ທີມເຕະບານລາວ ປະທະກັບ ມະເລເຊັຍ

ຊາວລາວທີ່ມັກເບິ່ງ ເຕະບານ ຍາດກັນຊື້ປີ້ເບິ່ງ ກິລາເຕະບານ ລະຫວ່າງລາວກັບມາເລເຊັຍ.
ໂພໄຊສວັດ
2009.12.14

ປະຊາຊົນທີ່ຢາກ ເຂົ້າເບິ່ງກິລາເຕະບານ ຊີເກມສ໌ ຂໍຮ້ອງໃຫ້ຂາຍປີ້ ໃນຫລາຍໆບ່ອນເພາະວ່າ ໃນຕອນແລງມື້ນີ້ ເວລາສີ້ນສຸດຂ່າວພາກນີ້ ນັກກິລາເຕະບານ ທີມຊາດລາວ ກໍຈະລົງແຂ່ງກັບທີມ ມາເລເຊັຍເພື່ອຊິງເຂົ້າ ໄປເຕະເອົາຫລຽນຄຳ ຢູ່ສະໜາມກິລາ ແຫ່ງຊາດຫລັກ16. ປະຊາຊົນບາງກຸ່ມ ຍາດກັນຊື້ປີ້ ແລະລັດຄິວ ສ້າງບັນຫາໃນການ ຊື້ຂາຍປີ້ດັ່ງກ່າວ. ແຟນກິລາເຕະບານ ທີ່ມາຕໍ່ທ້າຍເພື່ອລໍຖ້າຊື້ປີ້ ເຂົ້າເບິ່ງເຕະບານ ນັດສຳຄັນນີ້ເວົ້າວ່າ:

"ລຳບາກຜູ້ຕໍ່ຄິວ ເຮົາມີຄວາມເຫັນວ່າ ຢາກໃຫ້ເພິ່ນແຈກຈ່າຍປີ້ ໄປຫລາຍໆຈຸດ ເພາະເພື່ອໃຫ້ ປະຊາຊົນລາວເຮົາເນ໋າະ ໃຫ້ມັນໄດ້ທົ່ວເຖິງກັນ ຖ້າເຮັດຈັ່ງຊີ້ ຜູ້ໄດ້ກໍໄດ້ ຜູ້ບໍ່ໄດ້ກໍບໍ່ໄດ້ ແລະ ບາງຄົນກໍຕັດຄິວຜູ້ໄດ້ ມັນບໍ່ທົ່ວເຖິງ."

ຜູ້ຄົນທີ່ມາຕໍ່ແຖວ ເພື່ອຊື້ປີ້ເວົ້າ ເປັນສຽງດຽວກັນວ່າ ຢາກໃຫ້ມີການຂາຍປີ້ ໃນຫລາຍໆບ່ອນ ບໍ່ແມ່ນຢູ່ບ່ອນດຽວ ເພາະທີ່ຜ່ານມາ ຍ້ອນຄົນມາຕໍ່ທ້າຍກັນ ເປັນແຖວຍາວເຮັດ ໃຫ້ການຈະຣາຈອນຕິດຂັດ ແລະການມີສິດພິເສດ ໃນການຊື້ປີ້ ຄືສັ່ງທາງໂທຣະສັບ ໄດ້ເຣັດໃຫ້ ຫລາຍຄົນທີ່ມາຕໍ່ແຖວ ແລ້ວບໍ່ໄດ້ປີ້.

ທ່ານ ຄຳພັນ ວົງຂັນຕິ ປະທານບໍລິສັດ ວົງຂັນຕິກໍ່ສ້າງ ທີ່ໄດ້ຮັບອະນຸມັດໃຫ້ ຈັດພິມແລະຂາຍປີ້ ເຂົ້າເບິ່ງກິລາຊີເກມສ໌ ຄັ້ງນີ້ ໄດ້ຊີ້ແຈງກ່ຽວກັບ ການຂາຍປີ້ ເພື່ອເຂົ້າເບິ່ງ ກິລາເຕະບານ ໃນຄັ້ງນີ້ວ່າ:

"ກ່ຽວກັບການຂາຍປີ້ ໃນມື້ຮອບ4ທີມສຸດທ້າຍ ຂໍຮຽນທ່ານທີ່ວ່າ ຈະໄປຊື້ໃຫ້ຊາບວ່າ ໂທຣະສັບບໍຫລື ວ່າແມ່ນຫຍັງ ຂ້າພະເຈົ້າຈະບໍ່ ໄດ້ຮັບທຸກຄົນ ທີ່ວ່າໂທມາຈອງ ພວກເຮົາບໍ່ໄດ້ຮັບຈອງ."

ທ່ານເວົ້າອີກວ່າ ປີ້ສຳລັບການເຂົ້າເບິ່ງ ການແຂ່ງຂັນເຕະບານ ລະຫວ່າງ ລາວກັບມາເລເຊັຍນີ້ ມີທັງໝົດ 20,000 ໃບ ແລະມີກຳນົດໃຫ້ຊື້ ໄດ້ແຕ່ຜູ້ນຶ່ງ3ໃບ. ຄັ້ງນີ້ທີມເຕະບານລາວ ໄດ້ຮັບຄວາມສົນໃຈ ເປັນພິເສດເພາະບໍ່ເຄີຍ ໄດ້ເຂົ້າຮອບແຂ່ງຂັນ 4ທີມສຸດທ້າຍຈັກເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.