ບັນດາປະເທດເຂົ້າຮ່ວມ ກິລາຊີເກັມສ໌ ສັລເສີນລາວ
2009.12.15
ທ່ານ ສົມສະຫວາດ ເລັ່ງສວັດ ຮອງນາຍົກຣັຖມົນຕຣີ ສປປລາວ ປະທານຈັດງານກິລາຊີເກັມສ໌ ຄັ້ງທີ 25 ກ່າວວ່າ ການແຂ່ງຂັນກິລາຊີເກັມສ໌ ຊຶ່ງລາວເປັນເຈົ້າພາບ ນັ້ນດໍາເນີນໄປຢ່າງເຕັມທີ່ ໂດຍສະເພາະ ເລື່ອງການຝຶກຊ້ອມນັກກິລາ ການຮັກສາຄວາມປອດພັຍ ແລະການພັທນາ ໂຄງຮ່າງພື້ນຖານ ໃນຊ່ວງງານມະຫະກັມ ກິລາຊີເກັມສ໌ ຊຶ່ງຕ່າງປະເທດ ທີ່ເຂົ້າມາຮ່ວມງານ ກໍໄດ້ສັລເສີນ. ທ່ານກ່າວວ່າ:
"ການເປັນເຈົ້າພາບ ຂອງພວກເຮົາ ໄດ້ຮັບການຍ້ອງຍໍ ຈາກປະເທດເພື່ອນມິດ ຕ່າງໆ ເຂົ້າຮ່ວມ ຫລາຍສຽງໄດ້ເວົ້າວ່າ ບໍ່ນຶກບໍ່ຝັນວ່າ ປະເທດລາວ ຈະຈັດໄດ້ດີ ຄືແນວນີ້ ເຂົາເຈົ້າໄດ້ເວົ້າແນວນັ້ນ ບໍ່ແມ່ນເຮົາຢາກຍ້ອງເຮົາເອງ".
ທ່ານວ່ານາໆຊາດໄດ້ຊື່ນຊົມ ໂດຍສະເພາະ ສນາມຍິງປືນທີ່ອາດ ເທົ່າທຽມນາໆຊາດໄດ້ ແລະວ່າສນາມຕີປິງປອງ ກໍສວຍງາມ ແລະເໝາະກັບການ ຈັດການ ແຂ່ງຂັນສະເພາະ ແຕ່ລະຊນິດກິລາ ນໍາດ້ວຍ. ສໍາລັບຄວາມສາມາດ ຂອງນັກກິລາລາວເອງ ທ່ານກໍວ່າເໜືອຄາດໝາຍ. ທຸກຄົນ ພຍາຍາມຫລິ້ນສຸດ ຄວາມສາມາດຂອງຕົນ:
"ແລະກໍເບິ່ງຄວາມສາມາດ ໃນການໄດ້ຮັບ ຫລຽນຄໍາເທື່ອນີ້ ພວກເຮົາໄດ້ສູງ ສົມຄວນຕາມ ຄາດຄະເນເບິ່ງ ຄວາມເປັນໄປໄດ້ນີ້ ຈະໄດ້ຕາມຄາດໝາຍ ທີ່ພວກເຮົາວາງໄວ້ ອັນນີ້ ປະເທດເພື່ອນມິດ ກໍຕີຣາຄາວ່າ ລາວເຮົາກໍກຽມຕົວ ນັກກິລາໄດ້ດີ".
ງານມະຫtກັມກິລາຊີເກັມສ% ຈັດຂຶ້ນຢ່າງເປັນທາງການ ຣະຫວ່າງວັນທີ 9ຫາທີ 18ທັນວາ2009 ທີ່ນະຄອນ ຫລວງວຽງຈັນ ໂດຍມີກິລາທັງໝົດ 25ປະເພດ. ສໍາລັບນັກກິລາລາວນັ້ນ ຝ່າຍລາວກໍວ່າ ມີຄວາມພ້ອມ ແລະຈະທໍາຄະແນນ ໃນການແຂ່ງຂັນກິລາ ທຸກປະເພດທີ່ລົງແຂ່ງ ໃຫ້ດີທີ່ສຸດ.