ທາງການໄທເລື່ອນເວລາ ການສົ່ງຊາວມົ້ງກັບລາວ

ໄທ ເລື່ອນເວລາ ການສົ່ງຊາວເຜົ່າ ບ້ານຫ້ວຍນໍ້າຂາວ ກັບຄືນ ປະເທດ ແລະ ຈະປະສານງານ ກັບ ກຸ່ມສິດທິມະນຸດ ເພື່ອກວດສອບ ປວັດຂອງຊາວເຜົ່າມົ້ງ ຜູ້ທີ່ເປັນອັນຕຣາຍ ຖ້າຫາກວ່າ ຖືກສົ່ງກັບ ສປປລາວ.
ຈະເຣີນສຸກ
2009.12.16

ທາງການໄທ ມີຄວາມຈໍາເປັນ ຕ້ອງເລື່ອນເວລາ ການສົ່ງຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ ກັບຄືນ ສປປລາວ ອອກໄປອີກ ຈາກທີ່ກໍານົດໄວ້ວ່າ ຈະສົ່ງໃຫ້ສໍາເຣັດ ໃນທ້າຍປີ 2009, ແລະ ກ່ອນໝົດປີນີ້ ທະຫານໄທ ຈະປະສານງານ ກັບ ກຸ່ມປົກປ້ອງສິດທິມະນຸດ ຂອງໄທ ແລະ ນາໆຊາດ ເພື່ອກວດສອບ ປວັດຂອງຊາວເຜົ່າມົ້ງ ຜູ້ທີ່ເປັນອັນຕຣາຍ ຖ້າຫາວ່າ ຖືກສົ່ງກັບ ສປປລາວ.

ໃນຂນະນີ້ ທາງການໄທ ກໍາລັງເຮັດຮົ້ວລວດໜາມ ອ້ອມຮອບ ຂຶ້ນມາ ເພື່ອເປັນສະຖານທີ່ ໄວ້ຄັດແຍກ ຊາວເຜົ່າມົ້ງລາວ 4,400 ກ່ວາຄົນ. ພ້ອມດຽວກັນນັ້ນ, ທະຫານ ກໍໄດ້ຝຶກຊ້ອມແຜນ ໂຍ້ກຍ້າຍມົ້ງລາວ ແລະ ອອກກວດກາ ພາຍໃນ ແຄັມ ຢ່າງເຂັ້ມງວດ ເປັນພິເສດ ດັ່ງຊາວເຜົ່າມົ້ງ ຄົນນຶ່ງ ເວົ້າເປັນສໍານຽງໄທ ວ່າ:

”ທຸກມື້ນີ້ ທະຫານ ກໍເຂົ້າມາ ກວດເຂັ້ມງວດຫລາຍ, ຄືນນຶ່ງ ມາ 4-5 ຮອບ, ເບິ່ງຄວາມຮຽບຮ້ອຍ ວ່າ ຢ່າງໃດ ແລ້ວທະຫານ ກໍເຣີ້ມມາຝຶກໄດ້ 2-3 ມື້ແລ້ວ ແລະ ກໍຝຶກ ວິທີ ອູ້ມຄົນ ວິທີ ພະຍຸງ ຂຶ້ນຣົຖ, ແລ້ວກໍມີວິທີຝຶກຄົນ ເປັນແນວໃດ ແລ້ວເຂົາກໍມາຮື້ສວນ ທີ່ຄົນມົ້ງ ປູກພືດໄວ້ກິນ.”

ທາງການໄທ ໄດ້ປະກາດ ອອກທາງເຄື່ອງກະຈາຍສຽງ ພາຍໃນ ສູນກັກຂັງ ຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ, ໂດຍບອກໃຫ້ ຊາວເຜົ່າມົ້ງລາວ ທຸກຄົນ ກຽມເອກສານ ປະຈໍາໂຕ ທັງໝົດ ເພື່ອໃຫ້ເຈົ້າໜ້າທີ່ກວດສອບ ແລະ ຄັດເລືອກ ສະຖານະພາບ. ໃນຂັ້ນຕົ້ນ ຊາວເຜົ່າມົ້ງ ຈະຖືກນໍາໂຕ ໄປທີ່ ຄ້າຍທະຫານ ທີ່ເມືອງຫລົ່ມເກົ້າ ແຂວງເພັສບູນ ໃນທ້າຍເດືອນທັນວານີ້.

ເຖິງຢ່າງໃດ ກໍຕາມ, ການສົ່ງຊາວເຜົ່າມົ້ງລາວກັບຄືນປະເທດ ຍັງຢູ່ໃນແຜນການສົ່ງກັບ ຕາມຂໍ້ຕົກລົງ ລາວ-ໄທ ຕາມເດີມ ແລະ ຈະບໍ່ມີການປ່ຽນແປງ ແຕ່ຢ່າງໃດ. ກ່ຽວກັບ ການລ່າຊ້ານັ້ນ, ທາງການໄທ ມີເຫດຜົນ ດີພໍ ທີ່ຈະນໍາໄປ ແຈ້ງຕໍ່ ທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 16, 2009 06:06 AM

That's the point .I hove to be done.