ວິທຍາໄລ ເຕັກນິກ-ວີຊາຊີບ ການຣົຖໄຟລາວ ເປີດຢ່າງເປັນທາງການ
2023.10.13
ວັນທີ 12 ຕຸລາ ປີ 2023 ທີ່ຜ່ານມາ ໄດ້ມີພິທີ ມອບ-ຮັບ ວິທຍາໄລເຕັກນິກ-ວິຊາຊີບ ການຣົຖໄຟລາວຢ່າງເປັນທາງການ. ທ່ານ ຫວາງ ຊາງ ອຸປະທູດ ແຫ່ງປະເທດຈີນ ປະຈຳປະເທດລາວ ເປັນຜູ້ມອບ ແລະ ທ່ານ ພຸດ ສີມມາລາວົງ ຣັຖມົນຕຣີກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຮັບໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ເຈົ້າໜ້າທີ່ລະດັບສູງ ທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມພິທີດັ່ງກ່າວ. ອີງຕາມການຣາຍງານ ຂອງສື່ມວນຊົນລາວ ໃນວັນທີ 12 ຕຸລາ 2023.
ສໍາລັບວິທຍາໄລ ເຕັກນິກ-ວິຊາຊີບ ການຣົຖໄຟລາວຕັ້ງຢູ່ເຂດບ້ານຫຼັກ 16 ບ້ານໂພນຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນວິທຍາໄລສ້າງຂຶ້ນດ້ວຍງົບປະມານ ການຊ່ອຍເຫຼືອ ຂອງຣັຖບານຈີນໂດຍໃຊ້ເນື້ອທີ່ ທັງໝົດ 14.5 ເຮັກຕ້າຣ໌ ເຊິ່ງເຣີ່ມລົງມືກໍ່ສ້າງ ມາຕັ້ງແຕ່ເດືອນກັນຍາປີ 2021.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ກ່າວວ່າສໍາລັບນັກສຶກສາ ໃນຮຸ່ນທຳອິດມີທັງໝົດ 360 ຄົນເຊິ່ງຈະສຶກສາວິຊາຕ່າງໆ ຢູ່ໃນວິທຍາໄລ ແລະ ລົງພື້ນທີ່ສຶກສາຮຽນຮູ້ ຢູ່ສະຖານີຣົຖໄຟ ລາວ-ຈີນ ໃນແຕ່ລະແຫ່ງ ໂດຍໃຊ້ໄລຍະເວລາຮຽນຈົນຈົບຫຼັກສູດ ເປັນເວລາ 3 ປີ.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 13 ຕຸລານີ້ ວ່າ.
“ປີ້ນີ້ເຮົາຮັບ 360 ຄົນເຮົາຮຽນ 3 ປີ ເປັນຊັ້ນສູງເປັນ 12+3 ທາງຈີນຊ່ອຍເຫຼືອລ້າທາງພາກປະຕິບັດທາງທິດສະດີແມ່ນຫຍັງຕ່າງໆ ກັບລົງສະຖານີຣົຖໄຟຢູ່ລາວ.”
ເຈົ້າໜ້າທີ່ປະຈໍາວິທຍາໄລ ເຕັກນິກ-ວິຊາຊີບ ການຣົຖໄຟລາວ ກ່າວວ່າ ສໍາລັບສົກຮຽນທໍາອິດນີ້ ຈະເຣີ່ມເປີດໃນໄລຍະສັບປະດາໜ້າ ແຕ່ຍັງບໍ່ລະບຸເທື່ອວ່າ ຈະເຣີ່ມເປີດໃນວັນທີໃດ ເຊິ່ງຈະມີແຈ້ງການໄປຫານັກສຶກສາອີກເທື່ອນຶ່ງ ກ່ອນຈະເປັນສົກຮຽນ.
ດັ່ງທ່ານໄດ້ກ່າວວ່າ:
“ທິດໜ້າເຣີ່ມຮຽນເນາະພວກເຮົາເປີດໂຄງການນີ້ໂອພວກເຮົາຮັບ 360 ເນາະລະດັບຊັ້ນສູງຮຽນ 3 ປີເຈົ້າ.”
ຍິງສາວຍານາງນຶ່ງ ທີເຄີຍໄປສອບເສັງ ເພື່ອຄັດເລືອກເຂົ້າຮຽນວິທຍາໄລ ເຕັກນິກ-ວີຊາຊີບ ການຣົຖໄຟລາວ ແຕ່ເສັງບໍ່ຜ່ານໄດ້ກ່າວວ່າ ເປັນເຣື່ອງທີ່ໜ້າເສັຍດາຍ ທີ່ບໍ່ສາມາດເສັງເຂົ້າຮຽນ ໃນວິທຍາໄລດັ່ງກ່າວ ເພາະວ່າຊາວໜຸ່ມຫຼາຍຄົນ ທີ່ຮຽນຈົບຊັ້ນ ມ.7 ກໍລ້ວນແຕ່ຢາກເຂົ້າຮຽນ ໃນວິທຍາໄລແຫ່ງນີ້ເພື່ອໄດ້ເຮັດວຽກ ກັບບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ໃນອະນາຄົດ ອັນເປັນຄວາມຝັນ ຂອງຊາວເຍົາວະຊົນລາວສ່ວນໃຫຍ່.
ດັ່ງຍານາງກ່າວວ່າ:
“ນ້ອງຫັ້ນບໍ່ໄດ້ເພາະວ່າ ເສັງບໍ່ຜ່ານກໍມີຫຼາຍຄົນທີ່ວ່າ ຢາກໄປຮຽນຢູ່ຫັ້ນແຕ່ວ່າເພິ່ນກາໄດ້ເສັງຄັດເລືອກເອົາ ຜູ້ໄດ້ເສັງຜ່ານກາຊິໄດ້ຮຽນຊີ້ນ່າ ໃຈກາຢາກຮຽນແຫຼະ ແຕ່ວ່າມັນບໍ່ໄດ້ລະກາຈຳເປັນ.”
ຍິງສາວອີກທ່ານນຶ່ງ ທີ່ບໍ່ຜ່ານການຄັດເລືອກເຂົ້າຮຽນ ໃນວິທຍາໄລແຫ່ງນີ້ ກໍຮູ້ສືກເສັຍໃຈ ທີ່ບໍ່ຜ່ານການເສັງຄັດເລືອກ ແຕ່ຈະສະມັກເສັງອີກເທື່ອນຶ່ງ ຖ້າມີການເປີດຮັບສະມັກນັກສຶກສາ ຕື່ມໃນປີໜ້າ ເພາະວ່າຄວາມຝັນທີ່ຢາກເຂົ້າເປັນພະນັກງານ ທີ່ເຮັດວຽກກັບຣົຖໄຟ ລາວ-ຈີນ.
ດັ່ງທ່ານກ່າວວ່າເ
“ໄປແຫຼະກໍຍັງແຕ່ວ່ານ້ອງເສັງ ບໍ່ຕິດຫັ້ນນ່າມີແຕ່ຜູ້ດຽວເສັງໄດ້ ໝູ່ຂ້ອຍຫັ້ນນ່າ ໂຮງຮຽນນີ້ແບບວ່າເສັງສ່ວນໃຫຍ່ ຢາກໃຜຮູ້ພາສາຈີນຜ່ານ.”

ປະຊາຊົນທ່ານນຶ່ງ ເຫັນວ່າການເປີດວິທຍາໄລ ດັ່ງກ່າວຖືວ່າເປັນເຣື່ອງທີ່ດີ ຕໍ່ຊາວເຍົາວະຊົນລາວ ແລະ ເປັນຊ່ອງທາງໃໝ່ ໃຫ້ແກ່ນັກສຶກສາທີ່ສົນໃຈຮຽນທາງດ້ານວິຊາຊີບ ໂດຍສະເພາະທາງດ້ານຣົຖໄຟ ເນື່ອງຈາກວ່າ ເຍົາວະຊົນລາວສ່ວນໃຫຍ່ ຢາກເຂົ້າເຮັດວຽກ ກັບບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ຢູ່ແລ້ວເພາະວ່າເປັນວຽກທີ່ໝັ້ນຄົງ ແລະ ລາຍໄດ້ດີກ່ວາຫຼາຍວຽກໃນລາວ.
ດັ່ງທ່ານກ່າວວ່າ:
“ຄິດວ່າປັນຜົລດີຢູ່ນັກສຶກສາ ໄປໂຮງຮຽນທາງຣົຖໄຟນີ້ກາຫຼາຍຢູ່ ໃນນາມສ່ວນໂຕ ຖ້າວ່າມີລູກເບາະມີຫຼານກາຢາກສົ່ງເສີມ ໄປຢູ່ໃດຈົບມາແລ້ວກາເຂົາເຈົ້າ ເອົາໄວ້ນຳເລີຍ.”
ສຳລັບວິທຍາໄລ ເຕັກນິກ-ວີຊາຊີບ ການຣົຖໄຟລາວ ຈະມີການຮຽນ-ການສອນໃນ 6 ວິຊາ ປະກອບດ້ວຍສາຂາວິຊາເຕັກນິກ ຫົວຣົຖໄຟ, ເຕັກນິກຕູ້ຣົຖໄຟ, ວິສະວະກັມ ທາງຣົຖໄຟ, ຄຸ້ມຄອງການຂົນສົ່ງທາງຣົຖໄຟ ແລະ ການສນອງໄຟຟ້າ ທາງຣົຖໄຟ ໂດຍຈະມີການຮັບນັກສຶກສາ ເຂົ້າມາຮຽນຈຳນວນ 360 ຄົນຕໍ່ປີ ແລະ ຫຼັງຈາກກາຮຽນສຳເຣັດຫຼັກສູດແລ້ວ ກໍຈະສນອງນັກສຶກສາທີ່ຮຽນຈົບ ໃຫ້ແກ່ໂຄງການທາງຣົຖໄຟ ລາວ-ຈີນ. ອີງຕາມ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາກ່າວ.
ມາຮອດປັດຈຸບັນ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ຮັບພະນັກງານລາວ ເຂົ້າເຮັດວຽກໃນຂແນງການຕ່າງໆ ແລ້ວຈຳນວນ 3,500 ຄົນ ເຊິ່ງພະນັກງານຈຳນວນດັ່ງກ່າວ ສ່ວນນຶ່ງແມ່ນພະນັກງານ ທີ່ຜ່ານການສອບເສັງ ຈາກບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ແລ້ວຖືກສົ່ງໄປຮຽນ ທາງດ້ານການຣົຖໄຟຢູ່ປະເທດຈີນ ກ່ອນໜ້ານີ້ ແລະ ອີກສ່ວນນຶ່ງ ແມ່ນພະນັກງານຊ່າງດ້ານຕ່າງໆ ທີ່ສະມັກເຂົ້າເຮັດວຽກກັບບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ. ອີງຕາມ ການຣາຍງານ ຂອງ ທ່ານ ສົງສຽງ ຫົວໜ້າຄະນະກັມມະການ ການພັທນາ ແລະ ປະຕິຮູບແຫ່ງ ຂອງຊາຕຈີນ.