສຣາແອລ ແລະ ປາເລສຕ່າຍນ໌ ໃຊ້ຄວາມອົດກັ້ນ ເພື່ອຢຸດຕິ ທຸກການກະທໍາ ທີ່ຮຸນແຮງ ແລະ ຮ່ວມມືກັນ ແກ້ໄຂບັນຫາ ຂໍ້ຂັດແຍ່ງ ດ້ວຍສັນຕິວິທີ ຂະນະທີ່ທັງນັກວິຊາການ ແລະປະຊາຊົນບາງສ່ວນ ເຫັນດີທີ່ຣັຖບານ ອອກຖແລງການ ເປັນກາງ.
2023-10-12
ກຸ່ມບໍຣິສັດ ຂອງກະຊວງປ້ອງກັນປະເທດລາວ ແລະ ບໍຣິສັດ ຈາກ ປະເທດຣັສເຊັຽ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານທໍລະນີສາດ, ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ອື່ນໆ ຢູ່ ສປປ ລາວ, ແຕ່ຍັງບໍ່ມີຂໍ້ລະບຸ ເຖິງວັນ, ເວລາ ແລະ ສະຖານທີ ການສຳຣວດ ແລະຂຸດຄົ້ນ.
2023-10-12
ອັດຕຣາເງິນເຟີ້ ໃນ ສປປ ລາວ ຍັງຢູ່ທີ່ 28% ແລະ ອີງຕາມ ຂໍ້ມູນ ຂອງ ທະນາຄານ ພັທນາເອເຊັຽ ຫຼື ADB ອັດຕຣາ ການເຕີບໂຕ ທາງດ້ານເສຖກິຈ ຂອງລາວ ໃນປີ 2023 ຢູ່ທີ່ 3.7% ຈາກທີ່ຄາດຄະເນໄວ້ກ່ອນໜ້ານີ້ທີ່ 4%.
2023-10-11
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະໄດ້ເດີນທາງລົງພື້ນທີ່ ຢ້ຽມຢາມຊາວບ້ານ ຢູ່ເຂດບ້ານຈັດສັນບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ເຊິ່ງເປັນບ້ານທີ່ຖືກຍົກຍ້າຍ ຈາກບ້ານເກົ່າ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງເສັ້ນທາງຣົຖໄຟ ລາວ-ຈີນ.
2023-10-11
ຫ້ອງການ ທະນາຄານ ແຫ່ງ ສປປ ລາວ ໄດ້ແຈ້ງເຕືອນປະຊາຊົນ ໃຫ້ລະວັງການເຄື່ອນໄຫວ ຂອງບຸກຄົນ ທີ່ໂຄສະນາລະດົມເງິນຝາກ ຜ່ານທາງສື່ສັງຄົມອອນລາຍນ໌ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານ ແຫ່ງ ສປປ ລາວ ເພື່ອຫຼີກລ່ຽງຄວາມສ່ຽງ ຕໍ່ການທີ່ຈະສູນເສັຍເງິນ.
2023-10-11
ພະນັກງານ-ຣັຖກອນ ສະເພາະກຸ່ມເປົ້າໝາຍ ທີ່ໄດ້ຮັບເງິນເດືອນ ພື້ນຖານ ຕໍ່າກວ່າ 1,700,000 ກີບ ຄາດວ່າຈະໄດ້ເງິນເພີ່ມ ໃນເດືອນຕຸລານີ້ ຂະນະທີ່ ລາຄາເຄື່ອງອຸປະໂພກ-ບໍຣິໂພກ ຍັງສືບຕໍ່ແພງຂຶ້ນ ເຊິ່ງກະທົບ ບໍ່ສະເພາະພະນັກງານຣັຖກອນ ຊັ້ນຜູ້ນ້ອຍເທົ່ານັ້ນ ຍັງລວມເຖິງປະຊາຊົນ ນຳດ້ວຍ.
2023-10-11
ຂະບວນຣົຖໄຟ ຂົນສົ່ງສິນຄ້າ ຊຽງໄຮ້-ຢຸນນານ, ແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເປີດໃຊ້ຢ່າງເປັນທາງການແລ້ວ ໂດຍເຣີ່ມຈາກ ນະຄອນຊຽງໄຮ້ ປະເທດຈີນ ຜ່ານນະຄອນຄຸນໝິງ, ຜ່່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ ແລະ ມາສິ້ນສຸດສະຖານີ ນະຄອນຫຼວງວຽງຈັນ.
2023-10-11
ຫ້ອງການເມືອງຫົງສາ ແຂວງໄຊຍະບູຣີ ໄດ້ອອກແຈ້ງການ ໃນມື້ວັນທີ 5 ຕຸລານີ້ ເຖິງ ນາຍບ້ານ, ຜູ້ປະກອບການຂ້າສັດ, ຂາຍຊີ້ນ ແລະປະຊາຊົນ ພາຍໃນເມືອງ ຫ້າມຊື້-ຂາຍ ໝູລາດ ຢູ່ເຂດແຄມນໍ້າຂອງ ຊົ່ວຄາວ ຍ້ອນພະຍາດອະຫິວາໝູ ອາຟຣິກາຣະບາດ.