ທີມເຕະບານລາວຫວັງ ຈະເຂົ້າຮອບຊນະເລີດ
2009.12.14
ຫລັງຈາກທີ່ທີມລາວ ສາມາດຜ່ານເຂົ້າມາແຂ່ງຂັນ ໃນຮອບລອງຊນະເລີດ ຊື່ງນັກກິລາເຕະບານລາວ ກໍ່ຈະໄດ້ແຂ່ງກັບທີມເຕະບານ ມາເລເຊັຽ ໃນມື້ວັນທີ 14 ທັນວາ ວັນຈັນ ຖືເປັນການແຂ່ງຂັນ ທີ່ສຳຄັນ ທີ່ຈະຕັດສີນວ່າ ທີມຊາດລາວ ຈະສາມາດເຂົ້າແຂ່ງຂັນ ເອົາຫລຽນຄຳ ໃນຮອບຊນະເລີດ ໄດ້ຫລືບໍ.
ປະທານສະຫະພັນ ກິລາເຕະບານລາວ ກ່າວວ່າ ການແຂ່ງຂັນເຕະບານຄັ້ງນີ້ ປະສົບຄວາມສຳເຣັດ ຢ່າງໜ້າພໍໃຈ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ສີ່ທີມສຸດທ້າຍນີ້ ກໍ່ຖືວ່າຢູ່ໃນເປົ້າຫມາຍ ຂອງລາວຢູ່ແລ້ວ ເພາະວ່າພວກເຮົາກໍ່ສ້າງທີມ ປັບປຸງທີມຂື້ນມາ ມີຄວາມຫວັງວ່າ ໃຫ້ເຂົ້າຮອບສີ່ທີມສຸດທ້າຍ ແຕ່ວ່າດຽວນີ້ ກໍ່ຖືວ່າ ບັນລຸເປົ້າຫມາຍແລ້ວ ມີແຕ່ວ່າ ພວກເຮົາຈະໃຫ້ມັນ ບັນລຸເຖີງເປົ້າຫມາຍໄປຕື່ມອີກ ຈະໃຫ້ມັນມີ ຜົລງານດີຂື້ນຕື່ມ."
ອີງຕາມຄຳຖແລງຂອງທ່ານ Alfred Riedl ຄຣູຝືກທີມຊາດລາວ ຕໍ່ສຳນັກຂ່າວສານ ປະເທດລາວວ່າ ມີຄວາມຫມັ້ນໃຈ ທີມລາວຈະສາມາດ ຜ່ານເຂົ້າຮອບ ຊນະເລີດກັບທີມ ຈາກປະເທດວຽດນາມ ໃນການຊີງຫລຽນຄຳ ໃນກີລາຊີເກມສ໌ເທື່ອນີ້ ແລະວ່າ ການທີ່ທີມລາວສາມາດ ຜ່ານເຂົ້າຮອບລອງຊນະເລີດ ສີ່ທີມໄດ້ນັ້ນ ກໍ່ບໍ່ເປັນຂອງແປກ ເພາະທີມລາວມີການ ກະຕຽມແລະຝຶກຝົນ ເປັນຢ່າງດີ ແຕ່ກໍ່ບໍ່ປະມາດ ທີມມາເລເຊັຽ ທີ່ເອົາຊນະທີມໄທມາແລ້ວ. ປະທານສະຫະພັນກິລາລາວ ກ່າວເພີ້ມວ່າ:
"ກໍ່ຖືວ່າຄວາມພ້ອມ ແລະກຳລັງໃຈຂອງ ນັກກິລາຕ່າງໆ ກໍ່ຖືວ່າມີຄວາມພ້ອມ ພ້ອມທັງກອງເຊັຽ ຜູ້ໃຫ້ການສນັບສນູນ ກໍ່ຖືວ່າໃຫ້ກຳລັງໃຈ ກັບທີມຊາດລາວ ຂອງເຮົາເປັນຢ່າງດີ."
ການແຂ່ງຂັນເຕະບານຊາຍຮອບ ລອງຊນະເລີດໃນວັນທີ 14 ທັນວາ ທີມຊາດວຽດນາມ ຈະພົບກັບທີມຊາດ ສີງກະໂປ ເວລາ 18 ໂມງແລງທີ່ເດີ່ນເຕະບານ ເຈົ້າອະນຸວົງ ແລະ ທີມຊາດລາວພົບກັບທີມຊາດ ມາເລເຊັຽເວລາ 19 ໂມງທີ່ສນາມກິລາ ແຫ່ງຊາດໃຫມ່.