ເຣື້ອງທີ່ເກັບບັນທຶກໄວ້
2021-10-19
ເຖິງແມ່ນວ່າປີນີ້ສະຖານະການນ້ຳຖ້ວມ ໃນແຂວງຈຳປາສັກ ແລະແຂວງອັດຕະປື ຍັງບໍ່ເຖິງຂັ້ນວິກິຈ ແຕ່ກໍສ້າງຄວາມເສັຽໃຫ້ກັບ ສັບສິນແລະພືດພັນ ຂອງປະຊາຊົນຜູ້ທີ່ອາສັຍຢູ່ຕາມແຄມແມ່ນ້ຳເຊກອງ.
2021-10-19
ທາງການລາວແຈ້ງໃຫ້ ຜູ້ຄອບຄອງຣົດຫລູ ທີ່ນຳເຂົ້າໂດຍຜິດກົດໝາຍ ໃຫ້ໄປຂຶ້ນທະບຽນ ພາຍໃນວັນທີ 12 ຕຸລາ ເຖິງ ວັນ ທີ 5 ພຶສຈິການີ້ ຖ້າບໍ່ດັ່ງນັ້ນທາງການລາວກວດພົບພາຍຫຼັງ ຣົດຈະຖຶກຍຶດ ແລະ ເຈົ້າຂອງຕ້ອງຖືກດຳເນີນຄະດີ.
2021-10-19
ຣົດໄຟຂບວນທຳອິດ ຄືນິມິດໝາຍທີ່ສຳຄັນ ສຳລັບປະເທດລາວໂດຍລວມ ເພາະນີ້ຄືທາງອອກສູ່ທະເລ ຂອງປະເທດໃນອະນາຄົດ, ແຕ່ໃນຄວາມສຳເຣັດນັ້ນ ປະຊາຊົນສ່ວນນຶ່ງຍັງຄອງຄອຍຄ່າຊົດເຊີຽ ຈາກໂຄງການທາງຣົດໄຟລາວ-ຈີນ ທີ່ຫຼ້າຊ້າ.
2021-10-18
ການຂຍາຍໄລຍະ ລ໊ອກດາວ ເພືື່ອປ້ອງກັນ ການແພ່ຣະບາດຂອງເຊື້ອ ໂຄວິດ-19 ນັ້ນ ອີກທາງນຶ່ງ ມັນໄດ້ສົ່ງຜົລກະທົບ ໃນການດຳເນີນຊີວິດປະຈຳວັນ, ປະຊາຊົນຜູ້ຫາເຊົ້າກິນຄ່ຳ ບໍ່ມີບ່ອນເຮັດວຽກ, ຜູ້ຄ້າ ຂາຍບໍ່ມີຄົນຊື້ ຫຼືຊື້ໜ້ອຍລົງ ເປັນຕົ້ນ.
2021-10-18
ສິລປິນລາວ ໃນຕ່າງແດນ ໄວ້ອາໄລ ການຈາກໄປ ຂອງທ່ານ ວິລລ້ຽມ ດິດທະວົງ, ນັກຮ້ອງ ແລະ ນັກປະພັນເອກ ທີ່ມີຜົລງານເພງ ແລະ ມີຊື່ສຽງ ມາໄດ້ຫຼາຍສິບປີ.
2021-10-17
ອັດຕຣາ ການຕິດເຊື້ອ ໂຄວິດ-19 ໃນລາວ ຍັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ສົ່ງຜົລ ຕໍ່ອັດຕຣາ ການຂຍາຍໂຕທາງເສຖກິຈ ໃນປີນີ້ ໃນຂະນະດຽວກັນ ຣັຖບານລາວ ກໍເລັ່ງສັກວັກຊີນ.
2021-10-17
ຣາຍການ ປວັດສາຕ ການເມືອງລາວ ຮ່ວມສມັຍ ສັປດານີ້ ຈະໄດ້ເວົ້າເຖິງ ເຣື່ອງການປະຕິບັດ ສັນຍາຕົກລົງ ວ່າດ້ວຍ ການຍຸຕິສົງຄາມ ໃນອິນດູຈີນ.
2021-10-17
ເຮືອຈຈົມ ບໍຣິເວນ ອ້າງນ້ຳໄຜ່ ເຮັດໃຫ້ມີຜູ້ຫາຍສາບສູນ 5 ຄົນ, ອຸບັດຕິເຫດໃນຄັ້ງນີ້ ທາງໜ່ວຍງານ ທະຫານ ຂອງແຂວງໄຊສົມບູນ ທີ່ເຂົ້າຊ່ອຍເຫຼືອຜູ້ປະສົບພັຍ ພົ້ບອຸປະສັກ ເນື່ອງຈາກທາງໜ່ວຍງານ ຂາດເນີນ ເຄືອງມືຄົ້ນຫາຜູ້ຫາຍສາບສູນ ໂດຍສະເພາະອຸປະກອນທາງນ້ຳ.
2021-10-16
ທ່ານ ພູວົງ ຊະນະນິກອນ, ອາດີດ ເປັນຫົວໜ້າ ເສນາທິການ ທະຫານ ເລົ່າຍານເກາະ ກໍາລັງທັບ ແຫ່ງຊາດ ພຣະຣາຊອານາຈັກລາວ, ປັດຈຸບັນ ຕັ້ງຖິ່ນຖານ ຢູ່ທີ່ເມືອງລີອົ໋ງ, ປະເທດຝຣັ່ງເສສ.
2021-10-16
ຍິງສາວລາວ ຖືກຊ່ອຍເຫຼືອ ຈາກການຄ້າມະນຸດ ໄປຈີນ ແລະ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ, ໂຄວິດ-19 ຣະບາດໜັກ ແຂວງຫຼວງພຣະບາງ ແລະ ຄຳມ່ວນ, ສພາການຄ້າ ແລະ ອຸດສາຫະກັມ ສເນີ ເປີດໂຮງງານ ອຸດສາຫະກັມ.
2021-10-16
ທາງການລາວເຕືອນ ປະຊາຊົນຂອງຕົນທີ່ຢູ່ໃຕ້ເຂື່ອນ ໃຫ້ກຽມພ້ອມຮັບມືນ້ຳຂຶ້ນ ຫຼັງຈາກໄດ້ປ່ອຍນ້ຳ ໃນເຂື່ອນ ເຊລະນອງ 1 ຍ້ອນຍ້ານນ້ຳລົ້ນເຂື່ອນເນື່ອງຈາກ ພະຍຸລະດູຮ້ອນ ທີ່ຈະພັດເຂົ້າລາວໃນໄລຍະ 2-3 ມື້ນີ້.
2021-10-16
ຊ່ວງເຮືອ ຖືວ່າເປັນບຸນປະເພນີ ຄູ່ກັບຊາດລາວມາດົນນານ ແຕ່ດ້ວຍເຫດຜົລການຣະບາດ ຂອງເຊື້ອໂຄວິດ-19, ກິຈກັມຫຼາຍຢ່າງຈຶ່ງຖືກຍົກເລີກ ແນວໃດກໍ່ຕາມ ຮີດຄອງປະເພນີບາງຢ່າງທີ່ບໍ່ສ່ຽງຕໍ່ການແຜ່ເຊື້ອ ອາຈຖືກຜ່ອນຜັນໃຫ້ຈັດໄດ້.
2021-10-15
ມາເຖິງປັດຈຸບັນນີ້ ເຊື້ອໂຄວິດ-19 ຖືວ່າເປັນມະຫັນຕະພັຍທີ່ ຄືບຄານ ເຂົ້າໄປທຸກສະຖານທີ ບໍ່ເວັ້ນແມ່ນແຕ່ໃນຄຸກ ແລະ ນັກໂທດທີ່ໄດ້ຮັບເຊື້ອ ຈະບໍ່ໄດ້ຮັບອະນາຍາດໃຫ້ໄປ ປິ່ນປົວນອກສະຖານທີ່ເດັດຂາດ ເພາະວ່ານັກໂທດເຫຼົ່ານັ້ນອາຈຖືໂອກາດຫຼົບໜີ.
2021-10-15
ມາຕການລ໊ອກດາວ ໄດ້ສ້າງຄວາມລຳບາກ ໃນການດຳເນີນຊີວິດ ໃຫ້ແກ່ປະຊາຊົນທຸກລະດັບ ເຊັ່ນການໃຊ້ຊີວິດປະຈຳວັນ ຂອງຄົນທີ່ຢູ່ໃນເມືອງໃຫຍ່ ແລະ ຊົນນະບົດ; ຍິ່ງໄປກວ່ານັ້ນ ຍັງມີຜົລກະທົບຕໍ່ພາກທຸຣະກິຈທຸກຂແນງ ເຮັດໃຫ້ການຈັດການ ທຸກຢ່າງຢຸດລົງ ເໝືອນວ່າປະເທດເປັນອັມພາດ.
2021-10-15
ທະນາຄານໂລກ ປັບອັຕຣາການຂຍາຍໂຕທາງດ້ານເສຖກິຈຂອງປະເທດລາວຫຼຸດລົງ ເນື່ອງມາຈາກຜົລກະທົບການແຜ່ຣະບາດ ຂອງໂຄວິດ-19 ໃນໄລຍະທີ່ຜ່ານມາ ເຮັດໃຫ້ການຂຍາຍໂຕເສຖກິຈຊ້າລົງ.