ເຣື້ອງທີ່ເກັບບັນທຶກໄວ້
2024-01-19
ຣັຖບານ ຈະອອກໃບຕາດິນ ໃນທົ່ວປະເທດ ໃຫ້ໄດ້ 300,000 ຕອນ ໃນປີ 2024 ໂດຍນໍາໃຊ້ການຄຸ້ມຄອງ ທີ່ດິນຫັນເປັນທັນສໄມ ແລະ ໃຊ້ລະບົບດິຈິຕອລ ໂດຍສະເພາະດິນກະສິກັມ ແລະດິນທຳການຜລິດ ຂອງຊາວບ້ານ ທີ່ຢູ່ໃນເຂດປ່າສງວນ, ປ່າປ້ອງກັນ ແລະປ່າຜລິດ ຍັງພົບບັນຫາຫຍຸ້ງຍາກ.
2024-01-19
ຄົນງານລາວ 50 ຄົນ ຖືກສົ່ງໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ໃນມື້ວັນທີ 16 ມົກກະຣານີ້ ແລະໃນເດືອນກຸມພາທີ່ຈະມາເຖິງ ຈະສົ່ງສະເພາະຄົນງານເມືອງຄໍາ ແຂວງຊຽງຂວາງ ໄປຕື່ມອີກ 80 ຄົນ ຂະນະທີ່ ຄົນລາວຈຳນວນຫຼາຍ ຢາກໄປເຮັດວຽກຢູ່ເກົາຫຼີໃຕ້ ຍ້ອນໄດ້ຄ່າແຮງງານສູງ.
2024-01-19
ປະທານ ອົງການກວດກາ ແຫ່ງຣັຖ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເບິ່ງການຂຸດຄົ້ນ ເກືອບກາລີ ຂອງບໍຣິສັດຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກແຂວງຄໍາມ່ວນ.
2024-01-19
ນາຍົກຣັຖມົນຕຣີ ອອກດໍາຣັດ ບົດລົງໂທດສຳລັບ ບໍຣິສັດບໍ່ແຮ່ ທີ່ລະເມີດກົດໝາຍ ຊຶ່ງຈະມີຜົລບັງຄັບໃຊ້ ໃນວັນທີ 1 ເມສາ 2024 ນີ້ ເພາະທີ່ຜ່ານມາ ມີການລະເມີດຫລາຍ ໂດຍສະເພາະ ການຂຸດແຮ່ທາດເກີນຂອບເຂດ ແລະ ຊາວບ້ານໄດ້ຮັບຜົລກະທົບຫຼາຍ.
2024-01-18
ອີງຕາມການຣາຍງານ ຂອງອົງການສາກົລ ແລະ ການປະຕິບັດງານ ຂອງໂຮງໝໍ ພົບວ່າມີໄວຍິງສາວ ຖືພາໂດຍບໍ່ໄດ້ຕັ້ງໃຈ, ພົບບັນຫາການລຸລູກ ແລະ ຕ້ອງການຍົກລູກໃຫ້ຄົນອື່ນ ສາເຫດ ຍ້ອນບໍ່ສາມາດເຂົ້າເຖິງ ການວາງແຜນຄອບຄົວທີ່ດີ ແລະການຄຸມກຳເນີດ.
2024-01-18
ຣັຖບານລາວ ອະນຸມັດໃຫ້ 2 ບໍຣິສັດເອກກະຊົນ ສຶກສາຄວາມເປັນໄປໄດ້ ຂອງການສຶກສາ ໂຄງການກໍ່ສ້າງທ່າບົກ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະສະຖານີຄ່ຽນຖ່າຍສິນຄ້າ ຢູ່ເມືອງບົວລະ ພາ ແຂວງຄຳມ່ວນ.
2024-01-18
ສະຖານທູດລາວ ປະຈໍາພະມ້າ, ກົມຕໍາຣວດສະກັດກັ້ນ ແລະຕ້ານການຄ້າມະນຸສ ແລະ ສະຫະພັນແມ່ຍິງ ຂັ້ນເມືອງ ປະສານໄປຫາທາງການພະມ້າ ເພື່ອຊ່ອຍເຫຼືອ ແມ່ຍິງລາວ ຈໍານວນ 3 ຄົນ ທີ່ຖືກຄ້າມະນຸສ ແລະຮຽກຄ່າໄຖ່ ຢູ່ເມືອງລາ ຣັຖສານ (Shan State) ປະເທດພະມ້າ, ແຕ່ລະບຸວ່າ ເປັນເຣື່ອງທ້າທາຍສຳລັບ ຣັຖບານ ທັງສອງປະເທດ.
2024-01-18
ນັກຮຽນຢູ່ແຂວງບໍຣິຄໍາໄຊ ປະລະການຮຽນຫລາຍຂຶ້ນ ຢ່າງໜ້າເປັນຫ່ວງ ຍ້ອນຄອບຄົວທຸກຍາກ ຊຶ່ງສົກການສຶກສາ ປີກາຍ ຊັ້ນປະຖົມປະລະ 2.75% ແລະພາກຮຽນທີ 1 ຂອງສົກປີນີ້ເພີ່ມຂຶ້ນເປັນ 3.5%. ຊັ້ນມັທຍົມ ປີກາຍປະລະ 10.9% ແລະ ປີນີ້ເພີ່ມຂຶ້ນເປັນ 11.4%.
2024-01-18
ແຂວງສວັນນະເຂດ ປະຕິບັດບົດລົງໂທດ ຕໍ່ຄະນະພັກ ແລະສມາຊິກພັກ ທັງໝົດ 69 ຄົນ ໃນນັ້ນ ໄລ່ອອກ 17 ຄົນ ສ່ວນອີກຈໍານວນນຶ່ງ ຖືກໂຈະວຽກງານ ແລະບາງສ່ວນ ຖືກກ່າວເຕືອນ ເນື່ອງຈາກມີການກວດພົບ ການໃຊ້ໜ້າທີ່ ເພື່ອຜົລປໂຍດສ່ວນໂຕ.
2024-01-17
ໂຄງການຂຸດຄົ້ນບໍ່ແຮ່ຂອງ ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ ຢູ່ເຂດບ້ານດິນແດງ ແລະບ້ານພູເຫຼັກໄຟ ເມືອງກາສີ ແຂວງວຽງຈັນ ແລະ ພົບວ່າມີການປ່ອຍນ້ຳເປື້ອນ ລົງສູ່ຫ້ວຍນ້ຳທັມມະຊາຕ ເຊິ່ງສົ່ງຜົລກະທົບຕໍ່ການໃຊ້ຊີວິດ ຂອງຊາວບ້ານໃນບໍຣິເວນດັ່ງກ່າວ.
2024-01-17
ລາຄານໍ້າມັນຢູ່ລາວແພງຂຶ້ນ ສົ່ງຜົລກະທົບ ຕໍ່ຄ່າຄອງຊີບ ຂອງປະຊາຊົນ ເຊິ່ງປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ແອັດຊັງພິເສດ ລິດລະ 28,410 ກີບ, ແອັດຊັງທັມມະດາ ລິດລະ 22,000 ກີບແລະ ກາຊວນ ລິດລະ 19,710 ກີບ.
2024-01-17
ແຂວງອຸດົມໄຊ ກວດພົບ ເຄື່ອງໃນສັດ, ຍໍ່ຂາວ ແລະປາເມີກ ລວມທັງໝົດ ປະມານ 47 ກີໂລ ມີສານຟໍມາລນ ເຊິ່ງເປັນສານທີ່ທາງການແພດ ເອົາໄວ້ດອງສົບຄົນຕາຍ ເປັນສານກັນບູດ ຫຼື ກັນເໜົ່າເປື່ອຍ ປົນເປື້ອນໃນອາຫານດັ່ງກ່າວ.
2024-01-17
ແມ່ຍິງ ແລະເດັກນ້ອຍແມ່ຍິງລາວ ຈຳນວນນຶ່ ຖືກຕົວະໃຫ້ໄປເຮັດວຽກ ເປັນສາວບໍຣິການ ຢູ່ຮ້ານກິນດື່ມ, ຮ້ານນວດ ແລະ ຮ້ານບັນເທີງ ແຕ່ຖືກກັກຂັງ ໃສ່ກະແຈມື, ທໍຣະມານ ດ້ວຍວິທີການຕ່າງໆ ລວມທັງໃຫ້ກິນເຂົ້າມື້ລະຄາບ, ຖືກຍຶດເງິນທີ່ເຮັດວຽກໄດ້ມາ ແລະຖືກຂາຍຕໍ່ໃຫ້ຜູ້ປະກອບການຈີນ.
2024-01-16
ໃນປັດຈຸບັນ ຢູ່ປະເທດລາວ ມີຄົນລົງທະບຽນຮຽນ ພາສາຈີນ ຫຼາຍ ແລະ ກໍມີຄົນຕັ້ງຄໍາຖາມວ່າ ພາສາຈີນ ຈະເຂົ້າມາມີບົດບາດ ກວ່າພາສາອັງກິດ ຫຼື ບໍ່.
2024-01-16
ເກີດເຫດໄຟໄໝ້ ບໍຣິເວນ ຫໍບັງຄັບການບິນເກົ່າ ໃນສນາມບິນຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເປັນສນາມບິນ ທີ່ຢູ່ໃນລະຫວ່າງປິດໂຕຢູ່ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ກໍາລັງຫາສາເຫດ ຂອງເຫດການໄຟໄໝ້ນັ້ນຢູ ແຕ່ກໍບໍ່ໄດ້ມີຜູ້ໃດໄດ້ຮັບອັນຕະລາຍ ຈາກເຫດການນີ້.