ສປປ ລາວ ຮຽກຮ້ອງໃຫ້ ອິສຣາແອລ-ປາເລສຕ່າຍນ໌ ແກ້ບັນຫາ ຢ່າງສັນຕິ

ອຸ່ນແກ້ວ
2023.10.12
ສປປ ລາວ ຮຽກຮ້ອງໃຫ້ ອິສຣາແອລ-ປາເລສຕ່າຍນ໌ ແກ້ບັນຫາ ຢ່າງສັນຕິ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 10 ຕຸລາ 2023 ທີ່ຜ່ານມາ, ກະຊວງການຕ່າງປະເທດ ອອກຖແລງການ ຜ່ານທາງເວັບໄຊຕ໌ຂອງກະຊວງ ກ່ຽວກັບ ສະຖານະການ ຄວາມຮຸນແຮງ ລະວ່າງ ອິສຣາແອລ ແລະ ປາເລສຕ່າຍນ໌, ໂດຍມີເນື້ອໃນວ່າ:

ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງ ຕໍ່ການປະທະກັນ ຢ່າງຮຸນແຮງ ລະຫວ່າງ ອິສຣາແອລ ແລະ ປາເລສຕ່າຍນ໌ ອັນໄດ້ເຮັດໃຫ້ ມີການສູນເສັຽ ທັງຊີວິດ ແລະ ຊັບສິນ ຢ່າງຫຼວງຫຼາຍ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງອົດກັ້ນ, ຢຸດຕິທຸກການກະທຳ ທີ່ຮຸນແຮງ ແລະ ຮ່ວມມືກັນ ແກ້ໄຂບັນຫາ ຂໍ້ຂັດແຍ່ງ ໂດຍສັນຕິວິທີ.”

ຖແລງການດັ່ງກ່າວ ລະບຸຕື່ມວ່າ:

“ສປປ ລາວ ຊຸກຍູ້ໃນທຸກຝ່າຍທີ່ກ່ຽວຂ້ອງ ກັບຄືນສູ່ຂະບວນການເຈຣະຈາ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ ໃນການແກ້ໄຂບັນຫາ ປາເລສຕ່າຍນ໌ ທີ່ແກ່ຍາວມາເປັນໄລຍະເວລາດົນນານ ໂດຍຜ່ານການສ້າງຕັ້ງ 2 ຣັຖເອກະຣາດ ທີ່ຢູ່ຮ່ວມກັນໂດຍສັນຕິ ບົນພື້ນຖານຍັດຕິ ທີ່ກ່ຽວຂ້ອງ ຂອງອົງການສະຫະປະຊາຊາຕ ແລະກົດໝາຍສາກົລ.”

ເປັນທີ່ໜ້າສັງເກດວ່າ ທ່າທີຂອງຖແລງການດັ່ງກ່າວ ບໍ່ແຕກຕ່າງຫຍັງກັບ ຖແລງການ ຂອງກະຊວງການຕ່າງປະເທດຈີນ ທີ່ສແດງຄວາມເປັນກາງ ແລະ ບໍ່ປະນາມການກະທຳຂອງ ກຸ່ມຮາມາສ (Hamas) ຊຶ່ງເປັນກຸ່ມການເມືອງ ຕິດອາວຸດ ຊາວປາເລສຕ່າຍນ໌ ທີ່ມີຖານທີ່ໝັ້ນ ຢູ່ໃນເຂດກາຊາ (Gaza Strip).

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມຄວາມຄິດເຫັນຊາວລາວ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ໂດຍຊາວບ້ານຜູ້ນີ້ກ່າວວ່າ ເຂົາເຈົ້າເຫັນດີ ທີ່ຣັຖບານລາວ ອອກຖແລງການ ໃນລັກສະນະທີ່ເປັນກາງ ເພື່ອຊ່ອຍປົກປ້ອງ ພົລເມືອງລາວ ຢູ່ອິສຣາແອລ.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 11 ຕຸລາ 2023 ນີ້ວ່າ:

“ກະເຫັນດີຫັ້ນແຫຼະ ເຫັນດີແລ້ວ ທີ່ວ່າເຂົາເຈົ້າມີອອກຖແລງການມາແນວນີ້ ເພາະວ່າກໍມີຄົນລາວເຮົາ ໄປເຮັດວຽກຢູ່ອິສຣາແອລ ກະຫຼາຍຢູ່ເນາະ.”

ຊາວລາວ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ຢາກໃຫ້ຣັຖບານລາວ ຟ້າວຕິດຕາມຊ່ອຍເຫຼືອ ພົລເມືອງລາວ ທີ່ຍັງຢູ່ໃນປະເທດອິສຣາແອລ ໃຫ້ໄດ້ກັບຄືນປະເທດລາວ ໄດ້ຢ່າງປອດໄພ.

“ຢາກໃຫ້ໄປເບິ່ງແມ້ ຜູ້ທີ່ເຮັດວຽກຢູ່ອິສຣາແອລຫັ້ນນ່າ. ມີຜູ້ໄປເຮັດວຽກຢູ່ຫຼາຍເດ້, ນັກສຶກສາກະມີ ແຮງງານກະມີ.”

ອີງຕາມສຳນັກຂ່າວ ຕ່າງປະເທດ ໃນເຊົ້າວັນທີ 7 ຕຸລາ 2023 ທີ່ຜ່ານມາ ວ່າ ກຸ່ມຮາມາສ ໄດ້ໂຈມຕີອິສຣາແອລ ດ້ວຍຈະຣວດຈຳນວນຫຼາຍພັນລູກ, ຍັງສົ່ງກອງກຳລັງ ເຂົ້າຈັບກຸມໂຕປະກັນ ແລະສັງຫານ ຊາວອິສຣາແອລ, ລວມທັງ ນັກທ່ອງທ່ຽວ ແລະ ຄົນງານຕ່າງຊາຕ ທີ່ຢູ່ໃນອິສຣາແອລ.

ໃນມື້ດຽວກັນນັ້ນ, ທ່ານ ເບັນຈາມິນ ເນທັນຢາຮູ (Benjamin Netanyahu), ນາຍົກຣັຖມົນຕຣີອິສຣາແອລ ໄດ້ປະກາດສົງຄາມ ຕໍ່ກຸ່ມຮາມາສ ແລະມີການໂຈມຕີ ທາງອາກາດ ເຂົ້າໄປໃນເຂດກາຊາ ຈຳນວນຫຼາຍຄັ້ງ, ຊຶ່ງຖືວ່າ ເປັນການຕອບໂຕ້ ທີ່ຮຸນແຮງທີ່ສຸດ ໃນຮອບ 50 ປີ.

ໂດຍຂໍ້ມູນຫຼ້າສຸດ ໃນວັນທີ 11 ຕຸລາ 2023 ນີ້, ມີຜູ້ເສັຽຊີວິດ ຈາກຈາກການປະທະກັນ ຫຼາຍກວ່າ 1,300 ຄົນແລ້ວ. ທັງນີ້, ຍັງບໍ່ທັນມີຣາຍງານວ່າ ມີຄົນລາວ ໄດ້ຮັບຜົລກະທົບ ຈາກສົງຄາມດັ່ງກ່າວ ແຕ່ຢ່າງໃດ.

ໃນຂະນະທີ່ ຊາວລາວ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າໝູ່ຄູ່ ທີ່ເປັນນັກສຶກສາ ທີ່ກຳລັງໄປຮຽນດ້ານເຕັກໂນໂລຈີ ກະສິກັມ ຢູ່ອິສຣາແອລ ໃນຂະນະນີ້ ຢັ້ງຢືນວ່າ ຄົນລາວທີ່ຢູ່ໃນປະເທດອິສຣາແອລ ຍັງປອດໄພດີ.

“ອັ່ນນ່າ ມີໆ ຄົນທີ່ວ່າເປັນນັກສຶກສາ ທີ່ເຂົາເຈົ້າໄປເດີ້, ແຕ່ວ່າສອບຖາມລາວ, ລາວກະວ່າ ແຮງງານລາວ ກັບ ພາກສ່ວນທີ່ລາວຢູ່ຫັ້ນ ກະປອດໄພຫັ້ນເນາະ.”

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ນັກສຶກສາລາວ ຢູ່ອິສຣາແອລ ແຕ່ ບໍ່ສາມາດຕິດຕໍ່ໄດ້.

ຄົນລາວອີກຜູ້ນຶ່ງ ຢູ່ແຂວງບໍຣິຄຳໄຊ ກ່າວວ່າ ມີໝູ່ຊາວໄທຍ ທີ່ໄປເຮັດວຽກ ຢູ່ອິສຣາແອລຄືກັນ ຊຶ່ງໄດ້ຮັບການຕິດຕໍ່ມາວ່າ ຍັງຄົງປອດໄພ ເຊັ່ນດຽວກັນ.

“ອັນນີ້ແມ່ນເປັນເພື່ອນທີ່ວ່າ ເຂົາເຈົ້າຢູ່ໄທຍ ເຂົາເຈົ້າໄປຫັ້ນນ່າ. ແມ່ນຄົນໄທຍ ທີ່ເຂົາເຈົ້າໄປ, ແລ້ວເຂົາເຈົ້າກະເອິ້ນວ່າເປັນ ກະເສດຊີ້ນ່າ.”

ໃນຂະນະທີ່ ທ່ານ ອາຈານ ສຸເຈນ ກັນພະຣິດ, ນັກວິຊາການອິສຣະ ຂອງໄທຍ ກ່າວວ່າ ການທີ່ຣັຖບານລາວ ອອກຖແລງການ ໃນລັກສະນະເປັນກາງ ເຊັ່ນນີ້, ຖືວ່າເໝາະສົມ ຕໍ່ສະພາບການ ຂອງລາວແລ້ວ ເພື່ອໃຫ້ດຸ່ນດ່ຽງ ກັບສາຍພົວພັນ ທີ່ລາວ ມີຕໍ່ທັງອິສຣາແອລ ແລະ ປາເລສຕ່າຍນ໌.

ທ່ານກ່າວວ່າ:

(Thai) “ຂ້ອຍຄຶດວ່າ ເຣື່ອງນີ້ ເປັນຄຳຖາມດຽວກັນກັບປະເທດທີ່ມີຂນາດກາງ ແລະຂນາດນ້ອຍ ໃນເອເຊັຽຕາເວັນອອກສຽງໃຕ້ ທຸກປະເທດ. ຄືທຽບກັບໄທຍ, ໄທຍກໍເຈີເກມສ໌ແບບນີ້ຄືກັນ. ຈັ່ງຊີ້, ລາວຈະເຮັດແນວໃດ ໃຫ້ແປປ່ຽນຄວາມສຳພັນ ບ່ອນນີ້ ໃຫ້ມັນເປັນປໂຍດ ຕໍ່ທຸກຝ່າຍ.”

ປະເທດລາວ ມີສາຍພົວພັນ ທາງການທູດກັບ ປາເລສຕ່າຍນ໌ ມາແຕ່ປີ 1989, ແລະ ລາວ ໃຫ້ການສນັບສນູນ ປາເລສຕ່າຍນ໌ ໃຫ້ມີຖານະເປັນຣັຖເອກະຣາດ ຢູ່ໃນອົງການ ສະຫະປະຊາຊາຕ.

ຢ່າງໃດກໍຕາມ, ລາວ ກັບ ອິສຣາແອລ ກໍໄດ້ສ້າງຕັ້ງ ສາຍພົວພັນທາງການທູດ ມາແຕ່ປີ 1993, ໂດຍທັງສອງຝ່າຍ ມີການຮ່ວມມືກັນ ໃນຂົງເຂດກະສິກັມ, ເສຖກິຈ, ວິທຍາສາດ-ເຕັກໂນໂລຈີ ແລະ ສາທາຣະນະສຸຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.