ເຣື້ອງທີ່ເກັບບັນທຶກໄວ້
2023-08-23
ຣັຖບານ ພະຍາຍາມໂຄສະນາ ດຶງດູດນັກທ່ອງທ່ຽວ ຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈີນ ໃນປີທ່ອງທ່ຽວລາວ 2024 ໃຫ້ໄດ້ 2,700,000 ຄົນ ເພື່ອຊ່ວຍກະຕຸ້ນເສຖກິຈລາວ ຂະນະທີ່ນັກທ່ອງທ່ຽວຈີນ ຫຼຸດລົງເນື່ອງປະເທດຈີນ ກຳລັງປະເຊີນບັນເສຖກິຈ ຫຍຸ້ງຍາກເຊັ່ນກັນ.
2023-08-23
ໂຮງຮຽນຊັ້ນປະຖົມ-ມັທຍົມ ກຳລັງຈະເປີດສົກປີໃໝ່ ໃນເດືອນກັນຍານີ້ ຂະນະທີ່ ພໍ່ແມ່ຜູ້ປົກຄອງ ຈຳເປັນຕ້ອງຕຽມເງິນເພີ່ມຂຶ້ນ ສຳລັບຊຶື້ປື້ມແບບຮຽນ ແລະ ຊຸດນັກຮຽນ.
2023-08-22
ດ້ວຍສະພາວະເງິນກີບ ທີ່ອ່ອນຄ່າລົງເລື້ອຍໆ ເຮັດໃຫ້ ຜລິຕພັນ ເບັຍລາວ ເຊິ່ງຮວມທັງນໍ້າອັດລົມ, ນໍ້າດື່ມ, ເບັຍ ມີການປັບຂຶ້ນລາຄາ ຂະນະທີ່ຜູ້ປະກອບການ ທີ່ອີງອາໄສ ຜລິຕພັນດັ່ງກ່າວ ຕ້ອງປັບຂຶ້ນລາຄາຕາມຕົ້ນທຶນ ເພື່ອໃຫ້ຢູ່ໄດ້, ສ່ວນຜູ້ບໍຣິໂພກທົ່ວໄປ ຕ້ອງແບກຮັບພາລະ ໃນການໃຊ້ຈ່າຍ.
2023-08-22
ວິທຍາໄລ ເຕັກນິກ-ວິຊາຊີບ ການຣົຖໄຟ ປະກາດຮັບສມັກ ນັກສຶກສາໃໝ່ ເຊິ່ງຖືວ່າເປັນການຮັບສມັກ ນັກສຶກສາ ຫຼັກສູດຊັ້ນສູງ ວິຊາສະເພາະ ການຣົຖໄຟ ຣຸ້ນທຳອິດ ແລະ ມີນັກຮຽນຈຳນວນຫຼາຍ ສົນໃຈ ເພາະຫວັງວ່າ ເມື່ອຮຽນຈົບ ຈະມີອາຊີບເຮັດ ຫາກທຽບໃສ່ ສາຂາວິຊາຊີບອື່ນ.
2023-08-22
ຣັຖບານລາວ ຈະປ່ອຍສິນເຊື່ອ ເງິນກູ້ດອກເບັ້ຍຕໍ່າ 7,000 ຕື້ກີບ ໃຫ້ຫົວໜ່ວຍທຸຣະກິຈ ເພື່ອກະຕຸ້ນເສຖກິຈ ໃນຂແນງກະສິກັມ, ອຸດສາຫະກັມປຸງແຕ່ງ ແລະຫັດຖະກັມ ແລະບໍຣິການ ແລະທ່ອງທ່ຽວ, ແຕ່ພາກທຸຣະກິຈຄົວເຮືອນ ອາດບໍ່ສາມາດກູ້ໄດ້ ເພາະຂາດສິນຊັພຄ້ຳປະກັນ ຫຼືຂາດແຜນທຸກິຈ.
2023-08-22
ໂຄງການ ຣີສອດ, ສນາມກັອຟ ເກີດຂຶ້ນຫຼາຍໆແຫ່ງ ຕັ້ງແຕ່ເໜືອຮອດໃຕ້ ເຊິ່ງເປັນໂຄງການ ຂອງນັກລົງທຶນຈີນ ທີ່ສ້າງເພື່ອດຶງດູດ ນັກທ່ອງທ່ຽວ, ສ່ວນປະຊາຊົນ ທີ່ສູນເສັຍທີ່ດິນ ໃຫ້ໂຄງການເຫຼົ່ານີ້ ບາງສ່ວນຍັງບໍ່ໄດ້ຄ່າຊົດເຊີຍ ສ່ວນຜູ້ທີ່ໄດ້ແລ້ວ ກໍຖືກກົດລາຄາ.
2023-08-22
ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈະຂຶ້ນຄ່າໂດຍສານ ອີກປະມານ 20% ໃນໄລຍະທ້າຍປີ 2023 ນີ້ ເນື່ອງຈາກວ່າ ສະພາບເງິນກີບອ່ອນຄ່າລົງເລື້ອຍໆ ເຊິ່ງທີ່ຜ່ານມາໄດ້ມີການປັບຂຶ້ນ ລາຄາແລ້ວ ຫຼາຍເທື່ອຕາມອັດຕຣາເງິນ.
2023-08-21
ນະຄອນຫລວງວຽງຈັນ ປ້ອງກັນການສໍ້ຣາສບັງຫລວງ ໂດຍໃຫ້ທຸຣະກິຈທຸກປະເພດ ຈ່າຍອາກອນຜ່ານລະບົບ ເອເລັກໂທຣນິກ (ອອນລາຍນ໌) ແລະທະນາຄານເທົ່ານັ້ນ ເຊິ່ງລະບົບນີ້ ອາດສາມາດປ້ອງກັນການເກັບເງິນພາສີ ບໍ່ໃຫ້ລອດຫຼຸດ ອອກນອກລະບົບຫຼາຍ ເມື່ອທຽບໃສ່ການເກັບເງິນສົດ.
2023-08-21
ຣັຖວິສາຫະກິຈໄຟຟ້າລາວ ຣາຍງານວ່າ ໄລຍະ 6 ເດືອນຕົ້ນປີ ສາມາດຂາຍໄຟຟ້າ ໄດ້ທັງໝົດ 7,249 ກິກກະວັດ ເຊິ່ງຄິດເປັນ 8,187 ຕື້ກີບ ຂະນະດຽວກັນ ມີການຊື້ໄຟຟ້າ ຈາກຕ່າງປະເທດ ຈຳນວນ 1,223 ກິກກະວັດ ດ້ວຍເຫດນີ້ ປະຊາຊົນລາວ ຈຶ່ງເສັຍຄ່າໄຟຟ້າແພງ.
2023-08-21
ບໍຣິສັດບໍ່ແຮ່ ຂອງຈີນຢູ່ເມືອງປາກອູ ແຂວງຫລວງພຣະບາງ ໃຊ້ອຳນາດ ກັກຂັງ ແລະທຸບຕີຊາວບ້ານ ຫລາຍສິບຄົນ ທີ່ລັກຂຸດຄໍາ ໃນເຂດສັມປະທານຂອງບໍຣິສັດດັ່ງກ່າວ ແລະຊາວບ້ານຕ້ອງໄດ້ຈ່າຍ ຄ່າໄຖ່ 10-15 ລ້ານກີບ ຕໍ່ນຶ່ງຄົນ ເພື່ອແລກກັບອິສຣະພາບ.
2023-08-21
ພິທີກັມ ທີ່ສໍາຄັນ ອີກຢ່າງນຶ່ງ ຂອງຄົນໄທດໍາ ນັ້ນກໍ ຄືການມຽ້ນຄາບສົ່ງສະການ ຂອງຊົນເຜົ່າໄທດຳ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ ຂອງໄທຍ.
2023-08-20
ປະສົບການ ຈາກເຫຍື່ອ ທີ່ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ຣັຖບານ ຈະຈ່າຍເງິນອຸດໜູນ ໃຫ້ຄຣູອາສາ ແທນການຮັບເຂົ້າ ເປັນຣັຖກອນ, ຊາວລາວເຫັນວ່າ ຍາກທີ່ສະພາ, ຣັຖບານ ຈະແກ້ໄຂ ຫຼາຍບັນຫາໄດ້ ໃນເວລາອັນສັ້ນ.
2023-08-19
ເທເລີ້ ສີສົມບັດ ດາລາ ນັກສະແດງ ທີ່ມີຊື່ສຽງໂດ່ງດັງ, ເປັນພະເອກ ຊີຣີ ສະບາຍດີ ຊໍາເໜືອ ປັດຈຸບັນ ກໍກໍາລັງຖ່າຍລະຄອນ ເລື່ອງ “ມົນຮັກລູກທົ່ງ” ຢູ່ປະເທດໄທ ແລະຍັງໄດ້ຮັບລາງວັນ Asia Top Award 2023 ສາຂາ ນັກສະແດງຊາຍດີເດັ່ນ ນໍາດ້ວຍ.
2023-08-18
ໃນໄລຍະ 10 ປີ ທີ່ຜ່ານມາ ເຈົ້າໜ້າທີ່ ຍັງບໍ່ເຫັນເສືອໂຄ່ງໃນລາວ, ຫຼາຍຄົນຈຶ່ງຄິດວ່າເສືອໂຄ່ງ ອາດສູນພັນ ຈາກປະເທດລາວແລ້ວ ຫຼື ມີການໂຍກຍ້າຍຖິ່ນຖານ ໄປຢູ່ປະເທດທີ່ມີຜືນປ່າ ອຸດົມສົມບູນກວ່າ ສະນັ້ນຈຶ່ງບໍ່ມີຣາຍງານ ການພົບເຫັນເສືອໂຄ່ງ ຫຼົງເຫຼືອຢູ່ອີກ.
2023-08-18
ບໍຣິສັດ ຣັຖວິສາຫະກິຈຫວຍພັທນາ ກະຊວງການເງິນຂອງລາວ ຫຼື ຫວຍພັທນາລາວ ກຽມອອກຫວຍ 5 ມື້ ຕໍ່ສັປດາ, ຕັ້ງແຕ່ ວັນຈັນ-ວັນສຸກ ໂດຍຈະອອກຫວຍປະເພດໃໝ່ ຊື່ວ່າ “ຫວຍ 12 ຣາສີ” ຂະນະທີ່ປະຊາຊົນ ບາງສ່ວນເຫັນວ່າ ເປັນການມອມເມົາ ໂດຍສະເພາະ ຜູ້ທີ່ມີລາຍໄດ້ໜ້ອຍ.