ແມ່ຍິງລາວ 3 ຄົນ ຖືກຕົວະໄປພະມ້າ-ຖືກຮຽກຄ່າໄຖ່ ແລກກັບການປ່ອຍໂຕ

ຈຳປາທອງ
2024.01.17
ແມ່ຍິງລາວ 3 ຄົນ ຖືກຕົວະໄປພະມ້າ-ຖືກຮຽກຄ່າໄຖ່ ແລກກັບການປ່ອຍໂຕ ແມ່ຍິງລາວຖືກໃສ່ກັບມື (ຮູບຊ້າຍມື) ແລະ ຮ່ອງຮອຍທີ່ຖືກຕີ. ເດືອນຕຸລາ ປີ 2023.
Courtesy Photo

ຫລາຍເດືອນຜ່ານມາແລ້ວ ທີ່ແມ່ຍິງ ແລະເດັກນ້ອຍແມ່ຍິງລາວ, ໄທຍ ແລະພະມ້າ ທັງໝົດ 5 ຄົນ ຖືກຕົວະໄປເຮັດວຽກ ເປັນຜູ້ບໍຣິການຢູ່ຮ້ານກິນດື່ມ, ເປັນສາວນວດແຜນບູຮານ ແລະສາວຮ້ານບັນເທີງ ຄືສາວຄາຣາໂອະເກະ ເຄທີວີ (KTV) ແລ້ວຖືກກັກຂັງ ໃສ່ກະແຈມື, ທໍຣະມານຕ່າງໆນາໆ ດ້ວຍການຕີ, ໃຫ້ກິນເຂົ້າມື້ລະຄາບ, ຖືກຍຶດເງິນທີ່ເຮັດວຽກໄດ້ມາ ແລະຖືກຂາຍຕໍ່ໃຫ້ຜູ້ປະກອບການຈີນ ໄປເລື້ອຍໆ ທີ່ເມືອງລາ ປະເທດພະມ້າ.

ຫລ້າສຸດ ເມື່ອສັບປະດາທີ່ຜ່ານມານີ້ ຫົວໜ້າທີ່ເປັນຄົນຈີນ ໄດ້ບອກໃຫ້ ຕິດຕໍ່ຫາຄອບຄົວ ເພື່ອໄຖ່ໂຕກັບບ້ານ ເປັນເງິນຫລາຍສິບພັນຢວນ, ຖ້າບໍ່ມີເງິນຄ່າໄຖ່ ກໍຈະຖືກທໍາຮ້າຍຮ່າງກາຍ.

ສະເພາະກໍຣະນີ ນາງນົກ ນາມສົມມຸສ ຈາກນະຄອນຫລວງວຽງຈັນ ປັດຈຸບັນອາຍຸ 19 ປີ ທີ່ຖືກນາຍໜ້າລາວ ຈາກຄາສິໂນ ຄິງໂຣມັນ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕົວະໄປເຮັດວຽກ ເປັນຜູ້ບໍຣິການກິນດື່ມ ຢູ່ຮ້ານບັນເທີງຂອງຈີນ ຢູ່ຄາສິໂນນັ້ນ ໂດຍຮັບປະກັນວ່າ ນາງຈະບໍ່ຖືກທໍາຮ້າຍຮ່າງກາຍ ແລະຈະບໍ່ຖືກກັກຂັງ ແລ້ວນາງກໍຕົກລົງໄປເຮັດວຽກນໍາ, ແຕ່ເມື່ອມາເຖິງ ຄາສິໂນ ໄດ້ປະມານ 2 ເດືອນ ນາງຖືກຫົວໜ້າຄົນລາວ ຕີເຖິງຂັ້ນແຂນຂາຈົນຊໍ້າ, ດຶງຜົມຈົນລົ່ນ ຍ້ອນນາງໄປຢ້ຽມຍາດ ແລະໄປທ່ຽວສະຖານທີ່ທ່ອງທ່ຽວ ເກີນ 1 ຊົ່ວໂມງ ຕາມກຳນົດ.

ຫລັງຈາກນັ້ນ ຫົວໜ້າຄົນຈີນ ຕົວະນາງ ນົກ ວ່າ ຈະສົ່ງນາງໄປເຮັດວຽກ ສາວຮ້ານບັນເທີງ ຢູ່ແຂວງຊົນບູຣີ ຂອງໄທຍ ແລະນາງຕັດສິນໃຈໄປນໍາ, ແຕ່ນາງຖືກຕົວະໄປຂາຍໃຫ້ເຖົ້າແກ່ຈີນ ທີ່ເມືອງ ມົງນາງ (Mong Nang) ປະເທດພະມ້າ ດ້ວຍເງິນ 25,000 ຢວນ. ແຕ່ພວກເຂົາຮ່ວມມືກັນ ຈະຂ້ານາງ ເອົາອາໄວວະໄປຂາຍ ແຕ່ນາງ ນົກ ຫລົບໜີໄດ້ກ່ອນ ອີງຕາມຄໍາເວົ້າຂອງນາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມົກກະຣານີ້.

ມາສາມຫລ່ຽມ ເຂົາບໍ່ກັກຂັງ ໄປໃສກໍໄດ້ ບໍ່ຕົບບໍ່ຕີບໍ່ດ່າ ບໍ່ຕັດເງິນບໍ່ອິຫຍັງ ແລ້ວພໍດີເຮັດວຽກໄດ້ປະມານ 3 ມື້ນີ້ແຫລະ ເຮັດຫຍັງຜິດໜ້ອຍດຽວເຂົາກຕັດເງິນ. ເທື່ອລະ 100 ຫາ 200 ຢວນ ບໍ່ໃຫ້ໄປໃສ ກະຄິດວ່າໄດ້ເງິນທິບແລ້ວຊິໜີມື້ນັ້ນຫັ້ນ. ກ່ອນເຂົາເຈົ້າຊິສົ່ງເຮົາມາຫັ້ນ. ໜ້າຊາ ໜ້າແດງໂຕແດງໂຕຊໍ້າໝົດ ເຂົາຕີແລ້ວເຂົາສົ່ງມາພະມ້າເລີຍ. ເຂົາສົ່ງຄົນມາຂ້າເຮົາ ເພາະວ່າມັນເປັນນາຍໝໍ ກັບເປັນຕໍາຣວດພະມ້າ ແລ້ວກໍອີກຄົນນຶ່ງ ແລ້ວນ້ອງຫັ້ນໜີທັນກ່ອນເຂົາເຈົ້າຊິຂ້າ ຊິເອົາບີ ເອົາຫຍັງ ທີ່ມັນຊ່ວຍຮັກສາຄົນໄດ້ຫັ້ນນ່າ.

ນາງ ນົກ ເວົ້າຕື່ມວ່າ ຫລັງຈາກໜີຕາຍ ຈາກການໄລ່ຂ້າ ອອກມາໄດ້ແລ້ວ ຖືກຕົວະໄປເຮັດວຽກສາວຮ້ານ ຢູ່ຮ້ານບັນເທີງ ຂອງຄົນຈີນ ທີ່ເມືອງລາ (Mong Lah) ປະເທດພະມ້າ, ແຕ່ພໍໄປເຖິງຮ້ານນັ້ນແລ້ວ ຖືກສັ່ງໃຫ້ຂາຍບໍຣິການທາງເພດ ແລະນາງສມັກໃຈຂາຍ ແຕ່ຫົວໜ້າຈີນ ບໍ່ຢາກໃຫ້ນາງເຮັດວຽກຂາຍບໍຣິການທາງເພດ ແລ້ວສັ່ງໃຫ້ນາງຫາເງິນມາໄຖ່ໂຕກັບບ້ານ ຈໍານວນ 30,000 ຢວນ ຫາກຫາບໍ່ໄດ້ພາຍໃນວັນສຸກ ທີ 19 ມົກກະຣານີ້ ນາງ ແລະໝູ່ຄູ່ຄົນອື່ນ ກໍຈະຖືກຕີ, ແຕ່ສໍາລັບນາງ ແລະຄອບຄົວ ຂອງນາງ ບໍ່ສາມາດຫາເງິນ ຈໍານວນຫລາຍນັ້ນມາໃຫ້ໄດ້.

ມາຮອດປັດຈຸບັນ ນາງ ນົກ ຢູ່ປະເທດພະມ້າໄດ້ 3 ເດືອນແລ້ວ, ນາງຈ່ອຍລົງ ແຕ່ກ່ອນ ມີນໍ້າໜັກ 50 ກິໂລ ແຕ່ດຽວນີ້ ຍັງ 45 ກິໂລ ຍ້ອນຫົວໜ້າຈີນ ໃຫ້ກິນເຂົ້າມື້ນຶ່ງ ພຽງຈານດຽວ ແລະບໍ່ໃຫ້ນາງອອກໄປໃສມາໃສໄດ້.

ດັ່ງທີ່ນາງເວົ້າໃນມື້ດຽວກັນນີ້ວ່າ:

ເຂົາເຈົ້າວ່າ ເອີ ມັນມີຮ້ານ KTV. ຮ້ານ KTV ເຂົາເຈົ້າກິນເບັຽ, ດົມເຄ ແລ້ວກໍຫລີ້ນແບບນໍາແຂກຊື່ໆ. ນ້ອງກໍວ່າເອີ ນ້ອງຊິເຮັດ ແລ້ວມາຮອດແລ້ວ ເຂົາເຈົ້າວ່າ KTV ຫັ້ນນ່າ ຜູ້ສາວເຂົາບໍ່ເອົາ. ຖ້າເວົ້າພາສາຈີນບໍ່ໄດ້. ເຈົ້າເວົ້າຈັ່ງຊີ້ແລ້ວ ເຂົາເຈົ້າເອົານ້ອງມາເຮັດວຽກ ເປັນຜູ້ສາວ. ວຽກຜູ້ສາວນ້ອງກະໄດ້ລູກຄ້າດີ ແຕ່ວ່າ ມັນຂຶ້ນນໍາຫົວໜ້າໜ້າ ບໍ່ໄດ້ເປັນຫຍັງ ແຕ່ເຂົາເຈົ້າບໍ່ຢາກເອົາຈັ່ງຊີ້ນ່າ. ແລ້ວມັນຫັ້ນນ່າ ໃຫ້ເວລາແຕ່ 10 ມື້ 10 ມື້ຫາເງິນບໍ່ໄດ້ ມັນຊິຕີ. ໃຫ້ນ້ອງກິນເຂົ້າມື້ລະເທື່ອນ່າ ຕອນນີ້ນ້ອງຈ່ອຍເຫລືອງ ອິຫລີ  ບໍ່ມີຮອດແຮງ ແບບແຮງຊິຍ່າງ. ກໍບໍ່ມີແລ້ວນ່າ ທາງບ້ານເຮົາກໍຈົນຊິຂາຍຣົຖຊາຍເຮືອນແລ້ວ. ເພິ່ນຄິດຫລາຍນ່າ.

ສ່ວນ ນາງ ດາວ ນາມສົມມຸດ ຈາກນະຄອນຫລວງວຽງຈັນ ດຽວນີ້ອາຍຸ 20 ປີ ຖືກຄົນລາວ ທີ່ເຮັດວຽກເປັນສາວອິນເທີເທນ ຢູ່ຮ້ານບັນເທິງ KTV ຂອງຄົນຈີນ ໃນເມືອງນຶ່ງຂອງພະມ້າ ຕົວະໃຫ້ນາງ ໄປເຮັດວຽກດຽວກັນ ຢູ່ບ່ອນດຽວກັນ ແບບບໍ່ຕ້ອງຂາຍບໍຣິການທາງເພດ ພຽງແຕ່ຊົງເຫລົ້າ, ຮ້ອງເພັງນໍາແຂກ ແລະດູແລແຂກເທົ່ານັ້ນ, ແຕ່ເມື່ອຮອດຮ້ານແລ້ວ ບໍ່ໄດ້ເຮັດວຽກ ຕາມທີ່ໄດ້ລົມກັນໄວ້ ໃນເບື້ອງຕົ້ນ ແຕ່ຖືກບັງຄັບໃຫ້ຂາຍບໍຣິການທາງເພດ.

ນາງ ດາວ ເຮັດວຽກອິນເທີເທນ ແລະຂາຍບໍຣິການທາງເພດ ຢູ່ຮ້ານບັນເທິງ KTV ໃນເມືອງນັ້ນ ໄດ້ປະມານ 2 ເດືອນ ໄດ້ຮູ້ຈັກກັບນາຍໜ້າຊາວພະມ້າ ຈາກເມືອງລາ ທີ່ຕົວະນາງໄປເຮັດວຽກ ຢູ່ຮ້ານບັນເທິງຂອງຈີນ ທີ່ເມືອງລາ ຊຶ່ງເປັນຮ້ານດຽວກັນ ກັບນາງ ນົກ ເຮັດວຽກ ໂດຍໃຊ້ກົລອຸບາຍຕົວະຍົວະນາງ ດາວ ວ່າ ເຈົ້າຂອງຮ້ານເປັນຊາວຈີນ ໃຈດີ ບໍ່ບັງຄັບໃຫ້ຂາຍບໍຣິການທາງເພດ, ບໍ່ກັກຂັງໜ່ວງໜ່ຽວ ບໍ່ທໍາຮ້າຍຮ່າງກາຍ ແຕ່ພໍໄປຮອດ ນາງດາວ ພັດຖືກທໍາຮ້າຍທຸກຢ່າງ.

ມາຮອດດຽວນີ້ ເປັນເວລາ 6-7​ ເດືອນແລ້ວ ທີ່ນາງ ດາວ ຢູ່ພະມ້າ ແລະນາງຢາກຫລຸດພົ້ນ ອອກຈາກສະພາບການດັ່ງກ່າວ ຄືກັນກັບໝູ່ຄົນອື່ນ. ກໍຣະນີຂອງນາງ ຕ່າງຈາກໝູ່ຜູ້ອື່ນ ຄືຫົວໜ້າຊາວຈີນ ບໍ່ໄດ້ສັ່ງໃຫ້ນາງ ໄປຫາເງິນມາໄຖ່ໂຕ ອອກຈາກຮ້ານ, ແຕ່ນາງຢາກອອກໜີໄປໃຫ້ພົ້ນ ນາງເຮັດວຽກຂາຍບໍຣິການທາງເພດ ຫາເງິນໃຊ້ໜີ້ເກີນ 1 ໝື່ນຢວນ ຕາມທີ່ສັນຍາລະບຸໄວ້ ແລະຍັງບໍ່ສາມາດ ອອກຈາກຮ້ານບັນເທີງແຫ່ງນີ້ໄດ້ ຍ້ອນສັນຍາລະບຸ ໃຫ້ເຮັດວຽກ 6 ເດືອນ ຄືເຖິງເດືອນເມສາ 2024 ຈຶ່ງຈະອອກໄດ້ ຊຶ່ງນາງບໍ່ຮູ້ເຣື່ອງນີ້ເລີຍ.

ແລ້ວລາວຕົວະຈຸເຮົາວ່າ ເຮັດ KTV ແລເວນ້ອງວ່ານ້ອງຊິເຮັດ KTV ຕືແມ່ນນັ່ງກິນເບັຽນໍາລູກຄ້າ ຄ່າເດີນທາງຫັ້ນລາວເອົາອອກຂອງນ້ອງ 10,000 ຢວນ ຄັນເອົາເງິນ 10 ພັນຢວນຄືນນີ້. ເຮົາສາມາດກັບໄດ້ເລີຍບໍ່ ທັງໆທີ່ວ່າຍັງບໍ່ໝົດສັນຍາ. ອ້າຍຜູ້ນັ້ນລາວເວົ້າວ່າ ສາມາດກັບໄດ້ຖ້າຄືນເງິນເຂົາ 10,000  ຢວນທີ່ພີ່ເອົາອອກໄປ. ຄ່າເດີນທາງນີ້ ເຂົາບອກຢ່າງນັ້ນ ແລ້ວຕອນນີ້ນ່າ ຄື ເຮົາໃຊ້ໄປມັນເກີນ 10,000 ຢວນແລ້ວ. ແລ້ວໜີ້ເຮົາກໍບໍ່ໄດ້ເປັນແລ້ວ ແລ້ວເຂົາບໍ່ຍອມປ່ອຍເຮົາອອກ ເພາະຍ້ອຫຍັງ ຍັງຄາສັນຍາເຮັດວຽກອັນນີ້ ລາວຕົວະຈຸເຮົາ ລາວວ່າ ບໍ່ມີການກັກຂັງບໍ່ມີການຕີ. ເຮົາສາມາດອອກໄປຂ້າງນອກອິຫຍັງກໍໄດ້ ແຕ່ຄວາມເປັນຈິງເປັນຄົນລະແບບເລີຍ ອອກໄປໃສກໍບໍ່ໄດ້ ຄືຈະເບີກເງິນກໍເບີກບໍ່ໄດ້ ຕີນໍາ ບໍ່ໃຫ້ກິນເຂົ້າ.

ນາງ ນໍ້າຕານ ນາມສົມມຸດ ຈາກນະຄອນຫລວງວຽງຈັນ ອາຍຸ 17 ປີ ໄດ້ໄປເຮັດວຽກຢູ່ຮ້ານຊີ້ນດາດ ທີ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈ ພິເສດສາມ ຫລ່ຽມຄໍາ ຄືກັນນັ້ນ ໄດ້ 1 ປີປາຍ ແລະ ໄດ້ຮັບເງິນເດືອນໆລະ 1 ລ້ານ 5 ແສນກີບ, ໄດ້ສົ່ງເງິນໃຫ້ທາງຄອບຄົວ. ເມື່ອບໍ່ດົນ ຮ້ານຊີ້ນດາດ ຈະຖືກດັດແປງ ເປັນຮ້ານກິນດື່ມ ເຮັດໃຫ້ນາງ ບໍ່ເຮັດວຽກຕໍ່ ແລ້ວຖືກຄົນລາວ ໃນກາສິໂນນັ້ນຕົວະໃຫ້ໄປເຮັດວຽກ ເປັນສາວບໍຣິການທາງເພດ ທີ່ເມືອງລາ ປະເທດພະມ້າ ບ່ອນດຽວກັນກັບ ນາງ ນົກ ແລະນາງ ດາວ ເຮັດຢູ່. ມາຮອດດຽວນີ້ ນາງ ນ້ຳຕານ ຢູ່ພະມ້າໄດ້ 4 ເດືອນແລ້ວ ແລະຖືກຫົວໜ້າຄົນຈີນຮຽກຄ່າໄຖ່ ເປັນເງິນ 30,000 ຢວນ.

ດັ່ງຜູ້ປົກຄອງນາງເວົ້າວ່າ:

ແລ້ວເຂົາຂາຍຕໍ່ໃຫ້ອີກຜູ້ນຶ່ງນີ້ນ່າ. ຄົນຢູ່ໃນສາມຫລ່ຽມທອງຄໍາຫັ້ນອີກ ... ລາວອີກ ຜູ້ອັນຂາຍຕໍ່ໃຫ້ຢູ່ໃນສາມຫລ່ຽມທອງຄໍາ ແລ້ວເຂົາວ່າໝົດໜີ້. ບໍ່ຫາເງິນໃຫ້ວ່າຊັ້ນສາ ແລ້ວຂາຍຕໍ່ໄປພະມ້ານີ້ນ່າ ຂາຍໄປເທື່ອລະຄົນ. ເອົາໄປ-ເອົາມາ ໄປຕົກຢູ່ມ້ອງດຽວກັນນີ້ນ່າ. ໄປຍ້ອນໝູ່ ວ່າຢູ່ພຸ້ນຫັ້ນຫາເງິນໄດ້ດີ ເພາະວ່າ ອັນເຂົາຄຸມ. ເຂົາຂ້ຽວໃຫ້ແມ່ໄປຫາເງິນໄຖ່ເອົາ ເພາະວ່າຫຍັງ ເພາະວ່ານາງຖືກຕີເທື່ອນຶ່ງແລ້ວ ພໍ່ກໍບໍ່ໄດ້ອະນຸຍາດ ຄວາມດື້ຂອງລູກ. ລູກຢາກໄປເອງ ເພາະວ່າການຫາເງິນ ຢາກໃຫ້ພໍ່ກັບແມ່ມີ.

ປັດຈຸບັນ ແມ່ຍິງລາວ ຮວມທັງເດັກນ້ອຍແມ່ຍິງລາວ ແລະໄທຍ ທັງໝົດທີ່ໃຫ້ສັມພາດນັກຂ່າວ ວິທຍຸ ເອເຊັຽເສຣີ ເວົ້າກົງກັນວ່າ ຍັງລໍຖ້າການຊ່ວຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຂໍຄວາມຊ່ວຍເຫລືອ ຜ່ານສື່ມວນຊົນ ແລະໄດ້ຫາບໍຣິສັດໃໝ່ ໃນພະມ້າ ທີ່ເປັນຮ້ານ ບໍ່ທໍາຮ້າຍຮ່າງກາຍ ແມ່ຍິງ ໃຫ້ມາຊື້ໂຕ ພວກເຂົາເຈົ້າ ອອກໄປຈາກຮ້ານບັນເທີງຂອງຄົນຈີນນັ້ນ.

ດຽວນີ້ ຜູ້ປົກຄອງ ໄດ້ປະກອບເອກກະສານ ໄປຫາໜ່ວຍງານທີ່ກ່ຽວຂ້ອງ ຂອງທາງການລາວ ແລະໄທຍແລ້ວ ແຕ່ຍັງບໍ່ມີຄວາມຄືບໜ້າເທື່ອ ມີພຽງແຕ່ເວົ້າສັ້ນໆວ່າ “ທາງການລາວ ເຂົ້າໄປຊ່ວຍເຫລືອບໍ່ໄດ້ ຍ້ອນເປັນເຂດເສຖກິຈ ພິເສດ ຂອງຈີນ.

ຈໍານວນແມ່ຍິງ ແລະເດັກນ້ອຍແມ່ຍິງ ທີ່ເຮັດວຽກ ຢູ່ຮ້ານບັນເທີງ ຂອງຊາວຈີນເຫຼົ່ານັ້ນ ມີເຖິງ 30-40 ຄົນ. ໃນນັ້ນ ມີຄົນລາວ 5 ຄົນ, ຄົນໄທຍ 1 ຄົນ ສ່ວນທີ່ເຫລືອ ເປັນຄົນຈີນ, ​ພະມ້າ ແລະວຽດນາມ. ຮ້ານບັນເທີງແຫ່ງນີ້ ເປັນຕຶກ 2 ຄູຫາ ມີທັງໝົດ 4 ຊັ້ນ, ຊັ້ນທີ 1 ເປັນກາສິໂນ, ຊັ້ນທີ 2 ເປັນຮ້ານຜູ້ສາວ, ຊັ້ນທີ 3 ເປັນຮ້ານ KTV ແລະ ຊັ້ນທີ 4 ເປັນຮ້ານນວດແຜນບູຮານ. ຮ້ານນີ້ ຕັ້ງຢູ່ໃກ້ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ເຂດສົບຫລວຍ ເປັນທາງຂ້າມໄປເມືອງ ປ໊ອກ ຢູ່ໃກ້ກັບປະເທດລາວ, ອີງຕາມ ຄໍາເວົ້າຂອງຜູ້ໃຫ້ສັມພາດທັງໝົດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.