ມວຍລາວຄວ້າຫລຽນຄໍາ ໄດ້ເກີນເປົ້າໝາຍ

ສະຫະພັນ ມວຍລາວ ສາມາດ ຄວ້າຫລຽນຄໍາ ໃນຊີເກມສ໌ ໄດ້ເກີນເປົ້າໝາຍ ທີ່ຕັ້ງໄວ້.
ຈະເຣີນສຸກ
2009.12.15
F-Sea-games-boxing ສະຫະພັນມວຍລາວ ສ້າງຜົນງານ ໃນການແຂ່ງຂັນ ກິລາຊີເກມສ໌ ໄດ້ເກີນຄາດຫວັງເອົາໄວ້
Photo: RFA

ສະຫະພັນ ມວຍ​ລາວ ສ້າ​ງຜົນ​ງານ ​ໃນ​ການ​ແຂ່ງຂັນ ກິລາ​ເອ​ເຊັຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຫລື ຊີ​ເກ​ມສ໌ ໄດ້​ ​ເກີນ​ຄາດ​ຫວັງ ​ເອົາ​ໄວ້, ​ໂດຍ​ສາມາດ ຍາດ​​ແຍ່ງ​ເອົາ ຫລຽນ​ຄໍາ ຈາ​ກການ​ແຂ່ງຂັນ​ມາ​ໄດ້ ທັງ​ໝົດ 5 ຫລຽນ, ອີງ​ຕາມ​ຄໍາ​ເວົ້າ ຂອງ​ຫົວໜ້າຄຣູ​ຝຶກ ນັກ​ມວຍ​.

ພ້ອມ​ດຽວ​ກັນ​ນັ້ນ, ຮ້ອຍ​ເອກ ປາຖນາ ​ຟອງ​ສມຸດ, ຫົວໜ້າ ຄຣູຝຶກມວຍລາວ​ ຊຸດ​ຊີ​​ເກ​ມສ໌, ​ຍັງ​ໄດ້​ຮຽກຮ້ອງ ​ໃຫ້​ທຸກ​ພາກສ່ວນ ສົ່ງ​ເສີມ ​ກິລາ​ມວຍ​ລາວ ​ໃຫ້​ມີ​ການພັທນາ ​ແລະ ຮັກສາ​ມູນ​ເຊື້ອ ​ໃນ​ການ​ແຂ່ງຂັນ ​ໃນຣາຍການຕໍ່​ໄປ:

”​ເປົ້າ​ໝາຍ ທີ່​ທາງ​ສະຫະພັນ ຕັ້ງ​ໄວ້​ວ່າ ​ແມ່ນ 4 ຫລຽນ​ຄໍາ, ​ເຮົາ​ຈະ​ໃຫ້​ໃນ ຊີ​ເກ​ມສ໌ ຄັ້ງ​ນີ້ ​ແລະ ​ເຮົາ​ກໍ​ຈະ​ເຮັດ ຕາມ​ຄາ​ດໝາຍ ​ເກີນ​ຄາດໝາຍມາ 1 ຫລຽນ​ຄໍາ. ​ເຮົາ​ກໍ​ມີ​ຄວາມ​ຮູ້ສຶກ​ດີ​ໃຈ​ຫລາຍ ວ່າ​ ຄັ້ງ​ໜ້າ ຄັນ​ມີ​ມວຍ​ລາວ ​ເຂົ້າ​ອີກ ​ເຮົາ​ກໍ​ຊິ​ຕັ້ງ​ໃຈ ກ່ວາ​ນີ້ ຍາດ​ເອົາ​ຫລຽນ​ຄໍາ​ຫລາຍ​ກ່ວາ​ນີ້​ຕື່ມ.”

ທິມມວຍ​ລາວ ສາມາດ​ຄ້ວາ​ເອົາ​ຫລຽນ​ຄໍ​າ 5 ຫລຽນຄໍາ ​ໃນ​ປະ​ເພດ​ຊາຍ 3 ຫລຽນ ​ໃນ​ຮຸ່ນ​ນໍ້າໜັກ ບໍ່​ເກີນ 48, 51 ​ແລະ 54 ກິ​ໂລກຣາມ, ​ແລະ 2 ຫລຽນ​ຄໍາ ຈາກ​ປະ​ເພດ​ຍິງ ຮຸ່ນ​ນໍ້າໜັກ ບໍ່​ເກີນ 48 ​ແລະ 57 ກິ​ໂລກຣາມ. ນອກຈາກ​ນີ້, ກໍ​ຍັງ​ຄ້ວາ​ໄດ້ 3 ຫລຽນ​ເງິນ ​ແລະ 1 ຫລຽນ ທອງ​ແດງ, ຊຶ່ງ​ຖືວ່າ ​ເປັນ​ຜົນງານ ທີ່​ດີ​ທີ່​ສຸດ ນັບ​ຕັ້ງ​ແຕ່ ສະຫະພັນ ມວຍ​ລາວ ສົ່ງ​ທິມ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ມາ.

​ເຖິງຢ່າງ​ໃດ ກໍ​ຕາມ, ​ໃນ​ຖານະ ຫົວໜ້າ ຄຣູຝຶກ​ສອນ ທິມມວຍ​ລາວ,​ ຮ້ອຍ​ເອກ ປາຖນາ ມີ​ຄວາມ​ຫວັງ ທີ່​ຈະ​ຮັກສາ​ມູນ​ເຊື້ອ ຂອງ​ກິລາ ດັ່ງກ່າວ​ໄວ້ ​ສໍາລັບ ການ​ແຂ່ງຂັນ ຣາຍການ​ອື່ນໆຕໍ່​ໄປ ​ແລະ ຮຽກຮ້ອງ ​​ທຸກ​ພາກສ່ວນ ​ໃຫ້​ຄວາມ​ສໍາຄັນ ກັບ​ກິລາ​ມວຍ ​ໃຫ້​ຫລາຍ​ຂຶ້ນ.

”​ເຮົາ​ຢາກ​ໃຫ້​ຮັກສາ ຣະດັບ​ມວຍ ຂອງ​ເຮົາ ​ໃຫ້​ກ້າວໜ້າ ​ເຮົາ​ຕ້ອງ​ໃຫ້​ ພັກ ​ແລະ ຣັຖ ​ແລະ ປະຊາຊົນ ຄົນ​ລາວ​ໝົດ​ທຸກ​ຄົນ ຂໍ​ໃຫ້ ມາ​ອຸປຖັມ ​ແລະ ຊຸກຍູ້ ມວຍ​ລາວ ​ເພາະວ່າ ມວຍ​ລາວ ຈັ່ງ​ຄ່ອຍສິກ້າວ​ໄກລ​ໄປ​ຕື່ມ​ອີກ.”

ມວຍ​ລາວ ​ໃນຊີ​ເກ​ມສ໌ ຄັ້ງ​ນີ້​ມີ​ການ​ຊິງ​ໄຊ ທັງ​ໝົດ 13 ຫລຽນ​ຄໍາ​, ​​ເຖິ​ງ​ແມ່ນ​ວ່າ ລາວ ຈະ​ຄ້ວາ​ໄດ້​ ໜ້ອຍກ່ວາ​ໄທ 1 ຫລຽນ, ​ແຕ່​ມາ​ຮອດ ປັດຈຸບັນ ສະຫະພັນ ມວຍ​ລາວ ກໍ​ເປັນ​ສະຫະພັນ ທີ່​ສາມາດ ຄ້ວາ​ຫລຽນ​ຄໍາ ຈາກ​ຊີ​ເກ​ມສ໌ ຄັ້ງ​ນີ້ ຫລາຍ​ທີ່​ສຸດ ຂອງ​ປະ​ເທດ​ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.