ປະທານປະເທດ ຢ້ຽມຢາມຊ້າວບ້ານບວມອໍ້ ທີ່ຖືກຜົລກະທົບ ຈາກທາງຣົຖໄຟລາວ-ຈີນ

ໄຊຍາ
2023.10.11
ປະທານປະເທດ ຢ້ຽມຢາມຊ້າວບ້ານບວມອໍ້ ທີ່ຖືກຜົລກະທົບ ຈາກທາງຣົຖໄຟລາວ-ຈີນ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ຢ້ຽມຢ້າມ ແລະໂອ້ລົມ ປະຊາຊົນ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ. ວັນທີ 6 ຕຸລາ 2023.
ຂໍຂອບໃຈຮູບພາບຈາກເພຈ: ວສລ

ເມື່ອວັນທີ 06 ຕຸລາ 2023 ທີຜ່່ານມານີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະໄດ້ເດີນທາງລົງພື້ນທີ່ ຢ້ຽມຢາມຊາວບ້ານ ຢູ່ເຂດບ້ານຈັດສັນບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ເຊິ່ງເປັນບ້ານທີ່ຖືກຍົກຍ້າຍຈາກບ້ານເກົ່າ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງເສັ້ນທາງຣົຖໄຟ ລາວ-ຈີນ. ອີງຕາມການຣາຍງານ ຂອງສື່ມວນຊົນລາວ ເມື່ອວັນທີ 09 ຕຸລາ 2023.

ໃນໂອກາດທີ່ ປະທານປະເທດ ໄດ້ລົງພື້ນທີ່ ຢ້ຽມຢາມຊາວບ້ານໃນເທື່ອນີ້ ທ່ານໄດ້ມີຄຳເຫັນຊີ້ນຳ ໃນຫຼາຍດ້ານ ເປັນຕົ້ນໃຫ້ອຳນາດການປົກຄອງເມືອງຊຽງເງິນ ເອົາໃຈໃສ່ສົ່ງເສີມ ການສ້າງວຽກງເຮັດງານທຳ ໃຫ້ຊາວບ້ານເປັນຕົ້ນ ການປູກຝັງ-ລ້ຽງສັດ ໃຫ້ເປັນສິນຄ້າ, ສືບຕໍ່ປົກປັກຮັກສາ ແລະ ປັບປຸງພື້ນຖານໂຄງຮ່າງ ຕ່າງໆ ທີ່ຣັຖບານຈີນໄດ້ກໍ່ສ້າງໃຫ້ແລະອື່ນໆ.

ຕໍ່ກັບການຢ້ຽມຢາມດັ່ງກ່າວ ຊາວບ້ານບ້ານບວມອໍ້ ທ່ານນຶ່ງກ່າວວ່າ ໃນມື້ດັ່ງກ່າວປະທານປະເທດ ໄດ້ເອົາໃຈໃສ່ ຕໍ່ຊາວບ້ານ ແລະ ສອບຖາມ ເຖິງສະພາບຄວາມເປັນຢູ່ ດ້ານຕ່າງໆ ວ່າມີຊີວິດດີຂຶ້ນ ຫຼືບໍ່ລວມທັງດີໃຈ ຫຼືບໍ່ທີ່ຍົກຍ້າຍ ມາຢູ່ບ້ານໃໝ່.

ດັ່ງຊາວບ້ານ ໄດ້ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 10 ຕຸລາ ນີ້ວ່າ:

“ເພິ່ນກໍມາຖາມ ພໍ່ແມ່ປະຊາຊົນເນາະ ເຣື່ອງວ່າ ຢູ່ບ້ານເກົ່າມັນເປັນຈັ່ງໃດ ແລ້ວມາຢູ່ບ້ານໃໝ່ ມັນເປັນຈັ່ງໃດ ການທຳມາຫາກິນເນາະ ຫຼືວ່າເຮືອນຊານເນາະ ຢູ່ບ້ານເກົ່າມັນເປັນຈັ່ງໃດ ມາຢູ່ບ້ານໃໝ່ເປັນຈັ່ງໃດດີອົກດີໃຈບໍ່ ຫຼືວ່າມີຂໍ້ຂັດຂ້ອງ ອິຫຍັງເນາະ.”

ທ່ານກ່າວຕື່ມວ່າ ສະພາບໂດຍລວມແລ້ວຖືວ່າການຍົກຍ້າຍມາຢູ່ ບ້ານບວມອໍ້ ແຫ່ງໃໝ່ກໍເຮັດໃຫ້ຫຼາຍຄອບຄົວ ໄດ້ຢູ່ອາໄສໃນເຮືອນທີ່ດີກ່ວາ ແຕ່ກ່ອນ ແລະ ກໍຢູ່ໃກ້ບ່ອນທຳມາຫາກິນຫຼາຍຂຶ້ນ ແຕ່ຊາວບ້ານສ່ວນໃຫຍ່ ກໍໄດ້ສເນີໂຄງການຊ່ອຍເຫຼືອ ອີກຫຼາຍດ້ານເປັນຕົ້ນສົ່ງເສີມ ການປູກຝັງ ແລະ ລ້ຽງສັດເປັນອາຊີບ.

ດັ່ງທ່ານໄດ້ກ່າວວ່າ:

“ໄທເຮົາກາສເນີຢູ່ ການຊ່ອຍເຫຼືອເນາະ ຄືວ່າໃຫ້ພໍ່ແມ່ປະຊາຊົນລ້ຽງສັດເນາະ ແຕ່ວ່າຍັງບໍ່ມີໂຄງການ ຍັງບໍ່ທັນມີທຶນ ເພິ່ນຍັງຊອກໂຄງການຢູ່ວ່າ ຈະໃຫ້ພໍ່ແມ່ປະຊາຊົນ ປູກຝັງລ້ຽງສັດ.”

ສ່ວນເຈົ້າໜ້າທີ່ຂັ້ນບ້ານ ທ່ານນຶ່ງເຫັນວ່າຊາວບ້ານ ບ້ານບວມອໍ້ ຫຼາຍຄອບຄົວຕ້ອງການການຊ່ອຍເຫຼືອ ແລະ ສົ່ງເສີມໃຫ້ມີການປູກຝັງ ແລະ ລ້ຽງສັດ. ເນື່ອງຈາກແຕ່ລະຄອບຄົວ ບໍ່ມີທຶນພຽງພໍທີ່ຈະເຮັດເອງຕາມລຳພັງໄດ້ເຊິ່ງກໍລໍຖ້າຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່.

ດັ່ງທ່ານກ່າວວ່າ:

“ເຣື່ອງການປູກຝັງລ້ຽງສັດນີ້ ຄັນເພິ່ນມີທຶນຮອນຄັນເພິ່ນ ມີຈຸດສຸມສ້າງເນາະ ຢາກໄດ້ໂອເພາະວ່າບໍ່ມີທຶນມີຮອນ ຄັນທາງພາກຣັຖຂັ້ນເທີງ ມີນໍ້າຈິດນໍ້າໃຈ ຫຼືວ່າມີທຶນມີຮອນຈະຊ່ອຍເຫຼືອ ຢາຮຽກຮ້ອງຕ້ອງການໂອ ເຣື່ອງນີ້ນ່າ.”

ຊາວບ້ານອີກທ່ນນຶ່ງ ທີ່ຢູ່ໃກ້ກັບບ້ານຈັດສັນບວມອໍ້ ກ່າວວ່າ ນອກຈາກຊາວບ້ານຢູ່ບ້ານດັ່ງກ່າວ ຕ້ອງການໃຫ້ມີການສົ່ງເສີມ ດ້ານປູກຝັງແລະລ້ຽງສັດ ແລ້ວບາງຄອບຄົວ ກໍຕ້ອງການຄວາມຊ່ອຍເຫຼືອດ້ານເຂົ້າສານອາຫານແຫ້ງ ເພາະວ່າບໍ່ມີບ່ອນປູກເຂົ້າ ແລະ ເຮັດການກະເສດໃນຂະນະທີ່ ຕ້ອງລ້ຽງດູຄົນໃນຄອບຄົວ ຈຳນວນຫຼາຍຄົນ.

ດັ່ງຍານາງກ່າວວ່າ:

“ຈຸໄປຢູ່ບ້ານບວມອໍນັ້ນ ຕ້ອງການຄວາມຊ່ອຍເຫຼືອ ຈັ່ງວ່າຕ້ອງການກາຊິແມ່ນເບື້ອງເຂົ້າສານ ອາຫານແຫ່ງຫັ້ນຕິ ຈຸຢູ່ຫັ້ນເພາະວ່າ ກາເປັນກະຄອບຄົວ ທີ່ມີລູກຫຼາຍຄົນໂຄງການ ພັທນາບໍ່ມີຫຍັງ.”

ເຈົ້າໜ້າທີ່ເມືອງຊຽງເງິນທ່ານນຶ່ງ ຍອມຮັບວ່ານອກຈາກຊາວບ້ານ ຫຼາຍຄອບຄົວຕ້ອງການ ໃຫ້ມີການສົ່ງເສີມດ້ານອາຊີບ ແລ້ວຍັງຕ້ອງການໃຫ້ມີໂຄງການ ກໍ່ສ້າງກັນເຈື່ອນ ໃນເຂດບ້ານນຳດ້ວຍເພື່ອປ້ອງກັນບໍ່ໃຫ້ເກີດເຫດການດິນເຈື່ອນ ໃນຣະດູຝົນ, ແຕ່ປັດຈຸບັນບໍຣິສັດ ຜູ້ຮັບເໝົາກໍ່ສ້າງບ້ານຈັດສັນ ໄດ້ມາຕິດຕາມ ແລະ ສ້ອມແປງເຮືອນໃຫ້ຊາວບ້ານ ຢູ່ເພາະຍັງຢູ່ໃນໄລຍະສັນຍາ ຄໍ້າປະກັນຄວາມປອດໄພ. ດັ່ງທ່ານກ່າວວ່າ.

“ເຮັດສ້າງເຈື່ອນອີ່ຫຍັງຕ່າງໆ ຫັ້ນແຫຼະຕາມການສເນີສ່ວນໃຫຍ່ ປະຊາຊົນບາງຄອບຄົວ ເຂົາເຈົ້າກາເຮັດເອງບ້ານຈັດຕັ້ງໃໝ່ເດ້ ມັນກາມີບັນຫາຍັງແມ່ນຊ່ວງຄໍ້າ ປະກັນຂອງບໍຣິສັດ ຢູ່ເຣື່ອງອາຄານອິຫຍັງຕ່າງໆ ເພິ່ນກາມາສືບຕໍ່ສ້ອມແປງໃຫ້.”

ສໍາລັບບ້ານຈັດສັນບວມອໍ້ ມີຊາວບ້ານຢູ່ອາສັຍທັງໝົດປະມານ 400 ຄົນ ຢູ່ໃນເຮືອນທີ່ຖືກສ້າງຂຶ້ນໃໝ່ຈຳນວນ 107 ຫຼັງປະກອບດ້ວຍເຮືອນຂນາດໃຫຍ່ 2 ຊັ້ນຈຳນວນ 13 ຫຼັງ, ເຮືອນຂນາດກາງ 68 ຫຼັງ ແລະ ເຮືອນຂນາດນ້ອຍ 26 ຫຼັງ. ນອກຈາກນັ້ນຍັງມີຫ້ອງການບ້ານ 1 ຫຼັງ, ໂຮງຮຽນອະນຸບານ ໂຮງຮຽນປະຖົມ, ສຸກສາລາ, ຫ້ອງນໍ້າສາທາຣະນະ, ເດີ່ນກິຈກັມ, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ, ລະບົບໄຟຟ້າ, ລະບົບນໍ້າປະປາ ແລະ ອື່ນໆ. ສ່ວນເນື້ອທີ່ທຳການຜລິດ ຂອງຊາວບ້ານຢູ່ຫ່າງຈາກບ້ານຈັດສັນປະມານ 2 ກິໂລແມັດ. ອີງຕາມການຣາຍງານ ຂອງສື່ມວນຊົນລາວ. ນອກຈາກບ້ານຈັດສັນບວມອໍ້ແລ້ວ ຍັງມີບ້ານຈັດສັນ ທີ່ກໍ່ສ້າງໃຫ້ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນອີກ 3 ແຫ່ງ ປະກອບດ້ວຍບ້ານຈັດສັນນາຄົກ ເມືອງງາ ແຂວງອຸດົມໄຊ ຈຳນວນ 23 ຫຼັງ, ບ້ານຈັດສັນນາໝໍ້ ເມືອງນາໝໍ້ ແຂວງອຸດົມໄຊ ຈຳນວນ 60 ຫຼັງ ແລະ ບ້ານຈັດສັນນາເຕີຍ ແຂວງອຸດົມໄຊຈຳນວນ 159 ຫຼັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.