ໃນປະເທດລາວ ພາສາຈີນ ຈະເຂົ້າມາແທນພາສາອັງກິດ?
2024.01.16
ວິທຍຸ ເອເຊັຽເສຣີ ໄດ້ສັມພາດ ແລະ ສອບຖາມ ຜູ້ຄົນຢູ່ປະເທດໃນລາວ 9 ຄົນ ທີ່ດໍາລົງຊີວິດ ຢູ່ໃນໂຕເມືອງ ກ່ຽວກັບຄວາມສໍາຄັນ ຂອງພາສາອັງກິດ ແລະ ພາສາຈີນ.
ຜົລປະກົດວ່າ ຈໍານວນ 9 ຄົນ ມີ 7 ຄົນ ໃຫ້ຄໍາເຫັນວ່າ ພາສາອັງກິດ ຍັງມີຄວາມສໍາຄັນກວ່າພາສາຈີນ, 1 ຄົນ ໃຫ້ຄໍາເຫັນວ່າ ເລືອກໃຫ້ລູກຮຽນພາສາຈີນ ສ່ວນວ່າ ອີກ 1 ບໍ່ສາມາດຕັດສິນໄດ້.
ບາງຄົນທີ່ເຫັນວ່າ ພາສາອັງກິດ ສໍາຄັນກວ່າ ໄດ້ໃຫ້ເຫດຜົລວ່າ ຕ້ອງການຄວາມເປັນສາກົລ ຫຼາຍກວ່າ ຄວາມເປັນຈີນ ສ່ວນວ່າ ຜູ້ທີ່ເຫັນວ່າ ພາສາຈີນ ມີຄວາມສໍາຄັນ ກໍໃຫ້ເຫດຜົລວ່າ ປັດຈຸບັນ ຈີນເຂົ້າມາມີອິດທິພົນຢູ່ໃນປະເທດລາວຫຼາຍ.
ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ລູກຂ້ອຍຮຽນພາສາອັງກິດຢູ່ແລ້ວ ພາສາຈີນຍັງຢູ່ໃນຂອບເຂດ ຂອງກຸ່ມອາຊ້ຽນຊື່ໆ.”
ຜູ້ທີ່ສາມາເວົ້າພາສາອັງກິດ ຈະມີທາງເລືອກຫຼາຍ ໃນການຫາວຽກເຮັດງານທໍາ ກັບອົງການຈັດຕັ້ງຕ່າງໆ ທີ່ເປັນຂອງຕ່າງປະເທດ, ແຕ່ຜູ້ທີ່ເວົ້າພາສາຈີນໄດ້ ກໍຈະເຮັດວຽກ ຢູ່ແຕ່ກັບບໍຣິສັດ ຫຼື ອົງການທີ່ເປັນຂອງຄົນຈີນເທົ່ານັ້ນ.
ເຈົ້າໜ້າທີ່ ອົງການຈັດຕັ້ງພາກປະຊາສັງຄົມ ທ່ານນຶ່ງ ທີ່ເຮັດວຽກເຣື່ອງການສຶກສາ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ກ່ຽວກັບພາສາອັງກິດ ມັນຖືກຮັບຮູ້ວ່າ ມີຄວາມສໍາຄັນມາແຕ່ດົນແລ້ວ ບໍ່ວ່າໂຮງຮຽນຣັຖ ໂຮງຮຽນເອກຊົນ ກະຖືວ່າ ເຂົ້າແຕ່ຕົ້ນໆລະ ການທີ່ວ່າ ຈະຫາວຽກໄດ້ຫຼາກຫຼາຍ ຫຼື ຕລາດກວ້າງນີ້ ກະຍັງແມ່ນພາສາອັງກິດຢູ່.”
ເຈົ້າໜ້າທີ່ ທ່ານນນີ້ ກ່າວຕື່ມວ່າ:
“ເຫດຜົລກະຄືຫຼາຍປະເທດ ທີ່ມາລົງທຶນຢູ່ລາວ ຫຼື ເປັນອົງການຕ່າງປະເທດນີ້ກະ ຖືວ່າເຂົາເຈົ້າໃຊ້ພາສາອັງກິດ ເປັນຫຼັກເນາະ ແຕ່ວ່າ ພາສາຈີນນີ້ ກະຖືວ່າ ໜ້ອຍຢູ່ ນອກຈາກເປັນອົງການ ເປັນບໍຣິສັດຂອງຈີນ.”
ປັດຈຸບັນນີ້ ພາສາຈີນ ກໍເຂົ້າມາມີບົດບາດໃນປະເທດລາວຫຼາຍຂຶ້ນ ແລະ ຄົນກໍເຣີ່ມນິຍົມຮຽນກັນ. ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມ ອີກທ່ານນຶ່ງ ຜູ້ທີ່ເຮັດວຽກກ່ຽວກັບ ແຮງງານ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຫຼັກໆ ລະກະຍັງແມ່ນອັງກິດຢູ່ ຕ້ອງເວົ້າເລື່ອງຂແນງວຽງ ລະດັບວຽກເດ້ ເຮັດວຽກກັບອົງການຈັດຕັ້ງສາກົລເບາະ ມັນກະຕ້ອງພາສາອັງກິດເນາະ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ:
“ແຕ່ວ່າແນວໂນ້ມ ມັນກະເພີ່ມຂຶ້ນຫັ້ນແຫຼເນາະ. ພາສາຈີນ ຄວາມຕ້ອງການການຮຽນ. ເຮົາເຫັນຢູ່ລາວ ແລະ ປະເທດເພື່ອນບ້ານ ມັນກະເພີ່ມຂຶ້ນ. ຄວາມຕ້ອງການ ຫຼືວ່າ ການບໍຣິການໂຮງຮຽນ ກະເພີ່ມຂຶ້ນ.”
ເຖິງຢ່າງໃດກໍຕາມ, ປັດຈຸບັນ ລາວທາງລາວ ແລະ ຈີນ ມີການຮ່ວມມືກັນຮອບດ້ານ ແລະ ມີການສ້າງຕັ້ງສະຖາບັນ ຮຽນພາສຈີນ ຊື່ວ່າ ສະຖາບັນຂົງຈື້ ແລະ ຈະມີແຜນການສອນພາສາຈີນ ໃນລະດັບປະຣິນຍາໂທ ຢູ່ປະເທດລາວ.
ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ທ່ານນຶ່ງ ເຄີຍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ທາງຫົວໜ້າສະຖາບັນຂົງຈື້ ມະຫາວິທຍາໄລແຫ່ງຊາຕເນາະ ເພິ່ນມີແຜນວ່າຊິຮ່ວມມື ກັບສະຖາບັນຂົງຈື້ ພາສາຕ່າງປະເທດ ແລະວັທນະທັມຂອງຈີນ ຢູ່ປັກກິ່ງຫັ້ນ ແລ້ວບາດນີ້ ເພິ່ນຊິມີການສອນພາສາຈີນ ລະດັບປະຣິນຍາໂທ ແຕ່ວ່າຍັງບໍ່ເຫັນເພິ່ນເອົາຫລັກສູດມາໃຫ້ເບິ່ງ.”
ອີງຕາມຣາຍງານ ຂອງສະຖາບັນຂົງຈື້, ໃນປີ 2022 ມີຊາວໜຸ່ມລາວສມັກຮຽນ ພາສາຈີນ ຢູ່ສະຖາບັນນີ້ຫລາຍກວ່າ 400 ຄົນ ແລະມີທຶນການສຶກສາ ໃຫ້ນັກສຶກສາລາວ 60 ທຶນຕໍ່ປີ. ນັກສຶກສາລາວ ທີ່ຮຽນຢູ່ສະຖາບັນຂົງຈື້ ຈະໄດ້ຮຽນຢູ່ລາວ 2 ປີ ແລະ ຈະໄດ້ສິດພິເສດໄປຮຽນຕໍ່ ຢູ່ຈີນອີກ 2 ປີ.
ຂໍ້ມູນຂອງມະຫາວິທະຍາໄລແຫ່ງຊາຕ ສົກຮຽນປີ 2023-2024 ໄດ້ລະບຸວ່າ ມີຜູ້ສມັກເຂົ້າຮຽນມະຫາວິທຍາໄລແຫ່ງຊາຕລາວ ປະມານ 5,700 ຄົນ (ບໍ່ລວມສາຍ ວິທຍາສາດ), ໃນຈໍານວນດັ່ງກ່າວ ມີຜູ້ທີ່ລົງທະບຽນຮຽນ ພາສາຈີນ ປະມານ 2,000 ຄົນ, ຮອງລົງມາແມ່ນພາສາອັງກິດ ມີຜູ້ລົງທະບຽນປະ ມານ 1,700 ຄົນ ສ່ວນທີ່ເຫຼືອ ລົງທະບຽນຮຽນວິຊາອື່ນ.