ເຣື້ອງທີ່ເກັບບັນທຶກໄວ້
2009-12-16
ໄທ ເລື່ອນເວລາ ການສົ່ງຊາວເຜົ່າ ບ້ານຫ້ວຍນໍ້າຂາວ ກັບຄືນ ປະເທດ ແລະ ຈະປະສານງານ ກັບ ກຸ່ມສິດທິມະນຸດ ເພື່ອກວດສອບ ປວັດຂອງຊາວເຜົ່າມົ້ງ ຜູ້ທີ່ເປັນອັນຕຣາຍ ຖ້າຫາກວ່າ ຖືກສົ່ງກັບ ສປປລາວ.
2009-12-15
ອົງການທີ່ບໍຂື້ນ ກັບຣັຖບານຖແລງວ່າ ເດັກນ້ອຍຜູ້ຍີງລາວ ຜູ້ທີ່ມີອາຍຸຍັງ ບໍ່ພົ້ນກະສຽນ ຍັງຖືກຫລອກລວງ ຈາກກຸ່ມຄ້າມະນຸດ ໄປເຮັດວຽກ ທີ່ປະເທດໄທຫລາຍຢູ່.
2009-12-15
ສະຫະພັນ ມວຍລາວ ສາມາດ ຄວ້າຫລຽນຄໍາ ໃນຊີເກມສ໌ ໄດ້ເກີນເປົ້າໝາຍ ທີ່ຕັ້ງໄວ້.
2009-12-15
ລາຍງານຂອງອົງການ Global Trade Alert ວ່າ ຕຣອດປີ 2009 ນີ້ ການໃຊ້ນະໂຍບາຍ ປົກປ້ອງເສຖກິດ ຂອງປະເທດຕົນ ແຕ່ຝ່າຍດຽວ ຂະຫຍາຍຕົວແຮງຂື້ນ ຊື່ງອາດນາບຂູ່ຕໍ່ການ ເຕີບໃຫ່ຽຂອງເສຖກິດໂລກ ທີ່ກໍາລັງຟື້ນຕົວຄືນໃໝ່ ໃນລະຍະນີ້. ສົມເນ ມີລາຍລະອຽດ ມາສະເໜີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-15
ທາງການຈີນ ຕັດສັນຍານການຖ່າຍທອດ ຂອງເຄືອຄ່າຍ ໂທຣະທັດ ທີ່ຜູ້ຄົນນິຍົມກັນ ເບິ່ງຫລາຍນັ້ນ ຖ່າມກາງການ ກວດກາຈໍາກັດ ດ້ານການຂ່າວ ເຂັ້ມງວດຫລາຍເພິ່ມຂຶ້ນ ນັບມື້ຢູ່ຈີນ. ຕາມຣາຍງານຂ່າວ ໜັງສືພິມ Bangkok Post.
2009-12-15
ຍັງມີກາຣລັກລອບ ປູກແລະຜລິຕຢາຝິ່ນ ຢ່າງຫລວງຫລາຍ ໃນເຂຕ 3 ຫລ່ຽມຄຳ.
2009-12-15
ທາງການລາວ ພຍາຍາມທີ່ຈະສ້າງ ເຂື່ອນໄຟຟ້ານ້ຳຕົກ ໃຫ້ໄດ້ຫລາຍຂື້ນຕື່ມ 14 ແຫ່ງ ໃນປີ 2015 ຈາກ 10 ແຫ່ງ ທີ່ກໍາລັງໃຊ້ງານຢູ່ ແລະ ໃນປັດຈຸບັນ ມີການກໍ່ສ້າງ 9 ແຫ່ງເພື່ອຂາຍກະແສໄຟຟ້າ ໃຫ້ຕ່າງປະເທດ ໃນຂນະທີ່ປະເທດ ທີ່ເປັນລູກຄ້ານັ້ນ ກໍຈະຜລິດກະແສໄຟຟ້າ ດ້ວຍພະລັງງານນິວເຄຼັຽ ດ້ວຍແສງອາທິດ ດ້ວຍພະລັງລົມ ແລະ ທັງມີສັນຍາ ຊື້-ຂາຍ ກະແສໄຟຟ້າ ກັບປະເທດອື່ນ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-15
ນາໆປະເທດ ທີ່ເຂົ້າຮ່ວມການແຂ່ງຂັນ ກິລາຊີເກັມສ໌ ຊື່ນຊົມສປປລາວ ທີ່ຈັດງານໄດ້ດີ.
2009-12-15
ນັກກິລາທີມຊາຕລາວ ດີໃຈແລະຮູ້ສຶກເປັນກຽຕ ທີ່ໄດ້ຮັບຫລຽນຄຳ ໃນກາຣແຂ່ງຂັນ ກິລາຊີເກມສ໌ ຄັ້ງທີ່ 25 ທີ່ລາວເປັນເຈົ້າພາບ.
2009-12-14
ໃນສັປດາທີ່ຜ່ານມາ ເຮົາໄດ້ວິຈັຍ ກ່ຽວກັບໂຄງການກ່ຽວພັນ ສປປລາວ ກັບປະເທດໃກ້ຄຽງ ຄືສາມຫລ່ຽມມໍຣະກົດ ຣະຫວ່າງ ລາວ ໄທ ແລະ ກຳພູຊາ ຕໍ່ມາເຮົາກໍໄດ້ເວົ້າເຖິງ ສາມຫລ່ຽມພັທນາ ຊຶ່ງກ່ຽວກັບ ລາວ ວຽດນາມ ແລະ ກຳພູຊາ: ມື້ນີ້ ພົງສວັນ ໄດ້ຮິບໂຮມຂໍ້ມູນ ກ່ຽວກັບໂຄງການ “ສີ່ຫລ່ຽມເສຖກິດ ແລະອານຸພູມີພາຄ ລຸ່ມແມ່ນ້ຳຂອງ” ຊຶ່ງຈາກສີ່ປະເທດ ໄດ້ກາຍເປັນຫ້າ ປະເທດເຂົ້າຮ່ວມໃນ ໂຄງການພັທນາດ້ານຕ່າງໆ ຊຶ່ງ “ຈະເຣີນສຸກ” ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-14
ສປປລາວ ແລະ ສປຈີນ ເຊັນສັນຍາ ຈະຮ່ວມກັນສ້າງເຂດ ປ່າສະຫງວນ ຂ້າມຊາຍແດນ ເພື່ອປົກປ້ອງຊ້າງ ສາຍພັນເອເຊັຽ.
2009-12-14
ຊາວລາວທີ່ມັກເບິ່ງ ເຕະບານ ຍາດກັນຊື້ປີ້ເບິ່ງ ກິລາເຕະບານ ລະຫວ່າງລາວກັບມາເລເຊັຍ.
2009-12-14
ທີມເຕະບານຊາຍລາວ ມີຄວາມຫວັງ ທີ່ຈະເຂົ້າແຂ່ງຂັນ ໃນຮອບຊນະເລີດ
2009-12-14
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 18 ໃນມື້ນີ້ຈະໄດ້ ກ່າວເຖິງຕ່ອນທີ່ ອະດິດທະຫານ ນັກໂທດ ຊັ້ນນາຍຮ້ອຍສອງຄົນ ຖືກທະຫານແນວລາວ ປະຈຳສູນສັມມະນາ ”ບ້ານຫ້ວຍກົກ“ ສັງຫານ. ເຊີນທ່ານຮັບຟັງໄດ້ ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"