ເດັກນ້ອຍຍີງລາວ ຍັງຖືກຫລອກໄປຂາຍ

ອົງການທີ່ບໍຂື້ນ ກັບຣັຖບານຖແລງວ່າ ເດັກນ້ອຍຜູ້ຍີງລາວ ຜູ້ທີ່ມີອາຍຸຍັງ ບໍ່ພົ້ນກະສຽນ ຍັງຖືກຫລອກລວງ ຈາກກຸ່ມຄ້າມະນຸດ ໄປເຮັດວຽກ ທີ່ປະເທດໄທຫລາຍຢູ່.
ສິດນີ
2009.12.15

ເຈົ້າຫນ້າທີ່ຈາກໂຄງການ ປົກປ້ອງ ແລະສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍີງ ແລະເດັກນ້ອຍ village focus ເປີດເຜີຍວ່າ ສະຖານະການຂອງຂະບວນການ ຄ້າມະນຸດໃນລາວ ໃນຂນະນີ້ ຍັງເກີດຂື້ນຢ່າງຕໍ່ເນື່ອງ ໂດຍສ່ວນໃຫຍ່ເດັກນ້ອຍຜູ້ຍີງ ຖືກຫລອກລວງໄປ ເຮັດວຽກທີ່ປະເທດ ໄທ ແລະ ເດັກນ້ອຍສ່ວນຫລາຍ ກໍ່ຍັງຮູ້ເທົ່າບໍ່ເຖີງການ ທີ່ມີຄວາມຝັນ ຢາກຈະໄປ ເຮັດວຽກ ຢູ່ປະເທດໄທ ຢູ່ຕລອດ. ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:

“ມີຢູ່ເກີດຂື້ນເລື້ອຍໆ ສ່ວນຫລາຍແລ້ວ ແມ່ນເດັກນ້ອຍຕ່ຳກວ່າ ອາຍຸ 18 ປີ ເດັກນ້ອຍຜູ້ຍີງ ກໍ່ມີທົ່ວປະເທດ ແຕ່ວ່າຕົວເລກທີ່ຫລາຍ ກວ່າຫມູ່ ແມ່ນທາງພາກໃຕ້ເຈົ້າ ສ່ວນຫລາຍທີ່ຖືກສົ່ງ ມາຖືກໄປຄ້າ ຢູ່ປະເທດໄທ”.

ທ່ານກ່າວຕໍ່ໄປວ່າ ຂນະນີ້ຫລາຍຫນ່ວຍງານ ບໍ່ວ່າ ລາວແລະໄທ ກໍ່ພຍາຍາມເກັບກຳສຖີຕິ ກ່ຽວກັບເຣື້ອງນີ້ ແຕ່ກໍ່ເປັນໄປໄດ້ຍາກ ເພາະຂາດຄວາມຮ່ວມມື ຈາກຫລາຍພາກສ່ວນ ຊື່ງ ຄະດີ ສ່ວນໃຫຍ່ ທີ່ມັກພົບເຫັນນັ້ນ ກໍ່ຄື ເດັກນ້ອຍຈະຖືກ ຂູດຮີດແຮງງານ ຖືກບັງຄັບໃຫ້ເຮັດວຽກ ໂດຍບໍ່ໄດ້ຄ່າຕອບແທນ ຖືກັກຂັງຫນ່ວງຫນ່ຽວ ແລະ ບາງລາຍຖືກບັງຄັບ ໃຫ້ຂາຍບໍຣິການ ທາງ ເພດ.

ຫນ່ວຍງານNgo ແລະອົງການພັທນາສັງຄົມ ແລະຄວາມຫມັ້ນຄົງ ຂອງມະນຸດແລະ ເຈົ້າຫນ້າທີ່ ໄທ ກໍ່ພຍາຍາມໃຫ້ ການຊ່ອຍເຫລືອ ເດັກນ້ອຍລາວກຸ່ມນີ້ຢູ່ຕລອດ ແຕ່ເດັກນ້ອຍລາວ ຍັງສົນໃຈ ຢາກໄປເຮັດວຽກ ຢູ່ປະເທດໄທ ບັນຫາຈື່ງບໍ່ສີ້ນສຸດ ທ່ານກ່າວເພີ້ມອີກວ່າ:

“ກໍ່ມີບາງຈຳນວນ ທີ່ຍັງບໍ່ຮູ້ ຍັງບໍ່ທັນໄດ້ຮັບ ຂໍ້ມູນຂ່າວສານ ກໍ່ຍັງຢາກໄປເນາະ ມັນກໍ່ເວົ້າເຣື້ອງ ເສຖກິຈນຳ ຄອບຄົວທຸກຈົນ ກໍ່ຍັງຢາກອອກໄປ ທຳງານຫາເງີນ ມາຊ່ອຍຄອບຄົວ ແຕ່ບາງກຸ່ມ ກໍ່ຢາກໄປເຫັນ ເມືອງໃຫຍ່ ມັນກໍ່ມີຫລາຍຄົນ ທີ່ຍັງຢາກໄປ”.

ໃນທີ່ສຸດ ທ່ານວ່າ ຣັຖບານລາວ ກໍ່ໄດ້ອອກກົດຫມາຍ ລົງໂທດຜູ້ກະທຳຜີດ ເພືjອຊ່ອຍເຫລືອຜູ້ ເຄາະຮ້າຍແລະຫນ່ວຍງານ Ngo ກໍ່ຣົນນະຣົງໃຫ້ ໄປເຮັດວຽກແບບຖືກ ຕ້ອງຕາມກົດຫມາຍ ທີ່ ປະເທດໄທ ແຕ່ການແກ້ໄຂບັນຫາ ດັ່ງກ່າວ ຍັງມີອຸປສັກ ຫລາຍຢ່າງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 15, 2009 04:18 PM

To comment 10 times is still the same cause of the government is not from Paxaxon.

Anonymous
Dec 16, 2009 06:29 AM

Le terme RON NA RONG est-il du langage Lao ?

Anonymous
Feb 26, 2010 03:47 AM

no good