ລາວແລະຈີນສ້າງປ່າສງວນ ເພື່ອຮັກສາພັນຊ້າງ

ສປປລາວ ແລະ ສປຈີນ ເຊັນສັນຍາ ຈະຮ່ວມກັນສ້າງເຂດ ປ່າສະຫງວນ ຂ້າມຊາຍແດນ ເພື່ອປົກປ້ອງຊ້າງ ສາຍພັນເອເຊັຽ.
ມະນີຈັນ
2009.12.14

ລາວແລະຈີນ ລົງນາມໃນຂໍ້ຕົກລົງ ຈັດຕັ້ງເຂດປ່າສງວນ ທັມມະຊາດຂ້າມຊາຍແດນ ເພື່ອປົກປ້ອງ ຄຸ້ມຄອງຊ້າງພັນເອເຊັຽ ແລະສັດຫາຍາກອຶ່ນໆ ໃຫ້ໄດ້ດີຂຶ້ນ. ຕາມຣາຍງານຂ່າວ ຊີນຮົວຈາກເມືອງ ຄຸນມິງຂອງຈີນ ວັນທີ13ທັນວານີ້.

ທ່ານ Zhongming ຮອງຜູ້ອໍານວຍການ ແຫລ່ງທັມມະຊາດເຂດ ສິບສອງພັນນາ ເວົ້າວ່າ ແຫລ່ງປ່າທັມມະຊາດນັ້ນ ກວມເອົາເນື້ອທີ່ 31ພັນ3ຮ້ອຍເອັກຕາຣ ໃນເຂດແດນຂອງຈີນ ແລະເນື້ອທີ່ 23ພັນ4ຮ້ອຍ ເອັກຕາຣ ໃນເຂດແດນຂອງລາວ.

ການປົກປ້ອງສັດພັນ ທີ່ຫາຍາກຕ່າງໆ ອັນມີຮວມທັງຊ້າງ ພັນເອເຊັຽ ແລະເສືອພັນອິນດູຈີນ ນັ້ນຖືກຄຸກຄາມ ຈາກການພັທນາທາງດ້ານ ເສຖກິດແລະສັງຄົມ ແລະການເຂື່ອນທີ່ ຂອງມະນຸດ ອັນເຮັດໃຫ້ ຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ໃນຂົງເຂດນັ້ນ ຕົກຢູ່ໃນສະພາບ ຖືກຄຸກຄາມນັບມື້ ນັບຫລາຍຂຶ້ນ. 

ທ່ານ Tang ວ່າ ການຕັ້ງເຂດປ່າສງວນ ຂ້າມຊາຍແດນ ລາວ-ຈີນດັ່ງກ່າວ ເປັນຂໍ້ລິເລີ່ມທີ່ມີ ຄວາມຈໍາເປັນຍີ່ງ. ຂໍ້ຕົກລົງຣະບຸວ່າ ທັງ2ປະເທດ ລາວ-ຈີນ ຈະໃຫ້ການຊ່ວຍເຫລືອ ຝຶກອົບຮົມທາງ ດ້ານເທັກນິກ ສໍາລັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະສົ່ງເສີມຄວາມຕື່ນຕົວ ຂອງຊາວບ້ານໃນການ ປົກປ້ອງສັດປ່າ ທີ່ຫາຍາກ ແລະການແລກປ່ຽນ ປະສົບປະການ ຣະຫວ່າງກັນ. ມີຊ້າງ ພັນເອເຊັຽປະມານ 250ຕົວ ອາໃສຢູ່ໃນປ່າ ເຂດແຂວງຍຸນນ່ານ ພາກຕາເວນຕົກສ່ຽງໃຕ້ ຂອງຈີນ ຊຶ່ງມັກຂ້າມຊາຍແດນ ບ່ອນທີ່ເປັນປ່າດົງຕ່າງໆ.

ໃນປີ 1955 ຄາດກັນວ່າ ມີຊ້າງເອເຊັຽພຽງ 25ພັນ6ຮ້ອຍຕົວ ຍັງຫລົງເຫລືອຢູ່ໃນປ່າ ຈາກອິນເດັຽ ໄປຮອດວຽດນາມ  ແລະນັບແຕ່ນັ້ນມາ ກໍລຸດໜ້ອຍລົງ ຢ່າງຫລວງຫລາຍ. ຕາມຂໍ້ມູນກອງເງິນທຶນ ເພື່ອສັດປ່າໂລກ.

ການຮ່ວມກັນສ້າງ ປ່າສງວນໃນເຂດຊາຍແດນ ລາວ-ຈີນ ເປັນສ່ວນນຶ່ງຂອງ ຄວາມພຍາຍາມ ສ້າງທີ່ຢູ່ອາໃສ ທີ່ດີຂຶ້ນສໍາລັບ ສັດປ່າໃນປ່າໄມ້ເຂດຮ້ອນ ໃນເຂດນັ້ນ ໂດຍມີທະນາຄານ ພັທນາເອເຊັຽ ຊ່ວຍທາງດ້ານການເງິນ ໃນໂຄງການສ້າງເຂດ ປົກປ້ອງສັດປ່າ ຂ້າມຊາຍແດນ ໃນເຂດສິບສອງພັນນາ ຂອງຈີນກັບແຂວງ ຫລວງນໍ້າທາ ຂອງລາວນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 16, 2009 06:23 AM

Le terme LAAK LAAY est-il du langage lao ?